ທາງການປະຕິບັດ ມາຕການ ຕ້ານໂຄວິດ-19 ໃໝ່

ຊາວບ້ານ ທີ່ລໍຖ້າຊື້ຢາ ແລະ ອຸປະກອນການແພດ ທີ່ຕ້ອງຮັກສາ ໄລຍະຫ່າງ ປ້ອງກັນໂຄວິດ-19 ໃນນະຄອນຫຼວງວຽງຈັນ. ຮູບຖ່າຍເມື່ອ: ເດືອນເມສາ. ໂດຍ: TS
ຊາວບ້ານ ທີ່ລໍຖ້າຊື້ຢາ ແລະ ອຸປະກອນການແພດ ທີ່ຕ້ອງຮັກສາ ໄລຍະຫ່າງ ປ້ອງກັນໂຄວິດ-19 ໃນນະຄອນຫຼວງວຽງຈັນ. ຮູບຖ່າຍເມື່ອ: ເດືອນເມສາ. ໂດຍ: TS (RFA)

0:00 / 0:00

ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ສປປລາວ ອອກແຈ້ງການ ກ່ຽວກັບ ມາຕການ ຕ້ານໂຄວິດ-19 ໃໝ່ 6 ຂໍ້ ທີ່ປະຕິບັດ ແຕ່ວັນທີ 1 ເຖິງ 31 ທັນວາ ນີ້. ໃນນັ້ນ, ມີທັງໃຫ້ໂຈະ ການອອກວີ່ຊ້າ ໃຫ້ຜູ້ເດີນທາງ ມາຈາກ ປະເທດຕົ້ນທາງ ທີ່ມີການຣະບາດ ຂອງໂຄວິດ-19 ແລະ ໂຈະການອະນຸມັດ ຖ້ຽວບິນເຊົ່າ ເໝົາລໍາ ຈາກປະເທດ ທີ່ມີການຣະບາດ ຂອງໂຄວິດ-19. ດັ່ງເຈົ້າໜ້າທີ່ ຄນະສະເພາະກິຈ ທ່ານນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 30 ພຶສຈິກາ ຜ່ານມາວ່າ:

" ໂຈະການອອກວີ່ຊ້າ ຜູ້ເດີນທາງ ມາຈາກປະເທດ ຕົ້ນທາງ ທີ່ມີການຣະບາດ. ມາຕການນີ້ ນໍາໃຊ້ຈົນຮອດ ວັນທີ 31 ທັນວາ ປີ 2020 ກໍຄືໂຈະ ການອະນຸຍາດ ຖ້ຽວບິນ ເຊົ່າເໝົາລໍາ ຈາກປະເທດ ທີ່ມີການຣະບາດ ໃນຊຸມຊົນຫັ້ນ. ຍົກຕົວຢ່າງ ອາເມຣິກາ ນີ້ ກໍໄດ້ກວດກາວ່າ ຜູ້ໂດຍສານ ໃນຖ້ຽວບິນເໝົາລໍານີ້ ຕ້ອງຮັບປະກັນວ່າ ບໍ່ໄດ້ມາ ຈາກປະເທດ ທີ່ມີການຣະບາດ. "

ທ່ານກ່າວຕື່ມວ່າ ຜູ້ທີ່ໄດ້ຮັບ ອະນຸຍາດ ໃຫ້ເຂົ້າມາລາວ ເມື່ອມາເຖິງແລ້ວ ຕ້ອງຖືກກວດ ຫາເຊື້ອໂຄວິດ-19 ແລະ ຖືກກັກໂຕ 14 ມື້. ຜູ້ທີ່ຖືກ ກັກໂຕນັ້ນ ສາມາດເລືອກ ສະຖານທີ່ກັກໂຕ ຕາມທີ່ທາງການ ກໍານົດໄວ້.

ແລະ ເຈົ້າໜ້າທີ່ ກະຊວງຖແລງຂ່າວ ວັທນະທັມ ແລະ ທ່ອງທ່ຽວ ກໍກ່າວ ໃນມື້ດຽວ ກັນນີ້ວ່າ ໃນໄລຍະນີ້ ຍັງອະນຸຍາດ ໃຫ້ຈັດງານ ບຸນຕ່າງໆໄດ້, ແຕ່ທາງການ ຈະມີເຄື່ອງ ວັດອຸນນະພູມ ແລະ ໃຫ້ໃສ່ຜ້າ ອັດປາກ-ອັດດັງ.

