ຊາວບ້ານຢູ່ແຂວງສວັນນະເຂດ ຫຼາຍຄົນ ຮູ້ສຶກກັງວົນໃຈ ຢ້ານເຊື້ອໂຄວິດ-19 ເລັດລອດອອກມາແຜ່ຣະບາດສູ່ຊຸມຊົນ ພາຍຫຼັງ ທີ່ທາງການ ແຂວງສວັນນະເຂດ ກວດພົບຄົນງານ ລາວ ທີ່ກັບມາຈາກໄທຍ ຕິດເຊື້ອເພີ່ມຂຶ້ນໃນແຕ່ລະມື້ ແລະ ເມື່ອວັນທີ 18 ກໍຣະກະດາ ທີ່ຜ່ານມາ ທາງການແຂວງກໍຍັງກວດພົບ ແພດແລະໝໍ ທີ່ຢູ່ດ່ານໜ້າ ຕິດເຊື້ອໂຄວິດ-19 ຈາກຄົນງານລາວນໍາດ້ວຍ.
ດັ່ງນັ້ນ, ຊາວບ້ານຈຶ່ງຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງ ເອົາໃຈໃສ່ຕິດຕາມອາການຂອງຄົນງານລາວ ທີ່ທາງຂັ້ນແຂວງແລະຂັ້ນເມືອງ ປິ່ນປົວເຊົາ ແລ້ວສົ່ງພວກເຂົາກັບເມືອບ້ານນັ້ນ ຢາກໃຫ້ເຈົ້າໜ້າທີ່ຂັ້ນບ້ານ ນໍາຄົນງານລາວດັ່ງກ່າວ ໄປກັກໂຕຢູ່ພາຍໃນເຮືອນ ຫຼື ຢູ່ໄຮ່ຢູ່ນາ ຂອງເຂົາເຈົ້າຕື່ມກ່ອນ 14 ມື້ ເພື່ອເປັນການຮັບປະກັນວ່າ ຜູ້ກ່ຽວບໍ່ມີເຊື້ອໂຄວິດ-19 ແລ້ວ.
ເຊິ່ງຖ້າສົມມຸດວ່າ ບໍ່ກັກໂຕຕື່ມ ແລ້ວຄົນງານລາວຄົນດັ່ງກ່າວໄປນັ້ນໄປນີ້ ຢູ່ພາຍໃນເຂດບ້ານ ຫາກເກີດເຊື້ອໂຄວິດ-19 ຂຶ້ນມາ ແນ່ນອນວ່າຕ້ອງແຜ່ຣະບາດສູ່ຄົນພາຍໃນບ້ານ ກໍຈະເກີດຄວາມຫຍຸ້ງຫຼາຍຂຶ້ນຕື່ມ ເພາະອຸປກອນການແພດຕ່າງໆຢູ່ລາວ ໃນປັດຈຸບັນ ກໍບໍ່ພຽງພໍຢູ່ແລ້ວ, ດັ່ງຊາວບ້ານ ໃນແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ:
“ກະກັງວົນໃຈຢູ່ແລ້ວ ອຸປກອນມັນກະບໍ່ພຽງພໍປານໃດ ລາວເຮົານີ້ທີ່ແຮງງານລາວ ໄປທໍາງານຢູ່ເມືອງໄທຍນີ້ ມາແຕ່ບ່ອນມັນຕິດຢູ່ ແລ້ວ ກັກໂຕ 14 ວັນກໍຢ່າ ມັນຍັງບໍ່ແນ່ນອນ ຢາກໃຫ້ຕິດຕາມແຫຼ້ວໂຕນີ້ນ່າ ແພດ-ໝໍ ທີ່ປະຈໍາຢູ່ໃນຊຸມຊົນ ອໍານາດການປົກຄອງ ຢາກໃຫ້ເອົາໃຈໃສ່ທີ່ສຸດໂຕນີ້ນ່າ ມາຢູ່ບ້ານກັກໂຕອີກ 14 ວັນ ເພາະວ່າ ຄົນຢ້ານທີ່ສຸດເດ້ ໂຕນີ້ນ່າ ໄປຫັ້ນໄປນີ້ ຢ້ານມັນແຜ່ເຊື້ອ.”
