ໄຂ້ເລືອດອອກ ຣະບາດຢູ່ລາວ
2013.06.11

ໄຂ້ເລືອດອອກ ຣະບາດ ຢູ່ ສປປ ລາວ ມີຄົນປ່ວຍ ຍ້ອນຕິດເຊື້ອ 6377 ຄົນ ເສັຽຊີວິດ ແລ້ວ 26 ຄົນ.
ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸຂ ສປປລາວ ເວົ້າວ່າ ຈໍານວນ ຄົນເປັນ ໄຂ້ເລືອດອອກ ທີ່ໄດ້ຈາກ ກອງປະຊຸມ ປຶກສາຫາຣື ແລະ ຊຸກຍູ້ ການມີ ສ່ວນຮ່ວມ ປ້ອງກັນ ແລະ ຄວບຄຸມ ພຍາດ ໄຂ້ເລືອດອອກ ທີ່ຈັດຂຶ້ນ ເມື່ອວັນທີ 10 ມິຖຸນາ ຢູ່ ນະຄອນຫລວງ ວຽງຈັນ.
ສະເພາະ ປີນີ້ ໃນທົ່ວ ປະເທດລາວ ມີຜູ້ຕິດເຊື້ອ 6377 ຄົນ ແລະ ເສັຽຊີວິດແລ້ວ 26 ຄົນ ຖືວ່າເພີ່ມຂຶ້ນ ຈາກປີ ທີ່ຜ່ານມາ ເກືອບ 10 ເທົ່າ ຍ້ອນຜູ້ຕິດເຊື້ອ ບໍ່ຍອມໄປ ໂຮງໝໍ:
"ມັນເປັນ 2 ລັກສນະ ຕົວເລກ ຜູ້ປ່ວຍໄປ ບໍຣິການ ຢູ່ໂຮງໝໍ ນີ່ບໍ່ຫລາຍ ບັດຂະເຈົ້າປົວ ຢູ່ບ້ານນີ່ໂອ໋ ຫລາຍເດ໋ ແລ້ວພວກເຮົາ ກໍເຮັດ ສຸຂສຶກສາ ຣະດົມວ່າ ບໍ່ໃຫ້ປົວ ຢູ່ບ້ານ ໃຫ້ໄປກວດ ແລະ ປີ່ນປົວຢູ່ ໂຮງໝໍ ໃຫ້ໄປຂໍ ຄໍາປຶກສາ ທ່ານ ໝໍ ຢູ່ໂຮງໝໍ ເນື່ອງຈາກວ່າ ເຮົາມີບົດຮຽນ ປີ 2010".
ປະເທດລາວ ມີບົດຮຽນ ກ່ຽວກັບ ການຣະບາດ ຂອງ ເຊື້ອພຍາດ ໄຂ້ເລືອດອອກ ຢ່າງຮຸນແຮງ ໃນປີ 2010 ຊຶ່ງມີຜູ້ປ່ວຍ 2044 ຄົນ ເສັຽຊີວິດ 46 ຄົນ. ໃນປີ 2013 ນີ້ ມີຜູ້ປ່ວຍ ຫລາຍກວ່າ ນັ້ນອີກ ໃນເວລາພຽງ 5 ເດືອນ ຫາກທຽບໃສ່ ປີ 2012 ມີຜູ້ຕິດເຊື້ອ ພຽງ 776 ຄົນ ແລະ ເສັຽຊີວິດ 22 ຄົນ ຖືວ່າ ສະພາບການ ໃນປັຈຈຸບັນ ແມ່ນ ໜ້າເປັນຫ່ວງ.
ສູນໄຂ້ຍຸງ ໃນຫລາຍແຂວງ ຣາຍງານວ່າ ຜູ້ເຂົ້າຮັບ ການປິ່ນປົວ ຢູ່ໂຮງໝໍ ຫລືຢູ່ສູນ ມີຈໍານວນ ໜ້ອຍ, ຕົວຢ່າງ ແຂວງຊຽງຂວາງ ປີນີ້ ຍັງບໍ່ມີ ຣາຍງານ ຕົວເລກ ຜູ້ປ່ວຍ ພາຍໃນສູນ ປີ່ນປົວ ຂະນະທີ່ ຢູ່ຫລາຍແຂວງ ມີພຽງ 100 ກວ່າ ຄົນ ທີ່ເຂົ້າມາ ປິ່ນປົວ ໃນໂຮງໝໍ ແຕ່ເມື່ອລົງ ກວດກາ ຕາມບ້ານ ກໍພົບວ່າ ມີຜູ້ປ່ວຍ ເປັນຈໍານວນ ຫຼວງຫລາຍ.