ເຈົ້າໜ້າທີ່ຕໍາຣວດ ວ່າບໍ່ຮູ້ ໄທຍ ລັກເຂົ້າມາລາວ

ອຸ່ນແກ້ວ ສຸກສະຫວັນ
2021.04.27
ເຈົ້າໜ້າທີ່ຕໍາຣວດ ວ່າບໍ່ຮູ້ ໄທຍ ລັກເຂົ້າມາລາວ ໂຕຢ່າງການປະຕິບັດ ມາຕການປ້ອງກັນ ໂຄວິດ-19 ຢູ່ທາງຝັ່ງໄທຍ ເປັນໄປຢ່າງເຂັ້ມງວດ ຕລອດ 24 ຊົ່ວໂມງ
ນັກຂ່າວພົລເມືອງ

ໃນວັນທີ 25 ເມສາ ທີ່ຜ່ານມາ ກອງບັນຊາການ ປກສ ແຂວງສວັນນະເຂດ ໄດ້ຖແລງຂ່າວ ກ່ຽວກັບ ເຈົ້າໜ້າທີ່ຕຳຣວດ ແຂວງ ສວັນນະເຂດ ຄົນນຶ່ງທີ່ຕິດເຊື້ອ ໂຄວິດ-19 ຈາກ ຜູ້ຊາຍໄທຍ 2 ຄົນ ທີ່ເຂົ້າມາແຂວງສວັນນະເຂດ.

ເຈົ້າໜ້າທີ່ຕຳຣວດ ໄດ້ຊີ້ແຈງວ່າ ບໍ່ມີສ່ວນພົວພັນ ແລະ ອຳນວຍຄວາມສະດວກ ໃຫ້ແກ່ຄົນໄທຍ 2 ຄົນ ແຕ່ຢ່າງໃດ. ພັນເອກ ສົມໝາຍ ພົມມະຈັນ ຫົວໜ້າ ກອງບັນຊາການ ປກສ ແຂວງສວັນນະເຂດ ກ່າວຕໍ່ສື່ມວລຊົນລາວ ຕອນນຶ່ງວ່າ:

"ຜູ້ຕິດເຊື້ອໂຄວິດ-19 ຮ້ອຍເອກ ພູໄສ ສີສະຫວັນ ຜູ້ກ່ຽວຢືນຢັນ ຕໍ່ການຈັດຕັ້ງວ່າ ເຄີຍໄດ້ພົບກັບຄົນໄທຍຈຳນວນ 2 ຄົນ ດັ່ງກ່າວ ນີ້ຢູ່ຮ້ານສະນຸກເກີ ຂອງຜູ້ກ່ຽວຕິດຕາມການ ຈັດຕັ້ງປະຕິບັດໜ້າທີ່ ຂອງຜູ້ກ່ຽວຢືນຢັນວ່າ ບໍ່ແມ່ນເຈົ້າໜ້າທີ່ ຕມ ບໍ່ໄດ້ມີສ່ວນຮ່ວມ ໃນການອຳນວຍ ຄວາມສະດວກ ໃຫ້ຄົນໄທຍ ເຂົ້າມາເຄື່ອນໄຫວ."

ທ່ານ ກ່າວຕື່ມວ່າ ປັດຈຸບັນ ອະນຸກັມມະການ ປກສ ແຂວງສວັນນະເຂດ ກຳລັງສືບຕໍ່ ເກັບກຳຂໍ້ມູນ ເພື່ອຊອກຫາຈຸດທີ່ຄົນໄທຍ ທັງສອງ ໃຊ້ເປັນຊ່ອງທາງຂ້າມມາ ແຂວງສວັນນະເຂດ ພ້ອມທັງຕິດຕາມ ສືບສວນວ່າ ໃຜເປັນຜູ້ອະນຸຍາດ ແລະ ອຳນວຍ ຄວາມສະດວກ ໃຫ້ເຂົາເຈົ້າ, ໃນຂນະດຽວກັນ ກໍມີການກວດກາ ເຈົ້າໜ້າທີ່ ປກສ ແຕ່ລະຄົນ ຊຶ່ງຖ້າພົບວ່າ ເຈົ້າໜ້າທີ່ຄົນໃດ ອຳນວຍຄວາມສະດວກ ໃຫ້ຄົນໄທຍເຫລົ່ານັ້ນເຂົ້າມາ ກໍຈະມີການລົງໂທດ ທາງວິນັຍຢ່າງເດັດຂາດ.

