ວັກຊິນ Astrazeneca ກັງວົນ ຊາວລາວ
2021.04.06

ຢູ່ ລາວ ກະຊວງສາທາຣະນະສຸຂ ສັກຢາປ້ອງກັນ ໂຄວິດ-19 ໃຫ້ປະຊາຊົນ ຢ່າງເປັນຂະບວນ ມາແຕ່ວັນທີ 2 ເມສາ 2021. ວັກຊິນທີ່ວ່ານັ້ນ ຮວມທັງວັກຊິນ ແອສຕຣາເຊນເນກາ ທີ່ ປະຊາຊົນລາວກັງວົນນໍາ ຜົລຂ້າງຄຽງ ພາຍຫລັງສັກແລ້ວ.
ກ່ຽວກັບເຣື່ອງຄວາມກັງວົນຕໍ່ຜົລຂ້າງຄຽງ ທີ່ອາຈເກີດຂຶ້ນ ພາຍຫລັງສັກຢາປ້ອງກັນ ໂຄວິດ-19 ທີ່ວ່ານັ້ນແລ້ວ ຊາວບ້ານຜູ້ນຶ່ງ ທີ່ຢູ່ໃນກຸ່ມເປົ້າໝາຍ ເວົ້າວ່າ ສັງເກດເຫັນຄົນເຖົ້າ ແລະຄົນທີ່ມີໂຣຄ ປະຈໍາຕົວຫຼາຍຄົນ ຍັງພາກັນຢ້ານ, ບໍ່ກ້າໄປສັກເທື່ອ ເພາະຢ້ານເສັຍຊີວິດ ແລະກັງວົນວ່າ ຈະເກີດຜົລຂ້າງຄຽງກັບຕົນ:
“ຜູ້ຢາກສັກ ກໍຢາກສັກ ຜູ້ຢ້ານກໍຢ້ານ ຫ໋ວຍຢ້ານຕາຍແຫຼະ ຜູ້ໃດມີໂຣຄປະຈໍາໂຕແຮງບໍ່ກ້າໄປ ເວົ້າເຣື່ອງໂຕນີ້ ມັນຕ້ອງມີ ຜູ້ຊ່ຽວຊານ ມາອະທິບາຍວ່າວັກຊິນ ມັນເປັນຈັ່ງຊີ້ໆ ແບບວ່າມາເຜີຍແຜ່ ໃຫ້ມັນເຂົ້າເປົ້າ ບໍ່ຕ້ອງຢ້ານຈັ່ງຊັ້ນຈັ່ງຊີ້.”
ນາງກ່າວຕື່ມວ່າ ອີກເຣື່ອງນຶ່ງ ທີ່ນາງຮູ້ສຶກເປັນຫ່ວງ ກໍແມ່ນຈຸດບໍຣິການສັກຢາ ມັນແຄບເກີນໄປ ຊຶ່ງພາກສ່ວນທີ່ກ່ຽວຂ້ອງຄວນ ຂຍາຍບ່ອນການສັກຢາ ນັ້ນໄປຕາມບ້ານຕ່າງໆ ເພື່ອໃຫ້ຄົນເຖົ້າຄົນແກ່ ບໍ່ໄດ້ເດີນທາງໄປສັກໄກ:
“ຕ້ອງຂຍາຍຫລາຍສະຖານທີ່ ບໍ່ແມ່ນວ່າກັກໄວ້ ສະເພາະຈຸດດຽວ ຄືເວົ້ານີ໋ເພິ່ນກໍໃຫ້ໄປສັກຢູ່ ໂຮງໝໍເມືອງ ໂຮງໝໍເມືອງ ກະໄກເຕີບບັດນີ້ນ່າ ກະຍາກ.”
