ກະຊວງສາທາ ຕຽມສເນີ ກັນຊາ ຮັກສາໂຣຄ

ສິດນີ
2021.06.16
ກະຊວງສາທາ ຕຽມສເນີ ກັນຊາ ຮັກສາໂຣຄ ທາງການລາວ ຍັງບໍ່ອະນຸຍາດ ໃຫ້ຄົນລາວ ຫລື ຊາວຕ່າງຊາດ ປູກກັນຊາ ຍົກເວັ້ນໜ່ວຍງານ ຂອງສາທາຣະນະສຸຂ ເທົ່ານັ້ນ.
ນັກຂ່າວພົລເມືອງ

ປັດຈຸບັນ ທາງການລາວ ຍັງບໍ່ອະນຸຍາດ ໃຫ້ຄົນລາວ ຫລື ຊາວຕ່າງຊາດ ທົດລອງຄົ້ນຄວ້າວິຈັຍ ປູກກັນຊາ ເປັນຢາສມຸນໄພ ຍົກເວັ້ນ ໜ່ວຍງານຂອງກະຊວງສາທາຣະນະສຸຂ ເທົ່ານັ້ນ ຊຶ່ງໃນທ້າຍປີ 2021 ນີ້ ກະຊວງສາທາຣະນະສຸຂຕຽມສເນີຕໍ່ສະພາ ແຫ່ງຊາດ ໃຫ້ຮັບຮອງກັນຊາ ເປັນພືດເສຖກິຈ ເພຶ່ອໃຊ້ໃນການທົດລອງ ຄົ້ນຄວ້າ ແລະ ວິຈັຍ ເປັນຢາສມຸນໄພ ທາງການແພດ. ດັ່ງເຈົ້າໜ້າທີ່ກະຊວງ ສາທາຣະນະສຸຂ ທ່ານນຶ່ງ ຜູ້ບໍ່ປະສົງອອກຊຶ່ແລະຕຳແໜ່ງ ກ່າວຕໍ່ເອເຊັຽເສຣີ ໃນວັນທີ 15 ມິຖຸນາ ນີ້ວ່າ:

“ເອີ ຍັງບໍ່ໄດ້ຈັດຕັ້ງ ຍັງບໍ່ໄດ້ເຮັດຫຍັງເທຶ່ອເຈົ້າ ດຽວນີ້ ເຮົາພ້ອມກະຕຽມໂຕນິຕິກັມ ໂຕເອກສານຕ່າງໆແຫລະເນາະ ເອີ ເຮົາຫາ ກະເຊັນບົດບັນທຶກຫວ່າງອາທິດ ແລ້ວນີ້ກັບບໍຣິສັດ ເພຶ່ອເຮົາຈະມີການສ້າງພຶ້ນຖານໂຄງຮ່າງ ເຮົາຊິ່ເຮັດຫ້ອງວິຈັຍທີ່ວ່າພືດເປັນຢາ ຫັ້ນແຫລະ ເຣື່ອງສມຸນໄພ ນີ້ແຫລະເຈົ້າ.”

ທ່ານກ່າວຕຶ່ມວ່າ ການປູກກັນຊາເພຶ່ອນຳໃຊ້ທາງການແພດ ສືບເນຶ່ອງມາຈາກ ກະຊວງສາທາຣະນະສຸຂ ໄດ້ສເນີຕໍ່ຣັຖບານເມື່ອວັນທີ 21 ພຶຶສຈິກາ ປີ 2018ວ່າດ້ວຍການສເນີ ສ້າງໂຮມໝໍປິ່ນປົວ ພຍາດມະເຮັງ ດ້ວຍຢາພຶ້ນເມືອງ ທີ່ສະກັດຈາກ ທັມມະຊາດ ແລະ ພືດສະເພາະ ປະເພດກັນຊາ ເນຶ່ອງເຫັນວ່າ ປະເທດລາວ ຍັງບໍ່ມີໂຮງໝໍປິ່ນປົວ ພຍາດມະເຮັງ ເທຶ່ອ.

