ໄຂ້ຍຸງລາຍຢູ່ນະຄອນຫຼວງ ກໍາລັງ ແຜ່ຂຍາຍ

ໄຊຍາ
2019.02.19
ທາງການ ສາທາຣະນະສຸຂ ອອກພົ່ນຢາປ້ອງກັນ ການແຜ່ຂຍາຍຂອງຍຸງລາຍ
ຮູບຈາກ: ນັກຂ່າວພົລເມືອງ

ນັບແຕ່ເຣີ່ມຕົ້ນສັປດາທຳອິດຂອງປີນີ້, ນະຄອນຫຼວງວຽງຈັນ ມີຜູ້ເສັຍຊີວິດເຖິງ 4 ຄົນຈາກການຣະບາດຂອງພຍາດໄຂ້ຍຸງລາຍ. ສູນວິເຄາະ ຣະບາດວິທຍາ ນະຄອນຫຼວງວຽງຈັນ ຣາຍງານວ່າປີນີ້, ຈະເປັນປີຮອບວຽນທີ່ຣະບາດຮຸນແຮງໃນຮອບ 30 ປີ ເຊິ່ງຕ້ອງເຝົ້າຣະວັງເດັກນ້ອຍ ແລະຜູ້ເຖົ້າທີ່ມີຄວາມສ່ຽງສູງຕໍ່ການເສັຽຊີວິດ, ດັ່ງເຈົ້າໜ້າທີ່ຜແນກສາທາຣະນະສຸຂ ນະຄອນຫຼວງວຽງຈັນ, ໄດ້ຣາຍງານເຫດການຣະບາດ ຂອງພຍາດໄຂ້ຍຸງ ຕໍ່ສື່ມວລຊົນ ເມື່ອທ້າຍເດືອນມົກກະຣາ ຜ່ານມາວ່າ:

"ປັດຈຸບັນນີ້, ຢູ່ນະຄອນຫຼວງວຽງຈັນ ຂອງພວກເຮົາ, ຖືວ່າເປັນບັນຫານຶ່ງ, ເປັນບັນຫາທາງດ້ານສາທາຣະນະສຸຂຫັ້ນ, ຊິເວົ້າລະຖ້າທຽບໃສ່ ປີຜ່ານມາເປັນເຫດການນຶ່ງທີ່ຜິດປົກກະຕິຫັ້ນແຫຼະ, ຜິດປົກກະຕິຢູ່ບ່ອນໃດ, ທັມມະດາແລ້ວພຍາດໄຂ້ຍຸງລາຍ ມັນຈະມີຫຼາຍໃນໄລຍະ ຣະດູຝົນ, ແຕ່ວ່າປີນີ້, ມັນຈະຕ່າງຈາກປີກາຍ, ມາຕັ້ງແຕ່ຫົວປີຕໍ່ໃສ່ທ້າຍປີ 2018 ເປັນຕົ້ນມາ ຈົນຮອດປັດຈຸບັນນີ້."

ເຈົ້າໜ້າທີ່ໄດ້ກ່າວຕື່ມວ່າຜ່ານມາຕົ້ນໆປີໄລຍະນີ້, ຈະບໍ່ຄ່ອຍມີກໍຣະນີຣາຍງານ, ແຕ່ວ່າ 2019 ເກືອບວ່າທຸກມື້ ມີກໍຣະນີໄຂ້ຍຸງລາຍ, ເຊິ່ງ ຕາມຄາດຄະເນ ຂອງສູນວິເຄາະຣະບາດວິທຍາ ເພິ່ນກໍຄາດຄະເນວ່າປີ 2019 ນີ້ ຈະເປັນປີນຶ່ງທີ່ຣະບາດ ເພິ່ນທຽບໃສ່ວ່າປີ 2013 ມັນກໍ ເປັນການຣະບາດໃຫຍ່ແລ້ວ, ໃນສາມປີໃດຕາມການຄາດຄະເນຂອງຣະບາດວິທຍາ, ຈະມີການຣະບາດຮຸນແຮງເທື່ອນຶ່ງ, ສະນັ້ນປີ 2019 ກໍຄົບຮອບອີກປີນຶ່ງ ມາຈາກ 2013, 2016 ແລະ 2019.

