ຊາວລາວຂໍໃຫ້ຣັຖບານ ຊ່ອຍຊ້ວງ ໂຄວິດ-19
2021.04.30

ອົງການອາຫານ ແລະ ການກະເສດ ທີ່ເປັນອົງການນຶ່ງ ຂອງສະຫະປະຊາຊາດ ຣາຍງານວ່າ ຍ້ອນໄດ້ຮັບຜົນກະທົບ ຈາກການ ຣະບາດຂອງໂຄວິດ-19, ປະເທດລາວ ມີຄົນຫວ່າງງານ ໃນກາງປີກາຍທັງໝົດ 3 ແສນ 50 ພັນຄົນ ໃນນັ້ນ ປະມານສອງແສນຄົນ ແມ່ນຄົນງານລາວ ທີ່ເດີນທາງກັບ ຈາກປະເທດໄທ.
ແນ່ນອນວ່າປັດຈຸບັນ ຄົນງານເຫຼົ່ານີ້ ກໍຍັງຫວ່າງງານຢູ່ ແລະຈຳນວນຄົນຫວ່າງງານ ກໍອາດເພິ້ມຂຶ້ນເພາະໂຄວິດ-19 ຍິ່ງຣະບາດ ແຮງຢູ່ລາວ, ທຸກແຂວງ ປິດບ້ານປິດເມືອງ, ແລະ ທຸຣະກິດ ໂຮງຈັກໂຮງງານ ຫລາຍແຫ່ງ ກໍຖືກປິດເຊັ່ນດຽວກັນ.
ບໍ່ພຽງແຕ່ຄົນຫວ່າງງານ, ປະຊາຊົນທົ່ວໄປ ກໍໄດ້ຮັບຜົນກະທົບຢ່າງໜັກ ຂາດຣາຍໄດ້ຣາຍຮັບ ບໍ່ມີເງິນຊື້ກິນ ແລະຈ່າຍຄ່ານ້ຳ ຄ່າໄຟ. ຊາວລາວຄົນນຶ່ງ ທີ່ຫາກໍຫວ່າງງານຈົ່ມຕໍ່ ວິທຍຸເອເຊັຍເສຣີ ໃນວັນທີ່ 27 ເມສາ 2021 ນີ້ວ່າ ເຂົາບໍ່ມີເງິນຈຳເປັນຕ້ອງ ຂາຍຄຳເພື່ອໃຊ້ໜີ້ ແລະ ຈ່າຍຄ່ານ້ຳຄ່າໄຟ:
“ຊ້ວງໂຄວິດ ກໍສາຫັດຢູ່ ບໍ່ມີເງິນ ກະເອົາຄຳໄປຂາຍ ຊື້ມາ ມັນກໍຂາດທຶນບໍ່ຫລາຍ ຂາດທຶນດ້າມແສນສອງແສນ ເອົາໄປຊຳຮະໜີ້ ຄ່າທະນາຄານ ງວດນັ້ນງວດນີ້ແດ່ຫັ່ນແຫຼະ ຫຼາຍໆຢ່າງ ຈ່າຍຄ່ານ້ຳຄ່າໄຟ ສ່ວນຫຼາຍແມ່ນ ເອົາໄປໃຊ້ໜີ້ຫຼາຍກ່ອນ.”
ຜູ້ຫວ່າງງານອີກຄົນນຶ່ງ ຢູ່ນະຄອນຫຼວງວຽງຈັນ ຂໍຮ້ອງໃຫ້ຣັຖບານຫຼຸດຄ່ານ້ຳຄ່າໄຟ ລົງເພາະປະຊາຊົນບໍ່ໄດ້ເຮັດວຽກເຮັດການ:
“ປີນີ້ຖືວ່າຣະບາດຫຼາຍ ກໍຢາກໃຫ້ທາງວິຊາການ ທາງໄຟຟ້າ ຫັ້ນແຫຼະບວກລົບຄູນຫານ ຄວນຫຼຸດສໍ່າໃດແນວໃດມັນເໝາະມັນສົມ ມັນຄວນ ຫລຸດຜ່ອນໄດ້ສໍ່າໃດ ປະຊາຊົນເຮົາກະ ພໍໃຈ.”
