ໄຂ້ເລືອດອອກແຜງລິດ ອີກແລ້ວ

ສິດນີ
2020.06.23
F-Dengue 1 ກໍຣະກະດາ 2019 ທີ່ຜແນກຊຶມເຊື້ອ ໂຮງຫມໍມະໂຫສົດ ຄົນເຈັບໄຂ້ເລືອດອອກ ລົ້ນຈົນບໍ່ມີຕຽງນອນ
ຮູບພາບຈາກ : ນັກຂ່າວພົລເມືອງ

ເຈົ້າຫນ້າທີ່ສາທາຣະນະສຸຂ ທ່ານນຶ່ງກ່າວໃນມື້ວັນທີິ 17 ມິີຖຸນາ ປີ 2020 ວ່າ ປັດຈຸບັນ ສປປລາວ ມີຄົນຕິດເຊື້ອໂຣຄໄຂ້ເລືອດອອກ ເກືອບຮອດ 2 ພັນ ກໍຣະນີແລ້ວ ແລະ ມີຜູ້ເສັຽຊີວີດເພີ້ມອີກ ເປັນ 5  ຄົນ ໃນນັ້ນນະຄອນຫລວງວຽງຈັນ ຜູ້ຕິດເຊື້ອເຖິງ 421 ກໍຣະນີ ໃນຈຳນວນຜູ້ຕິດເຊື້ອທັງໝົດ 1,843 ຄົນ ແຕ່ຫນັງສືພິມຊີນຮົວ ຂອງຈີນ ຣາຍງານໃນມື້ວັນເສົາວັນທີ 20 ວ່າມີເຖີງ 1,992 ກໍຮະນີຄົນ ຕິດເຊື້ອໄຂ້ຍຸງລາຍ ໃນລາວ ໃນເວລານີ້ ໃນບັນດາ 17 ແຂວງຂອງລາວ ຍົກເວັ້ນ ແຂວງຊຽງຂວາງ.

ແຂວງທີ່ມີຄົນຕິດເຊື້ອ ຫຼາຍກວ່າຫມູ່ ແມ່ນ ນະຄອນຫຼວງວຽງຈັນປະມານ 421 ຄົນ, ຮອງລົງມາແຂວງອັດຕະປື 188 ຄົນ, ແຂວງວຽງຈັນ 186 ຄົນ ແຂວງຄຳມ່ວນ 105 ຄົນ ແລະແຂວງອື່ນໆ.

ແຂວງທີ່ມີຄົນຕິດເຊື້ອ ໜ້ອຍກວ່າ ຫມູ່ແມ່ນແຂວງຜົ້ງສາລີ ແລະ ບໍ່ແກ້ວ ແຂວງລະ 5 ຄົນ. ມີຜູ້ທີ່ເສັຽຊີິວິດ ເພີ້ມຂື້ນເປັນ 5 ຄົນ ໃນນ້ັນ ນະຄອນຫຼວງວຽງຈັນ 2 ຄົນ, ບໍຣິຄຳໄຊ 1 ຄົນ ແຂວງຄຳມ່ວນ ແລະ ອັັດຕະປຶ ແຂວງລະ 1 ຄົນ.

ສ່ວນການປະຕິການປ້ອງກັນພຍາດດັ່ງກ່າວ ທາງການ ກໍພຍາຍາມໂຄສະນາ ປະຊາສຳພັນ ແລະໃຫ້ປະຊາຊົນມີສ່ວນຮ່ວມ ໃນການປະຕິບັດ ຕາມຫລັກການ 5 ປ ຂອງກະຊວງສາທາຣະນະສຸຂ ວາງອອກ.

“1- ປ, ປີິດພາຊະນະເກັບ ນ້ຳໃນເຮືອນແລະນອກເຮືອນ ເພື່ອບໍ່ໃຫ້ຍຸງລາຍມາໄຂ່ໃສ່.

