ເດັກນ້ອຍຂາດສານອາຫານ ມ.ຕະໂອ້ຍ
2017.06.27

ເດັກນ້ອຍອາຍຸຕ່ຳກວ່າ 5 ປີ ຢູ່ເມືອງຕະໂອ້ຍ ແຂວງສາລະວັນ ຂາດສານອາຫານ ຫຼາຍກວ່າ 40% ໂດຍສະເພາະ ໃນກຸ່ມເດັກນ້ອຍທີ່ ຈ່ອຍນໍ້າໜັກໂຕເບົາ ແລະຕ່ຳເຕັ້ຍ ເຖິງແມ່ນວ່າ ຈະໄດ້ຮັບການຊ່ວຍເຫລືອ ຈາກອົງການ ຢູນີເຊັຟ ຢູ່ກໍດີ. ຕາມຄຳເວົ້າຂອງ ເຈົ້າໜ້າທີ່ ສາທາຣະນະສຸຂ ເມືອງຕະໂອ້ຍ:
"ຕົວເດັກນ້ອຍນໍ້າໜັກ ຫລຸດມາຕຖານມີ 12 ເປີເຊັນ ປັດຈຸບັນນີ້ ເດັກຈ່ອຍມີ 12 ຈຸດປາຍ ເປີເຊັນເນາະ ໃນປາຍປີ 2016".
ແຕ່ຕົ້ນປີ 2017 ມາເຖິງເດືອນມິຖຸນານີ້ ຢູ່ເມືອງຕະໂອ້ຍ ພົບວ່າມີເດັກນ້ອຍ ຂາດສານອາຫານ ທີ່ມີນ້ຳໜັກຕ່ຳກວ່າ ປົກກະຕິ 34 ຄົນ, ໃນນັ້ນອາຍຸ 6 ເດືອນຫາ 10 ເດືອນມີແປດຄົນ; ອາຍຸ 1ປີ ຫາ 2ປີ ມີຊາວສອງຄົນ ແລະອາຍຸ 2ປີ ຫາ 5ປີ ມີສີ່ຄົນ.
ປັດຈຸບັນ ຢູ່ເມືອງຕະໂອ້ຍ ມີອົງການຢູນີເຊັຟ ແລະໂຄງການອີຟັດ ຊ່ວຍເຫລືອໃນດ້ານ ໂພຊນາຫານ 30 ບ້ານ. ແຕ່ບໍ່ມີຣາຍງານວ່າ ໃນເມືອງນີ້ ມີຈັກບ້ານກັນແທ້ ທີ່ຕ້ອງການ ຄວາມຊ່ວຍເຫລືອ. ດັ່ງທີ່ທ່ານກ່າວວ່າ:
"ຕົວແທ້ຈິງ ຄັນວ່າພຽງພໍບໍ່ ກໍວ່າບໍ່ພຽງພໍເນາະ ແຕ່ວ່າເຮົາ ຍັງຊອກຫາທຶນ ອັນນີ້ເນີ ເຣື່ອງການສົ່ງເສີມ ໃຫ້ແມ່ ເວົ້າເຣື່ອງການປຸງແຕ່ງ ອາຫານນີ້ນະ ໃຫ້ແກ່ເດັກ ການດູແລເດັກນີ້. ພວກເຮົາຢາກໄດ້ທຶນ ລັກສນະເປີດສູນ ອົບຮົມໃຫ້ແກ່ ສະຫະພັນແມ່ຍິງ ຂັ້ນບ້ານ ຫລືວ່າ ໃນການໂຄສະນາ ການນໍາພາ ການປຸງແຕ່ງອາຫານ ໃຫ້ແກ່ເດັກ".
ເມື່ອອາທິດທີ່ແລ້ວ ຜແນກສາທາຣະນະສຸຂ ແຂວງສາລະວັນ ຣາຍງານວ່າ ຢູ່ແຂວງນີ້ ມີເດັກນ້ອຍອາຍຸ ຫລຸດ 5 ປີ ຂາດສານອາຫານ 43% ຂອງຈຳນວນ ທັງໝົດ ຄືຫລຸດລົງ ຈາກປີ 2011 ທີ່ມີ 54% ແລະເຖິງປີ 2025 ມີເປົ້າໝາຍ ວ່າຈະເຮັດໃຫ້ເຫລືອ 27%.