ປະຊາຊົນລາວ ຈຳນວນນຶ່ງ ບໍ່ຢາກສັກວັກຊິນ ເຂັມທີ 4
ທາງການລາວແຈ້ງການ ໃຫ້ປະຊາຊົນ ໄປສັກວັກຊີນ ປ້ອງກັນໂຄວິດ-19 ເຂັມທີ 4 ຊຶ່ງປະຊາຊົນ ສ່ວນນຶ່ງຍັງມີຄວາມກັງວົນ ເຣື່ອງສຸຂພາບ ຫຼັງຈາກການສັກວັກຊີນ ແຕ່ບາງຄົນກໍຢາກສັກ ເຂັມທີ 4 ເພາະຄິດວ່າ ຈະຊ່ອຍປ້ອງກັນ ເຊື້ອໂຄວິດ-19 ສາຍພັນໃໝ່ໄດ້ດີ.
-
ໄຊຍາ
2022-03-30 -
-
-
Your browser doesn’t support HTML5 audio
ກົມອານາມັຍສົ່ງເສີມສຸຂພາບ ກະຊວງສາທາຣະນະສຸກ ໄດ້ແຈ້ງການໃນວັນທີ 24 ມີນາ 2022 ທີ່ຜ່ານມາວ່າໃນທົ່ວປະເທດລາວ ໃຫ້ປະຊາຊົນສາມາດໄປຮັບການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 4 ໄດ້ແລ້ວ ຊຶ່ງຕ້ອງເປັນບຸກຄົນທີ່ສັກເຂັມທີ 3 ຫ່າງກັນ 3 ເດືອນ ຕັ້ງແຕ່ອາຍຸ 18 ປີຂຶ້ນໄປໂດຍບໍ່ເສັຽຄ່າໃຊ້ຈ່າຍໃດໆ . ການສັກວັກຊິນເທື່ອນີ້ ເພື່ອສ້າງພູມປ້ອງກັນໂຄວິດ-19 ສາຍພັນໂອມິຄຣ່ອນທີ່ກຳລັງຣະບາດ ຢູ່ໃນປັດຈຸບັນນີ້ ແລະສ່ວນໃຫຍ່ການສັກວັກຊິນ ເຂັມກະຕຸ້ນເຂັມທີ 3 ແລະ ເຂັມທີ 4 ນີ້ຈະເປັນວັກຊິນ ແອສຕຣາເຊນີກ້າ ແລະ ໄຟເຊີ.
ດັ່ງເຈົ້າໜ້າທີ່ ກະຊວງສາທາຣະນະສຸກ ທ່ານນຶ່ງຜູ້ຂໍສງວນຊື່ແລະຕຳແໜ່ງກ່າວຕໍ່ RFA ໃນວັນທີ 30 ມີນານີ້ວ່າ:
“ກຸ່ມຄົນທີ່ສັກເຂັມທີ 3 ໄປເຂັມທີ 4 ສິບແປດປີຂຶ້ນໄປນ່າຕາມໃບແຈ້ງການ ກໍວ່າທົ່ວປະເທດດຽວນີ້ໜັກຫລາຍໂອມິຄຣ່ອນ ໃຊ້ແຕ່ແອສຕຣາກັບໄຟເຊີ້ສ່ວນຕໍ່າ 18 ປີລົງມານີ້ຍັງບໍ່ໃຫ້ບູສມີແຕ່ໄດ້ເຂັມທີ 2”.
ສຳລັບການສັກວັກຊິນປ້ອງກັນ ໂຄວິດ-19 ເຂັມກະຕຸ້ນເຂັມທີ 4 ນີ້ກຸ່ມທີ່ຄວນຈະຮີບດ່ວນ ໄປຮັບການສັກຄວນຈະເປັນກຸ່ມພະນັກງານ ທີ່ເຮັດວຽກດ່ານໜ້າ ດັ່ງພະນັກງານສາທາຣະນະສຸກ, ພະນັກງານທີ່ເຮັດວຽກຢູ່ໜ້າດ່ານ, ຕາມຊາຍແດນ, ທະຫານ, ຕຳຣວດ, ພະນັກ ງານບໍຣິການທ່ອງທ່ຽວ, ພະນັກງານການທູດ, ຜູ້ເດີນທາງເຂົ້າ-ອອກ, ພະນັກງານໂຮງຈັກ, ໂຮງງານ, ກຸ່ມທີ່ມີພູມຄຸ້ມກັນບົກຜ່ອງ ຫລື ມີພະຍາດປະຈຳໂຕ ແລະ ອື່ນໆ ເນື່ອງຈາກເປັນກຸ່ມ ທີ່ມີຄວາມສ່ຽງຈະຕິດເຊື້ອ ໂຄວິດ-19 ສູງ.