ໃນຂນະດຽວກັນ ຄົນທີ່ຢູ່ໃນເປົ້າໝາຍຄືກັນນັ້ນ ອີກທ່ານນຶ່ງກໍເວົ້າວ່າ ເຖິງແມ່ນຈະຍັງບໍ່ຮູ້ຂ່າວ ສະຖານທູດລາວປະຈໍາອັງກິດ ແຈ້ງເຕືອນໃຫ້ທາງການລາວ ໂຈະການສັກວັກຊິນ ແອສຕຣາເຊນເນກາ, ແຕ່ຕົນເອງກໍຍັງບໍ່ກ້າໄປສັກຢານັ້ນເທື່ອ ເພາະໄດ້ເບິ່ງ ຂ່າວຈາກ ຕ່າງປະເທດ ທີ່ມີຄົນໄປສັກແລ້ວ ເກີດຜົລຂ້າງຄຽງ ເຮັດໃຫ້ຕົນຢ້ານ ແລະກັງວົນກັບຜົລ ຂ້າງຄຽງ ຍັງບໍ່ກ້າໄປສັກ.
“ເພິ່ນກະແຈ້ງການອອກມາຢູ່ ແຕ່ວ່າເຮົາຍັງບໍ່ໄດ້ໄປສັກ ກະຍັງຢ້ານຢູ່ ທຸກຄົນມັນກະຍັງກັງວົນ ມີຄວາມປອດພັຍບໍ໋ ສັກມີຜົລ ຂ້າງຄຽງຫຍັງ ເຮົາກະລອງໆເບິ່ງກ່ອນ.”
ວັກຊິນ ແອສຕຣາເຊນເນກາ ທີ່ໂຄງການ COVAX Facility ຂອງອົງການອະນາມັຍໂລກ ຊ່ອຍເຫລືອ 8 ແສນໂດສ ນັ້ນໄດ້ ຖືກແຈກຢາຍໄປໃຫ້ໂຮງໝໍ ໃຫຍ່ຕ່າງໆແລ້ວ, ດັ່ງ ເຈົ້າໜ້າທີ່ສາທາຣະນະສຸຂ ນະຄອນຫລວງວຽງຈັນ ທ່ານນຶ່ງທີ່ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸ ເອເຊັຍ ເສຣີ ໃນມື້ວັນທີ 6 ເມສາ ນີ້ວ່າ:
“ລົງຢູ່ໃນນະຄອນຫລວງ ຢູ່ຕອນນີ້ ນຶ່ງ ໂຮງໝໍເມືອງ ຢູ່ເມືອງໃນເນາະ 2 ມາລະ ຢູ່ໂຮງໝໍສູນໃຫຍ່ ດຽວນີ້ຜູ້ສູງອາຍຸ ເພິ່ນຈະ ກວດກ່ອນ ປະຊາຊົນຕື່ນໂຕຫລາຍ.”
ທ່ານກ່າວຕື່ມວ່າ ພາຍຫລັງ ທີ່ມີຫາງສຽງວ່າຈຸດບໍຣິການ ແອອັດເກີນໄປນັ້ນ ທ່ານເຫັນວ່າ ມັນເປັນເຣື່ອງປົກກະຕິໃນເມື່ອເປີດ ຂະບວນການສັກຢາ ແມ່ນໄດ້ເປີດໃຫ້ຄົນ ຫຼາກຫຼາຍ ກຸ່ມ ເປັນຕົ້ນແມ່ນກຸ່ມ ຄົນອາຍຸ 60 ປີຂຶ້ນໄປ, ຄົນເປັນໂຣຄປະຈໍາຕົວ ແລະຍັງມີ ພະນັກງານຣັຖກອນ ຈຶ່ງເຮັດໃຫ້ມີຄວາມແອອັດແດ່ ແລະ ເມື່ອສັກຮຽບຮ້ອຍແລ້ວ ເຈົ້າໜ້າທີ່ ກໍຈະໃຫ້ນັ່ງພັກຜ່ອນ ລໍຖ້າເບິ່ງອາການ 10 ຫາ 15 ນາທີ:
“ຄັນໄປກະບໍ່ໄດ້ສັກເລີຍເດ໋ ທໍາອິດຄືເຮົາໄປທະນາຄານນີ້ແຫຼະ ໄປເຮົາກໍເອົາບັດຄິວ ມັນກໍຈະມີຜູ້ສັມພາດ ເຂົາເຈົ້າກະຖາມ ກ່ອນ, ເຈົ້າເຄີຍເປັນຫຍັງຫັ້ນນ່າ ສັກແລ້ວເຂົາເຈົ້າບໍ່ໃຫ້ ເມືອເທື່ອນັ່ງພັກຜ່ອນ 10-15 ນາທີ ເບິ່ງອາການ ເພາະວ່າຄັນເວລາແລ້ວ ມັນມີໂຣຄແຊກຊ້ອນ.”
