ຜູ້ຕິດເຊື້ອ HIV/AIDS ເຂົ້າເຖິງຢາບໍ່ໄດ້ ເທົ່າທີ່ຄວນ
2021.12.14
ປິ 2021 ນີ້ຊາວລາວຕິດເຊື້ອ HIV/AIDS ຫຼາຍກວ່າ 5,000 ຄົນ ບໍ່ສາມາດເຂົ້າເຖິງ ລະບົບສາທາຣະນະສຸຂລາວ ໂດຍສະເພາະການກວດເລືອດ ເພື່ອເຂົ້າຮັບຢາ Antiretroviral Drugs ຫຼື AVR ປີ່ນປົວຢູ່ໂຮງໝໍ ເນື່ອງຈາກການແຜ່ ຣະບາດຂອງໂຄວິດ-19 ເຮັດໃຫ້ບ້ານ ຕໍ່ບ້ານ, ເມືອງຕໍ່ເມືອງ ແລະ ແຂວງຕໍ່ແຂວງ ຕ້ອງລ໊ອກດ໋າວນ໌ ຈຶ່ງເຮັດໃຫ້ຜູ້ຕິດເຊື້ອ HIV/AIDS ບໍ່ສາມາດເດີນທາງອອກຈາກເຮືອນໄປຮັບຢາ ຢູ່ໂຮງໝໍໄດ້ໂດຍສະເພາະກຸ່ມແຮງງານ ທີ່ກັບມາຈາກຕ່າງປະເທດ ແລະກຸ່ມຄົນຊົນນະບົດທີ່ລະບົບຂົນສົ່ງ ສາທາຣະນະບໍ່ເຂົ້າເຖິງ. ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 14 ທັນວານີ້.
“ຖ້າວ່າເຂົາເຈົ້າຊິອອກຈາກບ້ານ ເຂົາເຈົ້າຕ້ອງບອກຄນະສະເພາະກິຈ ຫັ້ນນ່າເຂົາເຈົ້າສິຖາມວ່າເຈົ້າຊິໄປຫຍັງບອກວ່າ ຊິໂຮງໝໍນາຍໝໍນັດເຈົ້າຊໍາບໍ່ຄັນວ່າມີໃບນັດ ເອົາໃບນັດມາເບິ່ງແຕ່ວ່າໃບນັດຂອງຜູ້ຕິດເຊື້ອ HIV/AIDS ນີ້ເຂົາເຈົ້າບໍ່ຢາກຜູ້ອື່ນເນາະ ເພາະວ່າມັນຍັງມີເຣື່ອງ Stigma ຢູ່.”
ທ່ານກ່າວຕື່ມວ່າ ປີນີ້ພາກສ່ວນທີ່ກ່ຽວຂ້ອງ ສາມາດຣະດົມຄົນມາກວດເລືອດ ເພື່ອຫາເຊື້ອ HIV/AIDS ໄດ້ທັງໝົດ 1 ລ້ານຄົນ. ໃນນັ້ນພົບວ່າມີຜູ້ຕິດເຊື້ອ HIV/AIDS 15 ພັນ ປາຍຄົນ ແລະເຂົ້າເຖິງຢາ ARV ຈຳນວນນ 10 ພັນປາຍຄົນ, ສ່ວນທີ່ເຫຼືອ 5,000 ປາຍ ຄົນນັ້ນເປັນກຸ່ມຕິດເຊື້ອ HIV/AIDS ແລ້ວ ບໍ່ສາມາດເຂົ້າເຖິງລະບົບສາທາຣະນະສຸຂໄດ້ ຫຼື ເປັນກຸ່ມ ວີໂອພີ ບໍ່ສາມາດເປີດເຜີຍຂໍ້ມູນໄດ້ ຫຼືກຸ່ມທີ່ຮັ່ງມີເດີນທາງໄປຮັບການປີ່ນປົວ ແລະເອົາຢາດ້ວຍໂຕເອັງ. ທີ່ຜ່ານມາພາກສ່ວນທີ່ກ່ຽວຂ້ອງ ກໍພະຍາຍາມ ແກ້ໄຂບັນຫາດັ່ງກ່າວ ດ້ວຍການໃຫ້ອາສາສະມັກສົ່ງຢາ AVR ໃຫ້ກຸ່ມເປົ້າໝາຽ ໃນໄລຍະທີ່ມີການລ໊ອກດ໋າວນ໌ ແຕ່ກໍບໍ່ສາມາດສົ່ງໄດ້ທົ່ວເຖິງ ເນື່ອງຈາກບາງພື້ນທີ່ ບໍ່ມີລະບົບຂົນສົ່ງເຂົ້າເຖິງ ໂດຍສະເພາະ ເຂດຫ່າງໄກຈຶ່ງມີແຜນຮ່ວມກັບ ພາກສ່ວນທີ່ກ່ຽວຂ້ອງ ຈະຂຍາຍບ່ອນຈ່າຍຢາ ໄປຍັງໂຮງໝໍເມືອງ ຫຼື ສຸຂສາລາບ້ານ ເພີ່ມຕື່ມ ເພື່ອອຳນວຍຄວາມສະດວກ ໃຫ້ກຸ່ມຕີິດເຊື້ອ HIV/AIDS ທີ່ຢູ່ບໍ່ສະດວກເດີນທາງເຂົ້າມາຮັບ ຢາໂຕເອງຢູ່ພາຍໃນແຂວງ. ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ຜູ້ດຽວກັນນີ້ກ່າວວ່າ:
“ຕອນນີ້ພວກເຮົາ ກຳລັງຈະເຮັດແນວໃດ ໃຫ້ຊຸມຊົນສາມາດເປັນຜູ້ແຈກ ຢາເປັນຜູ້ຈ່າຍຢາໃຫ້ໄດ້ຫັ້ນນ່າເພາະວ່າ ຢາ ARV. ຢາປີ່ນປົວສ່ວນຫຼາຍ ຕ້ອງໄປເອົາຢູ່ ໂຮງໝໍກຳລັງປືກສາກັນ ຢູ່ຊິເຮັດໃຫ້ອາສາສະມັກສາມາດໄປສົ່ງຢາໄດ້ ປີ 2022 ພວກເຮົາກໍ ກໍໃຫ້ເພີ່ນເປີດໃຫ້ໄດ້ຢ່າງໜ້ອຍຈັກ 5 ສູນຈາກຣະດັບແຂວງໃຫ້ມັນຮອດຣະດັບເມືອງເນາະ ເພື່ອໃຫ້ຄົນທີ່ຢູ່ໃນເມືອງຫັ້ນ ບໍ່ຈຳເປັນຕ້ອງເດີນທາງມາແຂວງ.”
ປີນີ້ແຂວງຜົງສາລີ ແຂວງຊຽງຂວາງ ເປັນແຂວງທີ່ມີຜູ້ຕິດເຊື້ອ HIV/AIDS ຫຼາຍກວ່າ ແຂວງອື່ນ ເນື່ອງຈາກເປັນແຂວງທີ່ບໍ່ມີສູນຈ່າຍຢາ AVR ເຈົ້າໜ້າທີ່ໂຮງໝໍແຂວງ ຕ້ອງໄດ້ ເດີນທາງໄປຮັບຢາຢູ່ ແຂວງຫຼວງນໍ້າທາ, ແຂວງອຸດົມໄຊ, ແຂວງຫຼວງພຣະບາງ ແລະ ນະຄອນຫຼວງວຽງຈັນ ຊຶ່ງການເດີນທາງໄປຮັບຢາ ພົບຄວາມຫຍຸ້ງຍາກ ຫຼາຍຢ່າງ ເຮັດໃຫ້ ຜູ້ລໍຖ້າຮັບຢາ AVR ໄດ້ຮັບຢາລ່າຊ້າ ແລະຫາກຜູ້ໃດຂາດຢາ AVR ເປັນເວລາດົນ ກໍຈະເຮັດໃຫ້ສົ່ງຜົລກະທົບ ຕໍ່ຈິດໃຈ ແລະຮ່າງກາຍຊຸດໂຊມລົງ. ເຈົ້າໜ້າທີ່ຢູ່ສູນປີ່ນປົວ ແລະໃຫ້ຢາຮັກສາແກ່ຜູ້ຕິດເຊື້ອ HIV/AIDS ນະຄອນຫຼວງວຽງຈັນ ກ່າວວ່າ:
“ການທີ່ວ່າບໍ່ໄດ້ຮັບຢາໃນຊ່ວງແຣກໆ ຈັ່ງຊິນ່າເດືອນນຶ່ງ ສອງເດືອນ ແນ່ນອນສະພາບຮ່າງກາຍຂອງເຂົາເຈົ້າໄວຣັສມັນເພີ່ມຂື້ນ ມາຢູ່ແລ້ວຈັ່ງຊິນ່າຫຼືວ່າສະພາບ ຈິດໃຈຂອງເຂົາເຈົ້າຈັ່ງຊິຫັ້ນນ່າເພາະຄວາມກັງວົນຂອງເຂົາເຈົ້າເຊັນຊິທີຟກັນກັບ ໂຄວິດ-19 ບວກກັບສະພາບຈິດໃຈ ອຸ້ຍຂ້ອຍກາຈະຕິດບໍ່ຫຼືວ່າສ່ຽງຕິດຫຼາຍກວ່າຜູ້ອື່ນບໍ່ຄັນຕິດມາຂ້ອຍ ຕ້ອງປ່ວຍໜັກແຫຼະໃຈມັນບໍ່ແຂງແຮງຄ້າຍໆ ວ່າເຈັບປ່ວຍຮ່າງກາຍຄືວ່າປ່ວຍໄປນໍາຈັ່ງຊິ.”
