ສປຊ ຊ່ອຍເຫຼືອອາຫານໃນ ແຂວງ ພາກໃຕ້
2014.07.10
ໂຄງການ ກອງທຶນ ເພື່ອ ພັທນາ ການກະເສດ ສະຫະປະຊາຊາດ ມີແຜນການ ຈະຊ່ອຍເຫລືອ ທາງດ້ານ ອາຫານ ການກິນ ແກ່ ເມືອງທຸກຍາກ ທີ່ສຸດ ໃນເຂດ ພາກໃຕ້ ຂອງລາວ.
ໃນໂຄງການ ດັ່ງກ່າວ ຈະແນ່ໃສ່ 5 ເມືອງ ໃນສາມ ແຂວງພາກໃຕ້ ດັ່ງ ເມືອງ ພູວົງ ແລະ ເມືອງຊານໄຊ ທີ່ ແຂວງ ອັດຕະປື, ເມືອງດັກຈືງ ທີ່ ແຂວງເຊກອງ, ເມືອງ ຕະໂອ້ຍ ແລະ ສມຸຍ ທີ່ ແຂວງ ສາຣະວັນ. 5 ເມືອງ ດັ່ງກ່າວ ເປັນເມືອງ ທີ່ ທຸກຍາກ ກວ່າຫມູ່ ໃນລາວ ປະຊາຊົນ ສ່ວນໃຫຍ່ ເປັນ ຊົນເຜົ່າ ອາສັຍຢູ່ຕາມ ພູພຽງ ແລະ ດິນ ສູງ ເນື້ອທີ່ ສ່ວນໃຫຍ່ ເປັນເຂດ ຫ່າງໄກ ສອກຫລີກ ແລະ ຕັດຂາດ ຈາກ ພາຍນອກ ການ ຄົມມະນາຄົມ ໄປມາ ຫາສູ່ ກໍລຳບາກ ການເຮັດໄຮ່ ເຮັດນາ ບໍ່ກຸ້ມ ຢູ່ກຸ້ມກິນ ຂາດ ຄວາມປອດພັຍ ທາງດ້ານ ອາຫານ ການກິນ ໃນ ແຕ່ລະປີ ເຮັດໃຫ້ມີ ການເສັຍ ຊີວີດສູງ ຍ້ອນຂາດ ສານອາຫານ ແລະ ຄຸນນະພາບ ຂອງ ຊີວິດ.
ສປປລາວ ມີເມືອງ ທີ່ທຸກຍາກ ຫລາຍ ກວ່າຫມູ່ ໃນເຂດ ພາກໃຕ້ ສ່ວນໃຫຍ່ ແມ່ນ ຢູ່ ແຂວງ ສາຣະວັນ ອັດຕະປື ແລະ ເຊກອງ ຍ້ອນວ່າ ແຂວງ ດັ່ງກ່າວ ບໍ່ມີການ ພັທນາ ທາງດ້ານ ເສຖກິດ ຫລາຍ ປານໃດ. ປະຊາຊົນ ສ່ວນຫລາຍ ເປັນຊົນເຜົ່າ ບໍ່ຮູ້ຫນັງສື ປະກອບ ອາຊີບ ດ້ວຍການ ເຮັດໄຮ່ ເຮັດນາ ແຕ່ກໍຍັງ ບໍ່ກຸ້ມກີນ ຍ້ອນຣະບົບ ການເຮັດນາ ບໍ່ຖືກ ພັທນາ ດັ່ງແຂວງ ອື່ນໆ.