ລາວຄາດວ່າຈະໄດ້ຮັບ ວັກຊິນ ຕ້ານ ໂຄວິດ-19
2020.12.08

ຊາວລາວຈໍານວນນຶ່ງເຫັນວ່າ ການໄດ້ຮັບວັກຊິນ ປ້ອງກັນໄວຣັສໂຄວິດ-19 ເປັນສິ່ງທີ່ຈໍາເປັນ ແລະ ຫວັງວ່າປະເທດຕ່າງໆຈະໃຫ້ ການຊ່ອຍເຫຼືອ ແກ່ປະເທດລາວໃນຖານະເປັນ ປະເທດກໍາລັງພັທນາ, ໂດຍສະເພາະຈີນ ທີ່ເຄີຍໃຫ້ຄໍາໝັ້ນສັນຍາວ່າຈະຊ່ອຍເຫຼືອ ປະເທດ ລຸ່ມແມ່ນໍ້າຂອງ, ຫາກ ພັທນາວັກຊິນ ປ້ອງກັນໄວຣັສໂຄວິດ-19 ໄດ້ສໍາເຣັດ, ດັ່ງ ຊາວລາວຜູ້ນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 8 ທັນວາ ນີ້ວ່າ:
“ມັນບໍ່ໄດ້ມີວັກຊີນທາງນີ້ນະ ຈີນຫັ້ນແຫຼະຊ່ວຍເຂົາ ເຂົາປະກາດ ກະໄປຫັ່ນແຫຼະເນາະ ມັນກະຊິແພງໃດ໋ລະ, ເຂົາບໍ່ແມ່ນສີດຟຣີໃດ໋ ເອີ...ມັນເຊົາມັນກັນໄດ້ ກະຍອມຈ່າຍແຫຼະ ພັນນຶ່ງສອງພັນ ກະຍອມໃດ໋ ຍັງບໍ່ໄດ້ຍິນນ່າ.”
ຊາວລາວຜູ້ນີ້ ເວົ້າຕື່ມວ່າ ຫາກທາງການລາວ ໄດ້ຮັບການຊ່ອຍເຫຼືອ ວັກຊິນ ຈາກຈີນ ຫຼື ວັກຊີນ ຈາກປະເທດອື່ນໆ ກໍພ້ອມທີ່ຈະ ຈ່າຍເງິນຄ່າສັກວັກຊິນ ເຖິງຈະມີຣາຄາແພງກໍຕາມ ເພື່ອໃຫ້ໄດ້ສີດວັກຊິນ ປ້ອງກັນໂຄວິດ-19, ແຕ່ປັດຈຸບັນ ກໍຍັງບໍ່ເຫັນທາງການ ລາວ ນໍາວັກຊິນ ຈາກຕ່າງປະເທດເຂົ້າມາເທື່ອ ຫຼື ໄດ້ດໍາເນີນການໄປຮອດຂັ້ນໃດແລ້ວ.
ຊາວລາວອີກຄົນນຶ່ງ ໃນນະຄອນຫຼວງວຽງຈັນ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ຫາກຈີນ ເວົ້າວ່າ ຈະຊ່ອຍເຫຼືອວັກຊີນ ໃຫ້ແກ່ ປະເທດລຸ່ມແມ່ນໍ້າຂອງແທ້ ກໍເປັນສິ່ງທີ່ດີ ໃນຖານະເປັນປະເທດ ບ້ານໃກ້ເຮືອນຄຽງ ເນື່ອງຈາກວັກຊິນ ປ້ອງກັນໄວຣັສ ໂຄວິດ-19 ຈະເປັນຄວາມຫວັງ ຂອງປະເທດລາວ ທີ່ຈະເຮັດໃຫ້ ປະຊາຊົນ ໃນປະເທດ ກັບມາເຄື່ອນ ໄຫວ ແລະດໍາເນີນທຸຣະກິຈ ເປັນປົກກະຕິ ໄດ້ອີກ:
“ເຫັນວ່າ ປະເທດຢູ່ລຸ່ມແມ່ນໍ້າຂອງ ນີ້ມີຄວາມຫຍຸ້ງຍາກ ບາດນີ້ ເຫັນດີຈະມາຊ່ວຍເຫຼືອ ເອົາວັກຊິກນັ້ນມາຊ່ວຍ ກະເປັນການດີ ຫັ້ນແຫຼະ ຖ້າວ່າເພິ່ນມາຊ່ວຍເຫຼືອ ດ້ວຍຄວມຈິງໃຈ ແທ້ຫັ້ນນ່າ ມັນກະຈະເປັນການຟື້ນຟູ ທາງດ້ານເສຖກິຈ ການໄປມາຫາສູ່ ການທ່ອງທ່ຽວນີ້ ກະຈະຄ່ອຍດີຂຶ້ນ ເວົ້າສະເພາະບ້ານເຮົາໃດ໋.”