2- ປ, ປ່ຽນນ້ຳໃນພາຊະນະເຊັ່ນເຕົ້າດອກໄມ້ ຮອງຕີນຕູ້ ຮອງຈອກແລະນ້ຳຕົກຄ້າງ ໃນສະຖານທີ່ຕ່າງໆ.

3- ປ, ປ່ອຍປາຫາງນົກຍຸງ ເພື່ອກິນໜອນນ້ຳ.

4- ປ, ປັບປຸງການອະນາມັຍ ສີ່ງແວດລ້ອມເຮືອນ ບໍ່ໃຫ້ມີກະໂປະກະປ໊ອງ, ຢາງຕີນເກົ່າ ທີ່ມີນ້ຳຂັງ.

5- ປ, ປະຕິບັດໃຫ້ເປັນນິສັຍປະຈຳທຸກໆອາທິດ ໃຫ້ເປັນນິສັຍ ໃນແຕ່ລະມື້ ເປັນຕົ້ນຕອນເຊົ້າເຮົາຕື່ນມາເຮົດຫຍັງ ເຮົາຖູແຂ້ວ ແລະ ລ້າງຫນ້າແປງພັນ ເປັນກິຈວັດ ປະຈຳວັນ”

ອິງຕາມຄຳໃຫ້ການຂອງເຈົ້າຫນ້າທີ່ຣະດັບສຸງ ຈາກກະຊວງສາທານະສຸຂ ທ່ານນື່ງເວົ້າວ່າ ທາງການໄດ້ຮຽກຮ້ອງ ໃຫ້ປະຊາຊົນສະສາງ ທຳລາຍ ບ່ອນເພາະພັນຂອງຍຸງລາຍ ໃນບໍຣິເວນບ້ານເຮືອນ ແລະຕາມຮ່ອງນ້ຳບວກໜອງຄອງບຶງ ເພື່ອປ້ອງກັນການແຜ່ຣະບາດ ຂອງ ຍຸງລາຍ ໃຫ້ເປັນກິຈກັມຣະຍະຍາວ ເພື່ອຕ້ານໂຣຄນີ້, ດັ່ງທ່ານເວົ້າວ່າ

“ພວກເຮົາຕ້ອງເອົາໃຈໃສ່ ໃນການບໍຣິຫານບຸກຄົນ ແລະສິ່ງແວດລ້ອມ ແລະສາເຫດທີ່ມັນເກີດ ແລະພົວພັນຫັ້ນແຫຼະ ພວກເຮົາປ້ອງກັນ ດ້ວຍໂຕເອງ ເປັນຕ້ົນການນຸ່່ງເສື້ອແຂນຍາວແລະອື່ນໆ”

ທາງການໄດ້ຮັບສັ່ງໃຫ້ ໂຮງຫມໍ ໂຮງຮຽນ ໂຮງແຮມ ບ້ານພັກ ສະຖານທີ່ທ່ອງທ່ຽວ ຫ້ອງການ ຫ້າງຮ້ານຕ່າງໆ ສະຖານທີ່ສາທາຣະນະ ຕ່າງໆ ຕ້ອງປະຕິບັດຄວາມສະອາດ ຫົວຫນ້າບ້ານ ສະມາຄົມ ອົງການຈັດຕ້ັງທາງສັງຄົມ ນັກຮຽນັກຮັກສືກສາ ແລະຄຣູ ອາຈານ ເປັນ ບຸກຄົນສຳຄັນ ພາສັງຄົມ ຕ້ານໂຣຄນີ້.

