ຄົນຂາດທາດບໍາຣຸງຮ່າງກາຍ ເສຖກິດ ກໍອ່ອນເພັຍ

ມະນີຈັນ
2014.06.02
F-kids ເດັກນ້ອຍລາວ ໃນເຂດ ທົ່ງບໍລະເວນ ພາກໃຕ້ຂອງລາວ
Travel Laos

 

ການຂາດ ສານອາຫານ ຂາດ ທາດບໍາຣຸງ ຂອງ ຜູ້ຄົນ ສົ່ງ ຜົລກະທົບ ຕໍ່ການ ເຕີບໂຕ ທາງເສຖກິດ ຂອງ ປະເທດ. ຕາມບົດ ຣາຍງານ ທີ່ອອກຜ່ານ ເວັບໄຊຕ ທະນາຄານ ໂລກ ໂດຍການ ສນັບສນູນ ຈາກ ກອງທຶນ Trust Fund ຂອງ ຍີ່ປຸ່ນ ເພື່ອສົ່ງເສີມ ອາຫານ ທາດບໍາຣຸງ ໃນລາວ.

ຢູ່ລາວ ການເສັຽ ຊີວິດ ຂອງ ເດັກນ້ອຍ ອາຍຸຫລຸດ 5 ປີ ຍ້ອນຂາດ ທາດບໍາຣຸງ ມີເຖິງ ເກືອບ 45 ສ່ວນຮ້ອຍ. ເດັກນ້ອຍ ຂາດ ອາຫານ ທາດ ບໍາຣຸງ ຕັ້ງແຕ່ ກ່ອນເກີດ ຈົນ ຮອດ 2 ປີ ມີຄວາມ ສ່ຽງສູງ ໃນການ ພັທນາ ຄວາມຮັບຮູ້ ຂອງເຂົາ ຊຶ່ງ ຈະສົ່ງຜົລ ກະທົບ ອັນບໍ່ດີ ໃສ່ ອັຕຣາ ການຜລິດ ແລະ ການເຕີບໂຕ ຂອງ ປະເທດລາວ ໃນ ອະນາຄົດ.

ການສູນເສັຽ ທາງ ເສຖກິດ ຍ້ອນ ເດັກນ້ອຍ ຂາດ ສານອາຫານ ກໍມີທັງ ການສູນເສັຍ ໂດຍກົງ ອັນອື່ນ ຕື່ມອີກ ເຊັ່ນການ ເພີ້ມການ ແບກຫາບ ຣະບົບ ປີ່ນປົວ ສຸຂພາບ ແລະ ການສູນເສັຽ ໂດຍກົງ ຂອງ ອັຕຣາ ການຜລິດ ຮວມ ຢູ່ດ້ວຍ.

ໂຣຄ ໂລຫິດຈາງ anemia ໃນວັຍເດັກ ພຽງ ຢ່າງດຽວ ເຮັດໃຫ້ຄ່າ ແຮງງານ ໃນວັຍ ຜູ້ໃຫຍ່ ຫລຸດລົງ 2 ຈຸດ 5 ສ່ວນຮ້ອຍ. ເດັກນ້ອຍລາວ ອາຍຸ ຫລຸດ 5 ປີ ທີ່ ຕົນໂຕ ຕໍ່າ ເຕັ້ຽ ບໍ່ສົມ ອາຍຸ ມີ ເຖິງ 44 ສ່ວນຮ້ອຍ. 27 ສ່ວນຮ້ອຍ ມີນໍ້າໜັກ ຕໍ່າກວ່າ ມາຕຖານ ແລະ 6 ເປີເຊັນ ເປັນຄົນຖິ້ມ. ເດັກນ້ອຍ ເກີດມາ ນໍ້າໜັກ ຕົວເບົາ ມີ 15 ເປີເຊັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.