ຕິດເຊື້ອໂຄວິດ-19 ເພີ່ມອີກ 10 ຄົນ ເສັຽຊີວິດ ເພີ່ມອີກ 1 ຄົນ
2021.05.28

ທາງການລາວ ກວດພົບຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ເພີ່ມອີກ 10 ຄົນ ຈາກ ຜົນການກວດວິເຄາະ ຫາຜູ້ຕິດເຊື້ອ ທັງໝົດ 2,149 ຕົວຢ່າງ ຂອງມື້ວັນທີ 27 ພຶສພາ 2021 ນີ້ ສົ່ງຜົນໃຫ້ປະເທດລາວ ມີຜູ້ຕິດເຊື້ອສະສົມ 1,905 ຄົນ ແລະມີຜູ້ເສັຽຊີວິດເພີ່ມ 1 ຄົນ, ດັ່ງ ດຣ. ລັດສະໝີ ວົງຄໍາຊາວ ຮອງຫົວໜ້າກົມຄວບຄຸມ ພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ແລະ ຕາງໜ້າຄະນະສະເພາະກິຈ ປ້ອງກັນໂຄວິດ-19 ກ່າວໃນພິທີຖແລງຂ່າວ ຕໍ່ສື່ມວນຊົນ ໃນມື້ວັນທີ 28 ພຶສພາ ນີ້ວ່າ:
“ເຮົາກະໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດແມ່ນ 2,149 ຕົວຢ່່າງ ແລະໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 10 ຕົວຢ່າງ, ສໍາລັບ ສປປລາວ ເຮົາມີຜູ້ຕິດເຊື້ອສະສົມ ທັງໝົດ 1,905 ຄົນເນາະ ແລະມີຜູ້ເສັຽຊີວິດໃໝ່ເພີ່ມ 1 ຄົນເນາະ.”
ທ່ານກ່າວຕື່ມວ່າ ຜູ້ຕິດເຊື້ອໂຄວິດ-19 ຣາຍໃໝ່ນີ້ ແມ່ນພົບຢູ່ນະຄອນຫຼວງວຽງຈັນ 7 ຄົນ, ຫຼວງນໍ້າທາ 1 ຄົນ, ສວັນນະເຂດ 1 ຄົນ ແລະຈໍາປາສັກ 1 ຄົນ ຊຶ່ງທັງໝົດແມ່ນໄດ້ຮັບ ການປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍໝົດແລ້ວ.
ສ່ວນກໍຣະນີ ຜູ້ເສັຽຊີວິດໃໝ່ນີ້ ແມ່ນເປັນເພດຊາຍ ອາຍຸ 74 ປີ ສັນຊາດລາວ ເປັນປະຊາຊົນ ຢູ່ບ້ານຝາຍ ເມືອງໄຊເສດຖາ ນະຄອນຫຼວງວຽງຈັນ ໂດຍຜູ້ກ່ຽວ ໄດ້ເຂົ້າມາປິ່ນປົວຢູ່ ຜແນກສຸກເສີນ ຂອງໂຮງໝໍມະໂຫສົດ ໃນມື້ວັນທີ່ 11 ພຶສພາ ທີ່ຜ່ານມາ ດ້ວຍອາການ ຣະບົບຫາຍໃຈອັກເສບຮຸນແຮງ ຕໍ່ມາທາງໂຮງໝໍມະໂຫສົດ ໄດ້ກວດຫາເຊື້ອໂຄວິດ-19 ໃຫ້ ຜູ້ກ່ຽວ ຜົນປະກົດວ່າ ຜູ້ກ່ຽວຕິດເຊື້ອໂຄວິດ-19 ຈຶ່ງນໍາໂຕຜູ້ກ່ຽວສົ່ງໄປປິ່ນປົວ ແລະ ຕິດຕາມອາການ ຢູ່ທີ່ໂຮງໝໍມິຕພາບ 150 ຕຽງ.
