ໄຂ້ຫວັດນົກສາຍພັນໃໝ່ H7N9


2014.01.28
ໄຂ້ຫວັດນົກສາຍພັນໃໝ່ H7N9
RFA

 

ໄຂ້ຫວັດນົກ ສາຍພັນ ໃໝ່ H7N9 ເປັນ ພຍາດ ຕິດຕໍ່ ທີ່ ອັນຕະລາຍ ຮ້າຍແຮງ ຊຶ່ງ ສປປ ລາວ ຄວນ ເອົາໃຈໃສ່ ປ້ອງກັນ ບໍ່ໃຫ້ ເກີດຂຶ້ນ ໃນຂະນະ ທີ່ ພຍາດນີ້ກໍາລັງຣະບາດ ຢູ່ປະເທສ ເພື່ອນບ້ານ ເຊັ່ນ: ຈີນ ແລະ ວຽດນາມ.

ພຍາດ ໄຂ້ຫວັດນົກ ເປັນພຍາດ ຕິດຕໍ່ ທີ່ ອັນຕະລາຍ ຮ້າຍແຮງ ຊຶ່ງ ອົງການ ອະນາມັຍ ໂລກ WHO ເຕືອນ ໃຫ້ ປ້ອງກັນ “ວິກິດຫວັດນົກ” ຮອບໃໝ່ ທີ່ອາຈ ເກີດຂຶ້ນ. ດັ່ງນັ້ນ ສປປລາວ ກໍຄວນ ເອົາໃຈໃສ່ ປ້ອງກັນ ບໍ່ໃຫ້ ພຍາດ ນີ້ ເກີດຂຶ້ນ ຫລື ແພ່ລາມ ເຂົ້າມາ ຂນະທີ່ ມັນກໍາລັງ ລະບາດ ຢູ່ປະເທສ ເພື່ອນບ້ານ ເຊັ່ນ: ຈີນ ແລະ ວຽດນາມ.

ເພື່ອ ປ້ອງກັນ ພຍາດ ດັ່ງກ່າວ ບໍ່ໃຫ້ ເກີດຂຶ້ນ ຫລື ລະບາດ ເຂົ້າມາ ປະເທສ ທາງການ ສປປລາວ ແລະ ອົງການ ອະນາມັຍ ໂລກ ກໍໄດ້ ຮ່ວມມື ກັນ ເພື່ອ ສະກັດກັ້ນ ແຕ່ບັນຫາ ມີຢູ່ວ່າ ຂາດ ງົບປະມານ ແລະ ອຸປກອນ ຮັບໃຊ້ ຊຶ່ງ ຂະນະນີ້ ຢູ່ຕາມ ແຂວງ ຊາຍແດນ ຍັງບໍ່ມີ ເຄື່ອງມື ທັນສມັຍ ກວດ ວິຈັຍ ເຊື້ອໂຣກນີ້ ເທື່ອ ດັ່ງ ເຈົ້າໜ້າທີ່ ຜແນກ ກະສິກັມ ປ່າໄມ້ ແຂວງ ຫລວງນໍ້າທາ ທີ່ຕັ້ງຢູ່ ຕິດກັບ ຊາຍແດນ ຈີນ ນັ້ນວ່າ ທາງແຂວງ ຍັງບໍ່ມີ ເຄື່ອງມື ທັນສມັຍ ເພື່ອພິສູດ ເຊື້ອ ໄຂ້ຫວັດນົກ ໄດ້ສົ່ງ ຕົວຢ່າງ ໄປພິສູດ ຢູ່ ນະຄອນຫລວງ ວຽງຈັນ, ໃຊ້ເວລາ ດົນ ພໍສົມຄວນ ກ່ອນທີ່ ຈະຮູ້ຜົລ ຂອງ ການວິຈັຍ. ດັ່ງນັ້ນ ຈຶ່ງມີ ຄວາມ ຫຍຸ້ງຍາກ ໃນ ບັນຫາ ນີ້.

