ແຂວງທີ່ໂຄວິດ-19 ບໍ່ຣະບາດ ໂຮງຮຽນ ເປີດໄດ້
2021.05.21
ກະຊວງສຶກສາທິການ ແລະ ກິລາ ແຈ້ງໃຫ້ບາງແຂງ ທີ່ບໍ່ມີການລະບາດ ຂອງໂຄວິດ-19 ສາມາດເປີດການຮຽນ-ການສອນໄດ້ໃນ ຂນະທີ່ບາງແຂວງຍັງຕ້ອງສືບຕໍ່ ປິດການຮຽນ- ການສອນ.
ກະຊວງສຶກສາທິການ ແລະກິລາ ອອກແຈ້ງການເລກທີ 470/ສສກ ລົງວັນທີ 20 ພຶສພາ 2021 ໃນບາງແຂວງທີ່ບໍ່ມີການຣະບາດ ຂອງ ໂຄວິດ-19 ໃນຊຸມຊົນ 14 ວັນຜ່ານມາ ສາມາດເປີດຮຽນຊັ້ນ ປໍ5, ມໍ4 ແລະ ມໍ7 ໄດ້ທັນທີສ່ວນວ່າ ແຂວງທີ່ຍັງມີການຣະ ບາດ ແມ່ນໃຫ້ສືບຕໍ່ ໂຈະການຮຽນ-ການສອນຊົ່ວຄາວ ທຸກຊັ້ນ ຈົນເຖີງວັນທີ 4 ມິຖຸນາ 2021.
ແຂວງອັດຕະປື ເປັນແຂວງທີ່ບໍ່ພົບຜູ້ຕິດເຊື້ອ ໂຄວິດ-19 ມີແຜນຈະເປີດການຮຽນການສອນ ຫລັງຈາກວັນທີ 4 ມິຖຸນາ 2021 ແລະ ຈະມີການເສັງຈົບຊັ້ນ ປໍ5, ມໍ4 ແລະ ມໍ7 ຖ້າວ່າ ຈຳນວນຜູ້ຕິດເຊື້ອໂຄວິດ-19 ຢູ່ແຂວງໃກ້ຄຽງ ຫລຸດລົງ. ເຈົ້າໜ້າທີ່ຜແນກສຶກສາ ທິການ ແລະ ກິລາ ແຂວງອັດຕະປື ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 21 ພຶສພາ ວ່າ:
"ລໍເບິ່ງແຕ່ ປໍ5, ມໍ4 ແລະ ມໍ7 ຖ້າວ່າເພິ່ນ ເພິ່ນຈະໃຫ້ສືບຕໍ່ອັນມີ ມາຕການໄປອີກ 15 ວັນ ຮອດ ວັນທີ 4 ມິຖຸນາ ເນາະ ຖ້າວ່າ ມັນຫາກສະພາບການຣະບາດ ຂອງໂຄວິດ-19 ມັນເບົາບາງລົງແລ້ວ ເຮົາຈັ່ງໃຫ້ເປີດການຮຽນ ການສອນ ປ5, ມໍ4 ແລະ ມໍ7 ຫັ້ນ ເນາະ ຟັງເບິ່ງສະເພາະກິດ ແລະກໍເບິ່ງການແຜ່ລະບາດນີ້ແຫຼະ ຖ້າວ່າຢູ່ເຂດໃກ້ຄຽງ ຈຳປາສັກ ນີ້ມັນຫາກເບົາບາງລົງ ກໍຊິປະມານ ເດືອນ ມິຖຸນາ ພຸ້ນແຫຼະ ຈະສືບຕໍ່ການຮຽນໜ້ອຍນຶ່ງ ແລະ ກໍຈະຈັດການສອບເສັງນີ້ແຫຼະ."
ໃນຂນະທີ່ ເຈົ້າໜ້າທີ່ ຜແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ກ່າວວ່າສະຖານະການປັດຈຸບັນ ແຂວງ ຫົວພັນ ກໍຍັງລໍຖ້າ ຄຳສັ່ງຂອງເຈົ້າແຂວງ ວ່າ ຈະເປີດການຮຽນ- ການສອນ ຫລື ບໍ່ເປີດ.
