ເດັກນ້ອຍລາວຂາດອາຫານ ບໍາຣຸງ

ມະນີຈັນ
2015.11.19
F-Boys ເດັກນ້ອຍລາວ ໃນເຂດຊົນນະບົດ
RFA

ເຈົ້າຫນ້າທີ່ ອົງການ ສຸພະນິມິດ (World Vision) ປະຈຳ ສປປ ລາວ ກ່າວວ່າ ເດັກນ້ອຍລາວ ໃນເຂດ ຊົນນະບົດ ຫ່າງໄກ ຍັງ ມີບັນຫາ ຮ່າງກາຍ ຕ່ຳເຕັ້ຽ ຍ້ອນການ ຂາດ ສາຣອາຫານ ທີ່ ມີທາດ ບຳຣຸງ ໃນຂນະທີ່ ທຶນ ຊ່ວຍເຫລືອ ຂອງ ຕ່າງປະເທດ ຫລຸດຫນ້ອຍ ລົງເລື້ອຍໆ:

“ຢູ່ ໃນລາວ ບ້ານຫ່າງໄກ ສອກຫລີກ ນີ້ ມັນຫຼາຍ ທາງຣົດ ທາງເຮືອ ໄປ ບໍ່ຮອດ ເຮັດໃຫ້ ການສນັບສນຸນ ຕໍ່ວຽກງານ ນີ້ ກໍຍາກ. ອັນທີສອງ ແມ່ນເຣື້ອງ ການຊ່ວຍເຫລືອ ນີ້ ນັບມື້ ນັບໜ້ອຍລົງ ໂຄງການໃດ ກໍຄືກັນ ມີ ວິກິດການ ດ້ານ ການເງີນ ຂາດແຄນ ງົບປະມານ”.

ທ່ານ ອະທິບາຍ ຕື່ມວ່າ ໃນສ່ວນ ການຊ່ວຍເຫລືອ ຂອງ ອົງການ World Vision ປະຈຳ ປະເທດລາວ ສຳລັບປີ 2016 ກໍ ຈະຫລຸດລົງ ມາປັນ 3 ລ້ານ ປາຍ ໂດລາ ສະຫະຣັຖ ຍ້ອນ ຄ່າເງິນ ໂດລາ ສູງຂຶ້ນ. ອີກ ສາເຫດ ນຶ່ງ ກໍຍ້ອນວ່າ ຣະຍະນີ້ ທົ່ວໂລກ ກັງວົນ ເຣື່ອງ ສົງຄາມ ຂອງພວກ ກໍ່ການຮ້າຍ ດັ່ງນັ້ນ ຈຶ່ງບໍ່ໄດ້ ເນັ້ນໃສ່ ເຣື່ອງ ວຽກງານ ການກຸສົນ ຫຼາຍປານໃດ. ນອກນີ້ ຜູ້ ບໍຣິຈາກ ທີ່ ເປັນ ປະຊາຊົນ ທົ່ວໄປ ຈຳນວນນຶ່ງ ກໍກາຍເປັນ ຜູ້ເຖົ້າ ເຊົາ ເຮັດວຽກ ແລ້ວ ບໍ່ມີເງິນ ສນັບສນູນ ອົງການ ຕ່າງໆ ຕໍ່ໄປ ອີກ.

ເຖິງຢ່າງໃດ ກໍຕາມ ໃນ ກອງປະຊຸມ ໂຕະມົນ ຣະດັບສູງ ຢູ່ ນະຄອນຫຼວງ ວຽງຈັນ ໃນ ວັນທີ 17 ພຶສຈິກາ ນີ້ ຣັຖບານ ລາວ ແລະ ຄູ່ຮ່ວມ ພັທນາ ພ້ອມທັງ ບັນດາ ປະເທດ ທີ່ ໃຫ້ການ ຊ່ວຍເຫລືອ ລາວ ກໍຕົກລົງ ກັນວ່າ ຈະລົງນາມ ໃນ ຖແລງການ ວຽງຈັນ Vientiane Declaration ທີ່ ເວົ້າເຖິງ ປັນຫາ ເດັກນ້ອຍ ລາວ ຂາດ ສາຣອາຫານ ແລະ ຮ່າງກາຍ ຕ່ຳເຕັ້ຍ.

ໂຄງການ ເພື່ອ ການພັທນາ ຂອງ ສະຫະ ປະຊາຊາດ ຣາຍງານ ວ່າ ເດັກນ້ອຍ ລາວ ທີ່ ມີອາຍຸ ຕ່ຳ ກວ່າ 5 ປີ, ມີ 44 ເປີເຊັນ ທີ່ ຮ່າງກາຍ ຕ່ຳເຕັ້ຍ ເກີນໄປ ແລະ 27 ເປີເຊັນ ນ້ຳໜັກ ໜ້ອຍກວ່າ ມາດຕຖານ ຊຶ່ງ ທາງການ ລາວ ຕ້ອງ ຮ່ວມມື ກັບ ສາກົນ ຢ່າງ ໃກ້ຊິດ ແລະ ສຸມໃສ່ ການແກ້ໄຂ ປັນຫາ ນີ້ ຕໍ່ໄປ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.