ທ່ານເວົ້າ ເຖິງການ ປະຕິບັດ ງານ ຂອງ ເຈົ້າໜ້າທີ່ ຂແນງ ລ້ຽງສັດ ຂອງ ແຂວງ ວ່າ ຂແນງ ລ້ຽງສັດ ຮັບຜິດຊອບ ເອົາ ຂະເຈົ້າ ມີ ພະນັກງານ ລົງໄປ ປະຈໍາ ຢູ່ດ່ານ ເຣື່ອງການສີດຢາ ຂະເຈົ້າ ກໍເຮັດ ເປັນ ປະຈໍາຢູ່ ພວກເຂົາ ກໍລົງ ເກັບຊິ້ນ ສ່ວນ ສັດປີກ ແລ້ວ ກໍສົ່ງໄປ ວຽງຈັນ ຢູ່ ຕາມຕລາດ ຕາມຟາມ ເພາະວ່າມັນ ບໍ່ມີບ່ອນ ພິສູດເດ ວັນທີ 10-11 ມົກກະຣາ ປີນີ້ ຍັງບໍ່ໄດ້ ຮັບ ຄໍາຕອບເທື່ຶອ.

ທ່ານວ່າ ປັດຈຸບັນ ທາງແຂວງ ກໍໄດ້ ສົ່ງ ເຈົ້າໜ້າທີ່ ໄປພົ່ນຢາ ຂ້າເຊື້ອໂຣກ ໃສ່ຣົດ ທີ່ ເຂົ້າ-ອອກ ຜ່ານດ່ານ ຊາຍແດນ ແລະວ່າ ມາເຖິງ ວັນທີ 22 ມົກກະຣາ ນີ້ ສະພາບ ກໍຍັງ ປົກກະຕິ, ຍັງບໍ່ພົບ ຜູ້ຕິດເຊື້ອ ໄຂ້ຫວັດນົກ ເທື່ອ. ແຕ່ ເຖິງຢ່າງໃດ ກໍຕ້ອງ ໄດ້ ຣະມັດ ຣະວັງ ປ້ອງກັນ ພຍາດນີ້ ເອົາໄວ້ ຂະນະ ທີ່ມີ ຣາຍງານ ໃນວັນທີ 28 ມົກກະຣາ ນີ້ວ່າ ຮົງກົງ ຂ້າໄກ່ ປະມານ 20,000 ໂຕ ຫລັງຈາກ ກວດພົບ ເຊື້ອ ໄວຣັສ H7N9 ທີ່ນໍາ ເຂົ້າມາ ຈາກຈີນ ໃຫຍ່ ເພື່ອ ຈໍາກັດ ການ ແພ່ຣະບາດ ຂອງເຊື້ອ ພຍາດນີ້.

ເມື່ອວັນທີ 23 ມົກກະຣາ ຢູ່ນະຄອນ ຊຽງໄຮ ກໍມີ ຜູ້ຕິດເຊື້ອໂຣກ ນັ້ນອີກ 1 ຄົນ ຮວມທັງໝົດ ມີຜູ້ຕິດເຊື້ອ ແລ້ວ 8 ຄົນ ໃນປີນີ້ ຂະນະທີ່ ໃນວັນດຽວ ກັນນັ້ນ ຢູ່ແຂວງ ເຈິ້ຈຽງ ມີ ຜູ້ຕິດເຊື້ອ ອີກ 5 ຄົນ. ກ່ອນໜ້າ ນັ້ນ ກໍພົບວ່າ ຢູ່ຈີນ ມີນາຍໝໍ ຄົນທໍາອິດ ຊື່ ຈັງ ສ່ຽວຕົງ ອາຍຸ 31 ປີ ປະຈໍາ ຢູ່ໂຮງໝໍ ເຂດ ຜູ່ຕົງ ນະຄອນ ຊຽງໄຮ ໄດ້ເສັຍ ຊີວິດ ດ້ວຍການ ຕິດເຊື້ອ ໄວຣັສ ໄຂ້ຫວັດນົກ ສາຍພັນໃໝ່ H7N9 ໃນວັນທີ 18 ມົກກະຣາ ໂດຍ ບໍ່ຮູ້ທີ່ມາ ຫລື ສາເຫດ ຕົ້ນຕໍ ຊຶ່ງ ທາງການ ຈີນ ກໍາລັງ ພຍາຍາມ ຄົ້ນຫາ ຢູ່ວ່າ ທ່ານ ຕິດເຊື້ອ ໄວຣັສ ນັ້ນມາຈາກ ສັຍ ກັນແທ້.

