ຊາຍແດນລາວ-ວຽດ ຍັງປິດຍ້ອນ ໂຄວິດ-19

ຈໍາປາທອງ
2021.02.02
ຊາຍແດນລາວ-ວຽດ ຍັງປິດຍ້ອນ ໂຄວິດ-19 ດ່ານສາກົນ ນໍ້າພາວ ຊາຍແດນ ລາວ-ວຽດນາມ ມີການປະຕິບັດມາຕການປ້ອງກັນ ໂຄວິດ-19 ຢ່າງເຄັ່ງຄັດ
ພາບປະກອບ: ນັກຂ່າວພົລເມືອງ

ຍ້ອນຍັງປະຕິບັດ ມາຕການປ້ອງກັນ ການຣະບາດ ຂອງໂຄວິດ-19 ດ່ານຊາຍແດນ ລາວ-ວຽດນາມ ຍັງບໍ່ໃຫ້ຄົນທົ່ວໄປຜ່ານເຂົ້າ -ອອກ, ຫາກຜູ້ໃດຕ້ອງການຜ່ານ ຜູ້ນັ້ນຕ້ອງມີໃບ ອະນຸຍາດຈາກກົງສຸນ, ມີໃບຢັ້ງຢືນກວດໂຄວິດ-19 ແລະ ຕ້ອງຖືກກັກໂຕ 14 ມື້, ນັກສຶກສາລາວ ກໍບໍ່ໄດ້ຮັບອະນຸຍາດ ໃຫ້ກັບມາຢາມບ້ານ. ສໍາລັບຣົດຂົນສົ່ງສິນຄ້າ ກໍມີການ ກວດກາເຂັ້ມງວດ, ຖ້າແມ່ນຣົດຂົນສົ່ງ ຈາກວຽດນາມ ທີ່ຈະເຂົ້າມາລາວ ຕ້ອງຈອດຣົດໄວ້ໜ້າດ່ານ ຊາຍແດນ, ປ່ຽນຄົນຂັບເປັນຄົນລາວ, ດັ່ງເຈົ້າໜ້າທີ່ດ່ານນໍ້າໂສ່ຍ ແຂວງຫົວພັນ ຜູ້ຂໍສງວນ ຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 2 ກຸມພາ ນີ້ວ່າ:

“ຄົນເຂົ້າອອກ ທົ່ວໄປ ມັນອາຈບໍ່ໄດ້ມີແລ້ວ ມີແຕ່ເຣື່ອງຣົດບັນທຸກສິນຄ້ານີ້ດອກ ເຮົາໄດ້ມີການປ່ຽນຖ່າຍ ຄົນຂັບຣົດ ທີ່ວ່າເຂົາມີ ໜັງສືຖືກຕ້ອງ ສ່ວນຫລາຍແມ່ນນັກຮຽນເຮົາຈົບ ວຽດນາມ ນີ້ ແຕ່ວ່າເຂົາແຈ້ງມາວ່າ ບໍ່ໃຫ້ກັບມາຢາມເຮືອນ.”

ທ່ານກ່າວຕື່ມວ່າ ເຣື່ອງການລັກລອບເຂົ້າມາ ລາວ ປັດຈຸບັນ ຍັງບໍ່ມີຣາຍງານມາເທື່ອ, ແຕ່ເມື່ອທ້າຍມົກກະຣາ ຜ່ານມາ ມີຄົນລາວ ຜູ້ນຶ່ງລັກລອບເຂົ້າມາ ເພື່ອກັບຄືນບ້ານ, ແຕ່ຖືກ ເຈົ້າໜ້າທີ່ລາວ ຈັບໂຕໄດ້ກ່ອນ ແລະໄດ້ກັກໂຕ 14 ມື້ ຕາມຣະບຽບການ.

ຢູ່ແຂວງບໍລິຄໍາໄຊ ຕາມດ່ານຊາຍແດນ ທີ່ຕິດກັບວຽດນາມ ເຈົ້າໜ້າທີ່ດ່ານຊາຍແດນ ຜູ້ຂໍສງວນຊື່ ແລະຕໍາແໜ່ງ ເວົ້າວ່າປັດຈຸບັນ ກໍມີການກວດກາເຂັ້ມງວດຄັກແນ່, ບໍ່ໃຫ້ຄົນ ເຂົ້າ-ອອກ ແລະວ່າ ເຣື່ອງການລັກລອບ ເຂົ້າມາຕາມທາງທໍາມະຊາດນັ້ນ ກໍອາຈມີ ເຈົ້າໜ້າທີ່ອາຈຈັບບໍ່ໄດ້ ເພາະມີຫລາຍທາງ, ແຕ່ທີ່ຜ່ານມາ ຍັງບໍ່ມີຣາຍງານວ່າ ມີຄົນລັກລອບ ເຂົ້າມາ.

