ໂຮງງານນໍ້າດື່ມບັນຈຸ ນໍ້າ ບໍ່ເຕັມ ກະຕຸກ
2018.11.05
ເຈົ້າໜ້າທີ່ກວດກາມາຕຖານ ແລະວັດແທກ ແຂວງເຊກອງ ກວດກາຄຸນນະພາບ ຂອງໂຮງງານນໍ້າດື່ມ ຢູ່ເມືອງທ່າແຕງພົບວ່າມີ ໂຮງງານ ນໍ້າດື່ມ 3 ແຫ່ງ ບໍ່ໄດ້ມາຕຖານ ໂດຍບໍຣິມາດຂອງນໍ້າ ພາຍໃນກະຕຸກ ບໍ່ຖືກຕ້ອງຕາມທີ່ກຳນົດໄວ້ ເຈົ້າໜ້າທີ່ ຈຶ່ງໄດ້ ແຈ້ງການໃຫ້ປັບປຸງ ແກ້ໄຂ ໃຫ້ໄດ້ມາຕຖານ ແລະ ຖືກຕ້ອງຕາມຣະບຽບຫລັກການ. ດັ່ງເຈົ້າໜ້າທີ່ຜແນກວິທຍາສາດ ແລະ ເຕັກໂນໂລຢີ ແຂວງເຊກອງ ກ່າວວ່າ:
"ພວກເຮົາລົງກວດນໍ້າໃນກະຕຸກຫັ້ນເນາະ ບ່ອນບໍຣິມາດບັນຈຸຂອງນໍ້າ ໂຮງງານຫັ້ນໃນຕຸກເຂົາບັນຈຸ ເຂົາຂຽນໃນສະຫລາກ 20 ລິດ, ແຕ່ ກວດຄົ້ນຕົວຈິງແທ້ແມ່ນແຕ່ 18 ລິດປາຍ ສະນັ້ນແຫລະ ທາງຜແນກເຮົາໃຫ້ປັບປຸງຄືນສະຫລາກຫັ້ນນ່າ ຫລືວ່າປັບປຸງ ກະຕຸກມີແຕ່ໃຫ້ເຂົາ ເປີດບໍຣິການ ປົກກະຕິເລີຍເຂົາວ່າເຂົາ ສິແກ້ໄຂໄປນໍາ."
ທ່ານກ່າວຕື່ມວ່າ ໂຮງງານທີ່ຖືກໃຫ້ປັບປຸງ ໃຫ້ຖືກຕ້ອງກັບສະພາບຕົວຈິງນັ້ນ ເປັນໂຮງງານນໍ້າດື່ມ 3 ແຫ່ງ ຢູ່ເມືອງທ່າແຕງ ຄືໂຮງງານ ນໍ້າດື່ມດອກບົວທອງ ບ້ານໂກງຕາຍູນ, ໂຮງງານນໍ້າດື່ມຍອດນໍ້າເຊໂດນ ບ້ານທ່າແຕງໃຕ້ ແລະ ໂຮງງານນໍ້າກາເຟທອງ ບ້ານກາເຟ.
ຕໍ່ບັນຫາດັ່ງກ່າວ ທາງເຈົ້າໜ້າທີ່ ກໍເລັ່ງໃຫ້ຜູ້ປະກອບການທັງ 3 ໂຮງງານນັ້ນ ປັບປຸງການຜລິດໃຫ້ກົງກັບປະຣິມານ ນໍ້າໃນກະຕຸກ ໃຫ້ ສຳເຣັດກ່ອນ ເພື່ອບໍ່ໃຫ້ເປັນການເອົາປຽບຜູ້ບໍຣິໂພກ ໃຫ້ມິຄວາມຖືກຕ້ອງ ແລະ ຮັບປະກັນມາຕຖານການຜລິດ. ໃນຕໍ່ໜ້ານີ້ ເຈົ້າໜ້າທີ່ ຈະໄດ້ຕິດຕາມກວດກາໂຮງງານທັງໝົດນີ້ໃໝ່ ຖ້າບໍ່ປະຕິບັດຕາມຣະບຽບ ຈະຖືກດຳເນີນການຕາມຣະບຽບກົດໝາຍ.
ທົ່ວແຂວງເຊກອງ ມີໂຮງານຜລິດນໍ້າດື່ມທັງໝົດ 9 ແຫ່ງ ໃນນັ້ນມີຢູ່ໃນ ເມືອງລະນາມ 3 ແຫ່ງ , ເມືອງດາກຈຶງ 2 ແຫ່ງ, ເມືອງກະລືມ 1 ແຫ່ງ ແລະ ເມືອງທ່າແຕງ 3 ແຫ່ງ ທີ່ຕ້ອງໄດ້ປັບປຸງແກ້ໄຂ.