ລາວ ເພີ່ມການສັກຢາກັນ ໂຄວິດ-19 ຫຼາຍຂຶ້ນ
2021.02.01

ໃນເດືອນເມສາ 2021 ນີ້ ທາງການລາວ ມີແຜນທີ່ຈະສັກວັກຊິນ ກັນໂຄວິດ-19 ໃຫ້ປະຊາຊົນລາວ ໃນທົ່ວປະເທດ ຊຶ່ງມີຄວາມ ສ່ຽງຕໍ່ການທີ່ຈະຕິດໂຄວິດ-19 ເປັນຕົ້ນແພດ, ໝໍ, ເຈົ້າໜ້າທີ່ດ່ານຕ່າງໆ, ຜູ້ອອກແຮງງານ ເຄື່ອນຍ້າຍ, ຜູ້ເດີນທາງເຂົ້າ-ອອກ ປະເທດ, ຜູ້ສູງອາຍຸ, ອີງຕາມການຣາຍງານຂອງ ກະຊວງສາທາຣະນະສຸຂ ໃນມື້ວັນທີ 31 ທັນວາ 2020. ກ່ຽວກັບຂ່າວທີ່ວ່ານີ້ ຫລາຍຄົນກໍດີໃຈ ແລະ ມີຄວາມພ້ອມ, ແຕ່ກໍມີຈໍານວນນຶ່ງກັງວົນນໍາ ຜົລຂ້າງຄຽງ.
ຊາວບ້ານທ່ານນຶ່ງ ຜູ້ຂໍສງວນຊື່ຢູ່ນະຄອນຫລວງວຽງຈັນ ກ່າວຕໍ່ວິທຍຸເອເຊັຍເສຣີ ໃນມື້ວັນທີ 1 ກຸມພາ ນີ້ວ່າ:
”ໂຄວິດເຮົາກໍຢາກປ້ອງກັນລະນໍ ຜ່ານມາເຂົາສັກກັນພຍາດ ກັນເປັນຫວັດເປັນໄອ ເປັນຫຍັງມັນກະໄດ້ ຜົລຊີ້ນະ ຄັນເວົ້າດຽວນີ້ນະ ລາວ ເຮົາມັນຮັກສາໂຕໃຜໂຕມັນ ກາດບໍ່ໃຫ້ຕົກ.”
ກ່ຽວກັບເຣື່ອງທີ່ວ່ານີ້ ຊາວບ້ານຈໍານວນນຶ່ງ ຢູ່ແຂວງສວັນນະເຂດ ກໍມີຄວາມກັງວົນໃຈນໍາເຣື່ອງຜົລຂ້າງຄຽງ ທີ່ອາຈເກີດຂຶ້ນໄດ້, ແຕ່ກໍຄິດວ່າ ກ່ອນຈະສັກວັກຊິນນັ້ນໃຫ້ ແພດ ໝໍ ເພິ່ນກໍຄົງກວດເບິ່ງກ່ອນວ່າ ຜູ້ທີ່ຈະສັກໃຫ້ນັ້ນມີໂຣກ ປະຈໍາໂຕ ແພ້ຢາຫລືບໍ່ ດັ່ງທີ່ທ່ານກ່າວວ່າ:
“ກະກັງວົນໜ້ອຍນຶ່ງ 50 ຕໍ່ 50 ເພາະວ່ານຶ່ງ ມັນກະດີຕໍ່ເຮົາເດ໋ ບາງເທື່ອຜູ້ໃດມີໂຣກ ຂ້າງຄຽງເຂົາເຈົ້າກະຫ້າມສັກ ຫັ້ນນ່າ ເຂົາເຈົ້າ ກະຕ້ອງໄດ້ກວດທຸກຢ່າງ ເຮົາແພ້ຢາອັນນັ້ນີ້ບໍ໋ ບາງຄົນເນາະທາດເຮົາ ມັນບໍ່ຄືກັນເດ໋ ເລືອດມັນຕ່າງກັນເດ໋.”
