ລາວຣະວັງ ໄຂ້ຫວັດນົກ


2013.03.07
f-chicken ຊາວບ້ານ ກໍາລັງເອົາໄກ່ ທີ່ລ້ຽງ ໄປສີດຢາ ປ້ອງກັນພຍາຕ
Mek/fb

ກົມລ້ຽງສັດ ແລະ ການປະມົງ ຂອງລາວ ແຈ້ງການໃຫ້ ທຸກພາກສ່ວນ ເຝົ້າຣະວັງ ໄຂ້ຫວັດນົກ ເປັນພິເສດ.

ເຈົ້າໜ້າທີ່ ກົມລ້ຽງສັດ ແລະ ການປະມົງ ກະຊວງ ກະສິກັມ ແລະ ປ່າໄມ້ ເວົ້າວ່າ ປັດຈຸບັນ ທາງກົມ ໄດ້ແຈ້ງໃຫ້ ຫ້ອງການ ກະສິກັມ ແລະ ປ່າໄມ້ ເມືອງຕ່າງໆ ໃນທົ່ວ ປະເທດແລ້ວ ເພື່ອໃຫ້ ເຈົ້າໜ້າທີ່ ແລະ ຊາວກະສິກອນ ເຝົ້າຣະວັງ ພຍາດ ໄຂ້ຫວັດນົກ ເປັນພິເສດ ຍ້ອນວ່າ ພຍາດນີ້ ກໍາລັງຣະບາດ ຢູ່ປະເທດ ເພື່ອນບ້ານ ເຊັ່ນ: ຈີນ ແລະ ກໍາພູຊາ:

"ໄດ້ຍິນຂ່າວວ່າ ມັນເກີດຢູ່ ຂເມນເນາະ ຕິດກັບທາງ ຕອນໃຕ້ຂອງ ຈໍາປາສັກ ຍັງບໍ່ທັນ ມີຣາຍງານ ການຕິດເຊື້ອ ໃນປະເທດລາວ ທາງເຮົາ ກໍໄດ້ເຮັດ ໃບແຈ້ງການ ໄປຍັງພໍ່ແມ່ ປະຊາຊົນ ແລະ ເມືອງຕ່າງໆ ເຝົ້າຣະວັງ".

ທ່ານເວົ້າ ຕໍ່ໄປວ່າ ປັດຈຸບັນ ຢູ່ປະເທດລາວ ຍັງບໍ່ມີ ຣາຍງານ ກ່ຽວກັບ ການຕິດເຊື້ອ ພຍາດໄຂ້ຫວັດນົກ ແລະ ການເຈັບປ່ວຍ ຂອງ ປະຊາຊົນ ຍ້ອນພະຍາດ ນີ້ເທື່ອ, ແຕ່ກໍມີການ ກວດກາ ເຂັ້ມງວດຂຶ້ນ ເປັນພິເສດ ຢູ່ຕາມດ່ານ ຊາຽແດນ ເພື່ອ ປ້ອງກັນ ບໍ່ໃຫ້ມີການ ຂົນຍ້າຍ ສັດປີກເຂົ້າມາ ຂະນະ ມີຂ່າວວ່າ ກໍາພູຊາ ມີປະຊາຊົນຕິດ ເຊື້ອ H5N1 7 ຄົນ, ເສັຍຊີວິດ ແລ້ວ 6 ຄົນ ແລະ ຈີນ ກໍກວດພົບ ຜູ້ຕິດເຊື້ອ ນີ້ແລ້ວ 2 ຄົນ ເມື່ອປີ 2007 ຢູ່ລາວ ມີຜູ້ເສັຍ ຊີວິດ ຄົນທໍາອິດ ແລະ ມີຜູ້ຕິດເຊື້ອ ອີກ 1 ຄົນ ຢູ່ນະຄອນຫລວງ ວຽງຈັນ.

ຜ່ານມາ ເພື່ອປ້ອງກັນ ການຣະບາດ ຂອງ ເຊື້ອໂຣຄ ດັ່ງກ່າວ ໃນຊ່ວງປີ 2007-2008 ທາງການລາວ ໃຊ້ວິທີ ເອົາໄກ່ດີ ທົ່ວໄປ ອອກໄກຈາກ ຟາມ ທີ່ພົບວ່າ ໄກ່ຕິດເຊື້ອ ໃນຣັສມີ 1 ຫລັກ ກິໂລແມັດ ແລະ ໄດ້ທໍາລາຍ ໄກ່ ທັງໝົດ 7,000 ໂຕ. ເຈົ້າໜ້າທີ່ ທ່ານດຽວກັນ ເວົ້າຕື່ມອີກວ່າ ຫາກຜູ້ໃດ ພົບວ່າ ສັດປີກ ຂອງຕົນ ມີອາການ ເຈັບຜິດ ປົກກະຕິ ແລະ ສົງສັຍ ວ່າຕິດເຊື້ອ ພຍາດ ໄຂ້ຫວັດນົກ ຂໍໃຫ້ ແຈ້ງໄປຍັງ ຫ້ອງການ ກະສິກັມ ແລະ ປ່າໄມ້ ຫລືຂແນງ ລ້ຽງສັດ ທັນທີ ເພື່ອປ້ອງກັນ ໄດ້ທັນການ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.