ຕໍ່ຄຳຮຽກຮ້ອງເຫລົ່ານັ້ນ ຕາມຣາຍງານຂອງວິທຍຸແຫ່ງຊາດລາວ ໃນວັນທີ 29 ເມສາ 2021, ຄະນະສະເພາະກິດດ້ານເສຖກິດ ໄດ້ປະຊຸມປຶກສາຫາລື ເພື່ອຫາທາງແກ້ໄຂ ຜົນກະທົບ ໃນໄລຍະການລະບາດ ຂອງພຍາດໂຄວິດ-19 ໃນຮອບທີ 2 ນີ້ ໂດຍ ໄດ້ປຶກສາຫາລືກັນ ກ່ຽວກັບວຽກງານນະໂຍບາຍ ດ້ານການເງິນ, ນະໂຍບາຍ ສິນເຊື່ອ, ນະໂຍບາຍດ້ານ ແຮງງານ, ການ ຄຸ້ມຄອງການຜລິດ, ລາຄາສິນຄ້າ, ການຈະຣາຈອນ ແລະ ຂົນສົ່ງສິນຄ້າ, ແລະ ນະໂຍບາຍດ້ານສັງຄົມ ລວມແລ້ວມີ 5 ບັນຫາ ທີ່ສຳຄັນສຳຄັນ ດັ່ງນີ້:
1. ໃນດ້ານນະໂຍບາຍການເງິນ ທາງການທີ່ກ່ຽວຂ້ອງ ຈະຄົ້ນຄວ້າຜ່ອນຜັນພາສີ-ອາກອນ ແລະ ເລື່ອນເວລາການຊຳຮະພາສີ- ອາກອນ, ຄ່າທຳນຽມ ແລະ ອື່ນໆ ເພື່ອຫລຸດຜ່ອນ ພາລະການໃຊ້ຈ່າຍຂອງທຸຣະກິດ ແລະປະຊາຊົນທົ່ວໄປ.
2. ດ້ານນະໂຍບາຍສິນເຊື່ອ ທາງການ ຈະກວດກາຕື່ມ ບັນດາຫົວໜ່ວຍທຸຣະກິດ ທີ່ສືບ ຕໍ່ໄດ້ຮັບຜົນກະທົບ ຈາກການລະບາດຂອງ ພຍາດດັ່ງກ່າວ ແລະ ຈະຊອກຫາວິທີທາງ ຊ່ວຍເຫລືອ ດ້ານສິນເຊື່ອເພີ່ມຕື່ມ, ພ້ອມທັງປຶກສາຫາລື ວຽກງານສນອງສິນເຊື່ອ ໃນ ໂຄງການຟື້ນຟູເສຖກິດ ແລະ ໂຄງການສົ່ງເສີມ ທຸຣະກິດຂນາດ ນ້ອຍແລະກາງ.
3. ໃນນະໂຍບາຍດ້ານແຮງງານ ທາງການຈະຄົ້ນຄວ້າ ວິທີການຊ່ວຍເຫລືອອຸດໜູນ ຜູ້ທີ່ໄດ້ຮັບຜົນກະທົບ ຢູ່ໃນລະບົບປະກັນສັງຄົມ, ເກັບກຳຂໍ້ມູນຄົນງານ ທີ່ໄດ້ຮັບຜົນກະທົບ ຢູ່ນອກລະບົບໃນທົ່ວປະເທດ, ວາງແຜນຊ່ວຍເຫລືອ ແບບປະຊາສົງເຄາະ ຕາມເງື່ອນໄຂ ທີ່ມີ ແລະ ຈັດສັນຄົນຫວ່າງງານ ເຂົ້າສູ່ລະບົບການຈ້າງງານ.
4. ດ້ານການຄຸ້ມຄອງການຜລິດ ແລະລາຄາສິນຄ້າ, ຣັຖບານຈະພຍາຍາມອຳນວຍ ຄວາມສະດວກໃຫ້ແກ້ ການຈະຣາຈອນ ແລະ ຂົນສົ່ງສິນຄ້າ ບໍ່ໃຫ້ອັ່ງອໍ ລະຫວ່າງ ແຂວງແລະແຂວງ, ພາຍໃນແຂວງຫາດ່ານສາກົນ ແລະ ແກ້ໄຂບັນຫາ ຄ່າບໍຣິການຂົນສົ່ງ ທີ່ແພງ.
ແລະ 5. ນະໂຍບາຍດ້ານສັງຄົມ ແລະປະຊາຊົນ, ຣັຖບານ ໄດ້ສະເໜີໃຫ້ຂະແໜງການ ທີ່ກ່ຽວຂ້ອງຄົ້ນຄວ້າຕື່ມວ່າ ມີນະໂຍບາຍ ຊ່ວຍສັງຄົມ ແລະ ປະຊາຊົນແນວໃດ ໃນການຫຼຸດລາຄາໄຟຟ້າ, ຄ່ານ້ຳປະປາ, ຄ່າໂທຣະສັບ, ອິນເຕີເນັດ, ການບໍຣິການຂີ້ເຫຍື້ອ ແລະອື່ນໆ.
