ຂາດເງິນປິ່ນປົວ ສິ້ນຊີວີແນ້ນິ້ງ ປະວິງຄ່າຊົດເຊີຍ

ຈຳປາທອງ
2022.01.05
ຂາດເງິນປິ່ນປົວ ສິ້ນຊີວີແນ້ນິ້ງ ປະວິງຄ່າຊົດເຊີຍ ທາງດ້ານໜ້າ ຂອງສະຖານີກາງ, ສະຖານີນະຄອນຫຼວງວຽງຈັນ (TS), ເດືອນ ຕຸລາ 2021.
RFA

ປະຊາຊົນລາວຄົນນຶ່ງ ໃນຄອບຄົວຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍ ຄວາມເສັຍຫາຍ ຈາກໂຄງການທາງຣົຖໄຟ ລາວ-ຈີນ ໄດ້ເສັຍຊີວິດຍ້ອນພະຍາດຂອງຜູ້ກ່ຽວ ເພາະບໍ່ມີເງິນໄປປິ່ນປົວຢູ່ໂຮງໝໍ ແລະທາງຄອບຄົວກໍບໍ່ມີດິນ ທີ່ຈະຂາຍເພື່ອໄດ້ເງິນມາເປັນຄ່າໃຊ້ຈ່າຍໃນການປິ່ນປົວ ຍ້ອນວ່າ ດິນທີ່ມີ ຖືກທາງໂຄງການຣົຖໄຟ ລາວ-ຈີນ ຍຶດເອົາໄປໝົດແລ້ວ, ອີງຕາມຄໍາເວົ້າຂອງຍາດພີ່ນ້ອງ ຂອງຜູ້ເສັຍຊີວິດ ທີ່ຂໍສງວນຊື່ ແລະທີ່ຢູ່ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 5 ມົກຣານີ້.

ກະຖ້າເງິນໄປປິ່ນໄປປົວນີ້ແຫລະ ຖ້າໄປຖ້າມາບໍ່ໄດ້ເງິນແລ້ວກະເລີຍຕາຍໄປຊື່ໆ ບໍ່ມີເງິນກະເລີຍບໍ່ໄດ້ ລໍ່ຖ້າເງິນສິໄປປີ່ນໄປປົວ ແລ້ວບໍ່ໄດ້ຈັກເທື່ອຈົນຕາຍປະ.

ນາງເວົ້າຕື່ມວ່າ ພາຍຫຼັງທີ່ພາກສ່ວນກ່ຽວຂ້ອງ ຮູ້ຂ່າວທີ່ວ່ານີ້ແລ້ວ ກໍຕິດຕໍ່ມາຫາ ພ້ອມທັງຮັບປາກວ່າ ຈະເລັ່ງຈ່າຍເງິນຄ່າຊົດເຊີຍນັ້ນ ໃຫ້ຄອບຄົວຜູ້ກ່ຽວ, ແຕ່ບໍ່ໄດ້ຊີ້ແຈງຢ່າງຈະແຈ້ງວ່າ ເປັນຍ້ອນຫຍັງ ການຊົດເຊີຍນັ້ນຈຶ່ງຍັງລ່າຊ້າ ແລະຈະໃຫ້ມື້ໃດ ຊຶ່ງທາງຄອບ ຄົວຂອງຜູ້ກ່ຽວກໍຍັງລໍຖ້າ ເພື່ອຈະໄດ້ເອົາເງິນໄປໃຊ້ໜີ້ ທີ່ໄດ້ກູ້ຢືມມາ ແລະຊື້ທີ່ດິນໃໝ່.

ຊາວບ້ານໃກ້ຄຽງນາງນຶ່ງເວົ້າວ່າ ຜູ້ເສັຽຊີວິດຄົນນີ້ ລໍຖ້າເງິນຄ່າຊົດເຊີຍ ຈາກທາງໂຄງການກໍ່ສ້າງທາງຣົຖໄຟລາວ-ຈີນ ມາປະມານ 2 ປີແລ້ວ, ແຕ່ກ່ອນດິນຂອງລາວເຄີຍປູກເຂົ້າຂາຍ, ແຕ່ຫຼັງຈາກຕ້ອງໄດ້ເສັຍດິນນາ ໃຫ້ໂຄງການນີ້ໄປແລ້ວ ກໍຂາດລາຍໄດ້, ບໍ່ມີເງິນໄປປິ່ນປົວ ໃຫ້ພະຍາດປະຈໍາຕົວຫາຍໄດ້.