ໃນຂນະດຽວກັນໜ່ວຍງານກວດກາ ແລະປີ່ນປົວໂຣຄດັ່ງກ່າວ ຂອງຣັຖບານເປັນຕົ້ນແພດຫມໍ ແລະໜ່ວຍງານປ້ອງກັນ ແລະປາບປາມ ຮ່ວມກັບໜ່ວຍງານອື່ນໆ ໃນການຕ້ານໂຣຄນີ້ ຕ້ອງໄດ້ຍົກຣະດັບ ການປະຕິບັດຫນ້າທີ່ຂອງຕົນ ໃຫ້ໄດ້ມາຕຖານທັນເວລາ ເພື່ອທຳລາຍ ໂຣຄດັ່ງກ່າວ ຖ້າມພົບເຫັນຜູ້ຕິດເຊື້ອ ຕ້ອງປ່ີນປົວແລະ ແກ້ໄຂ ໃນທັນທີທັນໃດ. ປະຊາຊົນ ນາງນື່ງຢູ່ ແຂວງຫຼວງພຣະບາງ ເວົ້າວ່າ:

“ເອີ່ຍເວລານີ້ ແມ່ນຣະດູຝົນເດ້ ນໍ້າອັ່ງຕາມຖນົນ ກະປ້ອກ ກະປອ໊ງ ເປັນບ່ອນໄຂ່ຂອງຍຸງລາຍ ຍຸງລາຍມັກຄວາມສະອາດເດ້”

ອົງການອະນາມັຍໂລກຖແລງວ່າ ພຍາດໄຂ້ເລືອດອອກ ເປັນນື່ງໂຣຄທີ່ແຜ່ຣະບາດ ຢ່າງວ່ອງໄວ ໃນບັນດາ ປະເທດອາຊຽນທັງຫລາຍ ເປັນຕົ້ນ ໄທ ຟິລິປີນ ວຽດນາມ ແລະ ສີງກະໂປ ໃນແຕ່ລະປີ ໃນຣະຍະ 10 ປີ ຜ່ານມາ ມີຜູ້ຕິດເຊື້ອເພີ້ມຂຶ້ນ ສອງເທົ່າຕົວ ໃນບັນດາ ປະເທດດັ່ງກ່າວ ທີ່ຮ່ວມດ້ວຍ ສປປລາວ.

ໂຣຄໄຂ້ເລືອດອອກ ເປັນໂຣຄຊຳເຣື້ອ ໃນບັນດາປະເທດດ້ອຍພັທນາທັງຫລາຍໃນໂລກ ເປັນຕົ້ນເອເຊັຽ ອາຟຣິກາ ອາເມຣິກາກາງ ແລະ ອາເມຣິກາໃຕ້ ໂດຍສະເພາະ ໃນຣະດູຝົນ ຊື່ງເປັນຣະດູ ທີ່ຍຸງລາຍເພາະໄຂ່ ແລະ ຣະບາດ ເທົ່າເຖີງປັດຈຸບັນ ຫລາຍປະເທດຍັງມີຄົນ ເສັຽຊີວິດ ຍ້ອນໂຣຄນີ້ຫລາຍຢູ່ໃນແຕ່ລະປີ.

ສຳລັບ ສປປລາວ ແລ້ວ ແຕ່ລະປີ ກໍມີຄົນຕິດເຊື້່ອໂຣຄນີ້ ຢ່າງຫລວງຫລາຍ ຍ້ອນຂາດການເອົາໃຈໃສ່ ໃນການປ້ອງກັນ ແລະ ສະກັດກັ້ນ ເປັນຕົ້ນໃນເຂດທີ່ຊຸມຊົນ ຢູ່ກັນຢ່າງແອອັດ ໃນເຂດເມືອງ ໃຫຍ່ໆ ດັ່ງນະຄອນຫລວງວຽງຈັນ, ປະຊາຊົນ ນາງນັ້ນ ກ່າວຕື່ມວ່າ:

“ຫລັກໆແລ້ວແມ່ນຢູ່ເມືອງລາວ ເວລານີ້ແມ່ນຣະດູຝົນ ໂດຍສະເພາະແມ່ນຳ້ຝົນ ຄ້າງກະໂປະຫມາກພ້າວ, ນ້ຳຮ່ອງ ເວົ້າເຣື້ອງການອະນາມັຍ ກໍບໍ່ດີເທົ່າທີ່ຄວນ ແລະ ປະຊາຊົນກໍຍັງບໍ່ເຂົ້າໃຈ ບາງຄົນ ກໍໄປຊື້ຢາກິນເອງ ເຮັດໃຫ້ມາໂຮງຫມໍ ພົບຄວາມຍຸ້ງຍາກ ບາງເທື່ອກໍປົວບໍ່ທັນ ທັມມະດາເຈັບເປັນຕ້ອງມາ ໂຮງຫມໍໂລດ ບາງຄົນຖືເບົາໄປຊື້ຢາປົວເອງ.”