ມາຮອດປັດຈຸບັນນີ້ ແຂວງທີ່ມີການຕິດເຊື້ອໂຄວິດ-19 ເປັນອັນດັບທີ 1 ກໍຍັງເປັນ ນະຄອນຫລວງວຽງຈັນຮອງລົງມາ ແມ່ນແຂວງຄຳມ່ວນສ່ວນໃຫຍ່ ແມ່ນຕິດເຊື້ອສາຍພັນໂອມິຄຣ່ອນ. ສຳລັບຢູ່ແຂວງຄຳມ່ວນ ທາງການແຂວງກໍເຣີ່ມໃຫ້ປະຊາຊົນ ສາມາດສັກວັກຊິນເຂັມທີ 4 ໄດ້ແລ້ວເຊັ່ນກັນ ເບື້ອງຕັ້ນກໍຍັງມີຄວາມຫຍຸ້ງຍາກໃນການສັກວັກຊິນ ເຂັມກະຕຸ້ນຮອບທີ 2 ນີ້ ຍ້ອນປະຊາຊົນບາງຄົນຍັງບໍ່ເຂົ້າໃຈ ເຮັດໃຫ້ມີຄວາມຄິດກັງວົນ ຢ້ານຜົລຂ້າງຄຽງຫລາຍຢ່າງ.
ດັ່ງເຈົ້າໜ້າທີ່ ຄະນະສະເພາະກິຈ ແຂວງຄຳມ່ວນຜູ້ຂໍສງວນຊື່ ແລະຕຳ ແໜ່ງກ່າວວ່າ:
“ເຂັມທີ 4 ເຣີ່ມແລ້ວສັກຮອດ 3 ເຂັມລະຫ່າງກັນ 3 ເດືອນສັກເລີຍມັນຍາກ ນຳຄົນນີ້ແຫລະມັນບໍ່ຢາກໄປບູສມັນຢ້ານຕາຍ ຢ້ານອັນນັ້ນຢ້ານັນນີ້ເຮົາໂຄສະນາ ຕລອດບາງຄົນ ກໍວ່າຂ້ອຍຢູ່ເມືອງຂ້ອຍກໍບໍ່ໄດ້ໄປພົວພັນກັບໃຜຢູ່ໃສເດັກນ້ອຍ 6-12 ປີໃຫ້ສັກເຂັມ 1 ກັບເຂັມ 2 ເສັຽກ່ອນກະຕຸ້ນຍັງບໍ່ທັນວ່າ.”
ກ່ຽວກັບເຣື່ອງນີ້ປະຊາຊົນຫລາຍຄົນ ກໍຍັງບໍ່ທັນໄປສັກວັກຊິນເຂັມກະຕຸ້ນ ເຂັມທີ 4 ກັນຫລາຍເພາະທາງການ ຫາກໍແຈ້ງການອອກມາຊຶ່ງບາງຄົນ ຫາກໍໄປສັກເຂັມທີ 3 ແລະ ຕ້ອງລໍຖ້າໃຫ້ຫ່າງ 3 ເດືອນຂຶ້ນໄປຈຶ່ງຈະໄປສັກເຂັມທີ 4 ໄດ້ເພາະຈະໄດ້ມີພູມປ້ອງກັນ ເພີ່ມຂຶ້ນໃນການປ້ອງກັນເຊື້ອໂຄວິດ-19 ສາຍພັນໂອມິຄຣ່ອນ.
ດ່ັງຊາວບ້ານ ໃນນະຄອນຫລວງວຽງຈັນ ທ່ານນຶ່ງກ່າວວ່າ:
“ເຂັມທີ 3 ຫັ້ນຫາກວ່າສັກໄດ້ 2-3 ອາທິດເຮົາສັກປຸບມາຫັ້ນ ມັນກາເປັນໄຂ້ໜ້ອຍດຽວນຶ່ງນ່າ ແຕ່ວ່າຖ້າຄົບ 3 ເດືອນກໍຈະໄປສັກເອງ ເຮົາສັກປ້ອງກັນໄວ້ມັນກໍດີກວ່າຫັ້ນແຫລະ.”
ຊາວບ້ານທ່ານນີ້ຍັງກ່າວຕື່ມວ່າ ການສັກວັກຊິນປ້ອງກັນເຊື້ອ ໂຄວິດ-19 ເຂັມທີ 4 ເຫັນບາງຄົນກໍຍັງບໍ່ກ້າໄປສັກ ກໍຍ້ອນວ່າໄປສັກເຂັມທີ 3 ແລ້ວສຸຂພາບປ່ຽນໄປ ຈາກແຕ່ກ່ອນຈາກທີ່ເຄີຍມີປະຈຳເດືອນ ປະຈຳເດືອນກໍມາຜິດປົກກະຕິ.