ຈົນຮອດເວລາ 6 ໂມງເຊົ້າ ຂອງວັນທີ 28 ພຶສພາ ນີ້ຜູ້ກ່ຽວໄດ້ເສັຽຊີວິດລົງ ດ້ວຍສະພາບອາການ ຣະບົບຫາຍໃຈອັກເສບຮຸນແຮງ ບວກກັບມີໂຣຄປະຈໍາໂຕ ຄື ເບົາຫວານ ແລະ ຄວາມດັນເລືອດສູງ ຈຶ່ງເຮັດໃຫ້ຜູ້ກ່ຽວເສັຽຊີວິດໄວ:
“ຜູ້ກ່ຽວລະມີປວັດເປັນຄວາມດັນເລືອດສູງ ແລ້ວກະມີພຍາດເບົາຫວານ ເຊິ່ງໄລຍະຜ່ານມາ ບໍ່ໄດ້ຮັບການດູແລຢ່າງຖືກຕ້ອງ ສະນັ້ນ ຮອດວັນທີ 28 ໃນເວລາ 6 ໂມງເຊົ້າ ຜູ້ກ່ຽວ ກະແມ່ນໄດ້ເສັຽຊີວິດ ຍ້ອນວ່າ ສະພາບອາການເຈັບປ່ວຍ ຣະບົດຫາຍໃຈຂອງເພິ່ນ ຮຸນແຮງ ບວກກັບພຍາດ ທີ່ມີອາການຊໍາເຮື້ອ ເບົາຫວານ ຄວານດັນນັ້ນ ຈຶ່ງເຮັດໃຫ້ຜູ້ກ່ຽວ ເສັຽຊີວິດ ເນາະ.”
ຕໍ່ກໍຣະນີ ທີ່ມີຜູ້ເສັຽຊີວິດເພີ່ມອີກ 1 ຄົນ ໃນລາວນີ້ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ ກໍຮູ້ສຶກເສັຽໃຈ ແລະ ເຫັນໃຈຄອບຄົວ ຜູ້ເສັຽຊີວິດຫຼາຍ ເນື່ອງຈາກບໍ່ສາມາດ ເຮັດພິທີທາງສາສນາ ໃຫ້ຜູ້ເສັຽຊີວິດໄດ້ ໂດຍ ໃຫ້ພຽງແຕ່ພີ່ນ້ອງບໍ່ທໍ່ໃດຄົນ ໄປເບິ່ງພິທີຈູດຊື່ໆ, ແຕ່ສ່ວນໂຕແລ້ວ ກໍພຍາຍາມປ້ອງກັນໂຕເອງ ໃຫ້ດີທີ່ສຸດ ໂດຍບໍ່ອອກເຮືອນໄປໃສ ມາໃສ ແລະ ຖ້າວ່າອອກເຮືອນ ກໍໃສ່ຜ້າອັດປາກອັດດັງ ແລະ ລ້າງມືຕລອດ:
“ລູກເຕົ້າດ້າມໜ້ອຍເອົາໄປຈູດແຫຼະ ບໍ່ໄດ້ຕາຍຄືໄດ້ ຕາມທັມມະຊາດ, ລ໊ອກດາວ 14 ມື້ ແລ້ວກະຍັງບໍ່ທັນຫວິດບໍ, ເອີ; ຣະວັງຕົວ ຄືກັນຫັ້ນແຫຼະ ບໍ່ໄດ້ໄປໃສມາໃສ ອັດປາກອັດດັງ ລ້າງມື.”
