ຕາມແນວຊາຍແດນເຂດແມ່ນໍ້າຂອງເມືອງສອງຄອນ ແຂວງສວັນນະເຂດ ເຊິ່ງເປັນຈຸດທີ່ມີຊາຍແດນໃກ້ກັບປະເທດໄທຍ ງ່າຍຕໍ່ ການລັກລອບເຂົ້າມາ. ໃນໄລຍະທີ່ໄທຍ ມີການ ຣະບາດຮອບສອງ ເຈົ້າໜ້າທີ່ເມືອງສອງຄອນ ໄດ້ຈັບແຮງງານລາວ ທີ່ລັກລອບ ເຂົ້າມາກຸ່ມນຶ່ງ ເມື່ອທ້າຍເດືອນມົກຣາ ຜ່ານມາ ແລະ ກໍໄດ້ນຳສົ່ງເຂົ້າສູນກັກບໍຣິເວນທີ່ສູນ ເມືອງສອງຄອນ.
ຕໍ່ເຫດການດັ່ງກ່າວ ເຈົ້າໜ້າທີ່ໄດ້ວາງກຳລັງ ຕາມຊາຍແດນຢ່າງເຂັ້ມງວດ. ດັ່ງເຈົ້າໜ້າທີ່ເມືອງສອງຄອນ ແຂວງສວັນນະເຂດ ໄດ້ກ່າວຕໍ່ນັກຂ່າວເອເຊັຽເສຣີເມື່ອວັນທີ 08 ກຸມພາ 2021 ວ່າ:
"ມີການຄຸ້ມຄອງການເຂົ້າ-ອອກ ຄັນວ່າພາກສ່ວນໃດທີ່ລັກລອບເຂົ້າມາ ກໍຈຳເປັນຕ້ອງໄດ້ເຂົ້າສູນກັກກັນຢູ່ສູນເມືອງສອງຄອນ. ທີ່ລັກເຂົ້າມານີ້ ກໍບໍ່ຫຼາຍປານໃດດອກມີແຕ່ເຂົາເອົາ ຢູ່ສູນໝົດບໍ່ໄດ້ຈັບ 20 ກວ່າຄົນຄ້າງຢູ່ໄລຍະດຽວນີ້ແຫຼະ. ກວດກາຕາມແນວ ຊາຍແດນ ມີເຈົ້າໜ້າທີ່ທັງກຳລັງ ປະກອບອາວຸດ ແລະ ຂັ້ນທ້ອງຖິ່ນ."
ຕໍ່ບັນຫາການລາດຕະເວນ ຕາມແນວຊາຍແດນ ເຂດແມ່ນໍ້າຂອງ ບໍ່ສະເພາະແຕ່ເມືອງສອງຄອນ ທາງແຂວງສວັນນະເຂດ ຍັງໄດ້ ວາງກຳລັງກະຈາຍໄປທຸກເມືອງໃນແຂວງ. ໂດຍສະເພາະ ເມືອງທີ່ຢູ່ລຽບຕາມ ແມ່ນໍ້າຂອງ, ດັ່ງເຈົ້າໜ້າທີ່ ສະເພາະກິຈ ແຂວງສວັນນະເຂດ ໄດ້ກ່າວວ່າ:
"ບໍ່ແມ່ນແຕ່ເມືອງສອງຄອນ ທຸກເມືອງ ລຽບຕາມຊາຍແດນ, ມີໝົດພວກເຮົາເຂັ້ມງວດຂຶ້ນເນາະ, ທັງເຈົ້າໜ້າທີ່ຕຳຣວດ ຍາມກໍຄື ເຈົ້າໜ້າທີ່ທະຫານຊາຍແດນໝົດເນາະ, ກໍຄືເກົ່າ ຫັ້ນແຫຼະ ຢູ່ເມືອງລາວ ບໍ່ມີປັບໃໝໃສ່ໂທດ ຈັບໄດ້ກໍເອົາໄປປັບ ໃສ່ໂທດຄືເກົ່າ ຫັ້ນແຫຼະ ກໍຍັງປະຊຸມຢູ່ເນາະ ມີື້ນີ້ເຣື່ອງໂຄວິດ ນັ້ນແຫຼະຍັງບໍ່ແລ້ວ."