ສໍາລັບຣົດຂົນສົ່ງອຸປະກອນກໍ່ສ້າງ ກໍໃຫ້ເຂົ້າມາໄດ້ 1 ຄືນ ຍ້ອນໄລຍະທາງໄກ, ຄົນຂັບຣົດຕ້ອງມີເອກກະສານ ຖືກຕ້ອງ ແລະມີ ເຈົ້າໜ້າທີ່ຕິດຕາມ ຕາມາຕການປ້ອງກັນ ໂຄວິດ-19 ດັ່ງທີ່ທ່ານກ່າວວ່າ:

“ມາຕການໂຄວິດ ກະຄືບໍ່ແຕກຕ່າງກັບມາຕການ ດ່ານສາກົລອື່ນ ຫັ້ນແຫລະ. ຖ້າເປັນສິນຄ້າທີ່ຮັບໃຊ້ ໂຄງການກໍ່ສ້າງໂຄງລ່າງ ພື້ນຖານ ຣົດໄຟ ຫລື ທາງຫຍັງທີ່ວ່າໄລຍະ ການຂົນສົ່ງມັນໄກ ຫັ້ນນ່າ ເພິ່ນຈະໃຫ້ຄືນນຶ່ງ ແຕ່ວ່າຕ້ອງມີມາຕການ ປ້ອງກັນເປັນ ແຕ່ໄລຍະ ໄປຕາມທາງ ບໍ່ໃຫ້ໄປນອນ ຊະຊາຍເດ໋.”

ຊາວບ້ານ ຢູ່ແຂວງບໍລິຄໍາໄຊ ທ່ານນຶ່ງເວົ້າວ່າ ປັດຈຸບັນ ເຈົ້າໜ້າທີ່ບໍ່ໃຫ້ຄົນຂ້າມໄປ ວຽດນາມ ແລ້ວ, ຫາກຈະຂ້າມໄປກໍຕ້ອງມີ ເອກກະສານຄັກແນ່, ສໍາລັບຄົນທີ່ມາຈາກ ຕ່າງ ປະເທດກໍຄືກັນ ຍ້ອນເຈົ້າໜ້າທີ່ເຂັ້ມງວດ ໃນການກວດກາ ໂຄວິດ-19:

“ຄົນລາວຈະຂ້າມໄປວຽດບໍ່ໄດ້ ຄົນທີ່ມາຈາກຕ່າງປະເທດ ກໍຕ້ອງໄດ້ກັກໂຕເດ໋ລະ ດ່ານສາກົລຂະເຈົ້າປິດເຂັ້ມງວດ ກະປ້ອງກັນ ໂຄວິດ ຄືກັນ ກະສິຫຍູ້ງຍາກຢູ່ ຄັນເຮົາບໍ່ຄົບຖ້ວນ ຫັ້ນນະ.”

ຢູ່ແຂວງອັດຕະປື ເຈົ້າໜ້າທີ່ດ່ານພູເເກືອ ທ່ານນຶ່ງ ຜູ້ຂໍສງວນຊື່ ແລະ ຕໍາແໜ່ງ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ ການປະຕິບັດມາຕການ ປ້ອງກັນ ໂຄວິດ-19 ກໍຍັງເຂັ້ມງວດ ຢູ່ຄືເກົ່າ ຄືກັນກັບດ່ານອື່ນໆ, ຫາກຜູ້ໃດຈະເຂົ້າມາລາວ ກໍຕ້ອງມີເອກກະສານຖືກຕ້ອງ, ມີໃບ ຮັບຮອງການກວດໂຄວິດ-19 ແລະ ຕ້ອງຖືກກັກໂຕ 14 ມື້:

“ຮັດກຸມໝົດທຸກຢ່າງ ລາວ ອອກບໍ່ໄດ້ ວຽດນາມ ເຂົ້າມາບໍ່ໄດ້, ຖ້າໄດ້ເຂົ້າມາມັນຕ້ອງໄດ້ເຮັດໃບອະນຸຍາດ ຈາກກົງສຸນ ເອກສານ ຢັ້ງຢືນຈາກສາທາຣະນະສຸກ ຂອງ ວຽດນາມ ມາ.”