ຊາວລາວອີກຜູ້ນຶ່ງ ໃນນະຄອນໄກສອນ ພົມວິຫານ ແຂວງສວັນນະເຂດ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຮູ້ສຶກເສັຽໃຈ ຄືກັນ ທີ່ມີຜູ້ເສັຽຊີວິດເພີ່ມ ແຕ່ໂດຍສ່ວນໂຕແລ້ວ ຕົນກໍເປັນຜູ້ສູງອາຍຸ ກໍໄດ້ເຝົ້າຣະວັງໂຕເອງທີ່ສຸດ ບໍ່ອອກຈາກເຮືອນໄປໃສ ແລະໄດ້ເວັ້ນໄລຍະຫ່າງ ກັບ ຄົນໃນຄອບຄົວ:
“ໂອ້; ບໍ່ຕິແຫຼ້ວລູກກະຍັງເຝົ້າຣະວັງຄືກັນແຫຼະ ໄປມາກະດີ ຮັກສາໄລຍະຫ່າງອິຫຍັງຄືກັນ ສໍາຄັນກະແມ່ນການເຝົ້າຣະວັງຫັ້ນແລ້ວ.”
ຫຼ້າສຸດນີ້ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ສູນກາງ ແລະ ນະຄອນຫຼວງວຽງຈັນ ໄດ້ຮ່ວມປຶກສາຫາລືກັນ ເນື່ອງຈາກສະພາບ ການຣະບາດ ຂອງເຊື້ອໂຄວິດ-19 ໃນ ນະຄອນຫຼວງ ວຽງຈັນ ຍັງບໍ່ສາມາດຄວບຄຸມໄດ້ ໃນບາງພື້ນທີ່ນັ້ນ ເຊິ່ງເຈົ້າໜ້າທີ່ ຄະນະ ສະເພາະກິຈ ປ້ອງກັນໂຄວິດ-19 ນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີວ່າ ການຫາລືກັນເທື່ອນີ້ ຈະຍັງສືບຕໍ່ປິດເມືອງ ແລະ ຫ້າມເດີນທາງໄປຕ່າງແຂວງ ແລະຍັງກໍານົດໃຫ້ 6 ເມືອງຈໍານວນ 29 ບ້ານເປັນພື້ນທີ່ສີແດງ ຄືພື້ນທີ່ຄວບຄຸມ ການຣະບາດສູງສຸດ ແລະອີກ 4 ເມືອງ 6 ບ້ານເປັນພື້ນທີ່ສີເຫຼືອງ ຄືພື້ນທີ່ ທີ່ເຝົ້າຣະວັງການຣະບາດ ໂດຍຫ້າມປະຊາຊົນ ເດີນທາງອອກຈາກເຮືອນ ຖ້າບໍ່ຈໍາເປັນ ແລະ ໃຫ້ເວັ້ນໄລຍະຫ່່າງ ກັບຄົນໃນ ຄອບຄົວ ຈົນເຖິງວັນທີ່ 4 ມິຖຸນາ 2021 ນີ້:
“ຍັງກໍານົດຄືເກົ່າເນາະ ເພິ່ນລ໊ອກດາວຮອດວັນທີ່ 4 ເດ້, ວັນທີ່ 4 ເດືອນ 6 ນີ້ ນອກຈາກວ່າ ເພິ່ນຊິຂຍາຍໃໝ່ ເພາະວ່າ ເຫັນວ່າ ມື້ນີ້ມີຜູ້ຕາຍອີກຜູ້ນຶ່ງ.”
ໃນວັນທີ 27 ພຶສພາ ນີ້ ຫ້ອງການກະຊວງສຶກສາທິການ ແລະ ກິລາ ໄດ້ອອກແຈ້ງການ ກ່ຽວກັບການຈັດຕັ້ງ ປະຕິບັດກິຈກັມການ ອອກກໍາລັງກາຍ ແລະ ຫຼີ້ນກິລາ ວ່າ ນັບແຕ່ວັນທີ 27 ພຶສພາ ຫາວັນທີ 4 ມິຖຸນາ 2021 ອະນຸຍາດໃຫ້ປະຊາຊົນ ໃນເຂດພື້ນທີ່ ທີ່ບໍ່ມີຄວາມສ່ຽງ ແລະ ການຣະບາດຂອງໂຄວິດ-19 ສາມາດອອກກໍາລັງກາຍໄດ້ ເຊັ່ນ: ຍ່າງ, ແລ່ນ, ເຕັ້ນອາໂຣບິກ ແລະ ກິລາ ອື່ນໆທີ່ບໍ່ເປັນການຊຸມແຊວກັນ ເປັນວົງໃຫຍ່ ແລະ ຕ້ອງໄດ້ເຂັ້ມງວດ ໃນການປ້ອງກັນໂຕເອງ.
