ລາວໄດ້ການຊ່ອຍເຫຼືອຄວບຄຸມ ໂຄວິດ-19
2020.05.15
ໃນໄລຍະເຊື້ອພຍາດ ໂຄວິດ-19 ຣະບາດ ຈາກປະເທດຈີນ ມາເຖິງ ປະເທດລາວ ເປັນຕົ້ນນັບຕັ້ງແຕ່ເດືອນກຸພາ 2020 ມານີ້ ລາວໄດ້ຮັບ ການຊ່ອຍເຫຼືອຈາກອົງການຈັດຕັ້ງສາກົນ,ຈາກປະເທດຕ່າງໆ ຮວມທັງ ສະຫະຣັຖ ອາເມຣິກາ ແລະ ບໍຣິສັດ ຫ້າງຮ້ານຢູ່ລາວ ທັງເງິນ, ທັງ ອຸປກອນ, ເຄື່ອງມືປ້ອງກັນການຣະບາດ ຂອງ ພຍາດໂຄວິດ-19 ຮວມທັງຜ້າອັດປາກ ອັດດັງ ແລະ ອາຫານການກິນເພື່ອຊ່ອຍ ບັນເທົາ ຄວາມອຶດຢາກຂອງປະຊາຊົນລາວ ແຕ່ເຄື່ອງຊ່ອຍເຫລືອນັ້ນ ໄປເຖິງປະຊາຊົນຫລືບໍ່. ໃນຂນະທີ່ຣັຖບານລາວ ອອກມາຕການຫລາຍຢ່າງ ຮວມທັງ ບໍ່ໃຫ້ຜູ້ຄົນອອກຈາກເຮືອນ ຖ້າບໍ່ຈໍາເປັນແທ້, ປິດບ້ານ, ປິດເມືອງ, ປິດແຂວງ ແລະ ປິດປະເທດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການຣະບາດ ຂອງ ເຊື້ອພຍາດ ໂຄວິດ-19.
ໃນມື້ວັນທີ 11 ພຶສພາ ນີ້ ທ່ານ ສົມດີ ດວງດີ ຮອງ ນາຍົກຣັຖມົນຕຣີ, ຫົວໜ້າ ຄນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມແລະແກ້ໄຂ ການຣະບາດຂອງພຍາດ ໂຄວິດ-19 ກໍໄດ້ຮັບເງິນຊ່ອຍເຫລືອ ຈໍານວນ 6 ແສນໂດລາ ສະຫະຣັຖ ຈາກທ່່ານ ຊິນ ຊອງຊຸນ ທູດເກົາ ຫລີໃຕ້ ປະຈໍາລາວ ແລະ ຈາກທະນາຄານແຫ່ງ ປະເທດຈີນ ສາຂາ ນະຄອນຫລວງວຽງຈັນ ອີກ 500 ລ້ານກີບ.