ປີນີ້ຖືວ່າສ່ຽງ, ຄາດວ່າຈະມີການຣະບາດແຮງ ແລະອີກຢ່າງນຶ່ງກໍມີເຫດການຜິດປົກກະຕິຕັ້ງແຕ່ຕົ້ນປີ, ທັມມະດາ ຈະມີແຕ່ໄລຍະຣະດູຝົນ ຮອດທ້າຍປີ, ບາດນີ້ມາເອົາແຕ່ຕົ້ນປີໂລດ. ປັດຈຸບັນ, ພຍາດໄຂ້ຍຸງລາຍຣະບາດຫຼາຍ ໃນເມືອງໄຊເສດຖາ, ເມືອງສີໂຄດຕະບອງ ແລະ ເມືອງສີສັດຕະນາກ. ຕໍ່ບັນຫາດັ່ງກ່າວ, ເຈົ້າໜ້າທີ່ຂແນງສາທາຣະນະສຸຂ ນະຄອນຫຼວງວຽງຈັນ, ກໍໄດ້ມີການໂຄສະນາ ປະຊາສຳພັນມາຕັ້ງ ແຕ່ຕົ້ນປີ ເພື່ອສະກັດກັ້ນ ການແຜ່ຣະບາດ, ດັ່ງເຈົ້າໜ້າທີ່ ໄດ້ກ່າວຕໍ່ RFA ເມື່ອາທິດ ຜ່ານມາວ່າ:

"ໃນໄລຍະປີ 2018 ຜ່ານມານີ້ເນາະ, ເຮົາກໍ່ໄດ້ກະກຽມເຝົ້າຣະວັງກ່ອນມັນຈະເກີດກໍຣະນີ, ບໍ່ແມ່ນວ່າເກີດກໍຣະນີແລ້ວຈະໄປໄລ່ຕາມມັນ, ອັນນີ້ເຮົາກາໄດ້ກະກຽມຄວາມພ້ອມກ່ອນ, ຕາມການແຈ້ງການຂອງຜແນກຫັ້ນວ່າ, ໄດ້ປະຕິບັດກິຈກັມປະຊຸມ ຊີ້ແຈງໃຫ້ຄນະກັມມະການ ຄວບຄຸມໄຂ້ຍຸງລາຍຫັ້ນ, ໃຫ້ເມືອງຮູ້ ແລະຊີ້ນຳຢູ່ແຕ່ລະກຸ່ມບ້ານຫັ້ນ."

ໄລຍະເດືອນມົກຣາຜ່ານມາ ໃນນະຄອນຫຼວງວຽງຈັນ, ມີຜູ້ຕິດເຊື້່ອໄຂ້ຍຸງລາຍເຖິງ, 134 ກໍຣະນີ, ເສັຽຊີວິດໄປແລ້ວ 4 ກໍຣະນີ ໃນນັ້ນ, ເປັນເດັກນ້ອຍອາຍຸ 11 ປີຢູ່ບ້ານສີວິໄລ ແລະຜູ້ໃຫຍ່ອີກສອງຄົນອາຍຸ 28 ປີ ຢູ່ບ້ານອີ່ໄລ, ແລະອີກນຶ່ງຄົນອາຍຸ 45 ປີ ຢູ່ບ້ານຫີນສີ້ວ, ເຊິ່ງທັງສາມບ້ານ ບໍ່ເຄີຍມີການຣະບາດໄຂ້ຍຸງລາຍມາກ່ອນ.

ໃນຂນະດຽວກັນ, ເຈົ້າຄອງນະຄອນຫຼວງວຽງຈັນ, ໄດ້ອອກຄຳສັ່ງແນະນຳສະກັດກັ້ນ ແລະ ຕອບໂຕ້ການຣະບາດຂອງໄຂ້ຍຸງລາຍ ເມື່ອວັນທີ 24 ມົກກະຣາ ຜ່ານມາ, ໂດຍມອບໝາຍໃຫ້ ຜແນກສາທາຣະນະສຸກ, ສ້າງທະນາຄານປາກິນຍຸງ ໄວ້ໃຫ້ປະຊາຊົນ ແລະສົ່ງເສີມການລ້ຽງ ປາກິນຍຸງ. ໃຫ້ເຈົ້າເມືອງ 9 ໂຕເມືອງ ກຳນົດເປົ້າໝາຍ ທີ່ເປັນຈຸດສຸມທີ່ເກີດຂຶ້ນ, ໃນປີຜ່ານມາ ເມື່ອພົບບ້ານໃດ ຫຼື ສະຖານທີ່ໃດມີ ຄວາມສ່ຽງ ທີ່ຈະເກີດການຣະບາດ ຕ້ອງປະສານໄປຍັງຫ້ອງການສາທາເມືອງ ເພື່ອລົງໄປຄວບຄຸມ.

