ລາວຕຣຽມປ້ອງກັນໄຂ້ເກີດ ຈາກຍຸງ

ຈໍາປາທອງ
2014.03.05
F-Mosquito ຍຸງສາມາດນຳເຊື້ອໂຣກຫລາຍຊະໜິດແຜ່ຜາຍໄດ້
Photo: RFA

 

ສໍາລັບປີ 2014 ເພື່ອບໍ່ໃຫ້ ພຍາດ ໄຂ້ຍຸງລາຽ ໄຂ້ເລືອດອອກ ແລະ ພຍາດໄຂ້ປ່າ ໄຂ້ ມາລາເຣັຍ ຣະບາດໄດ້ອີກ ຄືປີທີ່ຜ່ານ ທາງການລາວ ໄດ້ວາງແຜນ ປ້ອງກັນ ຢ່າງຄັກແນ່ ຕື່ມອີກ.

ແຜນການທີ່ ທາງການລາວ ຫ້າງຫາ ປ້ອງກັນເຊື້ອ ພຍາດນີ້ ກໍມີ ຫລາຍຢ່າງ ເຊັ່ນໃຫ້ກົມ ຄວບຄຸມ ພຍາດຕິດຕໍ່ ປະສານງານ ກັບ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້, ກັບສູນວິເຄາະ ຣະບາດ ວິທຍາ, ກັບສູນ ຂ່າວສານ ການແພດ ສຸຂສຶກສາ ແລະ ກັບກົມ ປິ່ນປົວ; ໃຫ້ຜແນກ ສາທາຣະນະສຸກ ນະຄອນຫຼວງ ວຽງຈັນ ແລະ ທຸກແຂວງ ຈັດຕັ້ງ ປະຕິບັດ ວຽກງານ ການປ້ອງກັນ ແລະຄວບຄຸມ ພຍາດ ໂດຍຣະດົມ ໃຫ້ທຸກພາກສ່ວນ ທັງພາກຣັຖ ແລະ ເອກຊົນ ຕລອດເຖິງ ປະຊາຊົນ ທັງມວນ ກໍາຈັດ ແຫລ່ງເພາະພັນ ຍຸງລາຍ ໃຫ້ເປັນປະຈໍາ ໂດຍສະເພາະ ຢູ່ໂຮງຮຽນ ຂັ້ນມັທຍົມ ລົງມາ ໃຫ້ເປີດ ຂະບວນ ອະນາມັຍ ກໍາຈັດ ຍຸງລາຍ ທຸກອາທິດ.

ພ້ອມກັນນັ້ນ ກໍໃຫ້ມີ ການກວດກາ ຢູ່ຂແນງປິ່ນປົວ ແລະ ອຸປກອນ ຮັບໃຊ້ ເພື່ອຮັບ ປະກັນ ຄວາມສາມາດ ໃນການປິ່ນປົວ ກໍຣະນີ ມີການ ຣະບາດ ຂອງ ພຍາດ ດັ່ງກ່າວ ຢູ່ໃນທ້ອງຖິ່ນ ຂອງຕົນ ແລະ ໃຫ້ຣາຍງານ ກະຊວງ ສາທາຣະນະສຸກ ຢ່າງຕໍ່ເນື່ອງ ໃນກໍຣະນີ ຈໍາເປັນ.

