ໃນລະຍະ 6 ເດືອນຂອງຕົ້ນປີນີ້ ແຂວງຈຳປາສັກມີຄົນຕິດເຊື້ອ ໄຂ້ປ່າມາລາເລັຽເກືອບຮອດ 1 ພັນຄົນແລ້ວ ໂດຍສະເພາະ ໃນເຂດປ່າ ໃກ້ເມືອງປະທຸມພອນ ເມືອງໂຂງ ແລະ ເມືອງມຸລປະໂມກ ຍ້ອນວ່າ ສາມເມືອງນີ້ ຕັ້ງໃກ້ເຂດພູເຂົາ ທີ່ມີປ່າ ຫລາຍເຮັດໃຫ້ ປະຊາຊົນ ມີຄວາມສ່ຽງ ຕິດເຊື້ອໂຣຄ ດັ່ງກ່າວໄດ້ງ່າຍ. ດັ່ງເຈົ້າຫນ້າທີ່ ສາທາຣະນະສຸຂ ແຂວງຈຳປາສັກ ທ່ານນຶ່ງ ກ່າວວ່າ:
"ໄຂ້ມາລາເລັຽ ມີຄືກັນ ໄຂ້ມາລາເລັຽ ມີປັດຈຸບັນ ຕົກຫົກເດືອນນີ້ ປີສອງພັນສີບເຈັດນີ້ 963 ຄົນ, ເກີດຂື້ນຕາມ ເມືອງທີ່ລຽບ ຕາມເຂດ ຕາມແຄມພູ ເປັນພູເຂົາ ເປັນປ່າດົງ ຫຍັງພູເຂົາ ຢູ່ເມືອງ ປະທູມພອນ ເມືອງໂຂງ ແລະ ກໍມູລປະໂມກ".
ທ່ານວ່າຖ້າທຽບໃສ່ ເວລາດຽວກັນ ຂອງປີທີ່ຜ່ານມາ ຖືວ່າການຕິດເຊື້ຶ້ອໂຣຄດັ່ງກ່າວ ໄດ້ຫລຸດລົງໃນປີນີ້ ຈາກປະມານ 4 ພັນຄົນມາເປັນ 9 ຮ້ອຍປາຍຄົນ ເທົ່ານັ້ນ ຊື່ງເຈົ້າຫນ້າທີ່ ໃຫ້ຂໍ້ສັງເກດວ່າ ອາດເປັນຍ້ອນວ່າ ປະຊາຊົນ ທ້ອງຖິ່ນ ບໍ່ໄດ້ເຂົ້າໄປຫາ ເຄື່ອງປ່າ ຂອງດົງມາກິນ ເປັນອາຫານຄື ແຕ່ກ່ອນຫລາຍ ຈື່ງເຮັດໃຫ້ ຈຳນວນ ຜູ້ຕິດເຊື້ອຫລຸດລົງ.
ທ່ານກ່າວຕື່ມວ່າ ວິທີການກຳຈັດ ເຊື້ອໂຣຄໄຂ້ປ່າມາລາເລັຽ ໃຫ້ໝົດໄປນັ້ນອາດຈະຍາກ ຊຶ່ງໃນເວລານີ້ ທາງການແຂວງ ເຮັດໄດ້ພຽງແຕ່ ແຈກມຸ້ງຍ້ອມນ້ຳຢາ ເພື່ອປ້ອງກັນຍຸງ ແລະຊັກຊວນ ໃຫ້ປະຊາຊົນ ປ່ຽນພຶດຕິກັມ ໃນການຫາຢູ່ຫາກິນ ເທົ່ານັ້ນ.
"ວິທີການກຳຈັດໃຫ້ມຸ້ງ ຊຸບນ້ຳຢານະ ແລະກໍປ່ຽນແປງ ພຶດຕິກັມຊຸມຊົນ ມີແຕ່ສອງຢ່າງນີ້ ເພາະວ່າ ບໍ່ມີເວດເຕີຣໍ ຢູ່ຕາມຫມູ່ບ້ານນະ ບໍ່ສາ ມາດສີດຢາ ພົ່ນໄດ້".
ໂຣຄໄຂ້ປ່າມາລາເລັຽ ສ່ວນໃຫຍ່ຈະເກີດຂຶ້ນ ໃນເຂດທີ່ມີປ່າໄມ້ ຫຼາຍບໍ່ໄດ້ເກີດ ຕາມຊຸມຊົນ ຈື່ງເຮັດໃຫ້ທາງການແຂວງ ບໍ່ສາມາດເຂົ້າໄປ ສີດຢາ ໃຫ້ທົ່ວເຖີງໄດ້ ໃນປີ 2016 ທາງການແຂວງ ໄດ້ຮັບຄວາມຮ່ວມມື ກັບຫນ່ວຍງານ ສາທາຣະນະສຸຂ ຈາກ ແຂວງອຸບົນຣາຊທານີ ຂອງໄທ ໃນການຈັດຕັ້ງ ຄລີນິກ ເພື່ອປ້ອງກັນ ແລະຮັກສາ ຜູ້ຕິດໂຣຄ ດັ່ງກ່າວ.