4 ບ້ານ ເມືອງສອງຄອນ ລ໊ອກດາວ

ທາງການລາວກວດພົບ ຜູ້ຕິດເຊື້ອໂຄວິດໃໝ່ ເພີ່ມອີກ 223 ຄົນ, ຈາກຜົລກວດວິເຄາະ ທັງໝົດ 1,454 ໂຕຢ່່າງ ຂອງວັນທີ 25 ກໍຣະກະດາ 2021, ຂນະທີ່ ເມືອງສອງຄອນ 4 ບ້ານ ຖືກສັ່ັງປິດ.

ວັນທີ 26 ກໍຣະກະດາ 2021, ໄດ້ມີພິທີມອບ-ຮັບ ຜູ້ທີ່ປິ່ນປົວດີ ຈາກພຍາດໂຄວິດ-19 ຈຳນວນ 28 ກໍຣະນີ ຈາກ ໂຮງໝໍ ສນາມຫຼັກ 9 ເຂດ ເສຖກິດ ພິເສດ ສວັນ-ເຊໂນ. ຂອບໃຈພາບ: ຜແນກສາທາຣະນະສຸຂ ແຂວງສວັນນະເຂດ

ທາງການລາວກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ, ຂນະທີ່ເມືອງສອງຄອນຖືກສັ່ງປິດ 4 ບ້ານ ຍ້ອນພົບເຫັນຄົນງານທີ່ກັບມາຈາກໄທຍ 1 ຄົນຕິດເຊື້ອໂຄວິດ-19 ເປັນເພດຍິງ ຫລັງຈາກຄົບກຳນົດກັກໂຕ 14 ມື້ ໃນວັນທີ 17 ກໍຣະກະດາ ຜ່ານມາ ແລ້ວທາງການສົ່ງ ກັບບ້ານຂອງນາງທີ່ ບ້ານທ່າແພ.

ໃນໄລຍະທີ່ຄົນງານຜູ້ນີ້ກັບບ້ານ ນາງກໍໄດ້ສຳພັດໃກ້ຊິດກັບຫຼາຍຄົນໃນຊຸມຊົນ ຊຶ່ງມີຄວາມສ່ຽງຈະແຜ່ເຊື້ອໃສ່ຄົນອື່ນ ທາງຂັ້ນເມືອງ ຈຶ່ງສັ່ງປິດບ້ານ 4 ບ້ານ ດັ່ງບ້ານທ່າແພ, ບ້ານໜອງຍໍ, ບ້ານໜອງເມ້ກໍລະ ແລະ ບ້ານໂນນສຳລານ, ບ່ອນທີ່ນາງໄປ-ມາ ບໍ່ໃຫ້ມີ ຄົນເດີນທາງເຂົ້າ-ອອກ ເດັດຂາດ ແລະຜູ້ໃກ້ຊິດທັງໝົດ ຈຳນວນ 2-3 ຄອບຄົວ ກໍຖືກກັກໂຕ ເພື່ອຕິດຕາມອາການ 14 ມື້.

ຫຼ້າສຸດເຈົ້າໜ້າທີ່ຂັ້ນແຂວງ ໄດ້ມາຮັບໂຕຄົນງານລາວຄົນນັ້ນໄປປິ່ນປົວຢູ່ໂຮງໝໍແຂວງແລ້ວ. ດັ່ງເຈົ້າໜ້າທີ່ກ່ຽວຂ້ອງເມືອງສອງຄອນ ທ່ານນຶ່ງກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ກໍຣະກະດາ ນີ້ວ່າ:

“ຄົນຕິດເຊື້ອໂຄວິດ-19 ອອກຈາກສູນກັກຢູ່ແຂວງເນາະກັກຄົບ 14 ມື້ແລ້ວ ກະມາສຳພັດໃກ້ຊິດແຫຼະເນາະ ກະໄດ້ລ໊ອກດາວ 2-3 ຄອບຄົວ ຈຳນວນນຶ່ງແຫຼະລ໊ອກດາວ ບ້ານທີ່ກ່ຽວຂ້ອງບ້ານທ່າແພ ຢູ່ບ້ານໜອງຍໍນີ້ ລ໊ອກດາວ ຄຸ້ມທີ່ມີສຳພັດ ແລະລ໊ອກດາວ ຄຸ້ມຕານຕິ້ວ ທີ່ຂຶ້ນກັບບ້ານໜອງເມັກ.”