"ໂອ້ຍັງລໍຖ້າ ເຈົ້າແຂວງ ເພິ່ນອອກຄຳສັ່ງແນະນຳກ່ອນ ຍັງລໍຖ້າ ຄັນເຈົ້າແຂວງບອກວ່າ ເຫັນດີເປີດ ກໍຊິເປີດເຈົ້າແຂວງບອກວ່າ ໃຫ້ໂຈະກ່ອນຊິໄດ້ໂຈະ ລໍຖ້າເຈົ້າແຂວງວ່າແນວໃດ ດຽວນີ້ ກໍຖືວ່າ ຍັງປິດ [ການຮຽນ-ການອນ] ຢູ່ ແຫຼະ."
ແຂວງບໍ່ແກ້ວມີຜູ້ຕິດເຊື້ອໂຄວິດ-19 ຂຍາຍໄປ 3 ເມືອງແລ້ວ ຄືເມືອງຕົ້ນເຜິ້ງ ເມືອງຫ້ວຍຊາຍ ແລະເມືອງປາກທາ ໃນຂນະທີ່ ຜແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ຍັງລໍຖ້າຄະນະສະເພາະກິດ ຄົ້ນຄວ້າ ແລະ ພິຈາຣະນາ ວ່າຈະສືບຕໍ່ປິດ ຫລື ເປີດ ການຮຽນການສອນ ຊຶ່ງຄາດວ່າ ໃນວັນທີ 24 ພຶສພາ ຈະມີການແຈ້ງການຈາກ ພາກສ່ວນ ກ່ຽວຂ້ອງ ໄປຫາພະແນກສຶກສາທິການ ແລະ ກິລາ ແຂວງ. ເຈົ້າໜ້າທີ່ຜແນກສຶກສາທິການ ແລະ ກິລາ ແຂວງບໍ່ແກ້ວ ໄດ້ກ່າວວ່າ:
"ລໍຖ້າຄະນະສະເພາະກິດຂັ້ນແຂວງ ເພິ່ນປະຊຸມ ຄົ້ນຄວ້າ ຂັ້ນເທິງ ເພິ່ນອະນຸມັດມາແນວໃດ ແຈ້ງມາແນວໃດ ເຮົາຈຶ່ງ ປະຕິບັດ ແນວນັ້ນ ເພາະວ່າເຮົາຊິເລື່ອງປິດເລື່ອງບໍ່ປິດ ມັນຊິຂຶ້ນກັບຂັ້ນເທິງເນາະ ຄື ຊິແມ່ນມື້ນີ້ແຫຼະ ມື້ແລງນີ້ແຫຼະ ເພິ່ນຊິສົ່ງຫາແຕ່ລະ ເມືອງ ຫລືວ່າ ເພິ່ນສົ່ງມາກໍຊິແມ່ນ ວັນຈັນ ປະຕິບັດຕາມແຈ້ງການ."
ອາຈານ ຢູ່ໂຮງຮຽນມັທຍົມສຶກສາ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກ່າວວ່າ ໂຮງຮຽນມີຄວາມພ້ອມຕໍ່ ມາຕການສະກັດກັ້ນ ແລະ ປ້ອງກັນການແຜ່ຣະບາດ ຂອງໂຄວິດ-19 ຖ້າ ແຂວງສັ່ງໃຫ້ເປີດການຮຽນ-ການສອນ ອີກຄັ້ງ ກໍຈະໃຫ້ນັກຮຽນ ໃສ່ຜ້າອັດປາກ-ດັງ, ນັ່ງຫ່າງກັນ ແລະ ມີເຈວລ້າງມື ໃຫ້ນັກຮຽນ.
"ເພາະວ່າ ເຮົາກໍປະຕິບັດຕາມມາຕການ ໂຕເກົ່າ ໃຫ້ນັກຮຽນ ໃສ່ຜ້າອັດປິດປາກເນາະ ແລະ ກໍນັ່ງຫ່າງກັນ ໂຕະລະ 2 ຄົນ ຄັນຖ້າ ຫາກວ່າເລີ່ມມາເປີດໂຮງຮຽນປົກກະຕິ ກ່ອນເຂົ້າຫ້ອງ ກໍຈະມີເຈວລ້າງມື ຕັ້ງຢູ່ໜ້າຫ້ອງເນາະ."