ແລະໃນມື້ວັນທີ 13 ພຶສພານີ້ ກໍມີຂ່າວວ່າ ບໍຣິສັດລ້ານຊ້າງມີເນໂຣນ ບໍ່ຄໍາແລະທອງເຊໂປນ ກໍໄດ້ຊ່ອຍອຸປກອນ ແລະເຄື່ອງມືປ້ອງກັນ ການຣະບາດຂອງພຍາດໂຄວິດ-19 ຕື່ມອີກເປັນຄັ້ງທີ 2 ແກ່ເມືອງ ວິລະບູລີ ມູນຄ່າ 101,500,000 ກີບ ແລະ ໃຫ້ແຂວງສວັນນະເຂດ ອີກເປັນມູນຄ່າ ປະມານ 180,000,000 ກີບ ເພື່ອແຈກຢາຍໃຫ້ ຜູ້ມີສ່ວນຫລັກ ແລະຊຸມຊົນໃນເຂດ ທີ່ຕັ້ງຂອງໂຄງການຂຸດຄົ້ນບໍ່ຄໍາ ແລະທອງເຊໂປນ ໃນການຕ້ານການຣະບາດຂອງພຍາດ ໂຄວິດ-19 ຊຶ່ງເມື່ອຄັ້ງທໍາອິດ ແມ່ນຊ່ອຍອຸປກອນການແພດ ອັນມີທັງໜ້າກາກ ອະນາມັຍ, ເຄື່ອງກວດອຸນນະພູມຮ່າງກາຍ, ນໍ້າຢາລ້າງມື, ເຄື່ອງພົ່ນ ຢາຂ້າເຊື້ອດ້ວຍໄຟຟ້າ ແລະ ນໍ້າຢາຂ້າເຊື້ອມູນຄ່າ 140,000,000 ກີບ ໃຫ້ແກ່ເມືອງ ແລະ ແຂວງດັ່ງກ່າວ ຊຶ່ງ ທ່ານ ສະໝານ ອະເນກາ ຜູ້ອໍານວຍການໃຫຍ່ ຂອງ ບໍຣິສັດດັ່ງກ່າວເວົ້າວ່າ:
“ທາງບໍຣິສັດຫວັງເປັນຢ່າງຍິ່ງວ່າ ອຸປກອນ ແລະເຄື່ອງມື ທີ່ຈໍາເປັນເຫລົ່ານີ້ ຈະປະກອບສ່ວນເຂົ້າໃນການຕໍ່ສູ້-ຮັບມື ກັບການຣະບາດ ຂອງພຍາດ ໂຄວິດ-19."
ເພື່ອຂໍຮູ້ກ່ຽວກັບວ່າ ການຊ່ອຍເຫລືອ ທັງ 2 ຄັ້ງ ທີ່ບໍຣິສັດລ້ານຊ້າງມີເນໂຣນ ບໍ່ຄໍາແລະທອງເຊໂປນ ໄດ້ຊ່ອຍອຸປກອນການແພດ ອັນມີ ທັງໜ້າກາກ ອະນາມັຍ, ເຄື່ອງກວດອຸນ ນະພູມຮ່າງກາຍ, ນໍ້າຢາລ້າງມື, ເຄື່ອງພົ່ນຢາຂ້າເຊື້ອດ້ວຍໄຟຟ້າ ແລະ ນໍ້າຢາຂ້າເຊື້ອ ແລະເຄື່ອງ ມືປ້ອງກັນ ການຣະບາດຂອງພຍາດ ໂຄວິດ-19 ແກ່ ເມືອງ ວິລະບູລີ ແລະແຂວງສວັນນະເຂດ ມູນຄ່າລວມກັນປະມານ 281,500,000 ກີບ ເພື່ອ ແຈກຢາຍໃຫ້ຜູ້ມີສ່ວນຮ່ວມຫລັກ ແລະຊຸມຊົນເຈົ້າພາບ ຊຶ່ງເປັນທີ່ຕັ້ງຂອງໂຄງການຂຸດຄົ້ນບໍ່ຄໍາ ແລະທອງເຊໂປນ ໃນການຕ້ານ ການຣະບາດ ຂອງ ພຍາດ ໂຄວິດ-19 ນັ້ນ ໄປເຖິງຜູ້ທີ່ວ່າຈະໄດ້ຮັບ ຕາມຈຸດປະສົງ ຂອງບໍຣິສັດແລ້ວຫລືບໍ່ ແລະທາງບໍຣິສັດມີແຜນທີ່ຈະ ຊ່ອຍເຂດອື່ນໆ ອີກແດ່ບໍນັ້ນ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ຖາມໄປຍັງທ່ານ ສອນປະເສີດ ນີຣັດໃສ ຫົວໜ້າສື່ສານ ແລະປະຊາສໍາພັນ ຂອງ ບໍຣິສັດດັ່ງກ່າວ ໄດ້ຮັບຄໍາຕອບວ່າ ເຄື່ຶອງຊ່ອຍເຫລືອ ແມ່ນໄດ້ມອບໂດຍກົງ ໃຫ້ຄະນະສະເພາະກິດ ຂອງຂັ້ນເມືອງ ແລະແຂວງ; ຜູ້ມີສ່ວນຮ່ວມຫລັກ ແລະຊຸມຊົນເຈົ້າພາບ ໄດ້ຮັບເຄື່ອງຊ່ອຍເຫລືອນັ້ນແລ້ວ ເປັນອຸປກອນຮັບໃຊ້ ແລະເງິນສົດ ແລະວ່າ ໃນໝໍ່ໆນີ້ ກໍຈະສນັບສນູນສູນວິເຄາະ ແລະຣະບາດວິທຍາ ກະຊວງສາທາຣະນະສຸຂ ເປັນອຸປກອນການແພດ ແລະ ນໍ້າຢາກວດຫາເຊື້ອ ໂຄວິດ-19.