ລາວບໍ່ມີເງິນປົວໂຕ ລາວກະເລີຍໄດ້ເສັຽຊີວິດ ຄິດວ່າສິໄດ້ເງິນແລ້ວເອົາລາວໄປປົວ ຄັນດິນບໍ່ຖືກໂຄງການຫັ້ນເພິ່ນຂາຍເຂົ້າ ເພິ່ນກະພໍດ້ປົວກັນ ພໍໄດ້ເອົາກັນໄປໂຮງໝໍ ບໍ່ມີເງິນປົວກັນບາດນີ້ນ່າ ເງິນສິຊື້ໂລງໃສ່ເພິ່ນກະບໍ່ມີ ໄດ້ໄປຢືມ.

ແລະຊາວບ້ານອີກນາງນຶ່ງກໍເວົ້າວ່າ ມີອີກຫຼາຍຄອບຄົວ ຢູ່ນະຄອນຫຼວງວຽງຈັນ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຈາກໂຄງການດັ່ງກ່າວ, ພວກເຂົາເຈົ້າແຮງທຸກຍາກຂຶ້ນນໍາເລື້ອຍໆ ຍ້ອນຍັງບໍ່ມີເງິນ ທີ່ຈະເອົາໄປຊື້ດິນໃໝ່ ທັງໆທີ່ຣົຖໄຟ ລາວ-ຈີນ ກໍໄດ້ເປີດໃຊ້ມາເປັນເດືອນແລ້ວ.

ປະມານ 20-30 ຄອບຄົວພຸ້ນແຫລະ ໃຫ້ຢູ່ແຖວນີ້ບໍ່ມີເງິນ ຄັນຫັນເອົາໃບຕາດິນໄປຈໍາເຂົາ ເຂົາບໍ່ເອົາ ວ່າມັນຖືກໂຄງການແລ້ວ ກະໃຫ້ເຮັດເສັ້ນທາງຣົຖໄຟແລ້ວດຽວນີ້ນ່າ 2 ປີກະວ່າມື້ນັ້ນມື້ນີ້ ຕົວະມື້ນັ້ນມື້ນີ້ ແລ້ວກະດົນມານີ້ເດ໋.

ເພື່ອຂໍຮູ້ຂໍ້ມູນເພີ່ມຕື່ມ ກ່ຽວກັບເຣື່ອງທີ່ວ່ານີ້ ວິທຍຸເອເຊັຽເສຣີ ໄດ້ຕິດຕໍ່ໄປຫາຄະນະກັມມະການ ດ້ານການຊົດເຊີຍຜົລກະທົບຈາກໂຄງການ ກໍ່ສ້າງທາງຣົຖໄຟລາວ-ຈີນ ປະຈໍານະຄອນ ຫຼວງວວຽງຈັນ, ແຕ່ເຈົ້າໜ້າທີ່ທີ່ກ່ຽວຂ້ອງ ຍັງບໍ່ສະດວກທີ່ຈະໃຫ້ຄໍາເຫັນ.

ເຖິງກໍຣະນີການເສັຍຊີວິດ ຂອງຜູ້ທີ່ຍັງບໍ່ທັນໄດ້ຄ່າຊົດເຊີຍ ຈາກໂຄງການດັ່ງກ່າວນັ້ນ ນັກຊ່ຽວຊານດ້ານກົດໝາຍທ່ານນຶ່ງເວົ້າວ່າ ຕາມກົດໝາຍແລ້ວ ແມ່ນສະມາຊິກຄອບຄົວ ທີ່ຍັງມີຊີວິດຢູ່ ຈະຕ້ອງໄດ້ຮັບຄ່າຊົດເຊີຍນັ້ນ.

ກະມີສິດຮຽກຮ້ອງໃນການເອົາເງິນຄ່າຊົດເຊີຍ ທີ່ຖືກໂຄງການຫັ້ນ ເຖິງວ່າລາວຈະເສັຽຊີວິດໄປ ເຈົ້າຂອງໄດ້ເສັຽຊີວິດໄປກໍຕາມເນາະ ກະຕ້ອງໄດ້ຄ່າຊົດເຊີຍນັ້ນຢູ່ດີເນາະ.

