ຊາຍແດນລາວຈີນຂາດອຸປກອນ ການແພດ
2014.01.22

ຊາຍແດນລາວ-ຈີນ ຍັງຂາດອຸປກອນ ໃນການພິສູດເຊື້ອໄຂ້ຫວັດນົກ. ເຈົ້າຫນ້າທີ່ ຜແນກກະສິກັມ ປ່າໄມ້ ທີ່ ແຂວງຫລວງນ້ຳທາ ກ່າວວ່າ ທາງການແຂວງ ຍັງບໍ່ມີເຄື່ອງມື ທີ່ທັນສມັຍ ໃນການພິສູດ ເຊື້ອໄຂ້ຫວັດນົກ ທາງການສົ່ງຊິ້ນສ່ວນ ໄປພິສູດ ຢູ່ນະຄອນຫລວງວຽງຈັນ ຈື່ງ ເຮັດໃຫ້ ມີການຫລ້າຊ້າ ໃນການຮັບຮູ້ ສຖານະການ ແລະ ການປ້ອງກັນຕົວ.
"ຂນາດລ້ຽງສັດ ຮັບຜິດຊອບເອົາ ຂະເຈົ້າມີພນັງກງານລົງໄປ ປະຈຳຢູ່ດ່ານ ເຣື້ອງການສີດ ຂະເຈົ້າກໍເຮັດ ເປັນປະຈຳຢູ່ ພວກເຂົາກໍລົງເກັບ ຊີ້ນສັດປີກ ແລ້ວກໍສົ່ງໄປ ວຽງຈັນ ຢູ່ຕາມຕລາດຕາມຟາມ ເພາະວ່າມັນ ບໍ່ມີ ບ່ອນພິສູດເດ ວັນທີ 10-11 ມົກກະຣາປີນີ້ ຍັງບໍ່ໄດ້ ຮັບຄຳ ຕອບເທື່ອ".
ທ່ານກ່າວຕື່ມວ່າ ໃນປັດຈຸບັນ ສຖານະການໂຣຄ ໄຂ້ຫວັດນົກ ຖືວ່າ ຍັງຢູ່ໃນສະພາບປົກກະຕິ ຍັງບໍ່ພົບ ຜູ້ຕິດເຊື້ອໃຫມ່ເທື່ອ ການຣະບາດ ຂອງ ໂຣຄໄຂ້ຫວັດນົກ ສາຍພັນໃຫມ່ ຊນິດ H7N9 ຢູ່ຈີນທີ່ມີຊາຍແດນ ຕິດກັບແຂວງ ຫລວງນ້ຳທາ ສ້າງຄວາມກັງວັນ ໃຫ້ແກ່ທາງການ ແຂວງ ຊື່ງໃນປັດຈຸບັນ ທາງການ ກໍໄດ້ສົ່ງເຈົ້າຫນ້າທີ່ ໄປພົ່ນຢາຂ້າເຊື້ອໂຣຄ ດັ່ງກ່າວ ໃສ່ຣົຖຍົນ ທີ່ເຂົ້າອອກ ໃນດ່ານຢູ່ແລ້ວ.
ອົງການອານາມັຍໂລກ ໄດ້ອອກຖແລງການ ສະແດງຄວາມກັງວົນ ຕໍ່ສຖານນະການ ໂຣຄໄຂ້ຫວັດນົກສາຍພັນໃຫມ່ ຫລັງຈາກ ມີລາຍງານ ວ່າ ຜູ້ຕິດເຊື້ອ ຢ່າງຫນ້ອຍ 17 ຄົນ ແລະເສັຽຊິວິດແລ້ວ 2 ຄົນໃນຈີນ. ອົງການອານມັຍໂລກ ຢ້ານວ່າ ເຊື້ອໄຂ້ຫວັດນົກ ຈະເພີ້ມຂື້ນ ໃນ ຊ່ວງບຸນປີໃຫມ່ ຈີນແລະວຽດນາມ ຍ້ອນວ່າຈະມີການ ເຄື່ອນຍ້າຍສັດປີກ ແລະ ໃຊ້ສັດປີກ ມາເປັນອາຫານ ຢ່າງຫລວງຫລາຍ.