ບ້ານໂພນໂຮມ ຕ້ອງການ ສຸຂສາລາ
2020.02.05
ຊາວບ້ານໂພນໂຮມ ເມືອງປາກຊັນ ແຂວງບໍລິຄໍາໄຊ ຈໍານວນ 100 ປາຍຄອບຄົວ ຮຽກຮ້ອງໃຫ້ ພາກສ່ວນທີ່ກ່ຽວຂ້ອງ ຊ່ອຍສ້າງສຸຂສາລາ ປະຈໍາບ້ານໃຫ້ ຍ້ອນພວກເຂົາ ເຈົ້າສ່ວນໃຫຍ່ ເປັນຄອບຄົວທຸກຍາກ ແລະ ບໍ່ມີເງິນ ຈ້າງຣົດໄປສຸຂສາລາ ບ້ານອື່ນທີ່ຢູ່ ຫ່າງໄກປະມານ 2 ກິໂລແມັດ. ຊາວບ້ານ ບ້ານໂຮມ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ວ່າ:
“ຢາກໄດ້ເປັນບ່ອນ ເພິ່ງພາອາໄສ ຍາມເຈັບຍາມໄຂ້ນີ້ແຫລະ ຄົນຊົນນະບົດ ການເຈັບເປັນເລັກໆນ້ອຍໆ ມັນກໍອົດທົນເນາະ ປັດໃຈຫລັກໆ ມັນກໍບໍ່ມີເງິນ ກໍໄດ້ເໝົາຣົດເໝົາລາ ກໍ 4-5 ແສນ ຖ້າເວົ້າງ່າຍໆ ຖ້າວ່າໃຈບໍ່ຢາກ ຈະຂາດມັນຈັ່ງຢາກໄປ ເຣື່ອງຄົນນະ.”
ທ່ານກ່າວຕື່ມວ່າ ຫາກຄອບຄົວ ຂອງພວກເຂົາເຈົ້າ ເຈັບເປັນເລັກໆນ້ອຍໆ ກໍຈະອົດທົນ ບໍ່ໄປສຸຂສາລາ, ແຕ່ຖ້າເຈັບເປັນແຮງ ກໍຈໍາເປັນ ໄປສຸຂສາລາບ້ານອື່ນ.
ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງ ປາກຊັນ ເວົ້າວ່າ ສຸຂສາລາ ຢູ່ບ້ານ ໂພນໂຮມ ຍັງບໍ່ມີງົບປະມານ ກໍ່ສ້າງເທື່ອ ຍ້ອນປະຊາຊົນ ບ້ານ ໂພນໂຮມ ສາມາດໃຊ້ ສຸຂສາລາ ຢູ່ບ້ານໂພນໄຊ ທີ່ຢູ່ຫ່າງຈາກ ບ້ານໂພນໂຮມ 2 ກິໂລແມັຕ ແລະ ຊາວບ້ານ ສາມາດທຽວ ໄປ-ມາ ຣະຫວ່າງ ບ້ານ ຫາສຸຂສາລາ ຢ່າງສະດວກ, ຊຶ່ງທາງເມືອງ ມີງົບປະມານປັບປຸງ ສຸຂສາລາ ບ້ານໂພນໄຊທຸກປີ ເພື່ອໃຫ້ປະຊາຊົນທັງ 2 ບ້ານ ໃຊ້ໄດ້ສະດວກ:
“ບ້ານໂພນໂຮມນີ໊ ມີຊື່ບ້ານ ແຕ່ວ່າສຸຂສາລາ ມັນໃຊ້ກັບສຸຂສາລາເຂດບ້ານ ໂພນໄຊ ຈະບໍ່ແມ່ນສ້າງຢູ່ທີ່ນັ້ນ ບໍ່ໄກ ບໍ່ໄກ ໂອ໊ຍ ມັນກໍ 1-2 ກິໂລນີ້ນະ ບໍ່ໄກ ຄວາມຈິງ ໂພນໂຮມ ມາຫາໂພນໄຊ ກໍໄປມາສະດວກ ຈະບໍ່ມີບັນຫາປານໃດ.”
ເຖິງຢ່າງໃດກໍຕາມ, ຊາວບ້ານໂພນໂຮມ ກໍຈະຮຽກຮ້ອງ ຂໍໃຫ້ຂັ້ນເທິງ ຊ່ອຍສ້າງສຸຂສາລາ ໃຫ້ພວກຕົນຢູ່ຕໍ່ໄປ.