ຊາວບ້ານຖືກພັຍນໍ້າຖ້ວມ ພົບບັນຫາ ສຸຂພາບ
ຊາວບ້ານ ໃນເຂດ ປະສົບພັຍ ນໍ້າຖ້ວມ ຢູ່ ແຂວງ ສວັນນະເຂດ ເຣີ້ມ ເປັນພຍາດ ຜີວໜັງ ແລະ ຕາແດງ.
-
ໄຊຍາ
2020-10-23 -
-
-
Your browser doesn’t support HTML5 audio
ປັດຈຸບັນຊາວບ້ານ ໃນເຂດປະສົບພັຍນໍ້າຖ້ວມ ໃນ 8 ເມືອງ ຢູ່ ແຂວງສວັນນະເຂດ ເຣີ້ມພາກັນປ່ວຍເປັນພຍາດ ຜີວໜັງອອກຕຸ່ມ ແລະ ຕາແດງ ຍ້ອນສັມພັດກັບນໍ້າຖ້ວມໂດຍກົງ. ໂດຍທາງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງ ໄດ້ສົມທົບກັບເຈົ້າໜ້າທີ່ ສາທາຣະນະສຸກ ແຕ່ລະເມືອງເພື່ອຕິດຕາມ ປີ່ນປົວ ໃຫ້ແກ່ຊາວບ້ານ ທີ່ໄດ້ຮັບຜົລກະທົບ ແລະ ພ້ອມນໍາຜູ້ທີ່ມີອາ ການເຈັບຮຸນແຮງ ນຳສົ່ງໂຮງໝໍ ໃກ້ຄຽງ. ດັ່ງເຈົ້າໜ້າທີ່ ຜແນກສາທາຣະນະສຸກ ແຂວງ ສວັນນະເຂດ ໄດ້ກ່ວຕໍ່ເອເຊັຽເສຣີ ໃນວັນທີ 23 ຕຸລາ 20 ວ່າ:
"ເຣີ້ມມີແລ້ວພຍາດເນາະ ສ່ວນຫຼາຍກໍແມ່ນພຍາດທາງຜີວໜັງຫັ້ນແຫຼະ ພວກນໍ້າຄັນພວກນີນ້າ ນໍ້າກັດທ້າວອີຫຍັງພວກນີ້ນ່າ. ກາຊິມີຈັງຊີ້ ເນາະແລ້ວກໍຕາແດງ ຢູ່ເມືອງເຊໂປນ ມີ 62 ກໍຣະນີ ທີ່ວ່າຣາຍງານ ເຂົ້າມາເນາະຍັງບໍ່ທັນຮູ້ວ່າ ຍ້ອນນໍ້າຂະເຈົ້າດື່ມ ທີ່ບໍ່ສະອາດອິຫຍັງ ຫັ້ນບໍ່ ດຽວນີ້ທາງທີມງານ ພາກສນາມ ພວກເຮົາຫັ້ນຍັງບໍ່ສາມາດ ເອົາຂໍ້ມູນໄດ້ຣະອຽດເທື່ອເນາະ."
ປັດຈຸບັນໃນເມືອງເຊໂປນ ຊາວບ້ານໃນເຂດນໍ້າຖ້ວມສ່ວນຫຼາຍ ພາກັນເປັນພຍາດຕີນເປື່ອຍ ກັບໄຂ້ຫວັດ ແລະ ອີກບາງສ່ວນກໍເຣີ້ມເຈັບ ຖອກທ້ອງກັບຕາແດງ. ແຕ່ຍັງບໍ່ທັນສະຫຼຸບໄດ້ວ່າ ມີຄົນເຈັບເທົ່າໃດ. ດັ່ງເຈົ້າໜ້າຫ້ອງການ ສາທາຣະນະສຸກເມືອງເຊໂປນ ກ່າວຕໍ່ເອເຊັຽ ເສຣີວ່າ:
"ສ່ວນຫຼາຍແມ່ນຕີນເປື່ອຍແລະກາໄຂ້ຫວັດໄຂ້ຫວັດໃຫຍ່ ເຮົານີ້ແຫຼະ ກາມີຖອກທ້ອງຕາແດງນໍາສຸກສາລາ ທີ່ວ່າຖືກກະທົບໜັກມີ 4 ແຫ່ງ ຖືວ່າຍາກການເຄື່ອນໄຫວຍ້າຍ ແມ່ນວ່າມັນມີນໍ້າຊັນເດ້ເຂດຫ່າງໄກ ມາຫາເມືອງລະແມ່ນຍາກ ເພາະວ່າເສັ້ນທາງມັນ ຕັດການສັນຈອນ."
