ມ.ເຊໂປນແຈ້ງປະຊາຊົນ ໄປກວດ ສຸຂພາບ
2018.06.18

ຫ້ອງການສາທາຣະນະສຸຂເມືອງເຊໂປນ ແຂວງສວັນນະເຂດ ແຈ້ງໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບ ຈາກໂຮງງານ Sun Paper ຂອງຈີນ ທີ່ເຮັດໃຫ້ ມີອາການເປັນວິນ ຫຼືປວດຮາກ ໃຫ້ໄປກວດສຸຂພາບ ຢູ່ໂຮງໝໍ ຫຼືສຸຂສາລາໂດຍໄວ ເພື່ອຄວາມປອດພັຍ. ດັ່ງເຈົ້າໜ້າທີ່ຫ້ອງການ ສາທາຣະນະສຸຂ ເມືອງເຊໂປນ ກ່າວຕໍ່ວິທຍຸເອເຊັຍເສຣີວ່າ:
“ສ່ວນຫລາຍ ກໍມີແຕ່ມັນມີກິ່ນເໝັນນັ້ນແລ້ວ ໄດ້ລົມກັນຢູ່ວ່າ ຄັນຖ້າວ່າມີອາການເຈັບເປັນ ແມ່ນຫຍັງກໍໃຫ້ຣາຍງານ ໃຫ້ມາກວດ ຕິດຕາມຢູ່ ໂຮງໝໍ ຫຼືຢູ່ສຸຂສາລາ ທີ່ໃກ້ບ້ານ.”
ເຈົ້າໜ້າທີ່ທ່ານນີ້ ອະທິບາຍວ່າ ໂຮງງານດັ່ງກ່າວ ສົ່ງກິ່ນຂິວໜັກໜ່ວງ ແມ່ນໃນຣະຍະຕອນແລງ ເຮັດໃຫ້ປະຊາຊົນ ຢູ່ໃກ້ໂຮງງານ ທົນກິ່ນຂິວນັ້ນບໍ່ໄດ້, ແຕ່ ກໍບໍ່ທັນມີຣາຍງານ ເທື່ອວ່າມີປະຊາຊົນ ໄດ້ຮັບອັນຕລາຍ ຈາກກິ່ນຂິວນັ້ນເທື່ອ.
ປັຈຈຸບັນທາງຜແນກ ຊັພຍາກອນທັມມະຊາດ ແລະສິ່ງແວດລ້ອມ ແຂວງສວັນນະເຂດ ກໍາລັງຕິດຕາມ ກວດກາໂຮງງານ ດັ່ງກ່າວຢ່າງ ໃກ້ຊິດ ເພື່ອປ້ອງກັນບໍ່ໃຫ້ ເກິດຜົນກທົບ ແລະບໍ່ໃຫ້ປ່ອຍນໍ້າເສັຍລົງຫ້ວຍອີກ.
ກ່ອນໜ້ານີ້ ໂຮງງານດັ່ງກ່າວ ໄດ້ປ່ອຍນໍ້າເສັຍ ຈາກການກອງໄມ້ວິກ ລົງສູ່ນໍ້າຫ້ວຍ ບ່ອນທີ່ປະຊາຊົນ ຫາປູຫາປາ ເຮັດໃຫ້ປະຊາຊົນ 2 ຄົນ ມີອາການຖອກທ້ອງ ຍ້ອນເອົາປາໃນຫ້ວຍດັ່ງກ່າວ ມາເປັນອາຫານ ຕໍ່ບັນຫາດັງກ່າວ. ເຈົ້າໜ້າທີ່ກ່ຽວຂ້ອງ ໄດ້ລົງພື້ນທີ່ ແລະແຈ້ງ ເຕືອນເຈົ້າຂອງໂຮງງານ ໃຫ້ມີມາຕການປ້ອງກັນ ນໍ້າເສັຽລົງຫ້ວຍ ແລະໃຫ້ ເອົານໍ້າຕົວຢ່າງ ຈາກຫ້ວຍໄປ ວິຈັຍເພີ້ມຕື່ມ.
ໂຮງງານ Sun Paper ຂອງຈີນ ເຣີ້ມກໍ່ສ້າງເມື່ອປີ 2017 ຜ່ານມາ ເພື່ອຜລິດເຈັ້ຍສົ່ງອອກ ໄປຈີນໂດຍກົງ, ແລະເມື່ອເດືອນພຶສພາ ຜ່ານມາ ໂຮງງານດັ່ງກ່າວ ຫາກໍເຣີ້ມທົດລອງ ຜລິດເຈັ້ຍ ເປັນເທື່ອທໍາອິດ ຈົນເກິດ ຜົນກະທົບ ຕໍ່ສິ່ງແວດລ້ອມ.
ຢ່າງໃດກໍຕາມຫລ້າສຸດ ມີຣາຍງານວ່າ ທ່ານສັນຕິພາບ ພົມວິຫານ ເຈົ້າແຂວງ ສວັນນະເຂດ ໄດ້ສັ່ງໃຫ້ໂຮງງານດັ່ງກ່າວ ເຊົາຮັບຊື້ໄມ້ ທັມມະຊາດ ຈາກປະຊາຊົນ ເປັນຕົ້ນໄມ້ ວິກ ແລະໄມ້ ກະຖິນນະຣົງ ເພາະເປັນການສົ່ງເສິມ ໃຫ້ປະຊາຊົນ ຕັດໄມ້ ເພາະຈະເຮັດໃຫ້ ເນື້ອທີ່ປ່າໄມ້ ຫລຸດລົງ.