ຢູ່ແຂວງຫລວງພຣະບາງ ຊາວບ້ານທ່ານນຶ່ງເວົ້າວ່າ ການສັກວັກຊິນປ້ອງກັນ ໂຄວິດ-19 ສ່ວນຫລາຍຈະເປັນວັຍກາງຄົນ ທີ່ອອກ ແຮງງານ ດີໃຈເວລາໄປໃສມາໃສ ກໍໝັ້ນໃຈຂຶ້ນ. ແຕ່ສໍາລັບຄົນຈໍານວນນຶ່ງ ເປັນຕົ້ນຜູ້ມີອາຍຸສູງ ມີຄວາມກັງວົນ ຍ້ອນບາງຄົນມີ ໂຣກປະຈໍາໂຕ, ຢ້ານເກີດຜົລຂ້າງຄຽງ:
“ຮ່າງກາຍແຕ່ລະຄົນ ບໍ່ຄືກັນ ເວລາຮັບວັກຊິນເຂົ້າໄປ ມັນຈະມີຜົລຂ້າງຄຽງແນວໃດ ໃນອະນາຄົດ ຍັງບໍ່ຮູ້ຫັ້ນນ່າ ທີ່ວ່າເພິ່ນມີອາຍຸ ຂຶ້ນໄປ ເພິ່ນມີພຍາດປະຈໍາຕົວ ເພິ່ນສັກເພິ່ນສິ ກັງວົນວ່າ ຈະເປັນຫຍັງຕື່ມອີກບໍ່ນໍ່. ຜູ້ດີໃຈ ສ່ວນຫລາຍແມ່ນຣະດັບວັຍກາງຄົນ ທີ່ວ່າໃຊ້ແຮງງານຫັ້ນແຫຼະ ທີ່ວ່າໂອ໋ ທີ່ວ່າສັກສິແມ່ນປ້ອງກັນໂຕເອງ ສິໄປໃສມາໃສສະດວກແລ້ວ.”
ເຈົ້າໜ້າທີ່ສາທາຣະນະສຸກ ທ່ານນຶ່ງ ກ່າວວ່າ ການສັກວັກຊິນ ກໍຈະສັກໃຫ້ກຸ່ມສ່ຽງກ່ອນ. ອີງຕາມການຣາຍງານ ຂອງກະຊວງ ສາທາຣະນະສຸຂ ເບື້ອງຕົ້ນໄດ້ສັກໃຫ້ແພດ, ໝໍ, ແລະ ອາສາສມັກ, ແຕ່ຣາຍລະອຽດກ່ຽວກັບ ການສັກວັກຊິນປ້ອງກັນ ໂຄວິດ-19 ໃນເດືອນເມສາ ທີ່ຈະມາເຖິງນີ້ ແມ່ນຍັງບໍ່ຮູ້ຈະແຈ້ງ, ຮູ້ພຽງແຕ່ວ່າ ໃນເບື້ອງຕົ້ນຈະສັກໃຫ້ ກຸ່ມສ່ຽງກ່ອນ ແລະ ຈະແມ່ນແພດ ໝໍ ຢູ່ລາວເປັນຜູ້ສັກໃຫ້ ຊຶ່ງທີ່ຜ່ານມາ ແມ່ນສັກໃຫ້ ພະນັກງານ ໂດຍບໍ່ໄດ້ເສັຍຄ່າ ດັ່ງທີ່ທ່ານກ່າວວ່າ:
“ຍັງບໍ່ແນ່ໃຈເທື່ອ ຜ່ານມານີ້ ແມ່ນສັກໃຫ້ພະນັກງານນີ້ ແມ່ນຟຣີ ສັກກຸ່ມສ່ຽງກ່ອນຕອນນີ້ ຖືວ່າເຈົ້າໜ້າທີ່ ເປັນຕໍາຣວດ ເປັນອິຫຍັງ ຕ່າງໆຫັ້ນນະ.”
ແລະເຈົ້າໜ້າທີ່ທີ່ກ່ຽວຂ້ອງ ອີກທ່ານນຶ່ງ ກໍເວົ້າວ່າ ການສັກວັກຊິນປ້ອງກັນໂຄວິດ-19 ໃຫ້ກຸ່ມທີ່ມີຄວາມສ່ຽງກ່ອນນັ້ນ, ຄາດວ່າ ຈະເລິ່ມ ຢູ່ນະຄອນຫຼວງວຽງຈັນ, ແຂວງຫຼວງນໍ້າທາ, ບໍ່ແກ້ວ ແລະ ແຂວງທີ່ມີຊາຍແດນ ຕິດກັບປະເທດເພື່ອນບ້ານ ແລະວ່າ ກ່ອນຈະສັກວັກຊິນ ໃຫ້ຜູ້ໃດນັ້ນ ແພດ ໝໍ ກໍຕ້ອງໄດ້ກວດເບິ່ງໂຣກປະຈໍາໂຕກ່ອນ ວ່າມັນຈະມີ ຜົລກະທົບ ຫຍັງບໍ່:
“ພວກເຮັດວຽກຢູ່ໃນກຸ່ມສ່ຽງ ເພິ່ນເລີ່ມສັກໃຫ້ແລ້ວ ຄັນວ່າໂຕອາຍຸແກ່ ທີ່ວ່າ ບໍ່ຢູ່ໃນກຸ່ມສ່ຽງ ບໍ່ທັນໄດ້ຟ້າວສັກເທື່ອ ສິສັກໃຫ້ຜູ້ໃດ ຜູ້ນຶ່ງຕ້ອງເບິ່ງວ່າ ມັນມີຜົລກະທົບ ຫຍັງບໍ່ ກ່ຽວກັບ ສຸຂພາບຜູ້ນັ້ນ.”