ປະຊາຊົນໃນພື້ນທີ່ ກໍເຫັນດີນຳການປະຕິບັດງານ ຂອງເຈົ້າໜ້າທີ່, ປັຈຈຸບັນໄທຍ ມີການຣະບາດຫຼາຍ, ກິິຈການຕ່າງໆໄດ້ປິດ ເຮັດໃຫ້ຄົນງານລາວຖືກເລີກຈ້າງ ເຊິ່ງເປັນເຫດເຮັດໃຫ້ ຄົນງານລາວຫຼັ່ງກັບບ້ານ. ດັ່ງປະຊາຊົນຢູ່ ແຂວງສວັນນະເຂດ ໄດ້ກ່າວວ່າ:
"ເຫັນດີດ້ວຍເພິ່ນ ກໍກວດເພິ່ນກໍເລາະ ຢູ່ຕາມແມ່ນໍ້າຂອງ ກວດໄປຕາມ ທັມມະຊາດ ໄດ້ຄົນງານລາວເຂົາກໍກັບມາຫຼາຍເພາະ ຕອນນີ້ໂຮງງານເຂົາກໍປິດຫຼາຍ ຕົກງານຫຼາຍຕອນນີ້ ໄທຍເຂົາເຂັ້ມງວດຫຼາຍ."
ປະຊາຊົນໃນພື້ນທີ່ຕ່າງກໍວິຕົກ ຕໍ່ກັບການລັກລອບເຂົ້າມາ, ຖ້າເກີດວ່າບໍ່ເຂັ້ມງວດກວດກາ ຢ້ານວ່າການຣະບາດຈະແຜ່ກະຈາຍໄວ ເພາະຄົນງານລາວກັບແຕ່ລະເທື່ອ ມີຈຳນວນ ຫຼາຍ, ດັ່ງຊາວສວັນນະເຂດ ອີກທ່ານນຶ່ງ ໄດ້ກ່າວວ່າ:
"ເຫັນດີຫັ້ນແຫຼະ ເຫັນດີ ເຫັນດີຢາກໃຫ້ມີມາຕການປ້ອງກັນຫັ້ນແຫຼະ, ຢ້ານແຫຼະ ຢ້ານແຫຼະ ຄັນວ່າຄັນວ່າອອກນອກບ້ານກໍຕ້ອງໄດ້ ໃສ່ແຫຼະ ໃສ່ຜ້າອັດປາກ ອອກນອກບ້ານ."
ນອກຈາກແຂວງສວັນນະເຂດ ແລ້ວ ແຂວງສາລະວັນ ກໍແມ່ນແຂວງນຶ່ງ ທີ່ມີຄົນງານລາວ ລັກລອບຂ້າມຂອງມາແຕ່ໄທຍ ໂດຍສະເພາະ ຊາຍແດນເມືອງນະຄອນເພັງ ເຊິ່ງມີ 12 ບ້ານ ຕັ້ງຢູ່ລຽບແຄມແມ່ນໍ້າຂອງ. ຕໍ່ກໍຣະນີດັ່ງກ່າວ ທ່ານ ທອງດີ ຈັນທະວົງ ເຈົ້າເມືອງນະຄອນເພັງ ແຂວງສາລະວັນ ໄດ້ກ່າວຕໍ່ສື່ ເມື່ອຕົ້ນເດືອນກຸມພາ ວ່າ:
"ສາເຫດທີ່ເຮັດໃຫ້ຄົນງານລາວ ລັກລອບເຂົ້າມາໃນເຂດນີ້ ຍ້ອນວ່າຄົນງານບາງກຸ່ມ ແມ່ນໄປເຮັດວຽກຜິດກົດໝາຍ ແລະ ອີກບັນຫານຶ່ງ ແມ່ນແຮງງານບໍ່ຕ້ອງການ ເຂົ້າກັກໂຕ ໃນສູນ."
ຕໍ່ມາຕການປ້ອງການຕາມແນວຊາຍແດນ ເຂດນໍ້າຂອງ ທ່ານເຈົ້າເມືຶຶອງນະຄອນເພັງ ໄດ້ຣະບຸຕື່ມວ່າ: ທາງເມືອງໄດ້ຈັດເຈົ້າໜ້າທີ່ ລາດຕະເວນຢ່າງເຂັ້ມງວດ ຕລອດ 24 ຊົ່ວໂມງ. ນອກຈາກນີ້ຍັງໃຊ້ມາຕການ ໃຫ້ປະຊາຊົນເອົາເຮືອຂຶ້ນມາໄວ້ເຮືອນບໍ່ໃຫ້ນຳໃຊ້.