ສໍາລັບ ກົມຄວບຄຸມ ພຍາດຕິດຕໍ່ ກໍໃຫ້ ປະສານງານ ກັບ ສູນໄຂ້ຍຸງ ແມ່ກາຝາກ ແລະ ແມງໄມ້, ສູນວິເຄາະ ຣະບາດ ວິທຍາ, ກັບສູນ ຂ່າວສານ ການແພດ ສຸຂສຶກສາ ແລະ ກົມປິ່ນປົວ ນັ້ນແມ່ນ ໃຫ້ເອົາໃຈໃສ່ ຕິດຕາມ ສໍາຫຣວດ ໜອນນໍ້າ ຢູ່ ຂັ້ນແຂວງ, ຂັ້ນເມືອງ ແລະຂັ້ນບ້ານ, ສໍາຫຣວດ ຄວາມໜາແໜ້ນ ຂອງໜອນນໍ້າ ຍຸງລາຍ ເປັນປະຈໍາ; ເອົາໃຈໃສ່ ເຣື່ອງການ ອົບຮົມ ພະນັກງານ ຂັ້ນແຂວງ ແລະ ຂັ້ນເມືອງ ກ່ຽວກັບ ການນໍາໃຊ້ ເຄື່ອງຈັກ ພົ່ນຢາຂ້າຍຸງ, ຊຶ່ງຂະນະນີ້ ຢູ່ນະຄອນຫລວງ ວຽງຈັນ ກໍມີການ ພົ່ນຢາ ທີ່ວ່ານີ້ ແລ້ວ ຢູ່ບາງເຂດ. ດັ່ງ ຊາວນະຄອນ ຫຼວງວຽງຈັນ ທ່ານນຶ່ງ ເວົ້າເມື່ອ ວັນທີ 26 ກຸມພາ 2014 ນີ້ວ່າ:

"ປ້ອງກັນໄວ້ ມັນໃກ້ ຊິຝົນແລ້ວ ໂຮງຮຽນ ອະນຸບານ ເຂົາຜົ່ນ ທຸກວັນສຸກ ກະຍັງໄຄແດ່ ບໍ່ມີປານໃດ".

ເຣື່ອງການ ປ້ອງກັນ ໃຂ້ຍຸງລາຍ ການວິຈັຍ ພຍາດ ແລະ ການປິ່ນປົວ ຄົນເຈັບ ທາງການລາວ ກໍໄດ້ ກໍານົດ ເອົາໄວ້ຢູ່ໃນ ແຜນພັທນາ ສົກປີ 2013-2014 ນີ້ວ່າ ຈະປ້ອງກັນ ໄຂ້ຍຸງ ແລະ ຮັບປະກັນ ໃຫ້ ປະຊາຊົນ ທຸກຄົນ ໄດ້ນອນໃນມຸ້ງ ແລະ ມຸ້ງຍ້ອມຢາ ໂດຍສະເພາະ ໃນເຂດ ທີ່ມີຄວາມສ່ຽງ ໃຫ້ໄດ້ 100%, ສືບຕໍ່ ຂຍາຍ ຕາໜ່າງ ຄວບຄຸມ ໄຂ້ຍຸງ ໃຫ້ທົ່ວເຖິງ ແລະ ມີຄຸນນະພາບ ໂດຽຕິດຕັ້ງ ກ້ອງ ຈຸຣະທັດ ແລະ ອຸປກອນ ວິເຄາະ ໃຫ້ໄດ້ ທຸກໂຮງໝໍ ເມືອງ ແລະ ສຸຂສາລາ ທີ່ ມີເງື່ອນໄຂ. ກ່ຽວກັບເຣື່ອງນີ້ ເອເຊັຍເສຣີ ໄດ້ຕິດຕໍ່ ໄປຍັງ ພາກສ່ວນ ທີ່ກ່ຽວຂ້ອງ ຂອງ ກະຊວງ ສາທາຣະນະສຸຂ ເພື່ອຂໍຮູ້ ຣາຍຣະອຽດ ເພີ້ມເຕີມ. ແຕ່ບໍ່ໄດ້ ຮັບຄໍາຕອບ.

