ໜາວນີ້ໃຫ້ຣະວັງເຊື້ອໂຣຄ ສັດລ້ຽງ
2013.11.26
ເຈົ້າໜ້າທີ່ ສັດຕະວະແພດ ແຂວງ ຫລວງນໍ້ທາ ປ້ອງກັນ ການຣະບາດ ຂອງ ໂຣຄສັດ ເປັນຕົ້ນ ໂຣຄ ສັດປີກ ເພາະກໍາລັງຣະບາດ ຢູ່ຈີນ ເມື່ອບໍ່ດົນຜ່ານມາ ຫລາຍບ້ານກໍມີສັດປີກ ຕາຍບ້ານລະ 4-5 ໂຕ ແລະສັດ ໃຫຍ່ຕາຍ 3-4 ໂຕແລ້ວ ສະນັ້ນເຈົ້າໜ້າທີ່ ຈຶ່ງຕ້ອງເພິ້ມຄວາມ ຣະວັງຫລາຍຂື້ນ. ດັ່ງເຈົ້າໜ້າທີ່ຜແນກສັດຕະວະແພດ ແຂວງ ຫລວງນໍ້າທາ ທ່ານນຶ່ງເວົ້າວ່າ:
“ໂຕສັດປີກມັນກໍຕາຍແຕ່ວ່າບໍ່ເປັນຈໍານວນຫລວງຫລາຍ ຕາຍບ່ອນລະ 4-5 ໂຕ ແລ້ວສັດໃຫຍ່ ຊ່ວງອາທິດກ່ອນຫັ່ນ ມີປະມານ 3-4 ໂຕ ບໍ່ມີເປັນຂະບວນ ບໍ່ມີຫລາຍເນາະ ເພິ່ນກໍຈະເຝົ້າຣະວັງຕໍ່ໆໄປເນາະ ເພາະວ່າ ແຂວງເຮົາມັນຕິດກັບຈີນເດ່ ຈີນເຂົາມີພຍາດ H7N9 ກໍເລີຍ ໄດ້ເຝົ້າຣະວັງ ຢ່າງຕໍ່ເນື່ອງຮັ່ນນະ ທຸກໆສາມເດືອນ ແລ້ວກໍທຸກໆເດືອນໂຕ H7N9 ຈ້າວເອົາເກັບໂຕຢ່າງເລືອດ.”
ໂຣກໄຂ້ຫວັດນົກ H7N9 ເປັນໂຣກໄຂ້ຫວັດນົກສາຍພັນໃໝ່ ທີ່ກຳລັງຣະບາດຢູ່ຈີນ ເປັນເຫດໃຫ້ສັດປີກຕາຍຫລາຍພັນໂຕແລ້ວແລະມະນຸດ ກໍເສັຍຊີວິດໄປແລ້ວຈໍານວນນຶ່ງ. ແຂວງຫລາຍນໍ້າທາຊຶ່ງມີຊາຍແດນ ຕິດກັບຈີນ ກໍເຄີຍປະສົບການຣະບາດຂອງໂຣກໄຂ້ຫວັດນົກ ສາຍພັນ H5N1 ຢ່າງແຮງເມື່ອປີ 2008 ຊຶ່ງເປັນເຫດ ໃຫ້ສັດປີກໄກ່ແລະເປັດ ຕິດເຊື້ອແລະຕາຍຫລາຍພັນໂຕ. ສັດໃຫຍ່ງົວ ແລະຄວາຍຕາຍຫຼາຍ ສິບໂຕ ຊຶ່ງໃນເວລາ ນັ້ນ ກໍມີການຣະບາດຂອງໂຣກສັດຢູ່ຈີນເຊັ່ນກັນ. ປັດຈຸບັນ ທາງການແຂວງຫລວງນໍ້າທາ ຊຶ່ງເອົາໃຈໃສ່ປ້ອງກັນການ ຣະບາດຂອງໂຣກສັດໃຫ້ດີຂື້ນ.
ເຖິງຢ່າງໃດກໍດີ ປັດຈຸບັນ ໂຣກໄຂ້ຫວັດນົກຊນິດໃດກໍຕາມ ກໍຍັງບໍ່ທັນຣະບາດຢູ່ລາວເທື່ອ ໂຣກຊນິດ H7N9 ຣະບາດແຕ່ຢູ່ຈີນ ສ່ວນຊນິດ H5N1 ຊນິດເກົ່າ ສ່ວນຫລາຍຍັງຣະບາດຢູ່ແຕ່ ໃນກໍາພູຊາ ເປັນເຫດໃຫ້ ຄົນເສັຍຊີວິດ ຢູ່ເລື້ອຍໆ.
ແຂວງຫລວງນ້ຳທາ ເປັນແຂວງກະສິກັມ ປະຊາຊົນສ່ວນຫລາຍເຮັດໄຮ່ເຮັດນາ ປູກຝັງ ແລະລ້ຽງສັດ ປັດຈຸບັນມີງົວຢູ່ປະມານ 20 ພັນໂຕ ຄວາຍ 14 ພັນໂຕ ໝູ 91 ພັນໂຕ ແບ້ 6 ພັນໂຕ ແລະສັດໄກ່ປະມານ 4 ແສນໂຕ.