ເວົ້າເຖິງເຣຶ່ອງການຊ່ອຍເຫລືອສິ່ງຂອງຕ່າງໆ ແລະການແຈກຢາຍເຄື່ອງຊ່ອຍເຫລືອ ໃຫ້ປະຊາຊົນ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຣີ ກ່າວທີ່ສໍານັກງານ ນາຍົກຣັຖມົນຕຣີ ເມື່ອເດືອນຜ່ານມາວ່າ:
“ອັນສຸດທ້າຍນີ້ໃຫ້ກວດເບິ່ງ ວ່າ ອັນໃດເຮົາມີແລ້ວ ອັນໃດບໍ່ທັນມີ ອັນໃດທີ່ເອົາໄວ້ສາງ ອັນໃດບໍ່ເອົາໄວ້, ບົດຮຽນໃນເວລາເຂື່ອນແຕກ ຂ້າພະເຈົ້າ ໄລຍະນຶ່ງແລ້ວ ຂ້າພະເຈົ້າ ບໍ່ໃຫ້ເອົາເຂົ້າສາງ ໄດ້ມາລະໄປ ຢາຍໃຫ້ປະຊາຊົນໂລດ ໄປຢາຍໃຫ້ແພດໂລດ ໄປຢາຍໃຫ້ອັນນ່າ ໄປປະກອບໃຫ້ໂຮງໝໍໂລດ ໝາຍຄວາມວ່າແຂວງນີ້ ຕ້ອງການ ເທົ່ານີ້ໆອັນນີ້ ຖ້າເຮົາມີເຮົາແບ່ງໄປ ສົ່ງໄປໂລດ ຫລື ໃຫ້ແຂວງມາຮັບເອົາ ບໍ່ໃຫ້ເອົາເຂົ້າສາງ.”
ສ່ວນວ່າເຄື່ອງຊ່ອຍເຫລືອ ທີ່ເປັນອຸປກອນຫວງຫ້າມ ເຊັ່ນຢາປົວພຍາດ ທີ່ຈະຕ້ອງໄດ້ສະຕ໊ອກເອົາໄວ້ ທ່ານ ທອງລຸນ ກ່າວວ່າ:
”ນອກຈາກເປັນເຄື່ອງອຸປກອນ ທີ່ຫວງຫ້າມບໍ່ໃຫ້ເອົາໄປໃຊ້ທົ່ວໄປໄດ້ ເປັນຢາບໍເປັນຫຍັງແຫລະ ກະເຮົາກໍຕ້ອງສະຕ໊ອກເອົາໄວ້ເພື່ອວ່າມີ ກໍຣະນີຂຶ້ນມາວ່າເຮົາສັ່ງເອົາຢານັ້ນໄປປົວ ຕ້ອງແມ່ນແພດເປັນຜູ້ບົ່ງ ມະຕິພຍາດ ອັນນັ້ນແມ່ນເຮົາສະຕ໊ອກໄວ້ໄດ້; ຜ້າເຊັດປາກບໍ ເຈລ ລ້າງມືບໍ ຫລືວ່າອຸປກອນຕ່າງໆນີ້ ບໍ່ໃຫ້ເອົາເຂົ້າສາງ ເອົາໄປໄວ້ໃຫ້ ປະຊາຊົນເລີຍ.”