ນອກຈາກ ພຍາດ ໄຂ້ຍຸງລາຍ ທີ່ວ່າແລ້ວ ຢູ່ ປະເທສລາວ ກໍຍັງມີ ພຍາດໄຂ້ປ່າ ຫລື ໄຂ້ມາລາເຣັຍ ທີ່ ເປັນອັນຕະລາຍ ຕໍ່ຊີວິດ ຄົນບໍ່ໜ້ອຍ ໃນແຕ່ລະປີ. ໄຂ້ ມາລາເຣັຍ ບໍ່ພຽງແຕ່ ຣະບາດ ຢູ່ລາວ ເທົ່ານັ້ນ ແຕ່ຫາກຍັງ ຣະບາດໜັກ ແລະ ເປັນສາເຫດ ສໍາຄັນ ທີ່ເຮັດໃຫ້ ປະຊາຊົນ ໃນເຂດ ເອເຊັຍ ປາຊິຟິກ ໃນແຕ່ລະປີ ມີຜູ້ຕິດ ເຊື້ອ ພຍາດນີ້ ເຖິງ 36 ລ້ານ ຄົນ ແລະ ມີຜູ້ເສັຍ ຊີວິດຍ້ອນ 49 ພັນຄົນ ຂະນະທີ່ ອັດຕຣາ ການເສັຍ ຊີວິດຍ້ອນ ໄຂ້ນີ້ ຢູ່ໃນຣະດັບ 0.3/100,000 ຫລື ປະມານ 200 ກວ່າຄົນ. ຕາມຕົວເລກ ຢູ່ໃນ ຣາຍງານ ຂອງ ກະຊວງ ແຜນການ ແລະ ການລົງທຶນ ຂອງລາວ ຕໍ່ ສະພາ ແຫ່ງຊາດ ກ່ຽວກັບ ແຜນ ພັທນາ ເສຖກິດ ສັງຄົມ ສົກປີ 2013 - 2014 ນີ້.

ດັ່ງນັ້ນ ຫລາຍອົງການ ຈັດຕັ້ງ ສາກົນ ແລະ ຫລາຍປະເທສ ທີ່ ພັທນາ ອຸດສາຫະກໍັມ ສູງແລ້ວ ຈຶ່ງໃຫ້ການ ຊ່ວຍເຫລືອ ປະເທສຕ່າງໆ ໃນຂົງເຂດ ທີ່ວ່ານັ້ນ ເພື່ອກໍາຈັດ ພຍາດໄຂ້ປ່າ ມາລາເຣັຍ ນີ້ ເຊັ່ນ ຣັຖບາລ ​ອ​ອສ​ເຕຣເລັຍ ໄດ້​ໃຫ້​ການ ​ຊ່ວ​ຍ​ເຫລືອ ໃນມູນ​ຄ່າ 16 ລ້ານ​ ໂດ​ລາ ​ສະ​ຫະ​ຣັ​ຖ ເພື່ອ​ຈັດ​ຕັ້ງ ​ກອງ​ທຶນ​ໃໝ່ ໃນການ ​ຕໍ່​ສູ້​ຕ້ານ​ການ​ແພ່ ​ຣະ​ບາດ ​ຂອງ ​ໄຂ້ ມາລາເຣັຍ ຢູ່​ໃນຂົງ​ເຂດ ​ເອເຊັຍ ປາ​ຊິ​ຟິກ ແລະ ຣັ​ຖ​ບາລ ​ອັງ​ກິດ ກໍໃຫ້ການ ​ຊ່ວຍ​ເຫລືອ ​ໃນມູນ​ຄ່າ 19 ລ້ານ​ໂດ​ລາ ເພື່ອຕັ້ງ​ ກອງ​ທຶນ ​ຕໍ່​ສູ້​ກັບພຍາດນີ້ ​ແລະ ພ​ຍາດ​ຕິດ​ຕໍ່ ​ອື່ນໆ ນໍາອີກ.

ກອງ​ທຶນ ​ດັ່ງ​ກ່າວ​ ຈະຊ່ວຍ ​ເຮັດໃຫ້ ​​ຈຳ​ນວນ ​ຜູ້​ຕິດ​ເຊື້ອ ​ໄຂ້ ມາລາເຣັຍ ແລະ ຜູ້​ເສັຍ​ຊີ​ວິດ ໃນປະ​ເທດ ທີ່​ກຳ​ລັງ ​ພັ​ທ​ນາ ຢູ່ໃນຂົງເຂດ ນີ້ ຫລຸດ​ລົງ ​ແລະ ຄວບ​ຄຸມ ​ການ​ແພ່​ຣະ​ບາດ ຂອງພຍາດ ໄຂ້ ມາລາເຣັຍ ​ທີ່ດຶ້​ຢາ ຢູ່​​ບັນ​ດາ ​ປະເທດ ໃນເຂດ ​ແມ່​ນ້ຳ​ຂອງ ແລະ ທັງຈະຊ່ວຍ ​ໃຫ້​ການ​ ຄຸ້ມ​ຄອງ ຢາ​ຕ້ານ ພຍາດນີ້ ມີ ປະ​ສິດ​ທິ​ພາບ​, ຊ່ວຍປັບ​ປຸງ ​ຣະ​ບົບ ​ຂໍ້​ມູນ ​ຂ່າວ​ສານ ແລະ ເປັນ​ເຈົ້າ​ການ ​ໃນ​ຂະ​ແໜງ ສາ​ທາ​ຣະ​ນະ​ສຸກ ຢູ່​ປະ​ເທດ ​ເຫລົ່າ​ນັ້ນ ນໍາດ້ວຍ.