ອີງຕາມບົດຣາຍງານຂອງ ກອງປະຊຸມປະຈຳປີ ຂອງຄນະກັມມະການຕ້ານໄຂ້ຍຸງລາຍ ເມື່ອປີກາຍນັ້ນ. ສຳລັບເມືອງທີ່ຮັບຜົລກະທົບຮຸນແຮງ ກວ່າໝູ່ ຈາກພຍາດໄຂ້ຍຸງລາຍ, ແມ່ນເມືອງໄຊທານີ 194 ກໍຣະນີ, ຕໍ່ມາແມ່ນເມືອງໄຊເສດຖາ 110 ກໍຣະນີ, ເມືອງສີໂຄດຕະບອງ 68 ກໍຣະນີ, ເມືອງຈັນທະບູລີ 53 ກໍຣະນີ, ເມືອງສີສັດຕະນາກ 49 ກໍຣະນີ, ເມືອງຫາດຊາຍຟອງ 45 ກໍຣະນີ, ເມືອງນາຊາຍທອງ 32 ກໍຣະນີ, ເມືອງປາກງື່ມ 19 ກໍຣະນີ ແລະເມືອງສັງທອງ 13 ກໍຣະນີ.

ເຊິ່ງລວມທັງໝົດແລ້ວ ສະເພາະພາຍໃນປີ 2018, ນະຄອນຫຼວງວຽງຈັນ ມີຜູ້ຕິດເຊື້ອໄຂ້ຍຸງລາຍ 583 ກໍຣະນີ, ແຕ່ບໍ່ມີຜູ້ເສັຍຊີວິດ. ສ່ວນປີ 2017 ມີຜູ້ຕິດເຊື້ອ 2,294 ກໍຣະນີ ແຕ່ບໍ່ພົບຜູ້ເສັຍຊີວິດ. ຕໍ່ເຫດການຣະບາດດັ່ງກ່າວ, ກອງປະຊຸມກ່ຽວກັບການ ປ້ອງກັນ ແລະ ຄວບຄຸມ ພຍາດໄຂ້ຍຸງລາຍ ທົ່ວປະເທດ, ເມື່ອຕົ້ນເດືອນມົກຣາຜ່ານມາ ທ່ານ ຣັດຕະນະໄຊ ເພັດສຸວັນ ໄດ້ຣາຍງານວ່າ:

ປີນີ້ນະຄອນຫຼວງວຽງຈັນ, ມີຄວາມສ່ຽງຕໍ່ການຕິດເຊື້ອໄຂ້ຍຸງລາຍ ສູງ, ຍ້ອນຄວາມແອອັດເພີ່ມຂຶ້ນ ຢູ່ໃນເຂດໂຕເມືອງ, ຊານເມືອງ, ປະຣິມານຂີ້ເຫຍື້ອເພີ່ມຂຶ້ນ, ຂະບວນການອານະມັຍ ຍັງບໍ່ທັນໄດ້ດີ. ສຳລັບການເສັຍຊີວິດສ່ວນໃຫຍ່ແມ່ນຍ້ອນ ອາການພຍາດໄຂ້ຍຸງລາຍ ເບື້ອງຕົ້ນ ຄ້າຍຄືໄຂ້ວັດ ປະຊາຊົນຈຳນວນຶ່ງ ຖືເບົາບໍ່ໄປໂຮງໝໍ.

ພ້ອມນີ້, ພຍາດໄຂ້ຍຸງລາຍໄດ້ສ້າງບັນຫາໃຫຍ່ໃຫ້ ສປປ ລາວ ມາເປັນເວລາ 30 ປີ ຖ້າສົມທຽບໃສ່ ຂົງເຂດອາຊຽນ ເຫັນວ່າ ສປປ ລາວ ຍັງມີອັດຕຣາການຕາຍສູງຢູ່ ເນື່ອງຈາກສະພາບແວດລ້ອມ ແລະ ການປ່ຽນແປງ ຂອງດິນຟ້າອາກາດ, ສະພາບແວດລ້ອມ ຊຸມຊົນທີ່ມີ ການພັທນາ, ການດື້ຂອງຢາ ຣະບົບຣາຍງານ ແລະ ຄວາມພ້ອມພຽງ ໃນທຸກຂົງເຂດ ທາງພາກຣັຖ, ເອກກະຊົນ ແລະປະຊາຊົນຍັງເຮັດ ບໍ່ໄດ້ດີເທົ່າທີ່ຄວນ.

