ຊີວິດຂອງ ແມ່ແລະແດັກ
ອັດຕຣາ ການເສັຍຊີວິດ ຂອງ ແມ່ແລະເດັກ ຍັງສູງ ໃນສປປ ລາວ ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ.
-
2013-05-29 -
-
-
Your browser doesn’t support HTML5 audio
ອັດຕຣາ ການເສັຍຊີວິດ ຂອງ ແມ່ແລະເດັກ ຍັງສູງ ໃນສປປ ລາວ ໂດຍສະເພາະ ໃນເຂດ ຊົນນະບົດ ຫ່າງໄກ ສອກຫລີກ.
ສ່ວນຫລາຍ ແມ່ຍິງ ຍັງອອກລູກ ດ້ວຍຕົນເອງ ບໍ່ມີ ໝໍຕຳແຍ ຊ່ວຍໃນຍາມ ອອກລູກ ແລະ ກໍບໍ່ໄດ້ ໄປອອກຢູ່ ສຸຂສາລາ ຫຼື ໂຮງໝໍ ເລີຍ; ຕົວຢ່າງ ຢູ່ແຂວງ ເຊກອງ ແມ່ຍິງ ຍັງອອກລູກ ຢູ່ເຮືອນເຖິງ 70 ສ່ວນຮ້ອຍ. ເຈົ້າໜ້າທີ່ ຂແນງ ແມ່ແລະເດັກ ແຂວງເຊກອງ ຜູ້ນຶ່ງເວົ້າວ່າ:
“ການຕາຍ ການເກີດ ຢູ່ບ້ານ ບ້ານເຮົານີ້ ກໍຍັງສູງ ຢູ່ ກວມປະມານ 70 ເປີເຊັນ ພຸ້ນແຫລະ ທີ່ວ່າເກີດ ຢູ່ບ້ານສ່ວນຫລາຍ ຂະເຈົ້າ ເກີດເອງ ຫລືວ່າ ເປັນຄອບຄົວຊ່ວຍ ເປັນໝໍຕຳແຍ ຫຍັງຫັ່ນ ກະມີໜ້ອຍ.”
ເຈົ້າໜ້າທີ່ ອະທິບາຍ ວ່າ ແມ່ຍິງ ໃນເຂດ ຊົນນະບົດ ບໍ່ໄດ້ ໄປອອກລູກ ຢູ່ສຸຂສາລາ ຫລື ໂຮງໝໍ ກໍເພາະວ່າ ພວກເຂົາຢູ່ໄກ ເດີນທາງ ຕ້ອງໃຊ້ເວລາ ເຖິງ ສອງສາມ ຊົ່ວໂມງ ຈຶ່ງໄປເຖິງ ສະຖານທີ; ບໍ່ເທົ່ານັ້ນ ຖນົນຫົນທາງ ກໍທຸຣະ ກັນດານ.
ຕາມຣາຍງານ ຂອງຂແນງ ແມ່ແລະເດັກ ແຂວງເຊກອງ ນັບແຕ່ປີ 2005 ເປັນຕົ້ນມາ ແຂວງເຊກອງ ມີແມ່ຍິງ ເສັຍຊີວິດ ຍ້ອນອອກລູກ ເຖິງ 300 ຄົນ; ໃນ ສະເພາະ ປະມານ ນຶ່ງປີ ທີ່ຜ່ານມາ ເສັຍຊີວິດແລ້ວ 20 ຄົນ ແຕ່ຕົວເລກ ຕົວຈິງ ອາດຈະສູງ ກວ່ານັ້ນ ເພາະ ຫລາຍບ້ານ ບໍ່ຣາຍງານ ການເສັຍຊີວິດ ຂື້ນຫາເມືອງຫາ ແຂວງ ແລະເຈົ້າໜ້າທີ່ ກໍບໍ່ສາມາດ ໄປສຳຣວດ ກວດກາ ຢ່າງທົ່ວເຖິງ ໄດ້. ເມື່ອປີ 2000 ອັດຕຣາ ການເສັຍຊີວິດ ຂອງ ແມ່ຍິງຢູ່ລາວ ສູງເຖິງ 650 ຄົນ ຕໍ່ນຶ່ງແສນຄົນ ປັດຈຸບັນ ຫລຸດລົງ ແດ່ແລ້ວ.