ຂະນະທີ່ ຄະນະ ກັມກາ ນສາທາຣະນະສຸກ ແລະ ວາງແຜນ ຄອບຄົວ ຊຽງໄຮ ຣະບຸວ່າ ມີ ຜູ້ເສັຍ ຊີວິດ ໃນວັ ນດຽວກັນນັ້ນ ອີກຄົນນຶ່ງ ເປັນ ກະເສຕກອນ ອາຍຸ 77 ປີ. ເຫດການນີ້ ສ້າງຄວາມ ຫວາດຫວັ່ນ ຍ້ອນຢ້ານ ມັນ ຣະບາດ ຈາກ ຄົນໄປ ສູ່ຄົນ ຊຶ່ງ ອົງການ ອະນາມັຍ ໂລກ ເຕືອນ ທາງການຈີນ ໃຫ້ ຣະວັງ “ວິກິດຫວັດນົກ” ຄັ້ງໃໝ່ ທີ່ອາຈ ເກີດຂຶ້ນ ໃນຊ່ວງ ຣະດູ ໜາວນີ້. ແລະ ໜັງສືພິມ ຊິນຫົວ ຂອງ ທາງການຈີນ ກໍຣາຍງານ ຕື່ມວ່າ ແຂວງ ກວາງຕຸ້ງ ພາກໃຕ້ ຂອງຈີນ ຢືນຢັນວ່າ ໃນວັນທີ 20 ມົກກະຣາ ມີຜູ້ຕິດເຊື້ອ ໂຣກ ນີ້ເພີ່ມອີກ 3 ຄົນ ແລະ ມີຜູ້ປ່ວຍ ເປັນ ໄຂ້ຫວັດນົກ ເສັຍ ຊີວິດ ອີກ 3 ຄົນ.

ໃນເດືອນ ມົກກະຣາ ເດືອນດຽວ ອົງການ ອະນາມັຍ ໂລກ ເວົ້າ ໃນວັນທີ 20 ມົກກະຣາ ວ່າ ໃນ ສອງສາມ ວັນນີ້ ໄດ້ຮັບ ຣາຍງານ ກ່ຽວກັບ ຜູ້ຕິດເຊື້ອ ໄວຣັສ H7N9 ຢູ່ຈີນ 20 ກວ່າຄົນ ແລະອີກ 20 ກວ່າຄົນ ຕິດ ເມື່ອອາທິດ ກ່ອນ. ເຈົ້າໜ້າທີ່ ອົງການ ອະນາມັຍ ໂລກ ກ່າວວ່າ “ຖ່າມກາງ ຊ່ວງເວລາ ທີ່ ປະຊາຊົນ ເປັນ ຈໍານວນ ຫລາຍເດີນ ທາງ ກັບບ້ານ ເພື່ອສລອງ ປີໃໝ່ ຈີນ ໃນວັນທີ 31 ມົກກະຣາ ສົມທົບ ໃສ່ ສະພາບ ທີ່ຍັງ ບໍ່ທັນ ສາມາດ ຄົ້ນຫາ ສາເຫດ ຕົ້ນຕໍ ຫລື ທໍານາຍ ພຶດຕິກັມ ການແພ່ ຣະບາດ ຂອງ ເຊື້ອ ໄວຣັສ ໄດ້ຢ່າງ ຊັດເຈນ ຢູ່ນີ້ ຈີນ ຈຶ່ງ ຄວນ ເຝົ້າຣະວັງ ແລະ ຕິດຕາມ ຢ່າງໃກ້ຊິດ”.