ແລະ ເຈົ້າໜ້າທີ່ ສາທາຣະນະສຸຂ ນະຄອນຫຼວງວຽງຈັນ ອີກທ່ານນຶ່ງຜູ້ຂໍສງວນ ຊື່ ແລະຕໍາແໜ່ງ ກໍກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ດຽວກັນນີ້ວ່າ ປັດຈຸບັນມີການສັກຢາປ້ອງກັນ ໂຄວິດ-19 ຢູ່ 2 ຊນິດຄື ຊີໂນຟາມຂອງຈີນ ແລະແອສຕຣາເຊນເນກາ ຂອງໂຄງການ COVAX Facility. ວັກຊິນແອສຕຣາເຊນເນກາ ສັກໃຫ້ກຸ່ມຜູ້ສູງອາຍຸ 60 ປີຂຶ້ນໄປ ແລະ ຜູ້ມີໂຣຄປະຈໍາຕົວ ເພາະທາງອົງການອະມັຍໂລກ ຢືນຢັນວ່າມີຄວາປອດພັຍສູງ ດັ່ງທີ່ທ່ານກ່າວວ່າ:
“ມັນຈະມີ 2 ອັນ ແອສຕຣາເຊັນເນກາ ຊີໂນຟາມກະມີ ມັນກໍຈະມີຫຼາຍທາງເລືອກ ໂຣຄປະຈໍາໂຕ ຈັ່ງຄ່ອຍສັກ ແອສຕຣາ ເຊັນເນກາ.”
ສະຖານທູດລາວ ທີ່ກຸງ ລອນດອນ ປະເທດອັງກິດ ໄດ້ແຈ້ງການ ວັນທີ 3 ເມສາ 2021 ໃຫ້ທາງການລາວ ພິຈາຣະນາ ລະມັດ ລະວັງ ເຣື່ອງການສັກຢາປ້ອງກັນ ໂຄວິດ-19 ຍີ່ຫໍ້ ແອສຕຣາເຊນເນກາ ເພາະຢູ່ປະເທດອັງກິດ ມີ 7 ກໍຣະນີ ທີ່ເກີດສະພາວະ ເສັ້ນເລືອດອູດຕັນໃນສມອງ ພາຍຫລັງສັກວັກຊິນນັ້ນແລ້ວ, ແຕ່ກໍຍັງບໍ່ມີພາກສ່ວນໃດ ສາມາດລະບຸໄດ້ວ່າ ຜົລຂ້າງຄຽງທີ່ວ່ານັ້ນ ເກີດຈາກການສັກວັກຊິນ ແອສຕຣາເຊນເນກາ ຫລືບໍ່ ເພາະອົງການ ອະນາມັຍໂລກ ຢືນຢັນວ່າ ວັກຊິນ ນັ້ນ ມີປະສິດທິພາບສູງ ແລະປອດພັຍ. 7 ກໍຣະນີ ທີ່ວ່າ ນັ້ນ ທຽບໃສ່ຈໍານວນຜູ້ສັກທັງໝົດ ແມ່ນໜ້ອຍທີ່ສຸດ.
ກ່ຽວກັບເຣື່ອງນີ້ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ກະຊວງສາທາຣະນະສຸຂລາວ ເພື່ອຂໍຮູ້ວ່າ ຈະມີການ ພິຈາຣະນາ ເຣື່ອງທີ່ທາງ ສະຖານທູດລາວ ປະຈໍາປະເທດອັງກິດ ແຈ້ງການມານັ້ນຫຼືບໍ່, ແຕ່ເຈົ້າໜ້າທີ່ກ່ຽວຂ້ອງບໍ່ສາມາດ ໃຫ້ຄໍາເຫັນກ່ຽວກັບເຣື່ອງນີ້ໄດ້.