ເມື່ອວັນທີ 24 ສິງຫາ 2020 ທີ່ ຜ່ານມາ ທ່ານ ຫຼີ ເຄີ່ ສ້ຽງ ນາຍົກຣັຖມົນຕຣີ ຈີນ ໄດ້ກ່າວຕໍ່ກອງປະຊຸມ ຜູ້ນໍາຄວາມຮ່ວມມື ແມ່ນໍ້າລ້ານຊ້າງ ແມ່ນໍ້າຂອງ ຫຼື LMC ຄັ້ງທີ່ 3 ຜ່ານຣະບົບ ທາງໄກ ວ່າ ຈີນ ຈະໃຫ້ຄວາມສໍາຄັນ ກັບການຈັດສັນວັກຊິນ ປ້ອງກັນໄວຣັສ ໂຄວິດ-19 ໃຫ້ກັບປະເທດລຸ່ມແມ່ນໍ້າຂອງກ່ອນ ເມື່ອວັກຊິນໄດ້ມີການພັທນາສໍາເຣັດ ແລະ ຖືກນໍາໃຊ້ ໄດ້ແທ້.
ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ ຄະນະສະເພາະກິຈ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການຣະບາດຂອງເຊື້ອໄວຣັສໂຄວິດ-19 ຂອງລາວ ທ່ານນຶ່ງ ທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ດຽວກັນນີ້ວ່າ ການຊ່ອຍເຫຼືອທາງດ້ານ ວັກຊີນ ປ້ອງກັນ ໄວຣັສໂຄວິດ-19 ຜ່ານກອງທຶນພິເສດ ຣະຫວ່າງຈີນ ກັບປະເທດ ລຸ່ມແມ່ນໍ້າຂອງ ນັ້ນຍັງບໍ່ທັນໄດ້ຮັບ ວັກຊີນເທື່ອ ແລະ ຍັງບໍ່ຮູ້ວ່າ ມື້ໃດຈະໄດ້ຮັບ.
ແຕ່ປັດຈຸບັນ ປະເທດລາວ ໄດ້ຮັບການທົດລອງ ສີດວັກຊີນ ປ້ອງກັນໄວຣັສໂຄວິດ-19 ຈາກຈີນແລ້ວ ຈໍານວນນຶ່ງ ໂດຍໄດ້ທົດລອງ ກັບ ເຈົ້າໜ້າທີ່ ຂອງ ຄະນະ ສະເພາະກິຈ ເພື່ອປ້ອງ, ຄວບຄຸມ ແລະ ແກ້ໄຂ ການຣະບາດ ຂອງເຊື້ອໄວຣັສ ໂຄວິດ-19 ບາງຄົນເທົ່ານັ້ນ ແລະ ຍັງຢູ່ໃນຣະຫວ່າງ ການເບິ່ງອາການ ແລະ ປະເມີນຜົລຂ້າງຄຽງ ຈາກທີມແພດ ຂອງຈີນ ຢູ່:
“ຄັນຖ້າໂຄງການ ລຸ່ມນໍ້າຂອງນີ້ມີ ລາວ, ກັມພູຊາ ມີ ພະມ້າ ມີ ໄທຍ ທາງລາວ ກະຍັງບໍ່ໄດ້ຮັບ, ທາງຝັ່ງລາວນີ້ ກະພວກຂ້ອຍ ກະໄດ້ຮັບວັກຊິນ ກະມີທີມແພດ ຂອງເຂົາເຂົ້າມາ ພ້ອມໃດ໋ ຕຣຽມພ້ອມທຸກຢ່າງ ຢ້ານເຂົາເປັນ ມີບັນຫາຫຍັງ ມັນກະບໍ່ມີຫຍັງດອກ ບັານເຂົາກະສີດມາແລ້ວ ມັນກະບໍ່ມີຫຍັງ.”