ສຳລັບພຶ້ນທີ່ຈະປູກນັ້ນ ຍັງບໍ່ຂໍໃຫ້ຣາຍລະອຽດວ່າ ຈະຢູ່ເມືອງໃດຫລືແຂວງໃດ ຕ້ອງສຶກສາຄວາມເປັນໄປໄດ້ກ່ອນ ແຕ່ທຸກຂັ້ນຕອນ ໃນການປູກ ການຂໍອະນຸຍາດ ແລະ ການຄວບຄຸມເບິ່ງແຍງ ການປູກກັນຊານັ້ນ ຈະຢູ່ພາຍໃຕ້ການຄວບຄຸມ ຂອງກະຊວງປ້ອງກັນປະເທດ.

ກ່ຽວກັບເຣຶ້ອງນີ້ ຊາວລາວຢູ່ນະຄອນປາກເຊ ແຂວງຈຳປາສັກ ທ່ານນຶ່ງເວົ້າວ່າ ເພຶ່ອເອົາມາໄປເຮັດຢາ ສມຸນໄພຮັກສາໂຣຄ ກໍເຫັນດີ ເປັນຢ່າງຍິ່ງ ແລະ ໃນຖານະເປັນຄົນລາວ ກໍພ້ອມສນັບສນູນໃນການປູກກັນຊາ ແລະ ພືດພິເສດອຶ່ນໆ ແຕ່ກະຊວງສາທາຣະນະສຸຂ ແລະ ພາກສ່ວນກ່ຽວຂ້ອງຕ້ອງໃຫ້ການຮັບຮອງ ໃຫ້ປູກຕາມກົດໝາຍນຳອີກ.

“ໄດ້ໆ ຄັນວ່າເຮົາຊິ່ປູກເປັນສິນຄ້າ ຊິ່ປູກເປັນຢາແບບນັ້ນ ແບບນິ້ໄປ ມັນບໍ່ເປັນກັນຊາແບບຢາເສບຕິດ ຫັ້ນນ່າ ຄັນມີລັກສນະບອກ ເຂົາປູກ ຂັ້ນຕອນ ມະເລັດມັນມາກ້າເນາະ ເຮັດແນວໃດ ເຣຶ່ອງປູກກັນຊາຫັ້ນໂອ້ຍ ບໍ່ມີບັນຫາແຫລະ.”

ຊາວລາວອີກຄົນນຶ່ງ ຢູ່ນະຄອນຫຼວງວຽງຈັນ ກ່າວຕໍ່ເອັຽເສຣີໃນມື້ດຽວກັນນີ້ວ່າ ເຫັນດີຢ່າງຍິ່ງ ທີ່ທາງການລາວຈະສນັບສນູນການ ປູຸກກັນຊາ ເປັນຢາສມຸນໄພຮັກສາໂຣຄ ແຕ່ຂໍໃຫ້ທາງການລາວ ຄຸ້ມຄອງ ແລະເບິ່ງແຍງຢ່າງເຂັ້ມງວດ ເນຶ່ອງຈາກວ່າ ກັນຊາເປັນ ຢາເສບຕິດ ປະເພດນຶ່ງ ທີ່ຮ້າຍແຮງ ຕໍ່ສັງຄົມ ຖ້າມີຄົນນຳໄປໃຊ້ ໃນທາງບໍ່ດີ.

“ຄັນຖ້າວ່າເພິ່ນຄຸມຄອງດີນີ້ ກະເຫັນດີຢູ່ ຖ້າເພິ່ນບໍ່ເອົາໃຈໃສ່ນິີ້ ກະບໍ່ຢາກເຫັນດີປານໃດແຫລະ ເພາະວ່າ ພວກທີ່ວ່າ ພວກເສບ ກັນຊານີ້ ກະຍັງມີຢູ່ເດ ສະນັ້ນ ມັນຈະບວກໃສ່ຢາບ້າ ນີ້ອີກຕຶ່ມ ຄັນຖ້າວ່າຄຸ້ມຄອງບໍ່ດີ.”

