ເດັກນ້ອຍ ຂາດສານອາຫານ
2016.11.27
ການແກ້ໄຂ ບັນຫາ ເດັກນ້ອຍ ຂາດສານ ອາຫານ ຢູ່ເມືອງ ດ໋າກຈຶ້ງ ແຂວງເຊກອງ ຍັງບໍ່ສາມາດ ປະຕິບັດ ໄດ້ຢ່າງ ທົ່ວເຖິງ ເພາະ ມີ ຄວາມຫຍູ້ງຍາກ ໃນການເດີນທາງ ເຮັດໃຫ້ ໂຄງການ ອາຫານ ກາງເວັນ ຂອງ ເດັກນ້ອຍ ອາຍຸ ຕໍ່າກວ່າ 5 ປີ ບໍ່ໄດ້ຮັບ ການປະຕິບັດ ໃນເຂດ ຫ່າງໄກ. ຍັງມີ ເດັກນ້ອຍ ຂາດ ສານອາຫານ ຢູ່ຫລາຍ ໃນເມືອງ ດ໋າກຈຶ້ງ ໂດຍສະເພາະ ເຂດ ຊາຍແດນ ລາວ-ວຽດນາມ ດັ່ງເຈົ້າໜ້າທີ່ ຫ້ອງການ ສາທາຣະນະສຸກ ທ້ອງຖິ່ນ ທ່ານນຶ່ງ ກ່າວຕໍ່ ວິທຍຸ ເອເຊັຽ ເສຣີ ເມື່ອວັນທີ 22 ພຶສຈິກາ ນີ້ວ່າ.
"ບໍ່ທົ່ວ ມັນໂດຍສະເພາະ ບ່ອນທີ່ວ່າ ສອກຫລີກ ແລ້ວກໍ ໄປມາຍາກ ສິນະ ເພິ່ນກໍ ບໍ່ໄດ້ໄປ ເຖິງວ່າ ຊີ້ສະ ເພິ່ນກໍ ຈະໄປ ບ່ອນທີ່ ໄປໄດ້ຊີ້ນະ ສ່ວນຫລາຍ ບ່ອນທີ່ ຢູ່ໄກໆ ຍາກສິ ໄດ້ຮັບ ການແກ້ໄຂ ເພາະຍາກ ສິໄປເດ໋".
ນາງກ່າວ ຕື່ມວ່າ ໂຄງການ ອາຫານ ກາງເວັນ ໄດ້ຮັບ ງົບປະມານ ຈາກ ຣັຖບານ ໃຫ້ທົດລອງ ປະຕິບັດ ພຽງ 45 ມື້ . ໂຄງການນີ້ ຍັງບໍ່ໄດ້ ຜົລດີ ປານໃດ ຍ້ອນ ເປັນໂຄງການ ຣະຍະສັ້ນ. ເມື່ອ ໝົດໂຄງການແລ້ວ ເດັກນ້ອຍ ກໍອາດ ຂາດ ສານອາຫານ ຄືເກົ່າ.
ເດັກນ້ອຍ ຂາດ ສານອາຫານ ຢູ່ເມືອງ ດ໋າກຈຶ້ງ ສ່ວນຫຼາຍ ຈະພົບ ກໍຣະນີ ເດັກນ້ອຍ ເຕັ້ຽກວ່າ ມາຕຖານ. ຢູ່ເມືອງ ດ໋າກຈຶ້ງ ປັດຈຸບັນ ທາງອົງການ ອາຫານໂລກ ຫຼື (WFP) ມີໂຄງການ ອາຫານເສີມ 1 ພັນມື້ ຕັ້ງແຕ່ ແມ່ເລີ່ມ ຖືພາ ໂດຍຈະ ໃຫ້ອາຫານເສີມ ເພື່ອ ຫລຸດຜ່ອນ ການຂາດ ສານອາຫານ ຂອງລູກ ໃນທ້ອງ.
"ຄືແມ່ຍິງເນາະ ເລີ່ມແຕ່ ຖືພາ ເພິ່ນກໍ ສິມີ ອາຫານເສີມ ໃຫ້ສິນະ ເພິ່ນກໍ ສິປ້ອງກັນ ເດັກ ຂາດສານອາຫານ ຕັ້ງແຕ່ ໃນທ້ອງ ແຕ່ວ່າ ສໍາລັບ ໃນໂຮງຮຽນ ກໍເປັນ ແປ້ງສາລີ ອີ່ຫຍັງ ທີ່ເພິ່ນໃຫ້ ກໍມີຄືກັນ ແຕ່ມັນ ເປັນພັນວັນ ຂອງ ເຂົາເຈົ້າສິນະ ມັນກໍສິ ບໍ່ໄດ້ທົ່ວເຖິງ ຊິຊະ".
ຕາມການຣາຍງານ ຂອງ ອົງການ ອະນາມັຍໂລກ ຫຼື (WHO), ແຂວງເຊກອງ ເປັນແຂວງນຶ່ງ ທີ່ມີ ເດັກນ້ອຍ ຂາດ ສານອາຫານ ຫຼາຍກວ່າ 35.6 ສ່ວນຮ້ອຍ ຂອງ ຈໍານວນ ເດັກນ້ອຍ ທັງໝົດ.