ໂຄສົກ ອົງການ ອະນາມັຍ ໂລກ ເປີດເຜີຍວ່າ ໄຂ້ຫວັດນົກ ໄດ້ ຣະບາດ ຢູ່ຈີນ ມາຕັ້ງແຕ່ ເດືອນ ມິນາ ປີ 2013, ເຮັດໃຫ້ ມີຜູ້ຕິດ ເຊື້ອໂຣກ ນີ້ ຢ່າງໜ້ອຍ 199 ຄົນຢູ່ຈີນ, ໄຕ້ຫວັນ, ຮົງກົງ ແລະ ມີຜູ້ເສັຍ ຊີວິດ ຍ້ອນ ແລ້ວ 50 ກວ່າ ຄົນ ແລະ ວ່າ ເຖິງແມ່ນ ຄົນປ່ວຍ ຫລາຍຄົນ ມີປະວັດ ໃກ້ຊິດ ກັບຜູ້ທີ່ ຕິດເຊື້ອ ໂຣກ ນີ້ ມາກ່ອນ ກໍຕາມ ແຕ່ອົງການ ອະນາມັຍ ໂລກ ກໍ ”ຍັງບໍ່ພົບ ຫລັກຖານ ການແພ່ເຊື້ອ ຈາກຄົນ ໄປສູ່ຄົນ” ນັ້ນເທື່ອ.

ຂະນະດຽວກັນ ນັກຊ່ຽວຊານ ດ້ານພຍາດ ນີ້ ກໍເຫັນວ່າ ຣະດູ ໄຂ້ຫວັດໃຫຍ່ ໃນຊ່ວງ ໜ້າໜາວ ຢູ່ຊີກໂລກ ເໜືອ ເປັນ ອົງປະກອບ ສໍາຄັນ ຕົ້ນຕໍ ທີ່ເຮັດໃຫ້ ຈໍານວນ ຄົນ ຕິດເຊື້ອໂຣກ ໄຂ້ຫວັດນົກ ເພີ່ມຂຶ້ນ ໃນຊ່ວງ 2-3 ອາທິດ ຜ່ານມາ ຫລັງຈາກ ຈໍານວນ ຄົນປ່ວຍ ຫລຸດລົງ ໃນເດືອນ ກໍຣະກະດາ ແລະ ເດືອນ  ສິງຫາ ຂອງ ປີຜ່ານມາ ແລະວ່າ “ແນວໂນ້ມ ຂອງ ຜູ້ຕິດເຊື້ອ ໂຣກ ນີ້ ອາຈຍັງ ເພີ່ມຂຶ້ນ ຢ່າງຕໍ່ເນື່ອງ ໃນຊ່ວງ ຣະດູ ໜາວນີ້”.

ນອກຈາກ ຢູ່ປະເທສ ຈີນ ແລ້ວ ທີ່ ວຽດນາມ ກໍຍັງ ມີຜູ້ເສັຍ ຊີວິດ ຍ້ອນ ໄຂ້ຫວັດນົກ ຄົນທໍາອິດ ໃນຮອບ 9 ເດືອນ ຖ່າມກາງ ຄວາມ ວິຕົກກັງວົນ ຫລາຍຂຶ້ນ ກ່ຽວກັບ ການກັບມາ ຂອງ ເຊື້ອ ໄວຣັສ ຮ້າຍແຮງ ນີ້. ກະຊວງ ສາທາຣະນະສຸກ ວຽດນາມ ຣາຍງານ ໃນວັນທີ 20 ມົກກະຣາ ວ່າ ພົບ ຜູ້ເສັຽ ຊີວິດ ຍ້ອນ ໄຂ້ຫວັດນົກ ຄົນ ທໍາອິດ ໃນຮອບ 9 ເດືອນ ຄື ນັບຕັ້ງແຕ່ ເດັກນ້ອຍ ອາຍຸ 4 ຂວບ ເສັຍຊີວິດ ເມື່ອເດືອນ ເມສາ ປີ 2013 ມາ.