“ຍັງຈັດໄດ້ຢູ່ນ່າ, ປົກກະຕິຢູ່ນ່າ ເກນການ ຂອງຄນະສະເພາະກິຈ ມີງານມີຫຍັງ ຫຼາຍຄົນ ເພິ່ນກໍຍັງໃຫ້ສວມ ໃຫ້ໃສ່ຢູ່. ເວລາເຮົາ ຮ່ວມງານຫຍັງຫັ້ນນ່າ. ວັດປົກກະຕິ ຢູ່ງານ ຫ້ອງການ ເຂົາກໍວັດຢູ່.”

ເຈົ້າໜ້າທີ່ ສະເພາະກິຈ ອີກທ່ານນຶ່ງ ກໍເວົ້າວ່າ ມີໂຮງແຮມ 35 ແຫ່ງ ສໍາລັບກັກໂຕ ຜູ້ທີ່ມາຈາກ ຕ່າງປະເທດ 14 ມື້, ແຕ່ກໍມີບັນຫາ ເຣື່ອງການລັກອອກໜີ ກ່ອນກໍານົດ. ດັ່ງທີ່ທ່ານກ່າວ ໃນມື້ດຽວກັນ ນີ້ວ່າ.

“ໂຮງແຮມເປົ້າໝາຍ ຈະມີ 35 ແຫ່ງເນາະ. ທຸກໂຮງແຮມ ຈະມີເຈົ້າໜ້າທີ່ ຢູ່ປະຈໍາເລີຍ, ຫຼັງຈາກເຮົາ ຄົບກໍານົດ 14 ມື້ ກໍຈະມີຜົລກວດ ໂຄວິດໃຫ້. ທໍາອິດ ກໍມີຢູ່ ເພາະວ່າ ບາງຄົນເວົ້າບໍ່ຟັງ, ຫັ້ນນ່າ. ຖ້າຄົນທີ່ອອກ ກ່ອນກໍານົດ ທີ່ບໍ່ໄດ້ ແຈ້ງໂຮງແຮມ ກໍຈະປັບໄໝ ທາງໂຮງແຮມ ແລະ ໃຫ້ໂຮງແຮມ ປິດຊົ່ວຄາວ.”

ຕໍ່ມາດຕະການດັ່ງກ່າວ ຊາວບ້ານຜູ້ນຶ່ງຢູ່ນະຄອນຫລວງວຽງຈັນກໍເຫັນດີນໍາ ໂດຍສະເພາະເຣຶ່ອງການບໍ່ໃຫ້ວີຊາແກ່ຄົນທີ່ມາຈາກປະເທດທີ່ໂຄວິດ-19 ຣະບາດ.

“ເຫັນດີຢູ່ ທີ່ເພິ່ນມີ ມາຕການ ປ້ອງກັນອອກມາ ໂດຍສະເພາະ ເຣື່ອງຊາວຕ່າງຊາດ ຍ້ອນບໍ່ຢາກ ໃຫ້ມັນຣະບາດອີກ.”

ກ່ຽວກັບ ມາຕການໃໝ່ ທີ່ວ່ານີ້ ຜູ້ປະກອບການ ທ່ານນຶ່ງ ຢູ່ແຂວງວຽງຈັນ ເວົ້າວ່າ ມີທັງຂໍ້ດີ ຄືຫຼຸດຄວາມສ່ຽງ ຕໍ່ການຣະບາດ ຂອງເຊື້ອພຍາດ ແລະ ມີທັງຂໍ້ເສັຽ ຄືດ້ານເສຖກິຈ ໜັກໜ່ວງ. ດັ່ງທີ່ທ່ານກ່າວ ຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 1 ທັນວາ ນີ້ວ່າ:

“ອອກມາແລ້ວ ຄືເກົ່າ ເໝືອນເດີມ ຄຶວ່າ ກໍປິດດ່ານ ຄືເກົ່າ ເໝືອນເດີມ. ກໍຕ້ອງປ້ອງກັນໄວ້ ດີກວ່າແກ້ ເຮົາມີບັນຫາ ຊຸດແລ້ວຫັ້ນ ເຊົ່າເໝົາລໍາ ແລ້ວມັນມີ ຕິດໂຄວິດ ມັນກໍດີ ຢ່າງນຶ່ງ ບໍ່ດີຢ່າງນຶ່ງ. ດີກໍຄື ບໍ່ມີການ ແຜ່ເຊື້ອເຂົ້າມາ ແລ້ວບໍ່ດີ ຢ່າງນຶ່ງ ຄືດ້ານເສຖກິຈ ການກິນ ການຢູ່ ຂອງປະຊາຊົນ ນີ້ແຫຼະ ມັນໜັກ.”