ຂນະທີ່ ເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ທີ່ ບໍ່ປະສົງ ບອກຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຽເສຣີ ໃນມື້ດຽວກັນ ນີ້ວ່າ, ເມື່ອວັກຊິນ ປ້ອງກັນ ໄວຣັສໂຄວິດ-19 ຈາກ ປະເທດຕ່າງໆ ສົ່ງມາເຖິງລາວ ຮວມເຖິງວັກຊິນ ຈາກ ຈີນ, ເບື້ອງຕົ້ນ ຈະທົດລອງກັບເຈົ້າໜ້າທີ່ ກະຊວງສາທາຣະນະສຸຂໄປກ່ອນ ເພື່ອປະເມີນຜົລຂ້າງຄຽງ ເພື່ອໃຫ້ໝັ້ນໃຈວ່າ ຮ່າງກາຍຂອງຄົນລາວ ທີ່ຮັບການສີດວັກຊີນ ຂອງປະເທດ ນີ້ໄປແລ້ວ ຈະປອດພັຍ ສູງສຸດ:
“ຈະສຸມໃສ່ແພດໝໍ ທີ່ໃກ້ຊິດກັບໂຕນີ້ ແຫຼະກ່ອນ ເລັ່ງໃສ່ຈໍານວນນີ້ກ່ອນ ເພາະວ່າ ຜະເຊີນໜ້ານິ່ ມີຄວາມຈໍາເປັນ ຕ້ອງໃຊ້ກ່ອນ ຫັ່ນນ່າ, ແຕ່ວ່າ ສັກ ກະຕ້ອງໄດ້ມີສະຕິ ຣະວັງໂຕ ຄືກັນເນາະ ບາງເທື່ອມັນເຂົ້າມາ ເຂົ້າມາຢູ່ໃນເຂດຮ້ອນ ໄທເຮົາ ບາງເທື່ອ ມັນກະພັທນາໂຕ ໄປແນວອື່ນໃໝ່ອີກ ຊິຍາກອີກ.”
ນອກຈາກນີ້ ເມື່ອວັນທີ 21 ຕຸລາ 2020 ຜ່ານມາ ທາງການຍີ່ປຸ່ນ ກໍເຫັນດີຈະຊ່ອຍເຫຼືອ ວັກຊິນປ້ອງກັນໄວຣັສ ໂຄວິດ-19 ແກ່ປະເທດລາວ ໃນອະນາຄົດ ເມື່ອຍີ່ປຸ່ນ ພັທນາວັກຊິນ ດັ່ງກ່າວ ນັ້ນສໍາເຣັດ ເຊັ່ນດຽວກັນ.
ຂນະທີ່ ອົງການກອງທຶນ ເພື່ອເດັກນ້ອຍ ແຫ່ງສະຫະປະຊາຊາດ ຫຼື UNICEF ໄດ້ຣາຍງານ ໃນມື້ວັນທີ 23 ພຶສຈິກາ ຜ່ານມາ ວ່າຈະຈັດສົ່ງ ວັກຊິນ ປ້ອງກັນໄວຣັສ ໂຄວິດ-19 ເກືອບ 2 ພັນລ້ານໂດສ ເຊິ່ງເປັນສ່ວນນຶ່ງ ຂອງໂຄງການ COVAX ແລະ ຖືກຮັບຮອງ ຈາກອົງການອະນາມັຍໂລກ ເພື່ອມອບໃຫ້ ກຸ່ມ ປະເທດກໍາລັງພັທນາ ພາຍໃນປີໜ້າ ໂດຍອົງການ UNICEF ຣະບຸວ່າ ປັດຈຸບັນ ຢູ່ຣະຫວ່າງການປະສານງານ ກັບສາຍການບິນ ແລະ ບໍຣິສັດຂົນສົ່ງສິນຄ້າ ຫຼາຍກວ່າ 350 ແຫ່ງ ເພື່ອຈັດສົ່ງວັກຊິນ ດັ່ງກ່າວ.
ໃນນັ້ນ ອາຈຮວມມີປະເທດລາວ ນໍາດ້ວຍ, ເນື່ອງຈາກລາວ ກໍເປັນນຶ່ງ ໃນສະມາຊິກ ຂອງອົງການອະນາມັຍໂລກ.