ຄົນວຽດນາມ ອາຍຸ 52 ປີ ຈາກແຂວງ ບິ່ງເຜືອກ ເສັຍຊີວິດ ຍ້ອນ ເຊື້ອໄວຣັສ H5N1 ໃນວັນທີ 18 ມົກກະຣາ ພາຍຫຼັງ ທີ່ໄດ້ຮັບ ການປິ່ນປົວ ຢູ່ໂຮງໝໍ ທີ່ ນະຄອນ ໂຮຈິມິນ. ເຊື້ອ ໄວຣັສ ສາຍພັນ H5, H7 ແລະ H9 ທີ່ພົບໃນ ຜູ້ປ່ວຍ ສ່ວນໃຫຍ່ ມາຈາກການ ສໍາພັດ ຫລືແຕະຕ້ອງ ກັບສັດປີກ ທີ່ ຕິດເຊື້ອ ໂດຍກົງ. ແຕ່ພວກ ນັກຊ່ຽວຊານ ຕ່າງ ກໍວິຕົກ ວ່າ ເຊື້ອ ພຍາດນີ້ ອາຈກາຍພັນ ໄປຢູ່ໃນ ຮູບແບບ ທີ່ງ່າຍຕໍ່ ການຖ່າຍທອດ ຈາກຄົນ ສູ່ຄົນ ອັນ ຈະເຮັດ ໃຫ້ ພຍາດນີ້ ແພ່ຣະບາດ ໄດ້ງ່າຍ ຍິ່ງຂຶ້ນ.

ອົງການ ອະນາມັຍ ໂລກ ຣະບຸວ່າ ນັບຕັ້ງ ແຕ່ປີ 2003 ມາ ໃນທົ່ວໂລກ ມີຜູ້ ເສັຍຊີວິດ ຍ້ອນ ເຊື້ອໄວຣັສ H5N1 ທັງໝົດ 385 ຄົນ ໃນຈໍານວນ ຜູ້ຕິດເຊື້ອ ທັງໝົດ 649 ຄົນ. ດັ່ງນັ້ນ ຈຶ່ງ ມີການ ວິພາກ ວິຈານ ກັນວ່າ ບໍ່ວ່າ ປະເທສໃດ ໃນໂລກ ເປັນຕົ້ນ ສປປ ລາວ ຊຶ່ງເປັນ ປະເທສທີ່ ຕັ້ງຢູ່ຕິດ ກັບ ຈີນ ແລະ ວຽດນາມ ຊຶ່ງ ກໍາລັງ ກັງວົນ ນໍາ ໄຂ້ຫວັດນົກ ທີ່ ຣະບາດ ໃນຊ່ວງ ບຸນເຕັດ ຫຼື ຕຣຸດຈີນ ຂະນະນີ້ ແລະຢ້ານ ເຊື້ອ ພຍາດ ນັ້ນ ຈະກາຍພັນ ເປັນ ສາຍພັນໃໝ່ ທີ່ສາມາດ ຕິດຕໍ່ ຈາກຄົນ ໄປສູ່ຄົນ ໄດ້ນັ້ນ ກໍຄວນ ເອົາໃຈໃສ່ ປ້ອງກັນ ບໍ່ໃຫ້ ເຊື້ອ ພຍາດ ທີ່ວ່ານັ້ນ ເກີດຂຶ້ນ ຫືຼ ແພ່ລາມ ເຂົ້າມາ ຂະນະ ທີ່ ຣັຖບາລ ສປປ ລາວ ແບ່ງ ງົບປະມານ ໃຫ້ ກະຊວງ ສາທາຣະນະສຸຂ ໜ້ອຍ, ອາສັຍ ການຊ່ວຍເຫລືອ ຂອງ ຕ່າງປະເທສ ຮວມທັງ ອົງການ ອະນາມັຍ ໂລກ ເພື່ອປົກປ້ອງ ໄຂ້ຫວັດນົກ ນີ້ ເຖິງມີ ສູນວິເຄາະ ຣະບາດ ວິທຍາ ທີ່ມີ ຫ້ອງການ ປ້ອງກັນໂຣກ ຕິດຕໍ່, ບ່ອນໃດມີ ໂຣດຣະບາດ ຫ້ອງການ ນີ້ ກໍລົງໄປ ຊ່ວຍເຫລືອ ກໍດີ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.