ທາງການລາວຈັດງົປ ຕ້ານໄຂ້ເລືອດອອກ
2013.07.10

ທາງການລາວ ປະກາດ ໃນວັນທີ 8 ກໍຣະກະດາ 2013 ກ່ຽວກັບ ງົບປະມານ 2 ພັນ ລ້ານກີບ ເທົ່າກັບ ປະມານ 250 ພັນ ໂດລາ ສະຫະຣັຖ ເພື່ອຕ້ານ ພຍາດ ໄຂ້ເລືອດອອກ ທີ່ຄຸກຄາມ ລາວ ຢູ່ ໃນເວລານີ້. ຕາມຣາຍງານ ຂ່າວ ຊີນຮົວ ວັນທີ 10 ກໍຣະກະດາ ນີ້.
ດຣ.ບຸນຫລາຍ ພົມມະສັກ ຫົວໜ້າ ກົມຄວບຄຸມ ພຍາດຕິດຕໍ່ ກະຊວງ ສາທາຣະນະສຸຂ ເວົ້າວ່າ ໃນຊ່ວງ 6 ເດືອນ ຕົ້ນປີນີ້ ມີຜູ້ຕິດ ເຊື້ອ 20 ພັນ 367 ຄົນ ແລະ ມີ 64 ຄົນ ເສັຽຊີວິດ ແລ້ວ. ໄຂ້ເລືອດອອກ ປົກກະຕິ ແລ້ວ ຄົນຕິດເຊື້ອ ຈະເພີ່ມຂຶ້ນ ໃນຊ່ວງ ຣະດູຝົນ ຍ້ອນມີ ຍຸງຫລາຍ ຊຶ່ງວິຕັກກັງວົນ ກັນວ່າ ເຊື້ອ ໄຂ້ເລືອດອອກ ອາຈຈະຢູ່ ໃນຂັ້ນ ແພ່ຣະບາດ ໄປທົ່ວ ສປປລາວ.
ເພື່ອຊ່ວຍແກ້ໄຂ ບັນຫາ ທາງກະຊວງ ສາທາຣະນະສຸກ ກໍໄດ້ສົ່ງ ນັກສຶກສາ ແພດ ມະຫາວິທຍາລັຍ ແຫ່ງຊາດ ປີສຸດທ້າຍ ແລະ ນັກສຶກສາ ວິທຍາລັຍ ດ້ານສຸຂພາບ ແຫ່ງຕ່າງໆ ໃນລາວ ໄປຊ່ວຍປົວ ຄົນເຈັບ ໃນໂຮງໝໍ.
ຣັຖບານລາວ ໄດ້ຮຽກຮ້ອງ ໃຫ້ຊຸມຊົນ ໃນທົ່ວ ປະເທດ ຊ່ວຍສະກັດກັ້ນ ການແພ່ຣະບາດ ຂອງພຍາດ ໄຂ້ເລືອດອອກ ໃຫ້ຫລຸດຜ່ອນລົງ ຂະນະທີ່ ເຊື້ອພຍາດ ໄຂ້ເລືອດອອກ ຍັງເອົາ ຊີວິດ ຂອງ ຜູ້ຄົນ ໃນລາວ ຕໍ່ໄປ ຢູ່ນີ້.
ໃນທົ່ວໂລກ ມີຜູ້ເສັຽ ຊີວິດ ຍ້ອນ ໄຂ້ເລືອດອອກ ຫລາຍເຖິງ 20 ພັນຄົນ ໃນແຕ່ລະປີ ຈາກ ຈໍານວນ ຜູ້ຕິດເຊື້ອ ປະມານ 5 ແສນ ຫາ 1 ລ້ານ ຄົນ ໃນນັ້ນ 75 ສ່ວນຮ້ອຍ ແມ່ນຢູ່ເຂດ ເອເຊັຽ-ປາຊີຟິກ. ເຊື້ອພຍາດ ໄຂ້ເລືອດອອກ ຊຶ່ງ ກໍາລັງ ຄຸກຄາມ ທັງເດັກນ້ອຍ ແລະ ຜູ້ສູງອາຍຸ ຢູ່ນີ້ ບໍ່ມີວັກຊີນ ປ້ອງກັນ, ເປັນພຍາດ ທີ່ ຍຸງລາຍ ເປັນຜູ້ນໍາເຊື້ອ. ຜູ້ຕິດ ຈະມີອາການ ໄຂ້ ເຈັບຫົວ, ປວດຄໍ່ຕ່າງໆ ແລະ ເປັນຕຸ່ມນ້ອຍໆ ຕາມຕົນໂຕ.