ກ່ຽວກັບເຣື່ອງດັ່ງກ່າວ ຊາວບ້ານຜູ້ນຶ່ງຢູ່ເມືອງສອງຄອນ ກ່າວວ່າ ກໍຮູ້ສຶກກັງວົນໃຈ ແລະຢ້ານກົວ ຫລັງຈາກໄດ້ຍິນຂ່າວດັ່ງກ່າວ ກໍຄິດວ່າ ມີຄວາມສ່ຽງຫຼາຍ ທີ່ຈະແຜ່ເຊື້ອຕໍ່ຊຸມຊົນ ຕົນເອງກໍຕ້ອງໄດ້ຣະມັດຣະວັງ ເປັນພິເສດກ່ອນຈະໄປໃສ:

“ມັນກັ້ງວົນແຫຼະ ຢ້ານຕິດເນາະ ແຕ່ກໍປ້ອງກັນຕົນເອງ ໄປມາຄືກັນແຕ່ລະມື້ ກໍຜະເຊີນໜ້າ ປະຊາຊົນຄືກັນ ແຕ່ວ່າເຮົາກໍຕ້ອງ ຮັກສາໂຕ ເຮົາເອງຫັ້ນແຫຼະ.”

ຊາວບ້ານເມືອງສອງຄອນອີກຄົນນຶ່ງ ເວົ້າວ່າເຫັນຂ່າວແລ້່ວກໍບໍ່ຢ້ານປານໃດ ຮູ້ສຶກປົກກະຕິ ເພາະເຈົ້າໜ້າທີ່ໄດ້ສັ່ງການລ໊ອກດາວ ເຂດບ້ານດັ່ງກ່າວແລ້ວ ແລະ ຜູ້ຖືກສຳພັດໃກ້ຊິດ ໄປກັກໂຕໝົດແລ້ວ:

“ເອີຮູ້, ທັມມະຊາດນີ້ແຫຼະ ເຂົາເຈົ້າກໍບໍ່ໄດ້ໃຫ້ຄົນມາປ່້ວນປ້ຽນ ກໍບໍ່ເປັນຫຍັງ ເພິ່ນລ໊ອກດາວໄວ້ແລ້ວ ມີແຕ່ວ່າຜູ້່ໃດຢູ່ຕາມທາງແລວ ຂອງພວກຕິດເຊື້ອແມ່ນເອົາໄປກັກໂຕໝົດນ່າ ແຕ່ລະຄົນ.”

ອີງຕາມການຣາຍງານຂອງ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສວັນນະເຂດ ໃນມື້ວັນທີ 25 ກໍຣະກະດາ ຜ່ານມາວ່າ ທາງການ ແຂວງໄດ້ກະຕຽມສະຖານທີ່ກັກໂຕເພີ່ມຕື່ມ ໃຫ້ຄົນງານລາວ ທີ່ກັບມາຈາກໄທຍແລ້ວ ຢູ່ບ້ານໂນນສະອາດ ນະຄອນ ໄກສອນ ພົມວິຫານ ສາມາດຮອງຮັບ ຄົນງານລາວໄດ້ປະມານ 10 ພັນຄົນ ເພາະວ່າແຕ່ລະມື້ ມີຄົນງານລາວ ກັບມາຈາກໄທຍ ປະມານ 300 ຄົນ, ໃນນັ້ນ ກວດພົບຕິດເຊື້ອ ໂຄວິດ-19 ສູງເຖິງ 30-40 ເປີເຊັນ ນອກຈາກນັ້ນ ກໍໄດ້ຂຍາຍສູນກັກໂຕ ໃນ ເມືອງອຸທຸມພອນ, ເມືອງຈຳພອນ ແລະ ເມືອງສອງຄອນ ເມືອງລະ 1 ສູນ ນຳອີກ.