“ມີຄົນບຸກຄົນສ່ວນໜ້ອຍນີ້ແຫລະ ເຂົາບໍ່ຢາກສັກເພາະວ່າໄດ້ຍິນ ເຂົາເວົ້າວ່າເຂັມທີ 3 ນີ້ແຫລະແມ່ນສຸຂພາບ ຂອງເຂົາປ່ຽນ ແນວຜູ້ຍີງເນາະອາຍຸຫັ້ນກໍ 40 ບໍ່ເປັນປະຈຳເດືອນ ເຂົາວ່າຈັ່ງຊີ້ເປັນນຳສຸຂພາບຂອງເຂົາ ເຮົາກາບໍ່ຮູ້ຊິນ່າ.”
ຊາວບ້ານ ໃນນະຄອນຫລວງວຽງຈັນ ອີກທ່ານນຶ່ງກ່າວວ່າຕົນເອງອາຍຸ 60 ປາຍປີແລ້ວ ຊຶ່ງກໍໄດ້ສັກວັກຊິນເຂັມທີ 3 ໄປແລ້ວກໍຢາກໄປສັກເຂັມທີ 4 ເພີ່ມຕື່ມຢູ່ ເພາະເຊື້ອໂຄວິດ-19 ສາຍພັນໂອມິຄຣ່ອນໃນນະຄອນຫລວງວຽງຈັນ ຣະບາດໜັກຫາກສັກກໍຈະມີພູມປ້ອງກັນເພີ່ມ.
“ກາບູສເຂັມທີ 3 ແລ້ວແລ້ວກໍກາວ່່າຈະໄປເຂັມ 4 10-15 ນີ້ແຫລະເຣື່ອງກໍຢ້ານ ກາປ້ອງກັນຢູ່ແຕ່ວ່າຫາກມັນກໍບໍ່ເປັນຫ່ວງ ຄືແຕ່ກີ້ເນາະຢ້ານແທ້ຢ້ານຫລາຍ ຈົນອອກໄປໃສ່ບໍ່ໄດ້.”
ຊາວບ້ານ ໃນແຂວງຄຳມ່ວນ ອີກທ່ານນຶ່ງມີອາຍຸ 60 ປາຍປີເຊັ່ນກັນກໍກ່າວວ່າ ໃນແຂວງຄຳມ່ວນທາງການກໍແຈ້ງການແລ້ວ ໃຫ້ຜູ້ທີ່ສັກເຂັມທີ 3 ທີ່ຫ່າງ 3 ເດືອນຂຶ້ນໄປຮັບການສັກເຂັມທີ 4 ລາວເອງກໍຢາກຈະໄປສັກເຊັ່ນກັນ ແຕ່ວ່າຕ້ອງໄປສັກໃນເມືອງໃນຂັ້ນບ້ານ ຍັງມີມາໃຫ້ສັກ.
“ກໍຢາກສັກຫັ້ນແຫລະ ເພາະວ່າມັນຮັບປະກັນບໍ່ໃຫ້ມັນຕິດຫັ້ນນ່າ ຖ້າວ່າມັນເກີດມັນຕິດມັນກາປີ່ນປົວດີໄວ ທາງພາກຣັຖມາໃຫ້ສັກໍສັກໂລດແຫລະ.”
ໃນວັນທີ 30 ມີນາ 2022 ນີ້ທາງການລາວໄດ້ກວດພົບ ຜູ້ຕິດເຊື້ອໂຄວິດ-19 ເພີ່ມໃໝ່ 2,697 ຄົນຊຶ່ງໂຕເລຂການຕິດເຊື້ອ ໃນແຕ່ລະວັນຍັງມີທ່າອ່ຽງສູງຂຶ້ນຢູ່. ສ່ວນຜູ້ເສັຽຊີວິດສະສົມ 664 ຄົນ, ຕິດເຊື້ອສະສົມ 174,136 ຄົນ. ສ່ວນການສັກວັກຊິນ ປ້ອງກັນໂຄວິດ-19 ທົ່ວປະເທດມາຮອດວັນທີ 29 ມີນາ 2022 ພົບວ່າການສັກວັກຊິນ ປ້ອງກັນໂຄວິດ-19 ເຂັມທີ 1 ຈຳນວນ 5.5 ລ້ານປາຍໂດສ, ກວມ 78%, ເຂັມທີ 2 ໄດ້ຈຳນວນ 4.4 ລ້ານປາຍໂດສ, ກວມ 60%.