ແຕ່ ປະຊາຊົນລາວຫຼາຍຄົນ ກໍຍັງສົງສັຍ ຫລາຍຢ່າງ ຕໍ່ການຖແລງຂອງເຈົ້າໜ້າທີ່ ແລະ ສົງສັຍວ່າ ເຈົ້າໜ້າທີ່ຕຳຣວດ ຜູ້ຕິດ ໂຄວິດ -19 ຮູ້ຈັກຄົນໄທຍທັງສອງ ແລະ ມີສ່ວນອໍານວຍຄວາມສະດວກ ໃຫ້ເຂົາເຈົ້າ. ຊາວລາວທ່ານນຶ່ງ ໄດ້ກ່າວວ່າ:

"ຄິດວ່າຕຳຣວດຢູ່ລາວ ໜ້າຈະມີສ່ວນແຫຼະ ນຳຂ້າພະເຈົ້າມາແຫຼະ ທີ່ເພິ່ນຖແລງ ຄິດວ່າມີຫຍັງມີຫຼາຍໆເລື່ອງ ທີ່ຍັງປິດບັງ ປະຊາຊົນຢູ່ຫັ້ນແຫລະ ຍັງບໍ່ທັນໄດ້ຊີ້ແຈງ ຈະແຈ້ງ ແລະ ກໍຊັດເຈນ ພໍຊິໃຫ້ປະຊາຊົນ ຍອມຮັບໄດ້ ແລ້ວກໍຍອມເຊື່ອໄດ້."

ທ່ານກ່າວຕື່ມວ່າ ມັນເປັນເລື່ອງຍາກ ທີ່ຈະເອົາຄົນໄທຍ 2 ຄົນ ທີ່ລັກເຂົ້າມາລາວ ມາລົງໂທດ ແຕ່ຢາກໃຫ້ເຈົ້າໜ້າທີ່ທາງການຂໍໂຕ ແມ່ຍິງລາວທີ່ເປັນເອື້ອຍຮັກ ທີ່ປິ່ນປົວຢູ່ໄທຍນັ້ນ ກັບມາດຳເນີນຄະດີ ຢູ່ລາວແທນ ແລະ ໃຫ້ມີການສືບສວນ ສອບສວນຢ່າງລະອຽດ ເພື່ອໃຫ້ພາກສ່ວນກ່ຽວຂ້ອງ ຊີ້ແຈງໃຫ້ຄົນໃນສັງຄົມຮູ້ວ່າ ຈຸດປະສົງທີ່ພາຄົນໄທຍ 2 ຄົນ ເຂົ້າມາ ລາວນັ້ນ ແມ່ນຫຍັງແທ້ ແລະ ມີການເຄື່ອນໄຫວແນວໃດແດ່.

ໃນຂນະດຽວກັນ ຊາວລາວ ອີກທ່ານນຶ່ງ ກ່າວວ່າ ຄັນເບິ່ງຫາງສຽງ ຈາກ ປະຊາຊົນລາວ ສ່ວນໃຫຍ່ທີ່ຮູ້ຂ່າວດັ່ງກ່າວ ກໍຈະເຫັນ ວ່າຄົນສ່ວນໃຫຍ່ຍັງສົງສັຍ ຕໍ່ຄຳຖແລງຂອງ ເຈົ້າໜ້າທີ່ຕຳຣວດ.

"ຄິດວ່າ ເບິ່ງຕາມຄອມເຫັນ ມັນກະວັດໄດ້ແລ້ວ ເພິ່ນຖແລງແກ້ຂ່າວວ່າ ຕຳຣວດຜູ້ຕິດຫັ້ນ ເພິ່ນປະຕິເສດວ່າ ບໍ່ມີສ່ວນກ່ຽວພັນ ຕາມຖແລງຂອງຕຳຣວດ ຜູ້ນີ້ ມັນບໍ່ໄດ້ຢູ່ໃນ ຕມ ແລະ ເປັນໄປບໍ່ໄດ້ທີ່ລາວ ຈະອຳນວຍຄວາມສະດວກ ໃຫ້ຜູ້ນັ້ນມາໄດ້ຫັ້ນນະ."