ນອກຈາກນີ້ ເຖິງແມ່ນວ່າຈະເຣີ້ມຜ່ອນຄາຍ ນະໂຍບາຍລ໊ອກດ໋າວນ໌ແລ້ວກໍຕາມ ແຕ່ຢູ່ໃນ ແຂວງວຽງຈັນພັດມີຜູ້ຕິດເຊື້ອ HIV/AIDS ຫຼາຍຄົນທີ່ບໍ່ສາມາດເຂົ້າເຖິງຢາ ARV ໄດ້ເນື່ອງຈາກຜູ້ຕິດເຊື້ອ ທີ່ຢູ່ເຂດຫ່າງໄກ ບໍ່ມີງົບປະມານຈ້າງຣົຖເຂົ້າມາໂຮງໝໍ. ເຈົ້າໜ້າທີ່ຢູ່ສູນປີ່ນປົວ ແລະໃຫ້ຢາຮັກສາແກ່ຜູ້ຕິດເຊື້ອ HIV/AIDS ແຂວງວຽງຈັນກ່າວວ່າ:
“ຄືກຸ່ມເປົ້າໝາຽ ບາງຄົນເນາະເຂົາເຈົ້າ ຈະບໍ່ມີງົບປະມານທີ່ຈະເຂົ້າຮັບ ຢາເພາະວ່າມັນຢູ່ໄກອີກຢ່າງມັນກໍຊ່ວງໂຄວິດ-19 ເຂົາເຈົ້າກໍບໍ່ທັນໄດ້ເຮັດງານ ກໍບໍ່ສາມາດ ເກັບເງິນເພື່ອຈະໄປຮັບການປີ່ນປົວ ໄດ້ເນາະອັນນີ້ກໍຄືຈຸດນຶ່ງ.”
ທາງດ້ານຊາຍຮັກຊາຍ ຜູ້ຕິດເຊື້ອ HIV/AIDS ຄົນນຶ່ງຢູ່ ແຂວງຫຼວງພຣະບາງ ກ່າວວ່າ ການກິນຢາຂອງຜູ້ຕິດເຊື້ອ HIV/AIDS ຕ້ອງໄດ້ກິນຢາຕໍ່ເນື່ອງ ທຸກມື້ເພື່ອປ້ອງກັນບໍ່ໃຫ້ພູມຄຸ້ມກັນ ໃນຮ່າງກາຍອ່ອນແອຫາກຜູ້ຕິດເຊື້ອ HIV/AIDS ຂາດຢາປີ່ນປົວ ເປັນໄລຍະ 1-2 ເດືອນກໍຈະເຮັດໃຫ້ ເກີດພະຍາດແຊກຊ້ອນ ເປັນຕົ້ນ ພະຍາດວັນນະໂຣກ ແລະ ພະຍາດ ແຊກຊ້ອນຕ່າງໆ .
“ຂ້ອຍກາບໍ່ເຄີຍພົບ ແຕ່ທ່ານໝໍເວົ້າໃຫ້ຟັງວ່າ ຈະເປັນແບບວັນນະໂຣກ ອອກຕຸ່ມເປື່ອຍຕາມຮ່າງກາຍບໍ່ ອັກເສບປອດບໍ່ ທ່ານໝໍເພີ່ນວ່າຈັ່ງຊັ້ນຄັນເຈົ້າບໍ່ກິນຢາຕໍ່ ເນື່ອງຂ້ອຍກໍເລີຍຢ້ານຈຳເປັນ ຕ້ອງໄດ້ກິນຢາຕໍ່ເນື່ອງ.”
ອີງຕາມຂໍ້ມູນ ຈາກກະຊວງສາທາຣະນະສຸຂ ແລະ ເວັບໄຊ ສະຖິຕິ HIV/AIDS ແລະ ພະຍາດຕິດຕໍ່ທາງເພດສຳພັນ ໃນທົ່ວໂລກ ແລະໃນລາວ. ໃນປີ 2019 ຈຳນວນຄົນຜູ້ຕິດ ເຊື້ອ HIV/AIDS ມີປະມານ 12,000 ຄົນ, ສ່ວນໃນປີ 2020 ມີຜູ້ຕິດເຊື້ອ HIV/AIDS ປະມານ 20,000 ຄົນ, ໃນນັ້ນມີຜູ້ເສັຽຊີວິດເຖິງ 9,000 ຄົນ.
ນອກຈາກນີ້ ຕັ້ງແຕ່ປີ 2019 ເປັນຕົ້ນມາຢາ ARV ກໍຖືກຂື້ນທະບຽນ ໃຫ້ເປັນຢາພື້ນຖານ ເພື່ອໃຊ້ໃນການປີ່ນປົວ ປະຊາຊົນລາວທີ່ຕິດເຊື້ອ HIV/AIDS ບໍ່ເສັຽຄ່າ ໃນກໍຣະນີທີ່ຮັບຢາ ARV ໄປກິນຢູ່ເຮືອນແຕ່ຫາກຜູ້ຕິດເຊື້ອ HIV/AIDS ຕ້ອງປີ່ນປົວໂຕເອງຢູ່ໂຮງໝໍ ຕ້ອງໄດ້ເສັຽຄ່າບໍຣິການ ທາງການແພດແລະ ນອນໂຮງໝໍເສັຽຄ່າໃຊ້ຈ່າຍຄືນລະ 15,000 ກີບ, ອີງຕາມຂໍ້ມູນຈາກກະຊວງສາທາຣະນະສຸຂ.