ນັບແຕ່ເກີດເຫດນໍ້າຖ້ວມ ຢູ່ ແຂວງສວັນນະເຂດ ທາງໜ່ວຍກູ້ພັຍ ໄດ້ສົ່ງເຈົ້າໜ້າທີ່ ລົງຊ່ອຍເຫຼືອຊາວບ້ານ ຢູ່ເມືອງຕ່າງໆ ເຖີງແມ່ນວ່ານໍ້າ ຈະຖ້ວມໜັກແຕ່ໜ່ວຍກູ້ພັຍ ທີ່ອາສາລົງໄປຊ່ອຍປະຊາຊົນ ແມ່ນບໍ່ພົບຄວາມຫຍຸ້ງຍາກປານໃດ. ດັ່ງເຈົ້າໜ້າທີ່ ກູ້ພັຍນະຄອນຫຼວງວຽງຈັນ ໄດ້ກ່າວວ່າ:
"ກາບໍ່ຍາກປານໃດ ຖ້າເຮົາມີຣົດສູງ ຣົດຫຍັງ ມັນກາສະດວກຢູ່ຫັ້ນນ່າ ເພາະວ່າມັນກຳລັງຂື້ນຊ່ວງນີ້ ນໍ້າລົງແດ່ຂື້ນແດ່ບາງສາຍກາຂຶ້ນ ບາງສາຍກາຫຼຸດລົງຫຼາຍ ໜ່ວຍງານກາມີປະສົບການ ຫຍັງແລ້ວ ລົງໄປກາເຕັມທີ່ເລີຍ."
ໃນຂນະທີ່ຜູ້ສັບພັຍຍັງຕ້ອງການຄວາມຊ່ອຍເຫຼືອ ຈຳນວນຫຼາຍເຊັ່ນ ນໍ້າດື່ມ, ອາຫານ, ເຄື່ອງນຸ່ງຮົ່ມ, ຢາປົວພຍາດເປັນຕົ້ນ ນຶ່ງໃນນັ້ນ ກໍ່ມູນນິທິຊ່ອຍເຫຼືອ ຜູ້ປະສັບພັຍໄດ້ລົງ ໄປມອບເຄື່ອງໃຫ້ ປະຊາຊົນ ຜູ້ປະສົບພັຍໃນ 8 ເຂດ ທັງນໍ້າ, ອາຫານ, ຢາປົວພຍາດ. ດັ່ງ ເຈົ້າໜ້າທີ່ມູນນິທິ ໄດ້ກ່າວວ່າ:
"ຕອນນີ້ແມ່ນກຳລັງຊິລົງໄປຊົນບູລີ ກັບເມືອງສອງຄອນເຣື່ອງການ ເດີນທາງຄັນໄປຊົນບູລີ ນີ້ຍາກແຕ່ວ່າຣົດ ເຮົາມັນໄປໄດ້ເຮົາຄິດວ່າ ພະຍຸຊິເຂົ້າອີກວັນທີ 25 ນີ້ ຊິໄດ້ເອົາເຄື່ອງບັນດາ ທີ່ວ່າຣົດໄປບໍ່ໄດ້ ຫັ້ນນະລະແມ່ນຣົດເຮົາແມ່ນ ຣົດທະຫານເດ້."