ກອງທຶນນີ້ ​ເປັນກອງ​​ທຶນ ​​ທຳ​ອິດ ທີ່​ຢູ່​ພາຍ​ໃຕ້ ການ​ຄຸ້ມ​ຄອງ ​ຂອງ ​ທະ​ນະ​ຄານ ​ພັ​ທ​ນາ​ ເອ​ເຊັຍ​ ຫລື ADB ໂດຍຈະ​ມີ ​ການ​ຮ່ວມ​ມື ​ກັບ ​ຄູ່​ຮ່ວມ ​ພັ​ທ​ນາ, ກັບພາກ ​ເອກກະຊົນ ແລະ ມຸນ​ນິ​ທິ ​ຕ່າງໆ ແລະ ເປັນກອງທຶນ ທີ່ ຈະຊ່ວຍໃຫ້ ສປປລາວ ປ້ອງກັນ ແລະ ກໍາຈັດພຍາດ ທີ່ວ່ານັ້ນ ໃຫ້ ຫລຸດລົງໄດ້.

ເມື່ອປີ 2013 ຜ່ານມາ ພຍາດ ໄຂ້ຍຸງລາຽ ແລະ ໄຂ້ ມາລາເຣັຍ ຣະບາດ ຢ່າງຮ້າຍແຮງ ຢູ່ ສປປລາວ. ສໍາລັບ ພຍາດ ໄຂ້ເລືອດອອກ ນັບວ່າຮຸນແຮງ ທີ່ສຸດ ໃນຮອບ ຫລາຍສິບປີ. ທົ່ວປະເທສ ມີຄົນປ່ວຽ ເກືອບເຖິງ 34,000 ຄົນ. ໃນນັ້ນ ມີຜູ້ເສັຍ ຊີວິດຍ້ອນ 77 ຄົນ.

ພຍາດ ທີ່ວ່ານີ້ ເປັນ ອັນຕະລາຍ ບໍ່ພຽງແຕ່ ຕໍ່ ປະຊາຊົນ ທີ່ຢູ່ຕາມ ເຂດພູດອຍ, ທົ່ງພຽງ ຕາມ ຊົນນະບົດ ເທົ່ານັ້ນ ແມ່ນແຕ່ ຢູ່ ນະຄອນຫລວງ ວຽງຈັນ ກໍເຊັ່ນກັນ. ໃນນັ້ນ ແຂວງ ຈໍາປາສັກ ທີ່ມີ ປະຊາກອນ ຫລາຍ ເປັນອັນດັບ 3 ຂອງປະເທສ ມີຄົນປ່ວຍ ແລະ ເສັຍຊີວິດ ຫລາຍກວ່າ ແຂວງອື່ນໆ. ສໍາລັບ ຢູ່ ນະຄອນຫລວງ ວຽງຈັນ ກໍມີ ຄົນປ່ວຍ ຫລວງຫລາຍ ດັ່ງຊາວລາວ ທ່ານນຶ່ງ ເວົ້າວ່າ ດຽວນີ້ ຍັງບໍ່ມີຫຍັງ ແຕ່ປີກາຍ ມີຄົນປ່ວຍ ຫຼາຍຈົນລົ້ນ ໂຮງໝໍ:

"ຍາມຝົນ ຈົນລົ້ນໂຮງໝໍ ພຸ້ນແຫລະ ປີກາຍລົ້ນ ໂຮງໝໍນະ ປີນີ້ ຈັ່ງວ່ານີ້ແຫລະ ປີນີ້ນະ ດຽວນີ້ ຍັງບໍ່ມີ ຫຍັງເທື່ອດອກ ".

