ເດັກນ້ອຍຂາດອາຫານຖືກ ປະລະ

ຈໍາປາທອງ
2016.10.12
F-Malnutrition ເດັກນ້ອຍ ໃນເຂດຊົນນະບົດ ໄດ້ຮັບການເບຶ່ງແຍງ ໃນການເຕີບໃຫຽ່ ການຢູ່ກິນ ໂດຍການຊ່ອຍເຫຼືອຂອງ ອົງການ ສະຫະປະຊາຊາດ
Courtesy of Unicef

ເດັກນ້ອຍ 2 ຄົນ ທີ່ມີອາຍຸ ບໍ່ເຖິງ 5 ປີ ຂາດສານອາຫານ ຢ້າງຮຸນແຮງ ຢູ່ແຂວງ ຜົ້ງສາລີ ຍັງບໍ່ທັນ ໄດ້ຮັບ ການປິ່ນປົວ ເນື່ອງຈາກວ່າ ບໍ່ມີຢາ ຢູ່ ໂຮງໝໍ ແລະ ທາງສູນກາງ ທີ່ ນະຄອນຫຼວງ ວຽງຈັນ ກໍບໍ່ໄດ້ ສົ່ງຢາໄປໃຫ້. ຕາມການ ເປີດເຜີຍ ຂອງ ເຈົ້າໜ້າທີ່ ຂແນງ ແມ່ແລະເດັກ ແຂວງ ຜົ້ງສາລີ ຕໍ່ RFA ໃນວັນທີ 11 ຕຸລາ ນີ້:

"ອາທິດແລ້ວນີ້ ມີເດັກຂາດ ສານອາຫານ ຮ້າຍແຮງ ຫັ້ນມີສອງຄົນ ເນາະ ແຕ່ວ່າທາງແຂວງ ນີ້ຍັງ ມັນຢາມັນໝົດ ໝົດດົນແລ້ວ ເພາະວ່າ ທາງສູນ ໂພສະນາການ ທາງ ນະຄອນຫຼວງ ວຽງຈັນ ຍັງບໍ່ສົ່ງ ມາໃຫ້ ຂໍແລ້ວ ຂໍເວລາທີ່ ທາງສູນກາງ ເຂົາລົງມາ ຕິດຕາມ ກໍທາງ ຂແນງ ກໍໄດ້ຂໍ ແລ້ວເພີ່ນວ່ານີ່ ວ່າຈະສົ່ງໃຫ້ ກໍບໍ່ເຫັນສົ່ງ ໃຫ້ຫັ້ນນະ".

ນາງເວົ້າຕໍ່ໄປວ່າ ເດັກນ້ອຍ 2 ຄົນ ທີ່ວ່ານັ້ນ ມີຕົນຕົວ ຈ່ອຍຜອມ ແລະຄົນນຶ່ງ ມີພຍາດແຊກຊ້ອນ ເປັນໂຣຄຫົວໃຈ. ແຕ່ກໍຕ້ອງ ໄດ້ກັບ ໄປປິ່ນປົວຢູ່ບ້ານ ຍ້ອນທາງ ໂຮງໝໍ ບໍ່ມີຢາປົວ ແລະ ເຈົ້າໜ້າທີ່ ຂແນງ ແມ່ແລະເດັກ ເມືອງຍອດອູ ກໍເວົ້າວ່າ ນອກຈາກ ຂາດຢາ ແລະ ອາຫານເສີມ ແລ້ວ ຢູ່ແຂວງ ຜົ້ງສາລີ ນີ້ຍັງຂາດ ເຄື່ອງແທກ ນໍ້າໜັກ ແລະ ຄວາມສູງ ເຮັດໃຫ້ ການຣາຍງານ ກ່ຽວກັບ ເດັກນ້ອຍ ຂາດສານ ອາຫານ ມີຈໍານວນ ໜ້ອຍກວ່າ ຄວາມຈິງ:

"ປະເພດຊິງຊັ່ງນໍ້າໜັກ ອີ່ຫຍັງຕ່າງໆ ມີຫຍັງ ກໍເພ ໝົດແລ້ວ ບໍ່ມີເລີຍ  ມື້ນີ້ ໝົດແລ້ວ ເພໝົດແລ້ວ ແບບອັນຂອງ 2015 ຫັ້ນ ເອົາໄປແຕ່ລະ ບ້ານຫັ້ນ ເສັ້ນທາງເປື້ອນ ແລ້ວກໍໄປ ຫລົ່ມ ຣົດ ມີຫຍັງ ບາງທີ ໝົດເລີຍ ກໍມີ".

ແຂວງ ຜົ້ງສາລີ ເປັນແຂວງນຶ່ງ ທີ່ປະສົບ ກັບບັນຫາ ເຮັດໃຫ້ ຈໍານວນ ເດັກນ້ອຍ ຂາດສານ ອາຫານ ຫລຸດລົງ ຍ້ອນວ່າ ຂາດທັງ ບຸຄລາກອນ, ຂາດທັງ ອຸປກອນ ການແພດ ແລະ ພາຫະນະ ເດີນທາງ ແລະທັງມີ ປະຊາຊົນ ຈໍານວນນຶ່ງ ກໍຍັງບໍ່ ທັນມີ ຄວາມຮູ້ ຄວາມເຂົ້າໃຈ ໃນເຣຶ່ອງ ສຸຂອະນາມັຍ ແລະ ໂພສະນາການ ຊຶ່ງ ທາງການລາວ ຕັ້ງເປົ້າໝາຍ ໃຫ້ແຕ່ລະ ແຂວງ ມີເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ທີ່ມີນໍ້າໜັກ ບໍ່ໄດ້ ມາຕຖານ ນັ້ນບໍ່ໃຫ້ ເກີນ 6%.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.