ຊາວລາວປະຕິບັດ ມາຕການ ປ້ອງກັນໂຄວິດ-19
2021.05.08
ຢູ່ປະເທດລາວ ໄລຍະນີ້ ເຊື້ອໂຄວິດ-19 ຣະບາດຮຸນແຮງ, ຈາກຜົລຂອງການກວດວິເຄາະຫາເຊື້ອ ໃນມື້ວັນທີ 2 ພຶສພາ 2021 ນີ້ທາງການລາວພົບຜູ້ຕິດໃໝ່ ຕື່ມອີກ 33 ຄົນ, ວັນທີ 3 ພຶສພາ ມີຜູ້ຕິດເພິ່ມຂຶ້ນ 60 ຄົນ, ວັນທີ 4 ເພິ່ມຂຶ້ນ 46 ຄົນ, ວັນທີ 5 ເພິ່ມຂຶ້ນ 105 ຄົນ. ແລະຈາກຜົລຂອງການກວດ ວິເຄາະຫາເຊື້ອ ໃນວັນທີ 6 ພຶສພາ ຊຶ່ງ ດຣ. ຣັດຕະນະໄຊ ເພັດສຸວັນ ຫົວໜ້າ ກົມຄວບຄຸມພຍາດຕິດຕໍ່ ກະຊວງສາທາຣະນະສຸຂ ຕາງໜ້າກອງເລຂາ ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂ ການຣະບາດຂອງໂຄວິດ-19 ໄດ້ຖແລງຕໍ່ສື່ມວນຊົນ ໃນມື້ວັນທີ 7 ພຶສພາ ນີ້ວ່າ ມາເຖິງປັດຈຸບັນ ກວດພົບຜູ້ຕິດເຊື້ອ ໂຄວິດ-19 ໃໝ່ 28 ຄົນ ດັ່ງທີ່ທ່ານກ່າວວ່າ:
”ແມ່ນພົບຜູ້ຕິດເຊື້ອໃໝ່ 28 ຄົນ ຊຶ່ງວ່າແຍກອອກ ນະຄອນຫລວງມີ 10 ຄົນ, ຈໍາປາສັກ 4, ບໍ່ແກ້ວ 8, ສາລະວັນ 5 ແລະແຂວງ ວຽງຈັນ 1.”
ກ່ຽວກັບການຣະບາດ ແລະການປ້ອງກັນເຊື້ອໂຄວິດ-19 ໃນໄລຍະນີ້ ວິທຍຸເອເຊັຍເສຣີ ໄດ້ສໍາພາດຊາວລາວ 3 ທ່ານ ທີ່ນະຄອນ ຫລວງວຽງຈັນ, ແຂວງຈໍາປາສັກ ແລະ ແຂວງສວັນນະເຂດ ໃນມື້ວັນທີ 5, 6, 7 ພຶສພາ ນີ້, ຊຶ່ງເບື້ອງຕົ້ນ ຜູ້ທີ່ຢູ່ນະຄອນຫຼວງ ວຽງຈັນ ກ່າວເຖິງເຣື່ອງຄົນຢ້ານ ໂຄວິດ-19 ໃນໄລຍະນີ້ວ່າ ຢ້ານຫລາຍ:
ແຂວງຈໍາປາສັກ ເວົ້າເຖິງເຣື່ອງປິດບ້ານປິດເມືອງ ຊາວລາວທ່ານນຶ່ງເວົ້າຕໍ່ ວິທຍຸເອເຊັຍເສຣີວ່າ ປິດມາໄດ້ຫລາຍມື້ແລ້ວ:
ແຂວງສວັນນະເຂດ ເວົ້າເຖິງເຣື່ອງຄົນຕິດໂຄວິດ-19 ຊາວລາວທ່ານນຶ່ງເວົ້າວ່າ ສ່ວນຫຼາຍແມ່ນຄົນງານ ທີ່ມາຈາກປະເທດໄທ:
ປັດຈຸບັນມີຜູ້ຕິດເຊື້ອສະສົມ 1,205 ຄົນ, ປິ່ນປົວຫາຍແລ້ວ 122 ຄົນ, ກໍາລັງປິ່ນປົວ ແລະຕິດຕາມອາການຢູ່ໂຮງໝໍ 1,083 ຄົນ, ຍັງບໍ່ມີຣາຍງານຜູ້ເສັຍຊີວິດ ຊຶ່ງຫລາຍຄົນກໍຍັງສົງສັຍ ໃນເຣື່ຶອງນີ້.
ແລະນັບແຕ່ວັນຈັນ ທີ 3 ພຶສພາ ມານີ້ ສັງເກດເຫັນວ່າ ໃນໄລຍະໂຄວິດ-19 ຣະບາດຮຸນແຮງຢູ່ນີ້ ຊາວລາວຢູ່ແຂວງຕ່າງໆມີການ ປ້ອງກັນຢ່າງເອົາຈິງເອົາຈັງ ແລະທາງການກໍ ເຂັ້ມງວດກວດກາຫລາຍຂຶ້ນ ຍ້ອນຢ້ານວ່າມັນຈະຣະບາດຫລາຍຂຶ້ນຕື່ມອີກ ແລະຢ້ານ ຈະຕິດເຊື້ອນັ້ນ.