ສ່ວນສະພາບໃນເມືອງເຊໂປນ ຜູ້ປະສັບພັຍບ້ານມັນຈີ່ ເມືອງເຊໂປນ ກໍກຳລັງຍ້າຍໄປຢູ່ ໂຮງຮຽນ ເຊີ່ງເປັນສູນພັກຊົ່ວຄາວ ເພື່ອຄວາມ ປອດພັຍເຖີງວ່ານໍ້າ ບາງເຂດຂອງເມືອງເຊໂປນ ຈະບົກລົງແລ້ວແຕ່ ທາງການເຕືອນເຫດການ ຍັງບໍ່ປົກກະຕິ ຈື່ງຕ້ອງມາຢູ່ຈຸດປອດພັຍ ກ່ອນ. ດັ່ງຊາວບ້ານໄດ້ກ່າວວ່າ:
"ຊາວບ້ານເຮົາຍ້າຍໄປຢູ່ໃນ ທາງໂຮງຮຽນນີ້ເດ້ ເຮືອນຖ້ວມຫັ້ນ 28 ຫຼັງ ຄາຈົົມຮອດພື້ນ ປະມານໄດ້ 10 ປາຍນີ້ແຫຼະ. ເພີ່ນຍັງບໍ່ທັນໄດ້ ຊ່ອຍດຽວນີ້ຫັ້ນໄປຊ່ອຍຢູ່ ບ່ອນບ້ານໜັກໆກ່ອນຫັ້ນນ່າຕ້ອງການ ແລ້ວເນາະກັນເວລາອັນສຸກເສີນນີ້ເປັນນໍ້າ, ໝີ້ເບາະເປັນອັນນັ້ນເນາະ."
ຫຼ້າສຸດເມື່ອວັນທີ 23 ຕຸລາ 20 ຜ່ານຜແນກແຮງງານ ແລະ ສວັດດີການສັງຄົມ ແຂວງສວັນນະເຂດ ໄດ້ສະຫຼຸບຜົລເສັຍຫາຍ ຈາກການ ສຳຣວດ ໃນເບື້ອງຕົ້ນຈາກ 8 ເມືອງ ຖືກນໍ້າຖ້ວມມີ 149 ບ້ານ, ມີຜູ້ ປະສົບພັຍໄດ້ຮັບ ຜົລກະທົບ 10,000 ປາຍຄອບຄົວ, ພົລເມືອງ 52,000 ປາຍ ຄົນ, ສ່ວນບ້ານທີ່ໄດ້ຍ້າຍໄປຢູ່ ສູນພັກຊົ່ວຄາວ ມີ 68 ບ້ານ ໂດຍທາງການ ເມືອງໄດ້ຈັດອາຄານໂຮງຮຽນ ໃຫ້ປະຊາຊົນ ພັກຊົ່ວຄາວ.
ນອກຈາກນີ້ມີຜູ້ເສັຽຊີວິດ 1 ຄົນ ຢູ່ເມືອງເຊໂປນ ໂດຍອີງຕາມການບອກເລົ່າ ຂອງໜ່ວຍກູ້ພັຍແຂວງສວັນນະເຂດ ວ່າຜູ້ຕາຍ ນັ້ນບໍ່ແມ່ນ ຕາຍຍ້ອນນໍ້າຖ້ວມ ແຕ່ຍ້ອນພຍາດຜູ້ກ່ຽວ. ໃນນີ້ມີເຮືອນເປ່ເພ່ 86 ຫຼັງ, ນໍ້າຖ້ວມວັດ 17 ແຫ່ງ, ເຮືອເສັຽຫາຍ 46 ລຳ, ເນື້ອທີ່ທໍາການ ຜລິດຖືກນໍ້າຖ້ວມ 25,000 ເຮັກຕ້າ, ໄມ້ອຸດສະຫະກັມ 7 ພັນຕົ້ນ, ສວນພືດພັກຕ່າງໆ ຫຼາຍກ່ວາ 400 ເຮັກຕ້າ, ສັດລ້ຽງຕາຍ 2 ພັນໂຕ, ຊົລປະທານ ເປ່ເພ 23 ແຫ່ງ, ຖົນົນຫົນທາງເສັຍຫາຍ 37 ແຫ່ງ, ຂົວ 6 ແຫ່ງໃນ 6 ເມືອງ, ໂຮງຮຽນ 112 ແຫ່ງໄດ້ຢຸດການຮຽນ ການສອນຊົ່ວຄາວ ແລະ ໄຟຟ້າບໍ່ສາມາດຈ່າຍໄຟຟ້າ ໄດ້ໃນ 3 ເມືອງ.