ນອກຈາກນັ້ນ ປະເທດໃນຂົງເຂດ ກໍແມ່່ນປະເທດໄທ, ຟິລິບປິນ, ວຽດນາມ ແລະ ກຳພູຊາ ໂດຍສະເພາະຊຸມຊົນຢູ່ໃນເຂດແອອັດ ຫລື slum ໃນປະເທດ ດັ່ງກ່າວ ມີຄວາມສ່ຽງໃນການຕິດເຊື້ອສູງ.

ຕາມການຄົ້ນຄວ້າ ຈາກອົງການອະນາມັຍໂລກ ພົບວ່າ ໂຣຄໄຂ້ເລືອດອອກ ເປັນໂຣຄທີ່ແຜ່ຣະບາດ ຢ່າງວ່ອງໄວ ໃນຊຸມຊົນແອອັດ ໃນຫລາຍປະເທດໃນໂລກ ແລະ ປະຊາຊົນກອນໂລກ ກວ່າ 50% ມີຄວາມສ່ຽງໃນການຕິດໂຣຄດັ່ງກ່າວ ແລະວ່າອາການການຕິດເຊື້ອ ຂອງໂຣຄນີ້ ສຳລັບເດັກນ້ອຍ ແລະ ຜູ້ໃຫຍ່ ມີອາການເປັນໄຂ້ຫວັດ ປວດຫົວ ເຈັບຕາມຮ່າງກາຍຕົນໂຕ ຖ້າບໍ່ປີ່ນປົວ ໃຫ້ທັນເວລາ ອາດເຖີງແກ່ຄວາມຕາຍໄດ້.

ອິງຕາມສະຖິຕິ ຈາກ ອົງການອະນາມັຍໂລກ ແຕ່ລະປີ ມີຄົນຕິດເຊື້ອໂຣຄໄຂ້ເລືອດອອກ ທົ່ວໂລກ ປະມານ 390 ລ້ານຄົນ ສ່ວນໃຫຍ່ ເກີດຂຶ້ນໃນປະເທດທີ່ ມີອາກາດຮ້ອນ ເປັນຕ້ົນ ເອເຊັຽອາຄະເນ ຈີນ ໃຕຫວັນ ປາຊິຟິກ islands, ແມັກຊີໂກ ອາເມຣິກາກາງ ແລະ ອາເມຣິກາໃຕ້ ເປັນເຂດທີ່ມີຄວາມສ່ຽງສູງ.

ສຳລັບປະເທດພັທນາທັງຫລາຍ ເປັນຕົ້ນ ສະຫະຣັດ ແລະ ຢູໂຣບ ປະຊາຊົນບໍ່ຄ່ອຍຕິດເຊື້ອໂຣຄ ດັ່ງກ່າວ ມີແຕ່ຕິດມາຈາກການໄປ ທ່ຽວປະເທດ ທີ່ມີຄວາມສ່ຽງຕໍ່ການຣະບາດຂອງໂຣຄນີ້.

ແຕ່ໂຣຄໄຂ້ເລືອດອອກ ຈາກບໍ່ຕິດຕໍ່ຈາກບຸກຄົນ ນື່ງໄປຫາບຸກຄົນນອື່ນ ມີແຕ່ຕິດຍ້ອນຍຸງລາຍ ທີ່ມີເຊື້ອໂຣຄຂົບ ຖ້າທ່ານ ຮູ້ສືກວ່າ ຕິດເຊື້ອໂຣຄດັ່ງກ່າວ ໃຫ້ໄປຫາຫມໍ ຫລື ໃຊ້ຢາຂ້າເຊື້ອ ພັກຜ່ອນດື່ມນຳ້ຫລາຍໆ ຖ້າປ່ອຍປະດົນ ອາດເຖີງແກ່ຊີວິດໄດ້.

