ວັກຊິນປ້ອງກັນໂປລີໂອ ໃຫ້ ເດັກນ້ອຍ

ມະນີຈັນ
2015.10.16
F-Polio ທາງການລາວ ເພີ້ມການສັກຢາປ້ອງກັນ ໂປລີໂອ ໃຫ້ເດັກນ້ອຍ ທົ່ວປະເທດ
Screen captured from LNTV video

ກະຊວງ ສາທາຣະນະສຸຂ ຂອງລາວ ໄດ້ ມີຄຳສັ່ງ ໃຫ້ ຂ.ບໍຣິຄຳໄຊ, ຂ.ຊຽງຂວາງ, ຂ.ວຽງຈັນ ແລະ ຄຳມ່ວນ ຕຣຽມ ສັກຢາ ປ້ອງກັນ ໂຣຄ ເປັ້ຽລ່ອຍ ຫຼື polio ໃຫ້ ເດັກນ້ອຍ, ຫລັງຈາກ ມີ ເດັກນ້ອຍ ອາຍຸ 8 ປີ ຢູ່ເມືອງ ບໍຣິຄັນ ແຂວງ ບໍຣິຄຳໄຊ ເສັຽຊີວິດ ຍ້ອນໂຣຄ ດັ່ງກ່າວ, ເມື່ອ ວັນທີ 11 ກັນຍາ ທີ່ ຜ່ານມາ. ດັ່ງ ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ກ່າວ ຕອນນຶ່ງ ວ່າ:

"ຍ້ອນມັນ ເຫັນວ່າ ຄືວ່າ ມີຢູ່ຫັ້ນ ພວກເຮົາ ຈັ່ງວ່າຈະໄດ້ ກຽມ ກຳລັງ ເຮັດ ປະຊຸມ ກຽມ ໄປ ປ້ອງກັນ, ສູນກາງ ເພິ່ນກະຊິ ເອົາແຂວງ ອ້ອມແອ້ມ ບ່ອນ ມັນມີເກີດ ກໍຣະນີ ນີ້ແຫຼະ, ມັນປົວ ບໍ່ໄດ້ແນ ກະຊິໄດ້ ຍ່າງ ແຫຼະເນາະ".

ການສັກຢາ ປ້ອງກັນ ເທື່ອນີ້ ຈະເລັ່ງໃສ່ ເດັກນ້ອຍ ເກີດໃໝ່ ເຖິງ ອາຍຸ 10 ປີ ຍ້ອນວ່າ ອາຈມີ ເດັກນ້ອຍ ຫຼາຍຄົນ ທີ່ ຍັງບໍ່ເຄີຍ ໄດ້ຮັບ ການ ສັກຢາ ປ້ອງກັນ ໂຣຄ ເປັ້ຽລ່ອຍ ມາກ່ອນ ແລະ ຄາດວ່າ ຈະເລິ່ມ ປະຕິບັດ ໃນ ອາທິດ ໜ້ານີ້ ເປັນຕົ້ນໄປ ແລະວ່າ ຈະບໍ່ໃຫ້ ມີເດັກນ້ອຍ ເສັຽຊີວິດ ຍ້ອນ ໂຣຄ ນີ້ ເດັດຂາດ, ໃນ ຣະຍະ 20 ປີ ຜ່ານມາ ບໍ່ມີ ເດັກນ້ອຍ ເສັຽຊີວິດ ຍ້ອນ.

ທ່ານກ່າວ ຕໍ່ໄປວ່າ ໃນ ແຕ່ລະປີ ເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງ ສັກຢາ ປ້ອງກັນ ພຍາດ 11 ຊນິດ ຮວມທັງ ປ້ອງກັນ ໂຣຄ ເປັ້ຽລ່ອຍ ໃຫ້ ເດັກນ້ອຍ ປີລະຄັ້ງ. ແຕ່ ປີຜ່ານມາ ຍັງມີ ເດັກນ້ອຍ ປະມານ 20% ທີ່ ບໍ່ໄດ້ ສັກຢາ ປ້ອງກັນ ໂຣຄ ໂປລິໂອ ຍ້ອນ ຫຼາຍສາເຫດ ເຊັ່ນ, ພໍ່ແມ່ ພາໄປ ຫາຢູ່ ຫາກິນ ໃນປ່າ.

ອົງການ ອະນາມັຍ ໂລກ ຣາຍງານ ວ່າ ໃນ ປີນີ້ ຢູ່ເມືອງ ບໍຣິຄັນ ຊຶ່ງ ເປັນເມືອງ ທີ່ ມີເດັກນ້ອຍ ເສັຽຊີວິດ ຍ້ອນໂຣຄ ໂປລິໂອ ນັ້ນ ມີ ເດັກນ້ອຍ ໄດ້ ສັກຢາ ປ້ອງກັນ ໂຣຄ ນີ້ພຽງ 44% ແລະ ປີ ກາຍ ໄດ້ ສັກ 66%. ເມື່ອ ເດັກນ້ອຍ ເປັນໂຣຄ ນີ້ ຈະມີ ອາການ ກ້າມເນື້ອ ອ່ອນແຮງ, ແຂນ ແລະ ຂາ ຈະ ຮ່ຽວເຂົ້າ ຜິດ ປົກກະຕິ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.