ອາກາດປ່່ຽນກະທັນຫັນ ງົວ ຄວາຍ ຕາຍ
2018.03.02
ນັບຕັ້ງແຕ່ກາງເດືອນມົກກະຣາ ມານີ້ ຢູ່ເມືອງທ່າແຕງ ແຂວງເຊກອງ ມີອາກາດປ່ຽນແປງ ຢ່າງກະທັນຫັນ ຝົນຕົກ ໜາວໆຮ້ອນໆ ຜິດ ປົກກະຕິ ເຮັດໃຫ້ງົວຄວາຍ ປັບໂຕບໍ່ທັນ, ຕາຍ 40 ໂຕ ອີກ 50 ໂຕກໍາລັງຢູ່ໃນ ການປິ່ນປົວ ແລະໄດ້ຮັບການ ສັກຢາປ້ອງກັນ ການຕິດ ເຊື້ອພຍາດ ແລ້ວ. ດັ່ງເຈົ້າໜ້າທີ່ ກະສິກັມແລະປ່າໄມ້ ເມືອງທ່າແຕງ ກ່າວຕໍ່ວິທຍຸອເຊັຽເສຣີ ໃນມື້ວັນທີ 2 ມິນານີ້ວ່າ:
"ມີແບບວ່າມັນສະພາບການປ່ຽນແປງ ຂອງດິນຟ້າອາກາດ ຝົນຕົກ ໜາວໆຮ້ອນໆ ຢູ່ ສັດປັບຕົວນໍາບໍ່ທັນ ຍ້ອນວ່າປະຊາຊົນ ກໍມີສ່ວນ ປ່ອຍສະຊາຍ ນໍາແນ່, ຮອດປັດຈຸບັນ ກໍຕາຍໄປ 40 ໂຕແລ້ວໃດ໋ ນັບແຕ່ກາງເດືອນ ມັງກອນ ເປັນຕົ້ນມາ."
ທ່ານເວົ້າວ່າ ສາເຫດສໍາຄັນທີ່ເຮັດໃຫ້ງົວຄວາຍ ຂອງປະຊາຊົນ ຕາຍນັ້ນ ແມ່ນເປັນຍ້ອນວ່າ ນັບແຕ່ກາງເດືອນມົກກະຣາ ຫາເດືອນກຸມພາ ທີ່ຜ່ານມານີ້ ຕອນເຊົ້າ ອາກາດໜາວເຢັນ, ອຸນນະພູມ ລົງຮອດ 4-5 ອົງສາ, ຍາມທ່ຽງ ອຸນນະພູມ ສູງຂຶ້ນເປັນ 25-30 ອົງສາ ແລະເມື່ອ ເດືອນກຸມພາ ກໍມີພະຍຸຣະດູຮ້ອນ ເຂົ້າມາ ລົມພັດແຮງ ເຮັດໃຫ້ສັດລ້ຽງ ປັບຕົວບໍ່ທັນ.
ອີກສາເຫດນຶ່ງ ກໍເປັນຍ້ອນປະປ່ອຍງົວຄວາຍຊະຊາຍ, ບໍ່ມີຄອກໃຫ້ຢູ່ ເຮັດໃຫ້ມີຄວາມສ່ຽງສູງ ຕໍ່ການທີ່ຈະເປັນພຍາດ. ປັດຈຸບັນສະພາບ ອາກາດ ຢູ່ເມືອງນີ້ກັບຄືນມາເປັນປົກກະຕິແລ້ວ.
ທ່ານກ່າວຕື່ມອີກວ່າ ແຕ່ຕົ້ນເດືອນມົກກະຣາ ມານີ້ ສັດລ້ຽງຢູ່ໃນ ເມືອງທ່າແຕງ ນີ້ ບໍ່ວ່າຈະເປັນງົວຄວາຍ ແບ້ ເປັດ ໄກ່ ໝູ ໝາ ໄດ້ຮັບ ການສັກຢາກັນພຍາດ ໄປແລ້ວປະມານ 80%. ສ່ວນທີ່ເຫລືອບໍ່ໄດ້ສັກ ຍ້ອນວ່າປະຊາຊົນ ປ່ອຍໄປຫາກິນຕາມທັມຊາດ ຕາມປ່າ.