ຢູ່ແຂວງເຊກອງ ພາກໃຕ້ຂອງລາວ ກໍປິດການຮຽນການສອນມາໄດ້ 1 ເດືອນແລ້ວ ແລະ ພໍ່ແມ່ຜູ້ປົກຄອງ ກໍມີຄວາມກັງວົນວ່າລູກ ຂອງຕົນເອງຈະຮຽນບໍ່ໄດ້ ເຕັມເມັດເຕັມໜ່ວຍ. ຜູ້ປົກຄອງນັກຮຽນ ຊັ້ນປະຖົມສຶກສາ ຢູ່ແຂວງເຊກອງ ໄດ້ກ່າວວ່າ:
"ເພິ່ນກໍປິດຕາມແຈ້ງການ ຂອງນາຍົກຫັ້ນແຫຼະ ມັນກໍບໍ່ຊ່າງຊິວ່າ ມັນກໍຊິເດັກນ້ອຍ ມັນພັກໂຮງຮຽນຄົນມັນ ກໍຊິບໍ່ປານໃດຫັ້ນແຫຼະ ຮຽນກໍບໍ່ໄດ້ຮຽນ ມີແຕ່ເຂົາເຈົ້າກໍພັກ ກໍມີແຕ່ວ່າ ຖ້າເບິ່ງວ່າເພິ່ນຊິ ປົດລ໊ອກແນວໃດ."
ນັກສຶກສາປີທີ 3 ຂອງ ມະຫາວິທະຍາໄລແຫ່ງຊາດ ໄດ້ກ່າວວ່າ ຖ້າເປັນໄປໄດ້ ກໍຢາກໃຫ້ທາງການເປີດ ການຮຽນ-ການສອນ ຍ້ອນວ່າ ການຮຽນທາງອອນລາຍ ບໍ່ໄດ້ຄຸນນະພາບ.
"ຖ້າມັນເປັນໄປໄດ້ນະ ກໍເປີດໂຮງຮຽນ ກໍດີເດ້ ເພາະວ່າ ຄື ເຂົາເຈົ້າຮຽນອອນລາຍເນາະ ຄືບາງຄົນ ຍັງບໍ່ຄ່ອຍຮູ້ດີປານໃດ ເລື່ອງພວກແບບນີ້ຫັ້ນນ່າ ບາງເທື່ອອາດຈະເປັນ ສັນຍານ ອິນເຕີເນັດບໍ່ ຫລືວ່າ ເບື້ອງຄ່າອິນເຕີເນັດແດ້ ຈັ່ງຊິນ່າ ຄັນວ່າ ເດັກນ້ອຍປະຖົງ ເຂົາເຈົ້າກໍບໍ່ຮູ້ຈັກດອກ ຢ່າງໜ້ອຍ ກໍໄດ້ລົງຕົວຈິງຫລາຍກວ່າ ມັນຈັ່ງຊິດີ."
ອີງຕາມການລາຍງານຂ່າວ ຂອງສຳນັກຂ່າວວຽງຈັນທາມສ໌ ໃນວັນທີ 21 ພືສພາ 2021, ພົບວ່າ ການສອບເສັງເລື່ອນຊັ້ນ ຂອງ ໂຮງຮຽນປະຖົມສຶກສາ ແລະ ມັທຍົມສຶກສາ ມີຄວາມເປັນໄປໄດ້ ທີ່ຈະຖືກຍົກເລີກ ຍ້ອນ ການແຜ່ຣະບາດ ຂອງໂຄວິດ-19 ຍົກເວັ້ນການສອບເສັງຈົບຊັ້ນ ຂອງນັກຮຽນຊັ້ນ ປໍ5, ມໍ4 ແລະ ມໍ7 ໂດຍ ກົມສາມັນສຶກສາ ເປັນຜູ້ສເນີເຖິງ ກະຊວງສຶກສາທິການ ແລະ ກິລາ ເພື່ອພິຈາຣະນາ.