ໃຫ້ປ້ອງກັນສັດ ຈາກເປັນວໍ້
2013.04.25

ຜແນກ ກະສິກັມ ແລະ ປ່າໄມ້ ນະຄອນຫລວງ ວຽງຈັນທ ປະກາດ ໃຫ້ ປະຊາຊົນ ປ້ອງກັນ ພຍາດວໍ້ ໃນສັດລ້ຽງ ຂອງຕົນ.
ເຈົ້າໜ້າທີ່ ຜແນກ ກະສິກັມ ແລະ ປ່າໄມ້ ນະຄອນຫຼວງ ວຽງຈັນທ ເວົ້າວ່າ ທາງຜແນກ ໄດ້ປະກາດ ໃຫ້ ປະຊາຊົນ ທີ່ ມີສັຕສ້ຽງ ປ້ອງກັນ ພຍາດວໍ້ ເປັນພິເສດ ຍ້ອນວ່າ ປັດຈຸບັນ ອາກາດຮ້ອນ ເຮັດໃຫ້ ພຍາດນີ້ ຣະບາດໄດ້ ງ່າຍ. ໂຮງໝໍ ປົວສັຕ ສາຂາສີຫອມ, ເມືອງ ຈັນທະບູຣີ ກໍໄດ້ ປະກາດໃຫ້ ປະຊາຊົນ ນໍາເອົາສັຕ ຂອງຕົນ ມາສັກຢາ ກັນວໍ້ ໂດຍບໍ່ເສັຍຄ່າ:
"ເຮົາຕ້ອງສັກ ວັກຊິນ ປ້ອງກັນໄວ້ ອາກາດຮ້ອນ ທຸກໆວັນ ເສົາ ເພີ່ນເປີດໃຫ້ ສັກຟຣີ ໝາ ວັນທີ 27 ຮອດວັນທີ 25 ເດືອນ 5 ໝາ ແມວ ເອົາມາໂລດ".
ນາງເວົ້າ ຕໍ່ໄປວ່າ ປັດຈຸບັນ ສັຕທີ່ມີ ຄວາມສ່ຽງ ຕໍ່ການເປັນວໍ້ ນັ້ນ ແມ່ນ ໜາ, ແມວ ຫລື ລີງ. ຖ້າຫາກຄົນ ຖືກສັດ ທີ່ ເປັນວໍ້ກັດ ອາຈເຮັດໃຫ້ເສັຍ ຊີວິດໄດ້. ຈາກການ ສໍາຣວດ ຂອງ ອົງການ ສຸຂພາບ ສາກົລ, ໃນທົ່ວ ປະເທດລາວ ແຕ່ປີ 2003 ເຖິງປີ 2011, ແຕ່ລະປີ ມີຄົນຖືກ ໝາກັດ ປະມານ 8,500 ກວ່າ ຄົນ. ໝາ ທີ່ສົງສັຍ ວ່າເປັນວໍ້ ໄດ້ເພີ່ມຂຶ້ນ ຈາກ 48% ໃນປີ 2006 ເປັນ 64% ໃນປີ 2011 ແລະ ໝາຢູ່ ນະຄອນຫລວງ ວຽງຈັນທ ໄດ້ຮັບການ ສັກຢາກັນວໍ້ ພຽງ 47% ເທົ່ານັ້ນ.
ເຈົ້າໜ້າທີ່ ທ່ານ ດຽວກັນນີ້ ເວົ້າຕື່ມອີ ກວ່າ ຫາກຜູ້ໃດ ຕ້ອງການ ທີ່ຈະສັກຢາ ກັນວໍ້ ໃຫ້ສັຕລ້ຽງ ຂອງຕົນ ກໍນໍາໄປ ສັກໄດ້ ແຕ່ສັຕນັ້ນ ຕ້ອງມີອາຍຸ ແຕ່ 2 ເດືອນ ຂຶ້ນໄປ.