ເຄມີຕົກຄ້າງໃນຮ່າງກາຍ ຂອງຄົນ ຢູ່ ຂ.ຊຽງຂວາງ
2018.02.26

ຈາກຜົນຂອງການ ກວດເລືອດຊາວຊຽງຂວາງ ຈໍານວນ 1 ພັນຄົນ ມີ 960 ຄົນ ຫຼື (96 ເປີເຊັນ) ມີສານເຄມີ ຢາປາບສັດຕຣູພືດ ຕົກຄ້າງ ໃນຮ່າງກາຍ, ແຕ່ສ່ວນທີ່ເຫລືອ 40 ຄົນ ເທົ່າກັບ 4 ເປີເຊັນ ບໍ່ມີສານເຄມີ ຕົກຄ້າງ.
ໂຄງການບໍຣິການ-ສົ່ງເສີມ ກະສິກັມຮອບດ້ານ ໄດ້ກວດເລືອດ ຂອງນັກຮຽນ, ຜູ້ບໍຣິໂພກ ແລະ ຊາວກະສິກອນ ຈໍານວນ 1 ພັນຄົນ ຢູ່ ແຂວງຊຽງຂວາງ ໃນເດືອນມິຖຸນາ 2017 ແລະເຜີຍແຜ່ ຜົນຂອງການວິຈັຍ ເມື່ອເດືອນ ມົກກະຣາ ທີ່ຜ່ານມາປະກົດວ່າ ຊາວຊຽງຂວາງ ສ່ວນຫຼາຍ ມີສານເຄມີຕົກຄ້າງ ໃນຮ່າງກາຍ ຍ້ອນວ່າພວກເຂົາເຈົ້າ ກິນພືດ-ຜັກ, ໝາກໄມ້ ແລະອາຫານ ທີ່ມີສານເຄມີ ຢາປາບສັດຕຣູພືດ ປົນເປື້ອນ ບໍ່ວ່າຜລິດຢູ່ພາຍໃນແຂວງ ແລະນໍາເຂົ້າມາຈາກ ຕ່າງປະເທດ. ດັ່ງ ທ່ານ ອ່ຽນລ່າງ ພັນທະນິວົງ, ນັກວິຊາການຂແນງປູກຝັງ ຜແນກກະສິກັມ ແລະປ່າໄມ້ ແຂວງຊຽງຂວາງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 26 ກຸມພາ ວ່າ:
"ຄວາມຈິງມັນແມ່ນເປັນການບໍລິໂພກ ບໍ່ໝາຍຄວາມວ່າ ໄດ້ຮັບຈາກການໃຊ້ຢາ ຢູ່ຂົງເຂດນີ້ ໂດຍກົງ ແຕ່ວ່າອັນນັ້ນ ກະມີສ່ວນ ບໍ່ປະຕິເສດ ແຕ່ວ່າອັນຫລັກໆ ກໍຄື ການບໍລິໂພກ ການບໍລິໂພກນີ້ ກະໝາຍຄວາມວ່າ ເຮົາໄດ້ຮັບພືດຜັກ ຫລືວ່າໝາກໄມ້ ຊີ້ປາ ອາຫານ ກະເຮົາມີ ການຜລິດພາຍໃນ ແລະ ກະນໍາເຂົ້າ."
ຜແນກກະສິກັມແລະປ່າໄມ້ ແຂວງຊຽງຂວາງ ໄດ້ກວດຕົວຢ່າງຜັກ ແລະໝາກໄມ້ ປະມານ 600 ຕົວຢ່າງ ຈາກກຸ່ມ ຊາວກະສິກອນ ແລະ ຈາກຕລາດຢູ່ພາຍໃນ 7 ຕົວເມືອງ ແລະ ພົບວ່າ ຫລາຍກວ່າ 300 ຕົວຢ່າງ ມີການປົນເປື້ອນ ສານເຄມີຢາປາບ ສັດຕຣູພືດ.
ບົດວິຈັຍໄດ້ຊີ້ໃຫ້ເຫັນອີກວ່າ ຈໍານວນຕົວຢ່າງໝາກໄມ້ ທີ່ນໍາມາກວດນັ້ນ ມີການປົນເປື້ອນຢາປາບສັດຕູພືດ ທີ່ມີສານ ອໍກາໂນຟໍສະເຟດ Organophosphate ແລະ ຄາບາເມດ Carbamate ໃນອັດສ່ວນເຖິງ 52 ເປີເຊັນ ເມື່ອທຽບໃສ່ ຕົວຢ່າງພືດ-ຜັກ ຊຶ່ງສານຊນິດ ດັ່ງກ່າວ ມີຜົນຕໍ່ລະບົບປະສາດ ແລະເຮັດໃຫ້ການພັທນາ ລະບົບປະສາດ ຂອງເດັກນ້ອຍ ຜິດປົກກະຕິ.
ອີກສາເຫດນຶ່ງ ກໍຄື ຢູ່ແຂວງຊຽງຂວາງ ມີການປູກສາລີ ເປັນສິນຄ້າ ນັບແຕ່ປີ 2004-2015 ເຮັດໃຫ້ມີການໃຊ້ ສານເຄມີ ຫລາຍ, ດັ່ງ ທ່ານ ອ່ຽນລ່າງ ກ່າວຕື່ມອີກວ່າ:
"ອາ 2004 ມາຫາ 2015 ນີ້ ເອີ້ນວ່າ ການໃຊ້ສານເຄມີມັນ ໂດຍສະເພາະ ການໃຊ້ກັບພືດເສຖກິດ ຢ່າງເຊັ່ນ ສາລີ ເນາະ ເອີ້ນວ່າ ມັນມາຈາກ ການປູກສາລີ ຫັ້ນແຫລະ ອັນ ຫລັກໆຫັ້ນນະ ກະສໍາລັບພືດອື່ນໆ ກະບໍ່ໄດ້ໃສ່ສານເຄມີ ຫລາຍ."
ປັດຈຸບັນ ຜແນກກະສິກັມແລະປ່າໄມ້ ແຂວງຊຽງຂວາງ ໄດ້ມີການຝຶກອົບຮົມ ໃຫ້ຊາວບ້ານໃຫ້ຮູ້ຈັກ ວິທີການໃຊ້ສານເຄມີ ທີ່ຖືກຕ້ອງ, ລະດົມໃຫ້ຊາວບ້ານ ເຮັດ ກະສິກັມ ແບບບໍ່ໃສ່ສານເຄມີ ອີງຕາມ ທ່ານ ອ່ຽນລ່າງ.