ຂ.ສວັນນະເຂດຈໍາກັດ ຄົນລາວ ກັບຈາກ ໄທຍ
2021.08.06
ແຂວງສວັນນະເຂດ ປະສົບກັບຄວາມຫຍຸ້ງຍາກຫຼາຍ ໃນການກຽມສະຖານທີ່ ແລະງົບປະມານສ້າງສູນກັກຕົວ ແລະໂຮງໝໍສນາມ ເພື່ອປິ່ນປົວຜູ້ຕິດໂຄວິດ-19 ຈົນຈໍາຕ້ອງໄດ້ ອອກມາຕການຈໍາກັດ ຈໍານວນຄົນງານລາວ ທີ່ຈະກັບຄືນມາຈາກປະເທດໄທຍ ຜ່ານ ຂົວມິຕພາບ ໄທຍ-ລາວ ມຸກດາຫານ-ສວັນນະເຂດ ມື້ນຶ່ງບໍ່ໃຫ້ເກີນ 150 ຄົນ ຍ້ອນວ່າຄົນງານ ລາວ ທີ່ຍັງຢູ່ໄທຍ ທີ່ບໍ່ສາມາດ ເຂົ້າເຖິງ ສວັດດິການດ້ານສຸຂພາບນັ້ນ ກັບຄືນລາວມື້ນຶ່ງປະມານ 200-300 ຄົນ ດັ່ງເຈົ້າໜ້າທີ່ດ່ານຂົວມິຕພາບລາວ-ໄທຍ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 6 ສິງຫາ ນີ້ວ່າ:
“ແຮງງານລາວ ມາເຂົ້າສວັນນະເຂດມັນຫລາຍ. ເມື່ອມັນຫລາຍແນວນັ້ນ ສູນຮອງຮັບນີ້ ເພິ່ນກະກຽມກະບໍ່ທັນພຽບພ້ອມ ປານໃດ ລະເພິ່ນກະກຽມນໍາ. ເພາະສະນັ້ນລະ ເພິ່ນກະເອົາ 150 ຫາ 200.”
ທ່ານກ່າວຕື່ມວ່າ ຄົນງານລາວ ທີ່ຢາກກັບຄືນມາລາວ ກໍມາໄດ້ເຊັ່ນຜ່ານຂົວມິຕພາບໄທຍ-ລາວ ໜອງຄາຍ-ນະຄອນຫລວງວຽງຈັນ, ຂົວມິຕພາບ ໄທຍ-ລາວ ນະຄອນພະນົມ- ຄໍາມ່ວນ. ຖ້າຄົນງານລາວ ຕ້ອງການມາທາງຂົວມິຕພາບ ມຸກດາຫານ-ສວັນນະເຂດ ກໍຕ້ອງໄດ້ລົງທະບຽນ ຢູ່ສະຖານທູດ ສປປລາວ ປະຈໍາປະເທດໄທຍ ກ່ອນແລ້ວລໍຖ້າໃຫ້ ເຈົ້າໜ້າທີ່ຢູ່ແຂວງມຸກດາຫານ ກໍານົດມື້ ເດີນທາງ ເຂົ້າມາລາວໃຫ້. ຜ່ານຂົວແຫ່ງນີ້ ທີ່ຜ່ານມາ ຄົນງານລາວກັບມາມື້ນຶ່ງ ຫລາຍຮ້ອຍຄົນ ຊຶ່ງໃນນັ້ນປະມານ 45-60% ຕິດໂຄວິດ-19.
ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າແຂວງແຂວງມຸກດາຫານ ຂອງໄທຍ ກ່າວໃນມື້ດຽວກັນນີ້ວ່າ ທາງການລາວໄດ້ແຈ້ງໃຫ້ຮູ້ເຖິງຄວາມ ຫຍຸ້ງຍາກນັ້ນມາໃຫ້ທາງການໄທຍ ຊາບແລ້ວ ແລະ ທາງໄທກໍພຍາຍາມ ອໍານວຍຄວາມສະດວກໃຫ້:
“ເບື້ອງຝັ່ງມຸກດາຫານນີ້ ມີສູນພັກຄອຍ ມີອີ່ຫຍັງໃຫ້ລໍ ກໍອໍານວຍຄວາມສະດວກໄດ້ ຕາມສົມຄວນຫັ້ນແຫຼະ. ກໍພໍສິຮັບໄດ້ ເພາະວ່າ ຕອນນີ້ ມຸກດາຫານໄດ້ໃຊ້ ສະມາຄົມຊາວ ສວນອ້ອຍ ອາຄານຂອງສະມາຄົມ ຊາວສວນອ້ອຍ ຊຶ່ງຢູ່ທາງດ້ານໜ້າຂອງຂົວ ຂົວມິຕພາບ ແຫ່ງທີ 2 ຫັ້ນນະ ເປັນສະຖານທີ່ ຮອງຮັບ.”
ທ່ານກ່າວຕື່ມວ່າ ຈຸດຄອຍຖ້າ ດັ່ງກ່າວ ສາມາດຮອງຮັບຄົນງານລາວໄດ້ ປະມານ 200 ປາຍຄົນ ຫລື ໜ້ອຍກວ່ານັ້ນ ຍ້ອນເປັນ ຈຸດຄອຍຖ້າຊົ່ວຄາວ, ຄົນງານລາວສ່ວນໃຫຍ່ ມັກມາທັງຄອບຄົວ ແລະ ມີເຄື່ອງຂອງຫລາຍ.