ອີງຕາມການຣາຍງານ ຂອງ ກະຊວງສາທາຣະນະສຸຂ ໃນ ມື້ວັນທີ 27 ມົກກະຣາ 2021, ທ່ານ ສົມດີ ດວງດີ ຮອງນາຍົກ ຣັຖມົນຕຣີ ແລະ ດຣ. ບຸນກອງ ສີຫາວົງ ຣັຖມົນຕຣີ ກະຊວງ ສາທາຣະນະສຸຂ ໄດ້ເຂົ້າຮ່ວມພິທີການສັກວັກຊິນ ປ້ອງກັນ ໂຄວິດ-19 ໃຫ້ແພດ ໝໍ ທີ່ເປັນກຸ່ມສ່ຽງຈໍານວນ 600 ປາຍຄົນ ທີ່ໂຮງໝໍ ມິຕພາບ 150 ຕຽງ ຢູ່ນະຄອນຫລວງວຽງຈັນ.
ດຣ. ບຸນກອງ ກ່າວວ່າ ຄາດວ່າ ປີ 2021 ນີ້ ປະເທດລາວ ຈະສັກວັກຊິນນີ້ໃຫ້ ປະຊາຊົນໄດ້ ປະມານ 1,500,000 ຄົນ ຄືກວມເອົາ 22% ຂອງຈໍານວນປະຊາກອນ ທັງໝົດ ແລະ ຮອດປີ 2023 ຈະສັກໃຫ້ໄດ້ 70%.
ຣັຖບາລລາວ ມີແຜນຈະນໍາວັກຊິນປ້ອງກັນ ໂຄວິດ-19 ຈາກ 3 ແຫຼ່ງເຂົ້າມາໃຊ້ ໂດຍເວົ້າວ່າເປັນວັກຊິນ ທີ່ໄດ້ຮັບການຮັບຮອງ ຈາກ ອົງການ ອະນາມັຍໂລກ ສໍາລັບໃຊ້ໃນກໍຣະນີ ສຸກເສີນ ຄື ຈາກຈີນ Sinopharm, ສັກ 2 ເຂັມ ສາມາດສ້າງພູມຕ້ານທານ ໄດ້ 3 ປີ; ຈາກ ຣັດເຊັຍ Sputnik V, ສັກ 2 ເຂັມ ສາມາດສ້າງພູມຕ້ານທານໄດ້ 2 ປີ ແລະ ຈາກອົງການ COVAX ທີ່ຮ່ວມມືກັບອົງການ ອະນາມັຍໂລກ Covax Facility Gavi ຊຶ່ງຄາດວ່າ ວັກຊິນນັ້ນຈະມາເຖິງລາວ ປະມານ ເດືອນ ເມສາ 2021 ນີ້.
ມາຮອດປັດຈຸບັນ ຈີນ ໄດ້ມອບວັກຊິນປ້ອງກັນ ໂຄວິດ-19 ໃຫ້ ລາວ 2,000 ໂດສ ແລະ ຣັດເຊັຍມອບໃຫ້ ຊຸດທຳອິດ 1,000 ໂດສ ໂດຍແມ່ນ ທ່ານ ວາລາດີມີຣ ກາລີນິນ ທູດຣັດເຊັຽ ປະຈຳ ສປປລາວ ເປັນຜູ້ມອບໃນມື້ວັນທີ 21 ມົກກະຣາ ທີ່ຜ່ານມານີ້.
ຣັຖບາລລາວ, ທະນາຄານໂລກ, ອົງການອະນາມັຍໂລກ ແລະ ຢູນີເຊັບ ໄດ້ຮ່ວມກັນປະເມີນ ງົບປະມານ ທີ່ຕ້ອງການ ເພື່ອຊື້ ວັກຊິນ ຄື ສເລັ່ຍ 17-18 ໂດລາ ສະຫະຣັຖ ຕໍ່ຄົນ. ຖ້າສັກໃຫ້ທົ່ວເຖິງ ໝົດທຸກຄົນ ຄາດວ່າ ຣັຖບາລລາວຈະຕ້ອງ ໃຊ້ ງົບປະມານ 100 ລ້ານໂດລາ ສະຫະຣັຖ.