ຄົນລາວອີກຄົນນຶ່ງ ຢູ່ແຂວງໄຊຍະບູຣີ ກ່າວຕໍ່ວິທຍຸເອເຊັຽເສຣີ ວ່າ ຖ້າຫາກຣັຖບານອະນຸຍາດ ໃຫ້ປູກກັນຊາໄດ້ ແບບຖືກຕ້ອງຕາມ ກົດຫມາຍ ແລະສນັນສນູນສົ່ງເສິມໃຫ້ຊາວບ້ານ ໃນທ້ອງຖິ່ນປູກກໍຈະຊ່ອຍສ້າງອາຊີບ ແລະ ຣາຍໄດ້ໃຫ້ຊາວບ້ານຢ່າງແນ່ນອນ.

“ຄັນຖ້າຣັຖບານອະນຸມັດ ກໍຈະຕ້ອງມາປູກ ແຕ່ລະທ້ອງຖິ່ນ ເນາະ ມາເຮັດຢາເຮັດຫຍັງເນາະ ຊິ່ມີຄົນປູກຢູ່ຕິ ຄັນຖ້າວ່າເພິ່ນອະນຸມັດ ກະຊິ່ສ້າງຣາຍໄດ້ ຢູ່ເນາະ.”

ນອກຈາກກັນຊາແລ້ວ ກະຊວງສາທາຣະນະສຸຂ ຍັງມີພືດພິເສດອຶ່ນໆອີກປະມານ 50 ຊນິດ ທີ່ຈະເຮັດເປັນຢາສມຸນໄພຮັກສາໂຣຄ ໄດ້ ເປັນຕົ້ນ ຜັກກູດ ເປັນຢາບຳຣຸງຮ່າງກາຍ ສົ່ງອອກໄປຈີນ, ກົງສະເດັນ ເປັນຢາປົວເບົາຫວານ, ຜັກຂະຍອມພູ ລົດຄວາມດັນສູງ, ໝາກສົ້ມມໍແກ້ໄອ ໝາກຕຸມກາແດງ ປົວໄຂ້ ເສັ້ນປະສາດ ບຳຣຸງຫົວໃຈ ແລະ ຜັກຕີນເປັດ ປົວກະເພາະໄຂ້ຍຸງ ເສັ້ນປະສາດ.

ຫຼ້າສຸດໃນວັນທີ 10 ມິຖຸນາ 2021 ຜ່ານມາທາງການລາວໄດ້ເຊັນສັນຍາ ຮ່ວມກັບບໍຣິສັດ CULTIVA ຈຳກັດຂອງລາວ ຕຽມກໍ່ສ້າງ ອາຄານຫ້ອງທົດລອງ ຄົ້ນຄວ້າແລະວິຈັຍ ກ່ຽວກັບການປູກກັນຊາ ເປັນຢາສມຸນໄພເພຶ່ອເຮັດໃຫ້ພືດປັນຍາ ຂອງລາວມີຄຸນນະພາບ ແລະ ມາຕຖານສາກົນ ຄາດວ່າ ການກໍ່ສ້າງ ຈະສຳເຣັດ ໃນທ້າຍປີນີ້.

ເຖິງຢ່າງໃດກໍ່ຕາມ ໃນປັດຈຸບັນ ກົດໝາຍຂອງລາວ ຍັງບໍ່ມີການຮັບຮອງໃຫ້ກັນຊາ ເປັນພືດທີ່ຖືກຕ້ອງຕາມກົດໝາຍ ສະນັ້ນ ກັນຊາ ຍັງຖືເປັນພືດຕ້ອງຫ້າມ ແລະ ເປັນຢາເສບຕິດ ປະເພດຮ້າຍແຮງ ຫ້າມບຸກຄົນໃດມີໄວ້ໃນຄອບຄອງ ແລະ ລັກປູກ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກທາງການ ຖ້າພົບເຫັນຜູ້ຝ່າຝຶນ ຈະຖືກປັບໄໝແລະລົງໂທດ ຕາມກົດໝາຍ.

ປັດຈຸບັນ ຢ່າງນ້ອຍມີ 33 ປະເທດ ທີ່ອະນຸຍາດ ໃຫ້ນຳກັນຊາມາໃຊ້ ປໂຍດທາງການແພດເປັນຕົ້ນ ອາເຈນຕີນາ ແຄນນາດາ ຟິນແລນ ອັງກິດ ສະຫະຣັດ ອາເມຣິກາ ເຍັຽຣະມັນ ອອສເຕເຣັຽ ແລະ ໄທຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.