ເຖິງແມ່ນວ່າ ທາງການລາວ ຈະໄດ້ໃຊ້ ມາຕການ 5 ປ ເພື່ອ ສະກັດກັ້ນ ພຍາດນີ້ ກໍຕາມ. 5 ປ ທີ່ວ່ານັ້ນ ມີທັງໃຫ້ ປິດ ພະຊະນະ ທີ່ເກັບນໍ້າ ຢູ່ໃນເຮືອນ ແລະ ນອກ ເຮືອນ; ປ່ຽນນໍ້າໃນ ພະຊະນະ ເຊັ່ນ: ເຕົ້າດອກໄມ້, ນໍ້າຮອງຕີນຕູ້; ປ່ອຍປາ ຫາງນົກຍູງ ກິນໜອນນໍ້າ; ອະນາມັຍ ສິ່ງແວດລ້ອມ ອ້ອມເຮືອນ ບໍ່ໃຫ້ມີ ກະໂປະ ກະປ໋ອງ ຢາງຕີນຣົດເກົ່າ ພະຊະນະ ເກັບຂັງນໍ້າ; ປະຕິບັດ ປະຈໍາທຸກໆ ອາທິດ. ຖ້າເປັນໄຂ້ ໃຫ້ໄປພົບ ແພດໝໍ ດ່ວນ.

ພ້ອມກັນນັ້ນ ກໍບອກ ທັງວິທີ ປ້ອງກັນ ຄື: ບໍ່ໃຫ້ຍຸງກັດ ດ້ວຍການທາຢາ ກັນຍຸງ, ນອນໃນມຸ້ງ, ບໍ່ໄປໃນ ທີ່ສ່ຽງ ຄືບ່ອນ ທີ່ມີຄົນ ເປັນໄຂ້ຍຸງ ແລະ ບອກໃຫ້ ປະຊາຊົນ ຮູ້ເຖິງ ອາການ ຂອງຜູ້ເປັນ ໄຂ້ຍຸງລາຍ ຄື: ເຈັບທ້ອງ ຫລື ທ້ອງເບັງ; ຜື່ນແດງ ຕາມຜິວໜັງ, ຮາກຕລອດ, ມີການອັ່ງນໍ້າ,ເລືອດອອກ ເຍື່ອເມືອກ ແລະ ງ້ວງຊຶມ ກະວົນ ກະວາຍ. ຜູ້ທີ່ເປັນ ໄຂ້ຍູງລາຍ ຮ້າຍແຮງ ແມ່ນເປັນ ຊ໋ອກ ຫລື ມີອາການ ອັ່ງນໍ້າ ແລະ ຫາຍໃຈ ຊຸດໂຊມ, ເລືອດໄຫລ ຮຸນແຮງ ແລະ ອະວັຍວະ ຊຸດໂຊມ ຮ້າຍແຮງ.

ການທີ່ມີ ຜູ້ຕິດເຊື້ອ ພຍາດ ໄຂ້ຍຸງລາຍ ຫລື ໄຂ້ເລືອດອອກ ຫລາຍເມື່ອປີ 2013 ຜ່ານມາ ທີ່ເຮັດໃຫ້ ມີຜູ້ ເສັຍຊີວິດ ເກືອບເຖິງ 80 ຄົນ ແລະ ຕິດເຊື້ອພຍາດ 3 ໝືື່ນ ກວ່າຄົນນັ້ນ ກໍຍ້ອນວ່າ ພຍາດນີ້ ຣະບາດ ຮຸນແຮງ ແລະໄວວາ ຈົນແພດໝໍ ບໍ່ສາມາດ ຮອງຮັບໄດ້ ຂະນະ ທີ່ ໂຮງໝໍ ແລະ ຢຸກຢາ ປິ່ນປົວ ກໍບໍ່ມີ ພຽງພໍ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.