ຂນະທີ່ ຊາວບ້ານໃນແຂວງສວັນນະເຂດ ອີກທ່ານນຶ່ງເວົ້າວ່າ ເຫັນທາງການຣາຍງານ ການຕິດເຊື້ອໂຄວິດ-19 ເພີ່ມຂຶ້ນໃນແຕ່ລະມື້ ຂອງແຂວງສວັນນະເຂດ ກໍຮູ້ສຶກຢ້ານ ແລະ ກັງວົນວ່າເຊື້ອໂຄວິດ-19 ຈະເຂົ້າມາແຜ່ຣະບາດພາຍໃນຊຸມຊົນ ໂດຍສະເພາະກັບຄົນ ງານລາວ ທີ່ປິ່ນປົວເຊົາແລ້ວ ແລະ ທາງການໄດ້ສົ່ງກັບຄືນບ້ານ ກໍຢາກໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕິດຕາມ ກັກໂຕເຂົາເຈົ້າຕື່ມອີກ 14 ມື້ ເພື່ອເປັນການປ້ອງກັນວ່າ ຄົນງານຜູ້ນັ້ນ ບໍ່ມີເຊື້ອໂຄວິດ-19 ແລ້ວ:
“ຢູ່ໃນຫັ້ນ ມັນມີແຕ່ເຊື້ອນໍາເຂົ້າທັງໝົດ ຄັນມັນມີໃນຊຸມຊົນ ນີ້ກະແຮ່ງຈະໜັກໃຈ ກະຮູ້ສຶກກັງວົນນັ້ນແຫຼະ ເພາະວ່າ ສ່ຽງຫຼາຍແຂວງ ເຮົາມັນໂຕເລຂເພີ່ມຂຶ້ນເລື້ອຍໆ ມາບ້ານກະຕ້ອງໄດ້ ກັກໂຕອີກ 14 ວັນ ຢາກໃຫ້ແນະນໍາ ເຂົາໄປກັກໂຕເອງ ຢູ່ໄຮ່ຢູ່ນາກ່ອນ.”
ຊາວບ້ານຢູ່ແຂວງສວັນນະເຂດ ອີກທ່ານນຶ່ງ ກໍເວົ້າວ່າ ຮູ້ສຶກບໍ່ໝັ້ນໃຈ ໃນຄວາມປອດພັຍ ເພາະໃນແຕ່ລະມື້ ທາງການກໍກວດພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມຂຶ້ນ ແລະກໍຮູ້ສຶກຢ້ານ ວ່າເຊື້ອໂຄວິດ-19 ນີ້ຈະເຂົ້າມາແຜ່ຣະບາດຕໍ່ຊາວບ້ານ ໂດຍສະເພາະຄົນງານ ລາວ ທີ່ທາງການປິ່ນປົວເຊົາແລ້ວນັ້ນ ແລ້ວສົ່ງຂະເຈົ້າກັບຄືນບ້ານເກີດເມືອງນອນ ກໍຢາກໃຫ້ ເຈົ້າໜ້າທີ່ກັກໂຕ ເຂົາເຈົ້າຕື່ມອີກ ເພື່ອຮັບປະກັນຄວາມປອດພັຍ ຂອງຄົນພາຍໃນບ້ານນໍາດ້ວຍ:
“ຢ້ານແຫຼະ ດຽວນີ້ໄດ້ຍິນວ່າ ມັນຕິດມາຫຼາຍແຫຼະ ປິ່ນປົວຫາຍແລ້ວ ຈະຫາຍດີຄັກຫຼືບໍ່ ເຮົາກະບໍ່ຮູ້ຫັ້ນນ່າ ຢ້ານວ່າເພິ່ນປິ່ນປົວບໍ່ດີຄັກ ວ່າໂອ້ຍສໍ່ານີ້ເຊົາ ບາດມາມັນແຜ່ໃນບ້ານ ກໍຢາກໃຫ້ກັກກັນໄວ້ກ່ອນ.”
ນອກຈາກນີ້ ແຂວງອັດຕະປື ກໍໄດ້ແຈ້ງການ ກ່ຽວກັບມາຕການປ້ອງກັນໂຄວິດ-19 ໂດຍການປິດບ້ານ-ປິດເມືອງ ບໍ່ໃຫ້ຄົນເຂົ້າ-ອອກ ແຂວງ ຍ້ອນວ່າແຂວງອັດຕະປື ຍັງເປັນພື້ນທີ່ສີຂຽວ ບໍ່ຢາກໃຫ້ມີຜູ້ຕິດເຊື້ອໂຄວິດ-19 ຈຶ່ງຕ້ອງປ້ອງກັນໄວ້ກ່ອນ ຫາກຜູ້ໃດຕ້ອງການ ຈະເດີນທາງເຂົ້າ-ອອກ ຕ້ອງມີໜັງສືຮັບຮອງ ການສັກວັກຊິນປ້ອງກັນໂຄວິດ-19 ຄົບ 2 ເຂັມ ແລະຕ້ອງມີເອກກະສານເຂົ້າ-ອອກ ຕາມຄວາມຈໍາເປັນ ແລະຖ້າຫາກມີຄົນງານລາວ ທີ່ກັບມາຈາກໄທຍ ທີ່ເປັນຄົນແຂວງອັດຕະປື ກັບມາຈາກແຂວງຈໍາປາສັກ ຫຼື ແຂວງສວັນນະເຂດ ຫຼື ແຂວງສາຣະວັນ ກໍຕ້ອງນໍາໄປກັກໂຕຕື່ມ 14 ມື້ກ່ອນ.