ຕໍ່ສະພາບການການຣະບາດຄັ້ງໃຫຍ່ຂອງໂຄວິດ-19 ໃນປະເທດລາວເທື່ອນີ້ປະຊາຊົນສ່ວນຫຼາຍ ກໍໃຫ້ຄວາມຮ່ວມມືກັບຣັຖບານ ເປັນຢ່າງດີ, ພ້ອມກັນກັກໂຕຢູ່ເຮືອນ ບໍ່ຈຳເປັນກໍບໍ່ໄປໃສ ຖ້າຈະຊຸມແຊວສັງສັນ ຊາວລາວບາງຄົນ ກໍພຽງແຕ່ຊຸມແຊວກັນເປັນກຸ່ມ ນ້ອຍໆຢູ່ເຮືອນ ດັ່ງ ຊາວນະຄອນຫຼວງວຽງຈັນຜູ້ນຶ່ງ ໄດ້ກ່າວວ່າ:
“ເຫັນຢູ່ໃນບ້ານໃນເຮືອນ ແຕ່ເຂົາກໍບໍ່ໄດ້ ເປີດເພງເປີດຫຍັງດອກ ແຕ່ເຂົາກໍບໍໄດ້ຈະເປີດເພງສຽງດັງ ກິນແລ້ວກໍສົນທະນາກັນຊື່ໆ. ປກສ ເພິ່ນກໍຫ້າມຢູ່ ບໍ່ໃຫ້ເຮັດ.”
ຄົນລາວອີກຜູ້ນຶ່ງ ຢູ່ແຂວງສວັນນະເຂດ ກໍກ່າວວ່າປັດຈຸບັນ ປະຊາຊົນຜູ້ໃດກໍຢ້ານ ຢ້ານຕິດໂຄວິດ-19 ບໍ່ມີຈິດໃຈສັງສັນມ່ວນຊື່ນ:
“ບໍ່ຄອຍເຫັນດອກ ເບື່ອນໜ່າຍໂຄວິດ ເບື່ອນໜ່າຍສະຖານະການ ເຂົາກໍບໍ່ມີບັນຍາກາດ ແບບຫັ່ນດອກ ກິນກັບຄືນໃນຄອບຄົວ ເລັກໆນ້ອຍໆ ສ່ວນຫຼາຍກົວຫຼາຍ ມີແນວຄິດຢ້ານກົວ ບໍ່ຊະລາໃຈ.”
ຢູ່ນະຄອນຫຼວງວຽງຈັນ ເຈົ້າໜ້າທີ່ປ້ອງກັນຄວາມສງົບ ທ່ານນຶ່ງທີ່ບໍ່ປະສົງບອກຊື່ ແລະຕຳແໜ່ງ ກໍຊີ້ແຈ້ງຕໍ່ວິທຍຸເອເຊັຍເສຣີວ່າ ບາງເທື່ອ ເຈົ້າໜ້າທີ່ ກໍກວດເຫັນປະຊາຊົນ ບາງກຸ່ມບາງຄົນ ແລະຢູ່ບາງບ່ອນບາງເຮືອນ ກໍຍັງຊຸມແຊວກັນຢູ່:
“ມີກໍສ່ວນນ້ອຍລົດນ້ອຍຖອຍລົງໄປຫຼາຍ ກໍມີການໂຄສະນາ ກໍເຄີຍແຈ້ງເຄີຍເຕືອນ ຢູ່ບັນດາເມືອງກໍເຄີຍແຈ້ງເຄີຍເຕືອນຕລອດ.”
ສ່ວນເຈົ້າໜ້າທີ່ປ້ອງກັນຄວາມສງົບ ຢູ່ແຂວງສວັນນະເຂດ ກໍກ່າວກັບວິທຍຸເອເຊັຍເສຣີ ວ່າເຈົ້າໜ້າທີ່ ປກສ ໂດຍສະເພາະຢູ່ໃນເມືອງ ກໍໄດ້ປະກາດຫ້າມ ການເຄື່ອນໄຫວຫຼາຍຢ່າງ ແລະ ກໍໄດ້ຕິດຕາມກວດກາ ເປັນປະຈຳ:
“ມີຂໍ້ຫ້າມແລ້ວ ມັນມີຂໍ້ຫ້າມຈາກຂັ້ນເທິງ ກໍຕ້ອງໄດ້ປະຕິບັດຕາມ ມີການຫ້າມກໍຕ້ອງມີການກວດກາ ບໍ່ມີຜ່ານການກວດກາບໍ່ທັນມີ ເອົາການສຶກສາອົບຮົມກ່ອນ ໃຫ້ຢຸດໃຫ້ເຊົາ ເດັດຂາດ.”
ປັດຈຸບັນ ນະຄອນຫລວງວຽງຈັນ ແລະ ທັງໝົດ 17 ແຂວງຂອງລາວ ຖືກລ໊ອກດ່າວ ຫລື ປິດໝົດແລ້ວ.