ທີ່ແຂວງສວັນນະເຂດ ເຈົ້າໜ້າທີ່ສະເພາະກິດ ທ່ານນຶ່ງ ຜູ້ຂໍສງວນຊື່ແລະຕໍາແໜ່ງ ກ່າວໃນມື້ດຽວກັນນີ້ວ່າ ທາງແຂວງນີ້ກໍມີການ ກວດກາເຂັ້ມງວດຄືກັນ. ທີ່ຜ່ານມາ ກໍມີຄົນເຂົ້າມາ ແບບຜິດກົດໝາຍຢູ່, ແຕ່ຂໍບໍ່ເປີດເຜີຍຈໍານວນ, ເມື່ອຈັບໄດ້ກໍບໍ່ໄດ້ປະຕິບັດ ຕາມກົດໝາຍ, ມີແຕ່ໄດ້ກັກໂຕ 14 ມື້ ຍ້ອນເຂົ້າໃຈວ່າ ພວກເຂົາ ເຈົ້າຢາກກັບມາລາວ, ຖ້າເປັນຄົນຕ່າງ ປະເທດ ຫາກເຂົ້າມາ ແບບຜິດກົດໝາຍ ກໍຕ້ອງຖືກດໍາເນີນການຕາມຣະບຽບ ດັ່ງທີ່ທ່ານກ່າວວ່າ:

“ແຮງງານລາວ ທີ່ກັບບ້ານ ພວກເຮົາບໍ່ໄດ້ຈັບ ໝາຍຄວາມວ່າເຂົາຈະຂ້າມທາງໃດ ກະຢ່າ ມີຂໍ້ມູລວ່າ ເປັນຄົນລາວຢູ່ ສວັນນະເຂດ ແທ້ເນາະ ເຮົາມີເຈົ້າໜ້າທີ່ອໍານວຍຄວາມສະດວກ ຢູໃນຕໍາຣວດຊາຍແດນ ຫັ້ນນ່າ ກໍເອົາຂຶ້ນໄປກໍນໍາສົ່ງໄປສູນກັກກັນ.”

ຊາວບ້ານ ຢູ່ແຂວງສວັນນະເຂດ ທີ່ເປັນບ້ານຕິດກັບຊາຍແດນ ວຽດນາມ ທ່ານນຶ່ງ ເວົ້າວ່າ ປັດຈຸບັນ ເຈົ້າໜ້າທີ່ກວດກາເຂັ້ມງວດ ຄັກແນ່ ບໍ່ໃຫ້ຊາວບ້ານ ຜ່ານດ່ານຊາຍແດນ ເຂົ້າ-ອອກ, ບໍ່ໃຫ້ໄປວຽດນາມ, ມີແຕ່ອະນຸຍາດ ໃຫ້ເອົາສິນຄ້າ ເປັນຕົ້ນແມ່ນກ້ວຍ ມາຂາຍຢູ່ຕລາດ ລາວ-ບາວ:

”ຕ່າງປະເທດນີ້ ໄປບໍ່ໄດ້ ທະຫານວຽດນາມ ມັນຢາຍ 15 ແມັດ 15 ແມັດ ນຶ່ງຄົນເດ້ ທັງລາວທັງວຽດ ເຂັ້ມງວດຄືກັນ ມີໜ້ອຍໆນະ ບາງມື້ກໍສິບຊາວຄົນ ເທົ່ານັ້ນແຫລະ ເຂົາໃຫ້ໄປ ບາງມື້ກະບໍ່ມີ ຈັກຄົນ ຄົນຊົນຊາດລາວ ເທິງເຂົາໄປຂາຍກ້ວຍ ຂາຍແຫມ ຢູ່ຕລາດ ລາວ-ບາວ ແລ້ວ”

ປັດຈຸບັນ ທາງການວຽດນາມ ກໍໄດ້ອອກແຈ້ງການ ບໍ່ໃຫ້ນັກຮຽນ ນັກສຶກສາລາວ ເດີນທາງກັບຄືນປະເທດລາວ, ອີງຕາມການ ຣາຍງານຂອງສະຖານທູດລາວ ປະຈໍາວຽດນາມ ໃນມື້ວັນທີ 26 ມົກກະຣາ 2021, ແຕ່ສໍາຜູ້ຈົບການສຶກສາ ຫລື ຕ້ອງໄປເກັບກໍາ ຂໍ້ມູນ ມາຂຽນບົດນິພົນ ແລະ ມີບັນຫາສຸຂພາບ ຫລື ບັນຫາຄອບຄົວ ທາງການ ຢູ່ໃນຣະຫວ່າງການ ພິຈາຣະນາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.