ຍ້ອນວ່າມີບົດຮຽນເຣຶ່ອງຄວາມຜິດພາດ ໃນການແຈກຈ່າຍເຄື່ອງຊ່ອຍເຫລືອ ບັນເທົາທຸກ ກໍຣະນີນໍ້າຖ້ວມ ປະຊາຊົນເມືອງສນາມໄຊ ແຂວງ ອັດຕະປື ຍ້ອນເຂື່ອນເຊປຽນ-ເຊນໍ້ານ້ອຍ ແຕກເມື່ອສອງປີກ່ອນ ມາແລ້ວ ທີ່ໄດ້ເອົາເຄື່ອງຂອງບໍຣິຈາກເກືອບວ່າທຸກຢ່າງເຂົ້າສາງ ກ່ອນຈະ ໄດ້ນໍາ ໄປແຈກຈ່າຍໃຫ້ປະຊາຊົນ.
ແຕ່ເຖິງປານນັ້ນ ເວົ້າເຣຶ່ອງເຄຶ່ອງຊ່ອຍເຫລືອ ຂອງພາກສ່ວນຕ່າງໆ ທັງຂອງຣັຖບານຕ່າງປະເທດ ໃນການຕ້ານການຣະບາດ ຂອງພຍາດ ໂຄວິດ-19 ເປັນຕົ້ນຜ້າອັດປາກອັດດັງ ຕາມຄໍາເວົ້າຂອງຊາວ ນະຄອນຫລວງວຽງຈັນ ທ່ານນຶ່ງ ຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 13 ພຶສພາ ນີ້ວ່າ ເຫັນມີການແຈກຢາຍ ຢູ່ຕາມທາງຖນົນໜ້ອຍນຶ່ງ ແຕ່ບໍ່ເຫັນທາງການ ເພິ່ນແຈກຜ້າອັດປາກອັດດັງ ໃຫ້ປະຊາຊົນ ຕາມບ້ານ:
ພ້ອມດຽວກັນນັ້ນ ປະຊາຊົນຢູ່ພາກໃຕ້ຂອງລາວທ່ານນຶ່ງ ກໍເວົ້າໃນມື້ດຽວກັນນີ້ວ່າ ຢູ່ນໍາກັນຫລາຍຄົນ ກໍບໍ່ໄດ້ໃຊ້ຜ້າອັດປາກອັດດັງ, ຜູ້ໃດ ຢາກໃຊ້ກໍຕ້ອງໄດ້ຊື້ເອົາເອງ ທາງການເພິ່ນບໍ່ແຈກຢາຍ ໃຫ້ແຕ່ຢ່າງໃດ:
ເວົ້າເຖິງການຊ່ອຍເຫລືອ ເມື່ອບໍ່ນານມານີ້ ສະຫະຣັຖອາເມຣິກາ ກໍໃຫ້ການຊ່ອຍເຫລືອລາວ ຊຸດໃໝ່ ຜ່ານອົງການພັທນາສາກົນ ຂອງ ສະຫະຣັຖ ອາເມຣິກາ USAID ເພິ່ມອີກ 2 ລ້ານໂດລາ ສະຫະຣັຖ ໃນການຕອບໂຕ້ ກັບການຣະບາດຂອງ ເຊື້ອພຍາດໂຄວິດ-19 ຊຶ່ງເປັນສ່ວນນຶ່ງ ຂອງທຶນຊ່ອຍເຫລືອ ຂອງ ສະຫະຣັຖ ອາເມຣິກາ ໃຫ້ແກ່ລາວ ນັບຕັ້ງແຕ່ປີ 2006 ມາ ອັນມີທັງການ ຝຶກອົບຮົມ ເພີ່ມຄວາມ ສາມາດ ໃຫ້ແກ່ເຈົ້າໜ້າທີ່ ສາທາຣະນະສຸຂ ເພື່ອສົ່ງເສີມສຸຂພາບ ທີ່ດີ ຂອງປະຊາຊົນລາວ.
