ຜູ້ຕິດເຊື້ອໂຄວິດ-19 ປົວເຊົາ 1 ຄົນແລ້ວ
2020.04.13

ຜູ້ຕິດເຊື້ອພຍາດໂຄວິດ-19 ເຊິ່ງເປັນນຶ່ງໃນນັກສຶກສາ ທີ່ມາຈາກປະເທດອັງກິດ ມີໂອກາດເຊົາເມື່ອຜົລກວດຫຼ້າສຸດອອກມາເປັນລົບ ລໍຖ້າ ແຕ່ການກວດເລືອດຄືນຖ້າຜົລ ອອກມາເປັນລົບກໍຈະໄດ້ອອກໂຮງໝໍ. ສ່ວນຄົນເຈັບຄົນອື່ນໆ ແມ່ນມີການເບົາບາງ.
ໃນຂນະທີ່ເຣີ້ມຕົ້ນປີໃໝ່ລາວ ຍັງບໍ່ພົບຜູ້ຕິດເຊື້ອເພີ່ມ, ດັ່ງ ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າກົມຄວບຄຸມພຍາດຕິດຕໍ່ໄດ້ຖແລງ ຂ່າວປະຈຳວັນ ຕໍ່ ຊື່ມວນຊົນ ໃນວັນທີ 13 ເມສາ ທີ່ສູນປະຕິບັດງານ ຄະນະສະເພາະກິດ ຄວບຄຸມພຍາດໂຄວິດ-19 ວ່າບໍ່ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ເພີ່ມອີກ:
"ມື້ນີ້ພວກເຮົາບໍ່ມີກໍຣະນີເພີ່ມໃໝ່ ເປັນຂ່າວດີໃຫ້ແກ່ວົງການແພດ ຂອງພວກເຮົາທັງໝົດແມ່ນພວກເຮົາ ຕ້ອນຮັບປີໃໝ່ ໂດຍບໍ່ມີ ກໍຣະນີ ໃໝ່ນອກຈາກນັ້ນ ຢູ່ໃນ 19 ຄົນ ນອນຮັກສາປີ່ນປົວຢູ່ໃນໂຮງໝໍ ນະຄອນຫລວງ ກໍຄືໂຮງຫມໍ ມິຕພາບແມ່ນ 16 ຄົນ ແລະ 03 ຄົນ ຢູ່ຫລວງພຣະບາງ ແມ່ນມີອາການເບົາບາງ."
ທ່ານໄດ້ກ່າວຕື່ມວ່າ ເປັນຄົນທຳອິດ ທີ່ໄດ້ປີ່ນປົວຄົບແລ້ວ ແລະຜົລກວດອອກມາເປັນລົບ ແລະບໍ່ພົບເຊື້ອໃນກະແສເລືອດ ຖືວ່າຫາຍປ່ວຍ ມີໂອກາດກັບເມືອຫາຄອບຄົວ ແຕ່ແພດຍັງ ຈະກວດຄືນເພື່ອຄວາມ ໝັ້ນໃຈ.
ໃນບັນຍາກາດຂອງການສລອງປີໃໝ່ລາວ ທ່ານໄດ້ກ່າວເຕືອນວ່າ ປະຊາຊົນບໍ່ຄວນໄປ ສົງພຣະ ເພາະຕາມການສຶກສາພົບວ່າເຊື້ອພຍາດ ໂຄວິດ-19 ແມ່ນຢູ່ໃນນໍ້າໄດ້ເຖິງ 04 ມື້ ໂດຍສະເພາະ ແມ່ນວັດທີ່ມີ ຊື່ສຽງຜູ້ຄົນຈະເຂົ້າໄປສົງ ພຣະຢ່າງແອອັດ ເຊິ່ງມັນເປັນການເພີ່ມ ຄວາມສ່ຽງ ໃຫ້ກັບການຕິດເຊື້ອ.
ເຖີງແມ່ນວ່າຣັຖບານລາວ ໄດ້ອອກແຈ້ງການເພື່ອຄວບຄຸມ ການຣະບາດແຕ່ການຊຸມແຊວ ເຮຮາມ່ວນຊື່ນຍັງເຫັນເປັນປະຈຳ ເຊິ່ງມັນເປັນ ສາເຫດຫລັກ ໃນການສົ່ງເຊື້ອໃຫ້ກັບຜູ້ຢູ່ໃກ້ຊິດ. ດັ່ງທ່ານ ດຣ. ພອນປະເສີດ ອານຸພົມ ຫົວໜ້າກົມອານາມັຍ ແລະ ສົ່ງເສີມສຸຂພາບ ໄດ້ຖແລງວ່າກໍຣະນີ 09 ເປັນຜົລມາຈາກການສົ່ງເຊື້ອ ຫາກັນໂດຍການຊຸມແຊວ.
"ສິ່ງທີ່ໜ້າເປັນຫ່ວງ ທີ່ພວກເຮົາໄດ້ເຫັນຈາກກໍຣະນີ 19 ເຫັນວ່າ ມັນກ່ຽວພັນກັບກໍຣະນີ 16,17,18 ຫັ້ນ ເຊີ່ງມັນແມ່ນການສົ່ງເຊື້ອ ຈາກ ຄົນຜູ້ນຶ່ງໄປຫາຄົນ ຜູ້ນຶ່ງເຊີ່ງມັນກາມີສອງເສັ້ນທາງ ເຊັ່ນການສົ່ງເຊື້ອ ໂດຍກົງ ການຊຸມແຊວຍ້ອນການຫລີ້ນ ການກິນຮ່ວມກັນ ແລະ ການສົ່ງເຊື້ອໂດຍການສຳພັດ ການໄອ ການຈາມ ປະເຊື້ອໄວ້ຕາມ ສີ່ງຕ່າງໆ ຢູ່ໃນເຮືອນທີ່ຢູ່ໃກ້ຊິດກັນຫັ້ນ ແລະຄົນອື່ນໄປສຳພັດເອົາຈື່ ງເຮັດ ໃຫ້ຄົນອື່ນຕິດເຊື້ອໄດ້."