ກ່ອນໜ້ານີ້ ທາງດ້ານ ອົງການອະນາມັຍໂລກ, ທີ່ມີສຳນັກງານປະຈຳ ສປປ ລາວ ຣາຍງານວ່າ ປະຊາຊົນລາວ, ກຳລັງປະເຊີນກັບບັນຫາ ການແຜ່ຣະບາດ ຂອງໄຂ້ຍຸງລາຍ ໃນຣະດັບທີ່ຮຸນແຮງຂຶ້ນຢ່າງຕໍ່ເນື່ອງ, ເຊິ່ງຈະເຫັນໄດ້ຈາກຈຳນວນຄົນ ຕິດເຊື້ອ ໄຂ້ຍຸງລາຍເພີ່ມຂຶ້ນ ຢ່າງຕໍ່ເນື່ອງ, ຫຼ້າສຸດໃນປີ 2018 ມີຜູ້ຕິດເຊື້ອໄຂ້ຍຸງລາຍ ເຖິງ 6,176 ກໍຣະນີ ເສັຍຊີວິດ 18 ລາຍ. ໃນ 18 ແຂວງ ມີ 17 ແຂວງ ທີ່ມີຣາຍງານໄຂ້ຍຸງລາຍ ແລະ ມີພຽງແຕ່ຫົວພັນ ບໍ່ມີຣາຍງານໄຂ້ຍຸງລາຍ.

ໂດຍເຂດທີ່ມີການແຜ່ຣະບາດຂອງພຍາດໄຂ້ຍຸງລາຍ, ໃນຣະດັບຮຸນແຮງຄືເຂດ ນະຄອນຫຼວງວຽງຈັນ, ອັດຕະປື ແລະ ຈຳປາສັກ. ແຕ່ທີ່ ໜ້າເປັນຫ່ວງຢ່າງຍິ່ງກໍຄື 65% ຂອງຈຳນວນຜູ້ປ່ວຍທັງໝົດ ເປັນເດັກນ້ອຍ.

ພ້ອມນີ້ຣາຍງານຍັງຢືນຢັນຕື່ມວ່າ, ຣະບົບການບໍຣິການດ້ານສາທາຣະນະສຸກ ຂອງຣັຖບານລາວ ໃນປັດຈຸບັນ, ຍັງບໍ່ສາມາດຕອບສນອງ ຄວາມຕ້ອງການຂັ້ນພື້ນຖານ ຂອງແມ່ແລະເດັກ ໄດ້ຢ່າງທົ່ວເຖິງ ທັງຍັງມີຂໍ້ຈຳກັດດ້ານບຸຄລາກອນ ແລະ ເຄື່ອງມື ທາງການແພດນຳອີກ.

ພາຍໃນສະພາບການດັ່ງກ່າວ, ຍັງເຮັດໃຫ້ລາວເປັນປະເທດ ທີ່ມີອັດຕຣາການເສັຽຊີວິດຂອງແມ່ຍິງ, ໃນຂນະທີ່ເກີດລູກ ແລະການເສັຽ ຊີວິດຂອງເດັກເກີດໃໝ່ ຍັງມີອັດຕຣາສະເລັ່ຽສູງທີ່ສຸດ ໃນອາຊຽນ.

ມາເຖິງປີນີ້ ຄວາມຮຸນແຮງຂອງການຣະບາດພຍາດໄຂ້ຍຸງລາຍ, ເຣີ່ມແຕ່ຕົ້ນປີ ມີຜູ້ເສັຍຊີວິດເຖິງ 4 ຄົນ ຕິດເຊື້ອ 100 ປາຍກໍຣະນີ ອັນນີ້ສະເພາະໂຕເລກ ນະຄອນຫຼວງວຽງຈັນ ທີ່ໄດ້ຣາຍງານຢ່າງເປັນທາງການ ບໍ່ນັບລວມແຂວງອື່ນໆ, ດັ່ງເຊັ່ນ ເມືອງສະໜາມໄຊ ແຂວງອັດຕະປື ປີຜ່ານມາ ພຍາດໄຂ້ຍຸງ ກໍຣະບາດໜັກເຖິງ 200 ປາຍ ກໍຣະນີ ມີຜູ້ເສັຍຊີວິດ 1 ຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.