ແມ່ຍິງລາວຍັງມັກອອກລູກ ຢູ່ເຮືອນ

ມະນີຈັນ
2014.05.12
f-pregnant ນາງປປະດຸງຄັນ ກໍາລັງກວດອາການ ຂອງ ແມ່ແລະເດັກ ໃນທ້ອງ ໃນເຂດຊົນນະບົດລາວ
UNFPA

 

ນາຍບ້ານ ຈາກ ແຂວງ ພາກໃຕ້ ຂອງລາວ ທ່ານນຶ່ງ ເປີດເຜີຍ ວ່າ ທີ່ ຜ່ານມາ ແມ່ມານ ສ່ວນຫລາຍ ຄອດລູກ ຢູ່ກັບບ້ານ ເຮືອນ ອັນເປັນ ສາເຫດ ສໍາຄັນ ທີ່ ເຮັດໃຫ້ ເສັຍຊີວິດ ເວລາ ຄອດລູກ. ການ ຄອດລູກ ຢູ່ກັບ ບ້ານ ກໍຍ້ອນວ່າ ທຸກຍາກ ແລະ ມີຄວາມ ລໍາບາກ ໃນການ ເດີນທາງ ໄປ ອອກລູກ ຢູ່ ສຸຂສາລາ ຫລື ໂຮງໝໍ ຍ້ອນການ ຄົມມະນາຄົມ ບໍ່ ສະດວກ:

"ປະຊາຊົນ ຜູ້ທີ່ ບໍ່ເຂົ້າໃຈ ຍັງເກີດລູກ ຢູ່ເຮືອນ ພວກທີ່ ເຂົ້າໃຈ ການ ອະທິບາຍ ຂອງແພດ ຂອງໝໍ ແລະ ຂອງ ນາຍບ້ານ ຂະເຈົ້າ ໄປເກີດ ຢູ່ ສຸຂສາລາ ຍາມຝົນ ກໍມີຄວາມ ຫຍຸ້ງຍາກ ອັນນີ້ ກໍແມ່ນ ຄວາມ ຫຍຸ້ງ ຍາກ ບໍ່ທ່ວງທັນ ກັບ ການເຈັບເປັນ ຫັ້ນນະ".

ທ່ານເວົ້າ ຕໍ່ໄປວ່າ ບ້ານ ຂອງທ່ານ ເຖິງ ຈະຕັ້ງຢູ່ ບໍ່ໄກ ຈາກ ສຸຂສາລາ ຫລຽວເຫັນ ຢູ່ ແຕ່ຢູ່ຄົນ ລະຟາກຝັ່ງ ຂອງ ລໍານໍ້າ ຊຶ່ງ ບໍ່ມີຂົວ ຂ້າມ ດັ່ງນັ້ນ ຈຶ່ງມີ ຄວາມ ລໍາບາກ ຫລາຍ ກ່ອນທີ່ ແມ່ມານ ຈະມາ ອອກລູກ ແລະ ຜູ້ເຈັບປ່ວຍ ຈະມາ ປິ່ນປົວ ຢູ່ ສຸຂສາລາ ນັ້ນໄດ້.

ຂະນະ ດຽວກັນ ເຈົ້າໜ້າທີ່ ກະຊວງ ສາທາຣະນະສຸກ ຂອງລາວ ກໍເປີດເຜີຍ ວ່າ ບັນຫາ ກ່ຽວກັບ ວຽກງານ ແມ່ ແລະ ເດັກນ້ອຍ ຄື ທີ່ ຜ່ານມາ ຣະບົບ ການ ເກັບກໍາ ຂໍ້ມູນ ກ່ຽວກັບ ແມ່ມານ ທີ່ມາ ຝາກທ້ອງ ຢູ່ ໂຮງໝໍ ຍັງບໍ່ດີ ພໍ ຍ້ອນ ບໍ່ສາມາດ ຕິດຕໍ່ ເອົາຂໍ້ມູນ ນໍາພວກ ເຂົາເຈົ້າ ໄດ້. ສິ່ງ ດັ່ງກ່າວ ເຮັດເປັນ ອຸປສັກ ຢ່າງນຶ່ງ ຕໍ່ການ ປະຕິບັດ ໜ້າທີ່ ຂອງແພດ:

"ທຸກໆ ກໍຣະນີ ທີີ່ມາ ເກີດລູກ ຢູ່ ໂຮງໝໍ ຕ້ອງ ຟິດແບັກ ໃຫ້ ສຸຂສາລາ ການ ສື່ສານ ຫລືວ່າ ຣະບົບ ເອກກະສານ ອັນນີ້ ພວກເຮົາ ກໍມີ ແຕ່ ບໍ່ມີ ຟິດແບັກ ກັບຄືນ ສ່ວນຫລາຍ ຈະເປັນໃບ ອອກ ໂຮງໝໍ ທັມມະດາ".

ທ່ານເວົ້າ ອືກວ່າ ການໃຫ້ ຄວາມຮູ້ ແກ່ ແມ່ມານ ໃໝ່ ຖື ເປັນເຣື່ອງ ສໍາຄັນ ທີ່ ຈະຕ້ອງ ໄດ້ ປັບປຸງ ເພືຶ່ອ ເຮັດໃຫ້ ອັດຕຣາ ການ ເສັຍຊີວິດ ຂອງ ແມ່ຍິງ ທີ່ ຄອດລູກ ໃນ ປະເທສ ລາວ ຫລຸດລົງ. ເມື່ອ ວັນທີ 5 ພຶສພາ 2014 ທ່ານ ເອກສະຫວ່າງ ວົງວິຈິດ ຣັຖມົນຕຣີ ກະຊວງ ສາທາຣະນະສຸກ ໄດ້ ເປີດເຜີຍ ຂໍ້ມູນ ໃນວັນ ຜະດຸງຄັນ ສາກົນ ວ່າ ປັດຈຸບັນ ປະເທສ ລາວ ມີ ອັດຕຣາ ການເສັຍ ຊີວິດ ຂອງ ແມ່ 357 ຄົນ ໃນ ຈໍານວນ ແມ່ ທີ່ຄອດ ລູກ 1 ແສນ ຄົນ ຫລື ສະເລັ່ຍ ແລ້ວ ແມ່ນເສັຍ ຊີວິດ 1 ຄົນ ຕໍ່ມື້ ຊຶ່ງຖືວ່າ ຍັງ ໜ້າ ເປັນຫ່ວງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.