ສ່ວນວ່າ ຊາວລາວອີກທ່ານນຶ່ງ ກໍຍັງຕັດສິນໃຈ ບໍ່ໄດ້ວ່າ ຈະເຊື່ອຄຳຖແລງ ດັ່ງນັ້ນ ຫລື ບໍ່ ຍ້ອນຍັງຕ້ອງລໍຖ້າຟັງຂໍ້ມູນຈາກ ເຈົ້າໜ້າທີ່ ເພີ່ມອີກ ແຕ່ຈະມີຄວາມສົງສັຍຫລືບໍ່ ຍັງຕ້ອງ ລໍຖ້າຟັງຂໍ້ມູນ ຈາກເຈົ້າໜ້າທີ່ເພີ່ມເຕີມ ແຕ່ກໍມີຄວາມສົງສັຍຢູ່ ວ່າ ຄັນເຈົ້າໜ້າທີ່ຕຳຣວດ ຜູ້ທີ່ຕິດເຊື້ອໂຄວິດ-19 ປະຕິເສດວ່າ ບໍ່ຮູ້ຈັກຄົນໄທຍ 2 ຄົນ, ແຕ່ເປັນຫຍັງເຖິງ ໄປຫລິ້ນນຳກັນ.

"ໂຕນີ້ ເຮົາກະຍັງບໍ່ຮູ້ນະ 50-50 ຈັ່ງຊິນະ ເພິ່ນກະຍັງວ່າ ເພິ່ນຍັງຊອກຂໍ້ມູນຢູ່ອີກ ເພິ່ມຕື່ມຊິນະ ແຕ່ວ່າເພິ່ນກະຢືນຢັນວ່າ ເພິ່ນ ບໍ່ໄດ້ ຮູ້ຈັກ ສົມມຸດວ່າ ໃນກໍຣະນີເນາະ ໄດ້ໄປຫລິ້ນ ນຳກັນ ກະຕ້ອງຮູ້ຈັກກັນ ຖ້າບໍ່ຮູ້ຈັກກັນ ກະບໍ່ໄດ້ ໄປຫລິ້ນນຳກັນແຫລະ."

ເອເຊັຽເສຣີ ໄດ້ຕິດຕໍ່ໄປຫາກົງສູນໄທຍ ປະຈຳແຂວງສວັນນະເຂດ ເພື່ອສອບຖາມຂໍ້ມູນ ເພີ່ມເຕີມກ່ຽວກັບ ການປະສານງານກັບ ເຈົ້າໜ້າທີ່ລາວ ແຕ່ບໍ່ມີເຈົ້າໜ້າທີ່ ຄົນໃດຮັບ ໂທລະສັບ.

ເຖິງຢ່າງໃດກໍຕາມ, ພັນຕໍາຣວດ ເອກ ພົບພະດົນ ຮັກຊາດ ຫົວໜ້າຫ້ອງການຕໍຣວດ ຕມ ປະຈຳແຂວງມຸກດາຫານ ປະເທດໄທຍ ກ່າວວ່າ ໃນເບື້ອງຕົ້ນທາງ ຕມ ແຂງມຸກດາຫານ ຍັງບໍ່ໄດ້ມີການ ປະສານງານ ກັບເຈົ້າໜ້າທີ່ລາວເທື່ອແຕ່ຮູ້ພຽງວ່າ ເຈົາໜ້າທີ່ ຕຳຣວດ ແຂວງໜອງຄາຍ ກຳລັງດຳເນີນຄະດີ ກັບຄົນໄທຍ 2 ຄົນ ແລະ ແມ່ຍິງລາວ 1 ຄົນ.

"ຄົນໄທຍ 2 ຄົນ ທີ່ວ່າ ຂ້າມໄປແຜ່ເຊື້ອໂຄວິດ-19 ຢູ່ນະຄອນຫລວງວຽງຈັນ ແລະ ແຂວງອື່ນໆ ໃນລາວ ຕອນນີ້ ເຈົ້າໜ້າທີ່ ຕຳຣວດ ແຂວງໜອງຄາຍ ໄດ້ຂໍອະນຸມັດ ໝາຍຈັບຈາກ ທາງສານແລ້ວ ແຕ່ວ່າ ລາຍລະອຽດ ວັນ ແລະ ເວລາ ການເດີນທາງ ໃນລາວນັ້ນ ຍັງຖືກປົກປິດຢູ່ ຊຶ່ງທາງຕຳຣວດ ຕມ ແຂວງໜອງຄາຍ ກຳລັງມີການດຳເນີນ ຄະດີຢູ່."