ເຖິງທາງການຈະປະກາດເຕືອນຫ້າມອອກໄປສົງພຣະ ເມື່ອວັນທີ 13 ເມສາ ຜ່ານມາຢູ່ວັດບ້ານນາເຄີນ ເມືອງນານ ແຂວງຫຼວງພຣະບາງ ກໍຍັງມີ ປະຊາຊົນໄປສົງພຣະເປັນຈຳນວນຫລວງຫລາຍ ແລະ ພ້ອມທັງປະຕິບັດຕາມຮີດຄອງ ທີ່ເຄີຍປະຕິບັດກັນມາທຸກປີ.
ໃນຂນະຜູ້ຕິດເຊື້ອພຍາດໂຄວິດ-19 ໃນລາວຮວມທັງໝົດ 19 ຄົນໂດຍອີງຕາມການຖແລງຂ່າວຂອງຄນະສະເພາະກິດໂດຍ ທ່ານ ພູທອນ ເມືອງປາກ ຮອງຣັຖມົນຕຼີກະກະຊວງສາທາຣະນະສຸຂ:
"ໃນວັນທີ 11 ເມສາ 2020 ໄດ້ເກັບໂຕຢ່າງມາກວດທັງໝົດ 46 ຄົນໃນນັ້ນມີຜູ້ສຳພັດ ໃກ້ຊິດກັບຜູ້ຕິດເຊື້ອ 18 ຄົນມີກໍຣະນີທີ່ວ່າມີອາການ ສົງໃສ ເປັນພຍາດໂຄວິດ-19 28 ຄົນ. ໃນ 46 ຄົນທີ່ເກັບໂຕຢ່າງ ມາກວດ ຢູ່ນະຄອນຫລວງວຽງຈັນ 32 ຄົນ ຢູ່ຕ່າງແຂວງ 14 ຄົນ. ເຊິ່ງຜົລກວດທັງໝົດນັ້ນ ພົບມີ 01 ຄົນ ຕິດເຊື້ອພຍາດ ເຊິ່ງເປັນຄົນທີ 19.
ທ່ານໄດ້ກ່າວຕື່ມວ່າ ຜູ້ຕິດເຊື້ອຄົນທີ 19 ເປັນເພດຊາຍອາຍຸ 21 ປີ ອາຊີບນັກສຶກສາ ປັດຈຸບັນຢູ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ. ຜູ້ກ່ຽວໄດ້ພັກຢູ່ຫ້ອງດຽວກັບຜູ້ຕິດເຊື້ອກໍຣະນີ ທີ 16 ຢູ່ຫ້ອງແຖວໜອງດ້ວງທົ່ງ ໂດຍໄດ້ພັກຢູ່ຊົ່ວຄາວຢູ່ຫ້ອງ ແຖວກັບກໍຣະນີ ທີ 16 ເປັນ ເວລາ 07 ວັນ ກ່ອນຖືກຢັ້ງຢືນວ່າ ຕິດເຊື້ອພຍາດໂຄ ວິດ-19.
ໃນຂນະການປ້ອງກັນພຍາດໂຄວິດ-19 ເຈົ້າຂອງຕລາດສົດແຫ່ງນຶ່ງໃນແຂວງສາລະວັນ ໄດ້ກ່າວວ່າ ກໍປະຕິບັດຕາມຫລັກການເຊັ່ນການ ລ້າງມື ຜູ້ຂາຍພຍາຍາມ ເຕືອນໃຫ້ໃສ່ຖົງມື.
"ຈຸດທີນຶ່ງແມ່ນໃຫ້ມີອ່າງລ້າງມື ຈຸດທີສອງແມ່ນການຂ້າເຊື້ອໄດ້ຕັກເຕືອນໃຫ້ແມ່ຄ້ານັ່ງຂາຍ ໃຫ້ມີໄລຍະຫ່າງກັນ ແມັດນຶ່ງຂື້ນເມືອ ແລະ ໃສ່ໜ້າກາກອານາມັຍ ແລະ ກໍລ້າງມືໃຫ້ສະອາດ ດ້ວຍນໍ້າເຈວເລື້ອຍໆ ທຸກຄັ້ງ 30 ນາທີ ເຮົາຕ້ອງໃຫ້ລ້າງມື ສຳລັບແມ່ຄ້າຊາວຂາຍ ດີແທ້ເຮົາໃຫ້ໃສ່ຖົງມື."
ສລູບມາເຖິງວັນທີ 13 ເມສາ 2020 ລາວ ມີຜູ້ຕິດເຊື້ອພຍາດໂຄວິດ-19 ທັງໝົດ 19 ຄົນ. ຍັງບໍ່ພົບຜູ້ເສັຽຊີວິດ ແລະ ປີ່ນປົວເຊົາ 01 ຄົນ. ສ່ວນມາຕການ ຄວບຄຸມການຊຸມແຊວ ຫລ້າສຸດຣັຖບານອອກ ແຈ້ງການຫ້າມຈຳໜ່າຍເຫລົ້າເບັຽ ໃນໄລຍະ ບຸນປີໃໝ່ລາວ.