ຄົນງານລາວນາງນຶ່ງ ທີ່ລໍຖ້າກັບຄືນມາລາວ ເວົ້າວ່າ ນາງໄດ້ຈ່າຍຄ່າຣົດໃຫຍ່ ຈາກບາງກອກ ມາຂົວມິຕພາບ ມຸກດາຫານ- ສວັນນະເຂດ 2,500 ບາດ, ຖ້າຄົນງານລາວຜູ້ໃດ ຕ້ອງການກັບຄືນລາວ ຜ່ານຂົວແຫ່ງນີ້ ໃຫ້ຕິດຕໍ່ໄປຍັງເຈົ້າໜ້າທີ່ ຕໍາຣວດ ກວດຄົນເຂົ້າເມືອງ ມຸກດາຫານ ເພື່ອຈ່ອງຄິວລ່ວງໜ້າ ເພື່ອບໍ່ໃຫ້ໄດ້ລໍຖ້າດົນ:
“ຖ້າຢາກສະດວກແທ້ ແມ່ນໃຫ້ຕິດຕໍ່ໄປທີ່ ຕ.ມ. ທີ່ເພິ່ນປະກາດຫັ້ນນ່າ ເພິ່ນສິມີເບີໃຫ້ຕິດຕໍ່ໄປກ່ອນ ເພື່ອຈອງຄິວກັບ ເພາະວ່າມັນ ຈຶ່ງສິບໍ່ໄດ້ລໍຖ້າດົນຫັ້ນນ່າ. ຂ້າມໄດ້ມື້ລະ 150 ຄົນໄດ໋ ສະຖານທີ່ກັກໂຕບໍ່ພໍ.”
ນາງກ່າວຕື່ມວ່າ ນັບແຕ່ມີແຈ້ງການຂອງທາງການ ແຂວງສວັນນະເຂດ ກ່ຽວກັບການຈໍາກັດ ຈໍານວນຄົນງານລາວ ທີ່ຢາກກັບມາ ຈາກໄທຍນັ້ນ ຄົນງານລາວຫລາຍຄົນ ກໍປ່ຽນໄປ ຂ້າມດ່ານອື່ນ ໂດຍສະເພາະຂົວມິຕພາບ ໜອງຄາຍ-ນະຄອນຫລວງວຽງຈັນ ຍ້ອນບໍ່ຕ້ອງໄດ້ລໍຖ້າ ແລະ ຢູ່ບໍ່ໄກຈາກມຸກດາຫານ.
ຄົນງານລາວ ທີ່ກັບມາຈາກປະເທດໄທຍ ຖືກກວດພົບວ່າ ຕິດໂຄວິດ-19 ຫລາຍໃນແຕ່ລະມື້ ຊຶ່ງສ່ວນໃຫຍ່ມາຈາກ ບາງກອກ ທີ່ ທາງການ ໄທຍກໍານົດເປັນພື້ນທີ່ ທີ່ມີຄວາມສ່ຽງສູງ, ເປັນເຂດທີ່ມີຄົນຕິດເຊື້ອ ຫລາຍກວ່າໝູ່.
ຮອງເຈົ້າແຂວງແຂວງສວັນນະເຂດ ໄດ້ຣາຍງານໃນມື້ວັນທີ 4 ສິງຫາ 2021 ກ່ຽວກັບສະພາບການແຜ່ຣະບາດ ຂອງໂຄວິດ-19 ຕໍ່ຮອງ ຣັຖມົນຕຣີກະຊວງແຮງງານ ແລະ ສວັດດິການສັງຄົມ ວ່າ ມີຄົນງານລາວ ທີ່ເດີນທາງກັບຄືນມາຈາກໄທຍ ຜ່ານດ່ານສາກົລ ຂົວມິຕພາບແຫ່ງທີ 2 ໃນແຕ່ລະມື້ຫຼາຍຮ້ອຍຄົນ ດັ່ງນັ້ນຈຶ່ງເຮັດໃຫ້ ແຂວງສວັນນະເຂດ ປະສົບ ຄວາມຫຍູ້ງຍາກ ໃນເຣື່ອງການ ກະກຽມ ສະຖານທີ່ ແລະ ຂາດເຂີນງົບປະມານ ໃນການເບິ່ງແຍງດູແລຄົນງານ ທີ່ຢູ່ໃນສູນກັກຕົວ ທັງໝົດ 11 ແຫ່ງ ຊຶ່ງກໍຍັງບໍ່ ພຽງພໍ ທີ່ຈະຮອງຮັບ ຄົນງານລາວຢູ່.
ຢູ່ໃນສູນຮອງຮັບ 11 ແຫ່ງ ທີ່ວ່ານີ້ມີຄົນງານລາວ 4 ພັນປາຍຄົນ ຊຶ່ງໃນນັ້ນປະມານ 2 ພັນປາຍຄົນ ຕິດເຊື້ອໂຄວິດ-19 ແລະ ຍັງປິ່ນປົວຢູ່.