ອົງການອະນາມັຍໂລກຣາຍງານວ່າ ຈຳນວນຄົນຕິດເຊື້ອເພີ້ມຂື້ນ ໃນແຕ່ລະປີ ວ່າງສອງທົສວັດຜ່ານມາ ມີຄົນຕິດເຊື້ຶອໂຣຄໄຂ້ເລືອດອອກ ເພີ້ມຂຶ້ນ 15% ຈາກ 5 ແສນກວ່າ ກໍຣະນີ ໃນປີ 2000 ມາເປັນ 2 ລ້ານ 4 ແສນຄົນໃນປີ 2010ແລະ 3 ລ້ານ 3 ແສນຄົນໃນປີ 2015 ໃນນັ້ນ ມີຜູ້ເສັຽຊິວິດຈາກໂຮຄດັ່ງກ່າວຣະຫວ່າງປີ 2000 ຫາ 2015 ເພີ້ມ 960 ຄົນ ຈາກທັງຫມົດ 4,032 ຄົນທີ່ເສັຽຊິວິດຍ້ອນໂຣຄນີ້ ໃນທົ່ວໂລກ.

ກ່ອນປີ 1970 ມີພຽງແຕ່ 9 ປະເທດ ທີ່ຣາຍງານຄົນຕິດເຊື້ອໂຣຄໄຂ້ເລືອດອອກ ຊື່ງໃນປັດຈຸບັນໄດ້ລາມໄປເຖິງ 100 ປາຍປະເທດ ແລ້ວ ທີ່ມີຄົນຕິດເຊື້ອ ສ່ວນໃຫຍ່ ໃນປະເທດອາຟຣິກາ. ອາເມຣິກາກາງ ແລະໃຕ້ ປະເທດເມຣີເຕຣັນນຽນ ຕາເວັນອອກ, ເອເຊັຽອາຄະເນ ບັນດາ ປະເທດປາຊິຟິກຕາເວັນຕົກ, ເອເຊັຽຕາເວັນອອກ ແລະ ປາຊິຟິກໃຕ້ ເຂດທີີ່ມີການຕິດເຊື້ອ ຫລາຍກວ່າຫມູ່ ແມ່ນໃນບັນດາປະເທດເອເຊັຽ ແລະ ອາຟຣິກາ ປະມານ 70% ຂອງຜູ້ຕິດເຊື້ອໃນໂລກ.

ນອກຈາກນັ້ນ ບັນດາປະເທດໃນຢູໂຣບ ກໍມີຄົນຕິດເຊື້ອເຫມືອນກັນ ແຕ່ບໍ່ຫລາຍເທົ່າກັບເອເຊັຽ ແລະ ອາຟຣິກາ, ໃນປີ 2019 ມີຄົນຕິດເຊື້ອໂຣຄໄຂ້ເລືອກອອກ ໃນປະເທດເອເຊັຽ ຫລາຍກວ່າຫມູ່ ແມ່ນ ບັງຄຣາເທດ 1 ແສນ 1 ພັນ ປາຍ ກໍຣະນີ ປະເທດມາເລັຽ 131,000 ຄົນ ຟິລິປີນ 420,000 ຄົນ ແລະວຽດນາມ 320,000  ຄົນ ແລະໃນປີ ດຽວກັນນີ້ ມີຄົນຕິດເຊ໋ື້ອເພີ້ມຂື້ນ ຫລາຍກວ່າຫມູ່ ໃນອາເມຣິກາໃຕ້ ແມ່ນປະເທດ ປານາມາ ເປຣູ ແລະ ອຸຣຸກກວຍ ນອກຈາກອາຟຣິກາ ແລະ ເອເຊັຽແລ້ວ ອິງຕາມການຣາຍງານ ຂອງ ອົງການອະນາມັຍໂລກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.