ເຈົ້າໜ້າທີ່ຕຳຣວດ ແຂວງໜອງຄາຍ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຽເສຣີ ໃນວັນທີ 26 ເມສາ ວ່າ ໃນເບື້ອງຕົ້ນເຈົ້າໜ້າທີ່ ໄດ້ແຈ້ງຂໍ້ຫາ ຕໍ່ທັງ 3 ຄົນ ແລ້ວ ຊຶ່ງປະກອບມີ ຜູ້ຊາຍໄທຍ 2 ຄົນ ແລະ ແມ່ຍິງລາວ 1 ຄົນ ໃນຂໍ້ຫາລັກລອບ ຜ່ານແດນແບບຜິດກົດໝາຍ.

"ພວກຂະເຈົ້າ ຖືກດຳເນີນຄະດີ 2-3 ຂໍ້ຫາ ແຕ່ເຂົາກຳລັງປິ່ນປົວ ຢູ່ ຍັງບໍ່ສາມາດເຂົ້າໄປຫາເຂົາໄດ້ ມັນເປັນສິດຂອງຜູ້ປ່ວຍ ມື້ວານນີ້ ເຈົ້າໜ້າທີ່ຕຳຣວດ ຕມ ແຂວງໜອງຄາຍ ກໍໄດ້ໄປແຈ້ງຄວາມ ດໍາເນີນຄະດີ ຕໍ່ຜູ້ກ່ຽວທັງ 3 ຄົນ."

ເຈົ້າໜ້າທີ່ທ່ານນີ້ ກ່າວຕອນທ້າຍວ່າ ມາຮອດປັດຈຸບັນ ຜູ້ຊາຍໄທຍ 2 ຄົນ ປະກອບດ້ວຍ ທ້າວ ຊິດພົນ ອາຍຸ 30 ປີ ແລະ ທ້າວ ທະນະກິດ ອາຍຸ 31 ປີ, ແລະ ແມ່ຍິງລາວ 1 ຄົນ ອາຍຸ 26 ປີ ທີ່ຍັງບໍ່ຮູ້ຊື່ຄັກແນ່ ນັ້ນຍັງບໍ່ທັນບອກລາຍລະອຽດ ກ່ຽວກັບວັນ ແລະ ເວລາ ຂອງການເດີນທາງມາລາວ. ເຈົ້າໜ້າທີ່ ຈະເລີ່ມສອບສວນ ຫລັງຈາກເຂົາເຈົ້າທັງ 3 ຄົນ ໄດ້ປິ່ນປົວ ດີແລ້ວ ແລະ ອອກຈາກໂຮງໝໍ ແຂວງໜອງຄາຍ.

ນັກວິຊາການລາວ ທ່ານນຶ່ງ ໃຫ້ສໍາພາດວ່າ ການແຜ່ລະບາດຄັ້ງນີ້ ເກີດມາຈາກປັດໃຈຫລັກຄື: ການເປີດໃຫ້ມີການຫລິ້ນປີໃໝ່ ແລະ ການແຜ່ລະບາດຢູ່ປະເທດໄທຍ ຍ້ອນວ່າ ທັງຄົນລາວ ແລະ ໄທຍ ມີການລັກຂ້າມໄປ-ຂ້າມມາ.

ນັກຂ່າວ: ທີ່ວ່າມັນລະບາດຂຶ້ນສູງ ສາເຫດມັນແມ່ນ ຊ້ວງປີໃໝ່ເບາະ ຫລື ຈັ່ງໃດ?

ນັກວິຊາການ: ສາເຫດຂອງການລະບາດ ມັນກະແມ່ນພຍາດເນາະ ແຕ່ວ່າ ອັນສຳຄັນທີ່ເຮັດໃຫ້ມັນລະບາດ ໄປໄກຫັ້ນກະແມ່ນ ເລື່ອງການສ້າງເງື່ອນໄຂ ໃຫ້ມັນລະບາດເນາະ ໃຫ້ມັນໄປໄກ.

ລະກະປີໃໝ່ກະແມ່ນເງື່ອນໄຂ ແມ່ນສາເຫດອັນສຳຄັນແຫລະ ເພາະວ່າ ຄົນມີການເດີນທາງ ຄົນມີການກິນ ການຫລິ້ນ ການດື່ມ ເຫລົ້າດື່ມເບັຽເນາະ ລະກະ ໄດ້ຢູ່ໃກ້ກັນ ລະກະໄດ້ ໃຊ້ສຽງດັງ ແລະ ກະໄດ້ຫົດນ້ຳ ຫົດຫຍັງກັນ ຄືເງື່ອນໄຂໂຕນີ້ ມັນເຮັດໃຫ້ຄົນ ບໍ່ມີໄລຍະຫ່າງ ວ່າຊັ້ນຊາເນາະ.