ສ່ວນມາຕການປ້ອງກັນໂຄວິດ-19 ເຣື່ອງອື່ນ ກໍບໍ່ໄດ້ແຕກຕ່າງ ຈາກຂອງຄະນະສະເພາະກິຈປ້ອງກັນໂຄວິດຂອງສູນກາງ ທີ່ເຄີຍ ແຈ້ງການກ່ອນໜ້ານີ້, ດັ່ງເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ໃນແຂວງອັດຕະປື ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ:
“ເພາະວ່າແຂວງນີ້ ບໍ່ມີຣະບາດເນາະ ລະກໍຕ້ອງໄດ້ລ໊ອກດາວຫັ້ນແຫຼະ ບໍ່ໃຫ້ຄົນເຂົ້າ-ຄົນອອກ ການເຂົ້າມານີ້ ໂດຍສະເພາະຜູ້ສັກ ຢາໄດ້ 2 ເຂັມແລ້ວ ກະໃຫ້ເຂົ້າ ກະມີເອກກະສານ ເຂົ້າມາ ຕາມຄວາມຈໍາເປັນ ເພາະວ່າແຮງງານກັບມາແຕ່ໄທຍ ເຮົາກໍບໍ່ຮູ້້ໃດ໋ ພາຍຫຼັງກັບມາ ມັນຊິປອດພັຍບໍ່ ຕ້ອງໄດ້ກັກໂຕອີກ 14 ວັນ.”
ໃນມື້ວັນທີ 20 ກໍຣະກະດາ 2021 ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 153 ຄົນ ຈາກຜົນການກວດ ວິເຄາະຫາເຊື້ອທັງໝົດ 1,151 ໂຕຢ່າງ ເຊິ່ງໃນນັ້ນ ແຂວງສວັນນະເຂດ ຍັງພົບຜູ້ຕິດເຊື້ອໂຄວິດ-19 ສູງເຖິງ 93 ຄົນ, ແຂວງຈໍາປາສັກ 36 ຄົນ, ສາຣະວັນ 13 ຄົນ, ຄໍາມ່ວນ 10 ຄົນ ແລະ ນະຄອນຫຼວງວຽງຈັນ 1 ຄົນ, ດັ່ງ ດຣ ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວຕໍ່ສື່ມວນຊົນ ໃນມື້ວັນທີ 21 ກໍຣະກະດາ ນີ້ວ່າ:
“ສໍາລັບມື້ວານນີ້ ທົ່ວປະເທດໄດ້ເກັບໂຕຢ່າງ ມາກວດວິເຄາະທັງໝົດ 1,151 ໂຕຢ່າງ ເຊິ່ງໃນນັ້ນ ໄດ້ກວດພົບ ຜູ້ຕິດເຊື້ອໃໝ່ແມ່ນ 153 ຄົນ ມາຮອດມື້ນີ້ ຖືວ່າ ສປປ ລາວ ເຮົາມີຈໍານວນຜູ້ຕິດເຊື້ອສະສົມ ທັງໝົດ 3,863 ຄົນ.”
ທ່ານກ່າວຕື່ມວ່າ ສໍາລັບກໍຣະນີ ຕິດເຊື້ອໂຄວິດ-19 ຣາຍໃໝ່ ຈໍານວນ 153 ຄົນນີ້ ແມ່ນຄົນງານລາວ ທີ່ເດີນທາງກັບມາຈາກ ປະເທດໃກ້ຄຽງ ໂດຍໄດ້ຮັບອະນຸຍາດ ຈາກຄະນະ ສະເພາະກິຈ ເຂົ້າມາຢ່າງຖືກຕ້ອງຕາມຣະບຽບຫຼັກການ.
ອີງຕາມການຣາຍ ຂອງຄະນະສະເພາະກິຈປ້ອງກັນໂຄວິດ-19 ໃນມື້ວັນທີ 21 ກໍຣະກະດາ 2021 ນີ້ ຣາຍງານວ່າ ມາຮອດປັດ ຈຸບັນ ມີຜູ້ໄດ້ຮັບການກວດວິເຄາະ ຫາເຊື້ອໂຄວິດ-19 ທັງໝົດ 329,704 ຄົນ ໃນນັ້ນພົບຜູ້ຕິດເຊື້ອສະສົມ 3,863 ຄົນ, ເສັຽຊີວິດ 5 ຄົນ, ປິ່ນປົວເຊົາແລ້ວ 2,536 ຄົນ, ກໍາລັງປິ່ນປົວ ແລະ ຕິດຕາມອາຫານຢູ່ໂຮງໝໍ 1,322 ຄົນ.
ສ່ວນການສັກວັກຊິນປ້ອງກັນໂຄວິດ-19 ໃນວັນທີ 20 ກໍຣະກະດາ 2021 ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ່ 1 ຈໍານວນ 1,056,672 ຄົນ ແລະເຂັມທີ່ 2 ຈໍານວນ 743,949 ຄົນ.