ອົງການ USAID ມອບທຶນຊ່ອຍເຫຼືອໃໝ່ ດັ່ງກ່າວ ໃຫ້ຄູ່ຮ່ວມງານເຊັ່ນ: ອົງການອະນາໄມໂລກ, ອົງການຊ່ອຍເຫຼືອ ເດັກສາກົນ ແລະ ອົງການຢູນິເຊັບ ເພື່ອຊ່ອຍເຫຼືອລາວ ກະກຽມຫ້ອງທົດລອງ ຂນາດໃຫຍ່ ເພື່ອກວດຫາຜູ້ຕິດເຊື້ອພຍາດ, ຈັດຕັ້ງປະຕິບັດແຜນສຸຂພາບ ສຸກເສີນ ໃຫ້ເຂດຕ່າງໆ, ຝຶກອົບຮົມໃຫ້ທີມຮັບມື ສຸກເສີນ, ກວດຫາຜູ້ຕິດເຊື້ອ ແລະ ຝຶກອົບຮົມກ່ຽວກັບໂຄວິດ-19 ໃຫ້ແກ່ເຈົ້າໜ້າທີ່ ສາທາລະນະສຸຂ ນໍາດ້ວຍ.
ໃນມື້ວັນທີ 7 ກຸມພາ ທີ່ຜ່ານມາ, ທ່ານ ປີເຕີ ເຮມ໋ອນ ທູດ ສະຫະຣັຖ ອາເມລິກາ ປະຈໍາລາວ ໄດ້ມອບອຸປກອນປ້ອງກັນ ຕົນເອງ ໃຫ້ ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີ ກະຊວງສາທາລະນະສຸຂ ໃນການກຽມພ້ອມ ເພື່ອຮັບມືກັບການລະບາດ ຂອງເຊື້ອພຍາດ ໂຄວິດ-19 ໃນລາວ.
ໃນພິທີມອບ-ຮັບ ທ່ານທູດ ເຮມ໋ອນ ກ່າວຕອນນຶ່ງວ່າ:
“ການສະໜອງເຄື່ອງປ້ອງກັນຕົນເອງນີ້ ຈະສາມາດຊ່ອຍພະນັກງານ ການເເພດ ແລະ ສາທາຣະນະສຸກ ໃນສະຖານະການ ທີ່ຫຍຸ້ງຍາກ.”
ໃນການປ້ອງກັນ, ຄວບຄຸມແລະແກ້ໄຂພຍາດໂຄວິດ-19 ຄະນະສະເພາະກິດໄດ້ຖແລງໃນມື້ວັນທີ 15 ພຶສພາ ນີ້ວ່າ ຕົວເລກສະສົມຜູ້ຕິດ ເຊື້ອຍັງ 19 ຄົນເທົ່າເກົ່າ ຄື 33 ມື້ ແລ້ວທີ່ບໍ່ພົບຜູ້ຕິດເຊື້ອໃໝ່, ປັດຈຸບັນ ມີຜູ້ນອນຢູ່ໂຮງໝໍມິຕພາບ ນະຄອນຫລວງວຽງຈັນ 5 ຄົນ ໃນນັ້ນເປັນຍິງ 4 ຄົນ.
ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຣີກະຊວງສາທາຣະນະສຸກ ຜູ້ປະຈຳການ ຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະແກ້ໄຂ ພຍາດໂຄວິດ-19 ກ່າວວ່າ ໃນວັນທີ 14 ພຶສພານີ້ ບໍ່ມີຜູ້ຕິດເຊື້ອໃໝ່, ສັງລວມການກວດວິເຄາະ ແຕ່ເດືອນມົກກະຣາ ຮອດວັນທີ 14 ພຶສພາ ໄດ້ເກັບຕົວຢ່າງມາກວດ ທັງໝົດ 4,204 ຕົວຢ່າງ.
ຕາມຣາຍງານຂອງທາງການລາວ ມາເຖິງວັນທີ 12 ພຶສພານີ້ ທົ່ວປະເທດລາວ ມີສູນກັກກັນໂຕຊົ່ວຄາວເພື່ອຕິດຕາມອາການ 60 ສູນ ຊຶ່ງໃນນັ້ນມີ 1,919 ຄົນ.