ໄຂ້ຫວັດນົກ ສາຍພັນໃຫມ່

ເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນໃຫມ່ ເຮັດໃຫ້ມີ ຜູ້ຕິດເຊຶ້ອ ເພີ້ມອີກ 4 ຄົນ ໃນຈີນ.

ຮ້ານຂາຍນົກ ໃນກຸງ ຮ່າໂນຍ ມີແຕ່ ຮັງເປົ່າ ໃນວັນທີ 10 ພຶສຈິກາ ປີ 2005 ທາງການ ວຽດນາມ ໄດ້ອອກ ສັ່ງຫ້າມ ການຂາຍ ສັດນົກ ທຸກຊນິດ ຍ້ອນການ ຣະບາດ ຂອງໂຣຄ ໄຂ້ຫວັດນົກ ທີ່ເຮັດໃຫ້ ຄົນຕາຍ ເຖີງ 42 ຄົນ ໃນວຽດນາມ. AFP PHOTO/HOANG DINH Nam

ເຊື້ອໂຣຄ ໄຂ້ຫວັດນົກ ສາຍພັນໃຫມ່ ເຮັດໃຫ້ມີ ຜູ້ຕິດເຊຶ້ອ ເພີ້ມອີກ 4 ຄົນ ໃນຈີນ.

ເຈົ້າຫນ້າທີ່ຈີນ ໄດ້ລາຍງານ ກ່ຽວກັບ ກໍຣະນີ ຄົນຕິດ ເຊຶ້ອໂຣຄ ໄຂ້ຫວັດນົກ ສາຍພັນ ໃຫມ່ ອີກ 4 ຄົນ ໃນມື້ວັນ ອັງຄານ ຊຶ່ງສາຍພັນ ດັ່ງກ່າວ ທີ່ຜ່ານມາ ຍັງບໍ່ເປັນ ທີ່ຮູ້ຈັກກັນ ຂອງ ກຸ່ມນັກ ຄົ້ນຄວ້າ ແຕ່ໄດ້ເຮັດໃຫ້ ຜູ້ຕິດເຊຶ້ອ ເສັຽຊິວິດ ແລ້ວ 2 ຄົນ ໃນຈຳນວນ ຜູ້ຕິດເຊື້ອ ທັງຫມົດ 7 ຄົນ ໃນຈີນ.

ອົງການ ອະນາມັຍ ໂລກ ຖແລງໃນມື້ ວັນຈັນວ່າ ຍັງບໍ່ມີ ຫລັກຖານ ບົ່ງບອກວ່າ ໂຣຄໄຂ້ຫວັດນົກ ສາຍພັນ H7N9 ຈະຕິດຕໍ່ ຣະຫວ່າງ ມະນຸດ ຫາ ມະນຸດ ແຕ່ ຫນ່ວຍງານ ທີ່ກ່ຽວຂ້ອງ ຍັງສືບສວນ ກ່ຽວກັບການ ແຜ່ລະບາດ ໃນເວລາ ນີ້ຢູ່. ຫນັງສືພິມ ຊິນຮົວ ລາຍງານວ່າ ຜູ້ທີ່ຕິດເຊຶ້ອ 4 ຄົນນີ້ ແມ່ນເກີດຂຶ້ນ ຢູ່ແຂວງ ຈຽງຊູ ພາກຕາເວັນອອກ ຂອງຈີນ ຊຶ່ງໃນ ເວລານີ້ ຢູ່ໃນຂັ້ນ ອັນຕຣາຍ ແລະ ກຳລັງ ໄດ້ຮັບການ ປິ່ນປົວ ແບບສຸກເສິນ ຢູ່ໃນເວລານີ້ ອິງຕາມ ຄຳໃຫ້ການ ຂອງ ຫ້ອງການ ສາທາຣະນະສຸຂ ທີ່ ແຂວງຈຽງຊູ ຜູ້ຍິງ ຜູ້ທີ່ຕິດເຊຶ້ອ ຢູ່ແຂວງ ອັນຫູວ່າງຕົ້ນ ເດືອນມີ ນານັ້ນ ກໍຢູ່ໃນຂັ້ນ ອັນຕຣາຍ ເຫມືອນກັນ.

ຫນັງສືພິມ ເຄືອຂ່າຍ ອິນເຕີແນັດ Chinanews.com ລາຍງານວ່າ ຜູ້ຕິດເຊຶ້ອ 4 ຄົນ ທີ່ແຂວງຈຽງຊູ ໃກ້ກັບ ແຂວງຊຽງໄຮ ນັ້ນ ມີອາຍຸ ຣະຫວ່າງ 32 ແລະ 38 ປີ ແລະ ມີຜູ້ດຽວ ທີ່ເປັນຜູ້ຍິງ ອາຍຸ 45 ປີ ຕິດເຊຶ້ອ ເຮັດວຽກ ໃນໂຮງງານ ຂ້າໄກ່. ຜູ້ຕິດເຊຶ້ອ ທັງສີ່ ມີ ອາການ ວິນຫົວ ໄຂ້ຂຶ້ນ ໄອແລະຫາຍໃຈ ບໍ່ເປັນ ປົກກະຕິ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org