ສູນກວດສຸຂພາບຄົນງານ ລາວ ແລະ ຕ່າງຊາດ

ໄມຊູລີ
2019.04.24
f-health ກະຊວງສາທາຣະນະສຸຂ ສປປ ລາວ
Public Domain

ກະຊວງສາທາຣະນະສຸຂ, ກະຊວງແຮງງານ ແລະ ສວັດດິການສັງຄົມ ຕຣຽມເປິດສູນກວດສຸຂພາບ ຄົນງານລາວ ແລະ ຄົນງານຕ່າງ ປະເທດ ແຫ່ງທໍາອິດໃນລາວ ຊຶ່ງຈະຕັ້ງຢູ່ໂຮງໝໍ ມິດຕະພາບ 150 ຕຽງ ໃນນະຄອນຫລວງວຽງຈັນ ຈຸດປະສົງ ເພື່ອກວດສຸຂພາບ ຄົນງານໃນໂຄງການ ຕ່າງໆ ຢ່າງຣະອຽດຫລາຍຂຶ້ນ ໃນນັ້ນຮວມທັງກວດເຊື້ອ HIV/AIDS ແລະພຍາດຕິດຕໍ່ອື່ນໆ, ອິງຕາມຄໍາເວົ້າ ຂອງເຈົ້າໜ້າທີ່ ກະຊວງສາທາຣະນະສຸຂ ທ່ານນຶ່ງ ທີ່ບໍ່ປະສົງອອກຊື່ ແລະສຽງ ຊື່ງທ່ານວ່າ:

”ສູນກວດສຸຂພາບຄົນງານລາວ ແລະຕ່າງປະເທດ ຈະມີພິທີເປິດໃນຕອນເຊົ້າ ວັນທີ່ 26 ເມສາ ນີ້ ໂດຍມີຣັຖມົນຕຣີ ຈາກກະຊວງສາ ທາຣະນະສຸຂ ແລະ ຣັຖມົນຕຣີກະຊວງແຮງງານ ແລະສວັດດິການສັງຄົມ ເຂົ້າຮ່ວມພິທີ ຊື່ງສູນແຫ່ງນີ້ ຈະເປິດບໍຣິການກວດສຸຂພາບ ແບບຄົນງານ ຮວມທັງມີຣົຖ ບໍຣິການ ແບບເຄື່ອນທີ່ ໄປກວດສຸຂພາບແຮງງານ ຕາມແຂວງຕ່າງໆນໍາດ້ວຍ.”

ທ່ານວ່າ ສູນແຫ່ງນີ້ ເຣີ້ມສ້າງມາແຕ່ປີ 2018, ຫລັງຈາກເປິດໃຊ້ແບບ ເປັນທາງການແລ້ວ ຄົນງານທັງໝົດໃນລາວ ທີ່ຈະກວດສຸຂພາບ ໂດຍສະເພາະ ໃນໂຄງການ ສ້າງທາງຣົຖໄຟ ລາວ-ຈີນ ຈະຕ້ອງຜ່ານ ການກວດສຸຂພາບ ຢູ່ສູນແຫ່ງນີ້ ພຽງແຫ່ງດຽວເທົ່ານັ້ນ ຈຶ່ງຈະໄດ້ ໃບຢັ້ງຢືນ ເພື່ອ ນໍາໄປໃຊ້ໃນການເຮັດວຽກ ຕາມໂຄງການຕ່າງໆ.

ປັຈຈຸບັນ ຄົນງານລາວ ແລະຕ່າງປະເທດ ທີ່ເຮັດວຽກ ຢູ່ຕາມແຂວງຕ່າງໆ ເປັນຕົ້ນ ຜູ້ທີ່ເຮັດວຽກ ຕາມໂຄງການ ທາງຣົຖໄຟ ລາວ-ຈີນ ສ່ວນໃຫຍ່ ຜ່ານການກວດສຸຂພາບ ຢູ່ໂຮງໝໍເທົ່ານັ້ນ ແລະເຈົ້າໜ້າທີ່ ສາທາຣະນະສຸຂ ໃນແຕ່ລະທ້ອງຖິ່ນ ກໍລົງພື້ນທີ່ ໄປກວດເລືອດ ຄົນງານ ເປັນບາງເທື່ອ ໂດຍເນັ້ນໃສ່ ການກວດພຍາດຕິດຕໍ່ ທາງເພດສັມພັນເປັນຫລັກ, ດັ່ງເຈົ້າໜ້າທີ່ ສາທາຣະນະສຸຂ ແຂວງອຸດົມໄຊ ກ່າວຕໍ່ວິທຍຸ ເອເຊັຽເສຣີ ໃນວັນທີ່ 24 ເມສາ ນີ້ວ່າ:

“ກວດພຍາດຕິດຕໍ່ ທາງເພດສັມພັນຫັ້ນ ພວກ ເອດສ໌ HIV ພວກເຮົາຈະໄປນໍາຢາ ຈະເອົາລົງໄປແຄ້ມຂອງເຂົາເຈົ້າ ໄປແທ້ ກໍຈະໄປ ຫລາຍບ່ອນ ແຕ່ວ່າຈະແບ່ງ ພະນັກງານ ຮັບຜິດຊອບໄປ ເປັນຫລາຍໆ ກໍຈະເປັນເຊື້ອເຫັດ ເຊື້ອຣາ ລະກໍໜອງໃນ”

ທ່ານກ່າວໃນຕອນທ້າຍວ່າ ການມີສູນກວດສຸຂພາບແຫ່ງ ດັ່ງກ່າວເກີດຂຶ້ນ ຈະຊ່ວຍໃຫ້ສາມາດກວດສຸຂພາບ ຄົນງານໃນໂຄງການຕ່າງໆ ໄດ້ຢ່າງທົ່ວເຖິງ ແລະ ມີປະສິດທິພາບ ກວ່າການກວດຢູ່ຕາມໂຮງໝໍ ທົ່ວໄປ ແຕ່ຍັງບໍ່ຮູ້ຄັກແນ່ວ່າ ຄ່າໃຊ້ຈ່າຍ ໃນການກວດສຸຂພາບນັ້ນ ມີອັດຕຣາ ເທົ່າໃດແທ້ ແລະ ນາຍຈ້າງຫຼືຜູ້ຮັບເໝົາ ຈະເປັນຜູ້ອອກຄ່າໃຊ້ຈ່າຍໃຫ້ ຄົນງານຫຼືບໍ.

ກະຊວງແຮງງານ ແລະ ສວັດດິການສັງຄົມ ເປິດເຜີຍຂໍ້ມູນ ເມື່ອ ປີ 2018 ວ່າ ຄົນງານລາວ ທົ່ວປະເທດ ມີຈໍານວນ 2 ແສນ ປາຍຄົນ ແລະ ຄົນງານຕ່າງປະເທດ ທີ່ເຂົ້າມາເຮັດວຽກຢູ່ ລາວແບບຖືກກົດໝາຍ ມີ 50 ພັນປາຍຄົນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.