ຄົນເປັນຜູ້ສ້າງເງື່ອນໄຂ ວ່າຊັ້ນຊະ ເຮັດໃຫ້ຜູ້ຕິດເຊື້ອຢູ່ລາວ ມັນເພີ່ມຂຶ້ນຫລາຍ ບາດນີ້ ຂັ້ນຖາມວ່າ ຄັນຖ້າວ່າ ບໍ່ໃຫ້ຫລິ້ນປີໃໝ່ ເລີຍເດ້ ປີນີ້ ໂອກາດໂຕນີ້ ນິ ໂອກາດການລະບາດ ຂອງພຍາດໂຄວິດ-19 ຈະຮຸນແຮງ ຂນາດນີ້ ບໍ່ ອັນນີ້ຄິດວ່າຫຼາຍຄົນຄືຊິ ຕອບຄືກັນວ່າ ບໍ່ ອາດຈະມີຢູ່ແຕ່ວ່າ ບໍ່ຮ້າຍແຮງຂນາດນີ້.

ແລ້ວການຕັດສິນໃຫ້ຫລິ້ນປີໃໝ່ນີ້ກ ະຄຶດວ່າ ລາວເຮົານີ້ ອາດຈະປະເມີນສະຖານະການບໍ່ຖືກ ເພາະວ່າ ປະເທດໃກ້ຄຽງພວກເຮົານີ້ ຄືປະເທດໄທຍ ນີ້ເນາະ ກຳລັງມີການລະບາດ ຢ່າງຮ້າຍແຮງ ໄປທົ່ວທຸກຈັງຫວັດ ຂອງຂະເຈົ້າ.

ຄົນທົ່ວໄປກະຮູ້ອີກວ່າ ການໄປມາຫາສູ່ກັນ ລະຫວ່າງລາວໄທຍ ມັນຍັງຜ່ານດ່ານທັມມະຊາດ ສະນັ້ນນິການໄປມາຫາສູ່ມັນກະຍັງ ແລ້ວ ມັນກະມີຈຸດພິເສດ ຢູ່ ບ່ອນວ່າ ມັນຈະໄປ ມາຫາສູ່ກັນຫລາຍຂຶ້ນ ໃນຊ້ວງໄລຍະບຸນ ບຸນຢູ່ເມືອງໄທຍ ຫລິ້ນບໍ່ໄດ້ແນວນີ້ ແຕ່ຢູ່ເມືອງລາວ ຫລິ້ນໄດ້ ເຮົາກໍພໍທີ່ຈະຄາດຄະເນໄດ້ວ່າ ເຂົາເຈົ້າກະຕ້ອງຂ້າມ ມາໄດ້ ດ່ານທັມມະຊາດ ຕາມທິດທາງປະເພນີ ນີ້ແຫລະ.

ອີງຕາມຂໍ້ມູນຈາກ ຄະນະສະເພາະກິດ ຄວບຄຸມໂຄວິດ-19 ໃນວັນທີ 26 ເມສາ 2021 ພົບວ່າ ໃນວັນທີ 26 ເມສາ ມີຜູ້ຕິດເຊື້ອ ໃໝ່ຈຳນວນ 113 ຄົນ ແລະ ມີຈຳນວນຜູ້ຕິດເຊື້ອ ສະສົມທັງໝົດ ໃນທົ່ວປະເທດມີ 436 ຄົນ.

ແຂວງທີ່ມີຜູ້ຕິດເຊື້ອລວມມີ:
1. ນະຄອນຫລວງວຽງຈັນ
2. ຈຳປາສັກ
3. ສວັນນະເຂດ
4. ບໍ່ແກ້ວ
5. ສາລະວັນ
6. ອຸດົມໄຊ
7. ຫລວງນ້ຳທາ
8. ວຽງຈັນ
9. ຜົ້ງສາລີ
10. ຫລວງພຣະບາງ
11. ໄຊຍະບູລີ
12. ເຊກອງ
13. ບໍລິຄຳໄຊ
14. ຄຳມ່ວນ

ແຂວງທີ່ ຍັງບໍ່ທັນພົບຜູ້ທີ່ເຊື້ອ ລວມມື:
1. ໄຊສົມບູນ
2. ຫົວພັນ
3. ຊຽງຂວາງ
4. ອັດຕະປື

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.