ນັກຊ່ຽວຊານດ້ານກົດໝາຍເວົ້າວ່າ ສໍາລັບເຣື່ອງຄົນທີ່ເສັຍຊີວິດ ຍ້ອນພະຍາດຂອງຜູ້ກ່ຽວ ເນື່ອງຈາກບໍ່ມີເງິນໄປປິ່ນປົວຢູ່ໂຮງໝໍ ຍ້ອນບໍ່ໄດ້ຮັບຄ່າຊົດເຊີຍນັ້ນ ຕາມກົດໝາຍແລ້ວ ທາງຄອບຄົວຈະບໍ່ສາມາດຮຽກຮ້ອງ ຫຼືເອົາຜິດນໍາພາກສ່ວນໃດໄດ້ ຍ້ອນພາກສ່ວນທີ່ກ່ຽວຂ້ອງ ກໍໄດ້ດໍາເນີນການຊົດເຊີຍຕາມຂັ້ນຕອນ ຂອງເຂົາເຈົ້າແລ້ວ ເຖິງຈະລ່າຊ້າກໍຕາມບໍ່ຖືວ່າເປັນຄວາມຜິດຂອງພາກສ່ວນໃດ.

ມີຣາຍງານຕື່ມວ່າ ປະຊາຊົນຢູ່ນະຄອນຫຼວງວຽງຈັນ ເປັນຕົ້ນຢູ່ເມືອງຫາດຊາຍຟອງ, ເມືອງໄຊທານີ ແລະເມືອງໄຊເສຖາ ທີ່ຍັງບໍ່ທັນໄດ້ຮັບຄ່າຊົດເຊີຍຈາກໂຄງການທາງຣົຖໄຟລາວ-ຈີນເທື່ອນັ້ນ ຫຼາຍຄອບຄົວກໍຍັງລໍຖ້າ ແລະຕິດຕາມຄວາມຄືບໜ້າກ່ຽວກັບເຣື່ອງນີ້ຢູ່ ແລະບາງຄົນກໍໄດ້ໄປຮອດຫ້ອງການປົກຄອງເມືອງ ເພື່ອຂໍຮູ້ຄວາມຄືບໜ້າ, ແຕ່ກໍບໍ່ໄດ້ຄໍາຕອບຕາມທີ່ຕ້ອງການ ແລະຫຼາຍຄົນກໍເວົ້າວ່າ ຍັງຈະໄປຖາມພາກສ່ວນທີ່ກ່ຽວຂ້ອງຕໍ່ໄປ ຢູ່ເລື້ອຍໆ ເພື່ອບໍ່ໃຫ້ເຣື່ອງນີ້ມິດງຽບໄປ.

ເມື່ອທ້າຍປີທີ່ຜ່ານມານີ້ ທາງຜແນກຊັພຍາກອນທັມຊາດ ແລະສິ່ງແວດລ້ອມນະຄອນຫຼວງວຽງຈັນ ໄດ້ເປີດເຜີຍວ່າ ປັດຈຸບັນ ກໍາລັງຢູ່ໃນລະຫວ່າງການເບີກຈ່າຍຄ່າຊົດເຊີຍ ໃຫ້ປະຊາຊົນໃນເຂດນະຄອນຫຼວງວຽງຈັນ ທີ່ໄດ້ຮັບຜົລກະທົບຈາກໂຄງການກໍ່ສ້າງທາງ ຣົຖໄຟລາວ-ຈີນ ໄລຍະທີ 1 ຈໍານວນ 57 ຕອນ ແລະໄລຍະທີ 2 ອີກ 493 ຕອນ ແລະທີ່ຜ່ານມາ ກໍໄດ້ເບີກຈ່າຍໃຫ້ຊາວບ້ານ ທີ່ໄດ້ຮັບຜົລກະທົບ ໃນໄລຍະທີ 1 ແລ້ວ 882 ຕອນ ແລະໃນໄລຍະທີ 2 ແລ້ວ 91 ຕອນ. ໃນເຂດນະຄອນຫຼວງວຽງຈັນ ມີດິນທີ່ຖືກຜົລກະທົບຈາກໂຄງການນີ້ທັງໝົດ 1,523 ຕອນ ຢູ່ເມືອງນາຊາຍທອງ, ເມືອງໄຊເສດຖາ, ເມືອງໄຊທານີ ແລະເມືອງຫາດຊາຍຟອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.