ເຊກອງ,ຜົ້ງສາລີ ເດັກນ້ອຍ ຂາດ ສາຣອາຫານ

ສຸພັດຕາ
2018.10.26
F-MALNUTRITION ເດັກນ້ອຍ ຢູ່ເມືອງຊານໄຊ ແຂວງ ອັດຕະປື
RFA/OK

ໃນປີ 2011 ແຂວງເຊກອງ ມີຈຳນວນເດັກນ້ອຍ ຂາດສານອາຫານ 62% ແລະໃນຣະຍະ 6 ປີຜ່ານມາ ຈຳນວນດັ່ງກ່າວໄດ້ຫຼຸດເຫຼືອ 49.9% ແຕ່ເມື່ອທຽບໃສ່ທົ່ວປະເທດ ເຊກອງກໍຍັງ ເປັນແຂວງ ທີ່ມີເດັກນ້ອຍຂາດ ສານອາຫານ ຫຼາຍທີ່ສຸດ ໃນປະເທດລາວ. ດັ່ງ ເຈົ້າໜ້າທີ່ຂແນງແມ່ແລະເດັກ ແຂວງເຊກອງ ກ່າວວ່າ:

“ດຽວນີ້ຍັງ 49,9 ຫາກແຕ່ວ່າກໍ່ຍັງສູງ ຖ້າວ່າທຽບໃສ່ລະດັບທົ່ວປະເທດ 33 ແລ້ວດຽວນີ້ທົ່ວປະເທດ ຂັ້ນເບິ່ງໃນນີ້ ມັນກໍ່ລະດັບທີ່ 1 ຂອງປະເທດ ທີ່ວ່າຂາດສານອາຫານສູງກວ່າໝູ່ເນາະ ທີ່ວ່າຢູ່ ໃນພື້ນຖານເຮົານະ ເວົ້າເລື້ອງຄວາມທຸກຍາກກໍ່ແມ່ນ ມັນກໍ່ຫຼາຍ ເວົ້າເລື້ອງການສຶກສາ ລະດັບຄວາມຮູ້ ຂອງປະຊາຊົນເຮົານີ່ ມັນມີຫຼາຍປັດໃຈ ໂຕນີ້ຍາກຫຼາຍ ແຕ່ວ່າເຮົາກໍ່ຄ່ອຍໆເຮັດໄປ.”

ທ່ານກ່າວຕື່ມວ່າ ຜ່ານມາພາກສ່ວນກະສິກັມ, ສາທາຣະນະສຸຂ ແລະການສຶກສາ ກໍຮ່ວມກັນວາງມາຕການ ໃນການຫຼຸດຜ່ອນປັນຫາ ດັ່ງກ່າວຢູ່ ໂດຍຮ່ວມມືກັນເປັນຈຸດສຸມ, ຂຍາຍເປົ້າໝາຍ ເທື່ອລະໜ້ອຍ ໂດຍສະເພາະ ເຣື່ອງການປຸງແຕ່ງອາຫານ ສຳຫຼັບແມ່ຍິງ ແລະເດັກນ້ອຍ ເພາະບາງພື້ນທີ່ ຜັກ, ປາ ແນວກິນກໍມີຫຼາກຫຼາຍ ແຕ່ວ່າ ການປຸງແຕ່ງ ແລະຄວາມເຄີຍຊິນ ຂອງຂະເຈົ້າ ຍັງມີຄວາມຮູ້ໜ້ອຍຢູ່.

ເຣື່ອງຄວາມເຊື່ອຖືເກົ່າໆນັ້ນ ກໍເປັນຂໍ້ຫຍຸ້ງຍາກຢູ່ ເພາະຂະເຈົ້າມັກຫຍໍ້າເຂົ້າ ແລະໝົກເຂົ້າໃຫ້ເດັກນ້ອຍກິນກ່ອນໄວອັນຄວນ ເປັນບັນຫາທີ່ ແກ້ໄຂຍາກ ຕ້ອງໄດ້ໃຊ້ເວລາດົນພໍສົມຄວນ ແລະຕ້ອງໄດ້ຝຶກອົບຮົມ ໃຫ້ຄວາມຮູ້ແກ່ຂະເຈົ້າ.

ໃນຂນະດຽວກັນ ເຈົ້າໜ້າທີ່ຂແນງແມ່ແລະເດັກ ແຂວງຜົ້ງສາລີ ເວົ້າວ່າ ຍ້ອນພື້ນທີ່ສ່ວນຫຼາຍ ເປັນເຂດຊົນນະບົດ ທຸກຍາກ ແລະຢູ່ໃນ ພື້ນທີ່ຫ່າງໄກສອກຫຼີກ ພ້ອມທັງງົບປະມານ ກໍບໍ່ພຽງພໍ:

“ງົບປະມານເຮົາຍັງຈຳກັດເນາະ ມີແຕ່ໄດ້ປຸກລະດົມປະຊາຊົນນີ້ແຫຼະ ເວົ້າເລື່ອງຜັກເລື່ອງໝີ່ ດຽວນີ້ກໍ່ເກັບນຳພໍ່ແມ່ ນັກຮຽນນີ່ແຫຼະ ຈຳນວນນຶ່ງເພື່ອມາປຸງແຕ່ງ ແລະອັນສອງກໍ່ດຽວນີ້ ກໍ່ສິເປັນ ຊຸມຊົນ ກໍ່ຍາກ ເພາະວ່າມີບາງເຂດ ບາງທ້ອງຖິ່ນ ຮາກຖານຜົ້ງສາລີ ເປັນແຂວງທີ່ຢູ່ພູດອຍ ການໄປການມານິ່ກໍ່ສີ້ນເປືອງ ງົບປະມານ ທັງເບິດແຫຼະ ບາງບ່ອນກໍ່ບໍ່ທັນ ໄປຮອດໄປເຖິງຫັ່ນນະ.”

ທ່ານກ່າວຕື່ມວ່າ ຣາຍຣະອຽດຂອງຈຳນວນເດັກນ້ອຍ ຂາດສານອາຫານ ພາຍໃນແຂວງນັ້ນ ຕ້ອງໄດ້ໄປສັງລວມຄືນຫຼັງຕື່ມອີກ.

ອີງຕາມຂໍ້ມູນຈາກເຈົ້າໜ້າທີ່ ກະຊວງສາທາລະນະສຸຂ ເມື່ອກາງປີ 2018 ຜ່ານມາ ທົ່ວປະເທດມີ 8 ແຂວງ ທີ່ມີຈຳນວນເດັກນ້ອຍຂາດ ສານອາຫານ ຫຼາຍກວ່າໝູ່ ຄື: ແຂວງຜົ້ງສາລີ, ເຊກອງ, ຊຽງຂວາງ, ໄຊສົມບູນ, ສາຣະວັນ, ອຸດົມໄຊ, ຫຼວງພຣະບາງ ແລະຫົວພັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.