ສວັນນະເຂດ ຍຶດ, ທໍາລາຍຊີ້ນໝູ

ໄມຊຸລີ
2019.04.02
ຊີ້ນສົດ ທີ່ວາງຂາຍ ຕາມຕລາດ
RFA

ເຈົ້າໜ້າທີ່ ແຂວງສວັນນະເຂດ ຈັບຊາວວຽດນາມ 1 ຄົນ ທີ່ລັກລອບນໍາຊິີ້ນໝູ ແລະ ເຄື່ອງໃນໝູ 170 ປາຍກິໂລ ຈາກວຽດນາມ ເຂົ້າມາ ເພື່ອຂາຍໃຫ້ ພໍ່ຄ້າ-ແມ່ຄ້າ ຢູ່ຕລາດ ເມືອງເຊໂປນ ໃນວັນທີ 27 ມິນາຜ່ານມາ, ໂດຍເຈົ້າໜ້າທີ່ ສາມາດຈັບໄດ້ ຢູ່ນອກເຂດ ດ່ານສວັນນະເຂດ ໂດຍໄດ້ມີ ການຕັກເຕືອນ ແລະ ຫ້າມນໍາຊີ້ນໝູ ເຂົ້າມາຂາຍ ອີກຢ່າງເດັດຂາດ, ສ່ວນຊີ້ນໝູ ທີ່ຍຶດໄດ້ນັ້ນ ໄດ້ນໍາ ໄປທໍາລາຍໝົດແລ້ວ, ດັ່ງເຈົ້າໜ້າທີ່ ຜແນກກະສິກັມ ແລະ ປ່າໄມ້ ແຂວງສວັນນະເຂດ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ໃນວັນທີ 2 ເມສານີວ່າ:

"ພໍ່ຄ້າ ວຽດນາມຜູ້ດຽວ ເອົາມາຂາຍ ໃນຕລາດເມືອງເຊໂປນ ເປັນພໍ່ຄ້າ ປະຈໍາຢູ່ຕລາດ ແຕ່ກ່ອນຫັ້ນນະ ເອົາມາຂາຍ ໃນສາຂາລູກຄ້າເກົ່າ ຂອງເຂົາ ແລ້ວເຂົາວ່າເຂົາບໍ່ຮູ້ ແຕ່ກີ້ວ່າ ເຮົາຫ້າມຫັ້ນນະ ເຮົາກໍມີການສັ່ງສອນຕັກເຕືອນ ແລ້ວກໍບອກວ່າ ຫ້າມນໍາເຂົ້າມາ ຂາຍອີກ ແລະ ແຈ້ງຣະບຽບໃຫ້ເຂົາຮູ້.”

ທ່ານກ່າວຕື່ມວ່າ ຢູ່ແຂວງ ສວັນນະເຂດ, ຊາວບ້ານ ກໍມັກລ້ຽງໝູຫຼາຍ ສະນັ້ນ ຊີ້ນໝູ ຈິ່ງບໍ່ຂາດຕລາດ ເຖິງຈະມີການຫ້າມນໍາເຂົ້າ ຈາກວຽດນາມກໍຕາມ, ແຕ່ເຖິງຢ່າງໃດ ຊີ້ນໝູ ຢູ່ຕາມທ້ອງຕລາດ ແຂວງສວັນນະເຂດ ກໍຍັງແພງຢູ່:

“ສະເພາະຊີ້ນໝູນີ້ ຣາຄາສູງ ກິໂລປັດຈຸບັນນີ້ 18-19 ພັນເນາະ, ໝູເປັນຈະຕົກຢູ່ ກີໂລລະ 25 ໝູກີ້ໝູພັນພື້ນເມືອງ ເຮົາມັນຫລາຍ, ຊາວບ້ານ ເຂົາລ້ຽງຕາມຄອບຄົວ ຫລັງບ້ານເຂົາ ເຮືອນລະ 4-5 ໂຕ ພາຍໃນ ເຮົາພຽງພໍເຫລືອອີກ ຍັງໄດ້ໄປຊ່ວຍນະຄອນຫລວງ ແລະ ຊ່ວຍທາງແຂວງ ຫລວງພຣະບາງ, ຊຽງຂວາງອີກ ທາງພາກເໜືອ.”

ທ່ານກ່າວຕອນທ້າຍວ່າ ຢູ່ດ່ານສາກົນ ສວັນ-ລາວບ່າວ ເຈົ້າໜ້າທີ່ລາວ ໄດ້ໃຊ້ມາຕການ ເຂັ້ມງວດ ເປັນຕົ້ນ: ໄດ້ພົ່ນຢາຂ້າເຊື້ອ ໃສ່ຣົດ ທີ່ຂົນສັດເຂົ້າມາທຸກຄັນ ຮວມເຖິງ ຜູ້ຄົນທີ່ເດີນທາງເຂົ້າມາ ພາຍໃນແຂວງ ນໍາອີກ ເພື່ອປ້ອງກັນ ແລະ ສະກັດກັ້ນ ພຍາດ ໝູອະຫິວາອາຟຣິກກາ ມາແຜ່ໃນລາວ ທັງເນັ້ນຫ້າມ ຜລິຕພັນ ທີ່ເປັນຊີ້ນໝູ ເຂົ້າເດັດຂາດ ພ້ອມດຽວກັນນັ້ນ ກໍໄດ້ປ່າວເຕືອນ ປະຊາຊົນ ໃຫ້ຊ່ອຍເປັນຫູເປັນຕາ ຄອຍເຝົ້າຣະວັງ ແລະ ສະກັດກັ້ນ ຫາກພົບເຫັນ ການລັກລອບ ນໍາເຂົ້າຊີ້ນໝູ ໃຫ້ແຈ້ງໄປຍັງເຈົ້າໜ້າທີ່ ໂດຍດ່ວນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.