ໃນຂນະທີ່ສະພາບການຣະບາດ ຂອງເຊື້ອໂຄວິດ-19 ໃນແຂວງສວັນນະເຂດ ເຣີ່ມຫຼຸດລົງເລື້ອຍໆ ໂດຍໃນບາງມື້ກໍບໍ່ພົບຜູ້ຕິດເຊື້ອ, ແຕ່ທາງການແຂວງ ກໍຍັງສືບຕໍ່ປະຕິບັດ ຕາມ ມາຕການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດຄືເກົ່າ, ແຕ່ຫຼາຍເມືອງ ກໍເຣີ່ມທີ່ຈະຂາດ ເຂີນອຸປກອນການແພດ ແລະ ອຸປກອນປ້ອງກັນ ເປັນຕົ້ນ: ຜ້າອັດປາກອັດດັງ, ເຈວແອວກຣໍຮໍ, ເຄື່ອງວັດແທກ ອຸນຫະພູມ ຮວມໄປ ເຖິງນໍ້າດື່ມ ແລະ ອາຫານແຫ້ງ ສໍາລັບເຈົ້າໜ້າທີ່ ທີ່ປະຕິບັດໜ້າທີ່ ເວນຍາມນໍາດ້ວຍ, ດັ່ງເຈົ້າໜ້າທີ່ ຫ້ອງການປົກຄອງ ເມືອງທ່າ ປາງທອງ ແຂວງ ສວັນນະເຂດ ທ່ານນຶ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ໄລຍະຜ່ານມາ ກໍໄດ້ຮັບການຊ່ອຍເຫຼືອ ຈາກ ຫຼາຍຝ່າຍ ທັງຈາກໜ່ວຍງານພັກ-ຣັຖ ແລະ ເອກຊົນ ແຕ່ບໍ່ພຽງພໍໃຊ້ ເນື່ອງຈາກປັດຈຸບັນ ກໍເຣີ່ມຂາດເຂີນແລ້ວ ຈຶ່ງຢາກຂໍຄວາມ ຊ່ອຍເຫຼືອ ຈາກທາງການລາວ:
“ຂໍການຊ່ວຍເຫຼືອ ຂາດອຸປກອນຫັ້ນນ່າ ມັນມີຜ້າອັດປາກ ອັດດັງເນາະ ແລ້ວກະແຈວລ້າງມື ສະບູ ຄັນວ່າອາຫານການກິນ ກະປະເພດເຄື່ອງແຫ້ງ.”
ອີງຕາມການຣາຍງານ ຂອງ ຄະນະສະເພາະກິຈ ປ້ອງກັນໂຄວິດ-19 ໃນມື້ວັນທີ 28 ພຶສພາ ນີ້ ຣາຍງານວ່າ ມາຮອດປັດຈຸບັນມີຜູ້ ໄດ້ຮັບການກວດວິເຄາະຫາເຊື້ອໂຄວິດ-19 ທັງໝົດ 242,134 ຄົນ ໃນນັ້ນ ພົບຜູ້ຕິດເຊື້ອສະສົມ 1,905 ຄົນ, ເສັຽຊີວິດ 3 ຄົນ, ປິ່ນປົວເຊົາແລ້ວ 1,355 ຄົນ ກໍາລັງປິ່ນປົວ ແລະ ຕິດຕາມອາການ ຢູ່ໂຮງໝໍຕ່າງໆ 547 ຄົນ.
ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ປັດຈຸບັນ ມີຜູ້ໄດ້ຮັບການສັກວັກຊິນແລ້ວ ໂດຍແຍກເປັນເຂັມທີ່ 1 ຈໍານວນ 647,307 ຄົນ ແລະເຂັມທີ່ 2 ຈໍານວນ 187,826 ຄົນ.