ໃນຂນະດຽວກັນ ທາງການລາວກໍກວດພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 223 ຄົນ ຈາກຜົລກວດວິເຄາະ ທັງໝົດ 1,454 ໂຕຢ່່າງ ຂອງວັນທີ 25 ກໍຣະກະດາ ໃນນັ້ນແຂວງສວັນນະເຂດ ມີຜູ້ຕິດເຊື້ອ 1,198 ຄົນ, ແຂວງຈຳປາສັກ 37 ຄົນ, ນະຄອນຫຼວງວຽງຈັນ 16 ຄົນ, ສາຣະວັນ 31 ຄົນ, ບໍຣິຄຳໄຊ 1 ຄົນ ແລະແຂວງຄຳມ່ວນ 19 ຄົນ, ດັ່ງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ແລະຕ່າງໜ້າຄະນະສະເພາະກິດປ້ອງກັນໂຄວິດ-19 ໄດ້ຖແລງຂ່າວຕໍ່ສື່ມວນຊົນໃນວັນທີ 26 ກໍຣະກະດາ ນີ້ວ່າ:

“ມື້ວານນີ້ທົ່ວປະເທດ ໄດ້ມີການເກັບໂຕຢ່າງມາກວດ ເຊື້ອໂຣຄໂຄວິດ-19 ທັງໝົດ 1,344 ໂຕຢ່າງ ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 223 ຄົນ ເຮັດໃຫ້ຜູ້ຕິດເຊື້ອສະສົມ ຮອດມື້ນີ້ຖືວ່າ ເປັນຈຳນວນ 4,985 ຄົນ.”

ກ່ຽວກັບການສັກວັກຊິນ ປ້ອງກັນໂຄວິດ-19 ຢູ່ແຂວງວຽງຈັນ ມີກຳນົດເປີດໃຫ້ສັກວັກຊິນ ປ້ອງກັນໂຄວິດ-19 ຍີ່ຫໍ້ຈອນຊັນ ແອນ ຈອນຊັນ ຕັ້ງແຕ່ວັນທີ 26 ກໍຣະກະດາ ຫາ ວັນທີ 10 ສິງຫາ ປີ 2021 ນີ້, ອີງຕາມການຣາຍງານຂອງ ດຣ. ອິນປອນ ມະນີແສງ ຫົວໜ້າສາທາຣະນະສຸກ ແຂວງວຽງຈັນ ວ່າທາງສູນກາງໄດ້ແບ່ງປັນ ວັກຊິນຍີ່ຫໍ້ດັ່ງກ່າວ ໃຫ້ແຂວງວຽງຈັນ ຈຳນວນ 80 ພັນໂດສ ເບື້ອງຕົ້ນຈະສັກໃຫ້ກຸ່ມເປົ້າໝາຍຄື; ຜູ້ອາຍຸ 18 ປີ, ຜູ້ສຸງອາຍຸ 60 ປີຂຶ້ນໄປ ທີ່ມີໂຣຄປະຈຳໂຕ ແລະຜູ້ທີມີການພົວພັນກັບຊຸມຊົນ ໂດຍກຳນົດເອົາໂຮງໝໍ ຕ່າງໆ ເປັ່ນບ່ອນບໍຣິການ:

”ເພິ່ນລົງຂ່າວຢູ່ວ່າ ເພິ່ນຊີ່ເຣີ່ມໃຫ້ລົງທະບຽນ ວັນທີ 26 ຫັ້ນນ່າ ເພາະວ່າກໍເຫັນຜູ້ໃດ ກໍສົນໃຈຢາກສັກຢູ່ຫັ້ນນ່າ ເບື້ອງຕົ້ນກໍແມ່ນ ໂຮງໝໍແຂວງ ໂຮງໝໍເມືອງຫັ້ນແຫຼະ.”

ອີງຕາມການຣາຍງານ ຂອງ ຄະນະສະເພາະກິດ ປ້ອງກັນໂຄວິີດ-19 ໃນວັນທີ 26 ກໍຣະກະດາ ມາຮອດປັດຈຸບັນ ມີຜູ້ໄດ້ຮັບການ ວິເຄາະຫາເຊື້ອໂຄວິດ-19 ແລ້ວ 338,982 ຄົນ ໃນນັ້ນພົບຜູ້ຕິດເຊື້ອ ສະສົມ 4,985 ຄົນເສັຽຊີວິດ 5 ຄົນ ປົວເຊົາ 2,634 ຄົນ ແລະ ຍັງປີ່ນປົວຢູ່ໂຮງພຍາບານ 2,346 ຄົນ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org