ທ່ານກ່າວຕື່ມວ່າ ເມື່ອກ່ອນນີ້ ກໍເຮັດທຸຣະກິດຫລາຍແນວ ບໍຣິການຊາວຕ່າງປະ ເທດ ເຊັ່ນມີທີ່ພັກ, ຮ້ານອາຫານ, ບໍຣິການນໍາທ່ຽວ. ແຕ່ມາດຽວນີ້ຕ້ອງປ່ຽນໄປເຮັດທຸຣະກິດແນວອື່ນໄປກ່ອນ ເພື່ອຄວາມຢູ່ລອດ ຈົນກວ່າສະພາບການ ຈະກັບມາເປັນປົກກະຕິ.

ອີງຕາມການຖແລງຂ່າວ ຂອງດຣ. ພູທອນ ເມືອງປາກ, ຮອງຣັຖມົນຕຣີ ກະຊວງສາທາຣະນະສຸຂ ຕໍ່ສື່ມວນຊົນ ທາງການລາວ ວັນທີ 27 ພຶສຈິກາ ຜ່ານມາ, ນອກຈາກ ມີການໂຈະ ການອອກວີ່ຊ້າ ແລະ ບໍ່ອະນຸຍາດ ໃຫ້ເຮືອບິນ ເຊົ່າເໝົາລໍາ ຈາກປະເທດ ຕົ້ນທາງ ທີ່ໂຄວິດ-19 ຣະບາດແລ້ວ, ກໍຍັງໄດ້ ສເນີໃຫ້ ພາກສ່ວນ ທີ່ກ່ຽວຂ້ອງ ຕິດຕາມກວດກາ ຢ່າງເຂັ້ມງວດຂຶ້ນ.

“ສເນີໃຫ້ ກະຊວງປ້ອງກັນປະເທດ, ກະຊວງປ້ອງກັນຄວາມສງົບ ແລະ ອໍານາດ ການປົກຄອງ ທ້ອງຖິ່ນ ໄດ້ເພີ່ມທະວີ ໃນການຕິດຕາມ ກວດກາ ເພື່ອຮັບປະກັນວ່າ ບໍ່ໃຫ້ມີ ການລັກລອບເຂົ້າເມືອງ ແບບຊະຊາຍ ຈະບໍ່ໃຫ້ມີຄວາມສ່ຽງ ໃນການນໍາເຊື້ອ ພຍາດ COVID-19 ເຂົ້າມາແຜ່ຜາຍ ຢູ່ໃນປະເທດ ຂອງເຮົາ.”

ອີງຕາມ ການຣາຍງານ ຂອງສື່ມວນຊົນ ທ້ອງຖິ່ນລາວ ວັນທີ 27 ພຶສຈິກາ 2020, ຫ້ອງວ່າການ ສໍານັກງານ ນາຍົກຣັຖມົນຕຣີ ໄດ້ອອກແຈ້ງການ ກ່ຽວກັບ ທິດຊີ້ນໍາ ເຣື່ອງມາຕການ ຕ້ານໂຄວິດ-19 ໃໝ່ 6 ຂໍ້ ທີ່ຕ້ອງໄດ້ ປະຕິບັດ ແຕ່ມື້ວັນທີ 1 ຫາ 31 ທັນວາ 2020 ນີ້.

ແລະ ກະຊວງສາທາຣະນະສຸຂ ກໍຣາຍງານ ໃນມື້ວັນທີ 30 ພຶສຈິກາ ທີ່ຜ່ານມາວ່າ ຢູ່ ສປປລາວ ມີຜູ້ຕິດເຊື້ອ ພຍາດໂຄວິດ-19 ທັງໝົດ 39 ຄົນ, ກໍາລັງປິ່ນປົວ ຢູ່ໂຮງໝໍ 13 ຄົນ ແລະ ປິ່ນປົວເຊົາແລ້ວ 26 ຄົນ.